Homeນານາສາລະການບໍລິຈາກເລືອດ! ຈະເປັນອັນຕະລາຍຕໍ່ເຮົາບໍ່? ແລະ ຈະຮັກສາໄວ້ໄດ້ດົນບໍ່?

ການບໍລິຈາກເລືອດ! ຈະເປັນອັນຕະລາຍຕໍ່ເຮົາບໍ່? ແລະ ຈະຮັກສາໄວ້ໄດ້ດົນບໍ່?

Published on

ການບໍລິຈາກເລືອດ! ຈະເປັນອັນຕະລາຍຕໍ່ເຮົາບໍ່

sa

ເລືອດມີຄວາມສໍາຄັນຢ່າງຍິ່ງຕໍ່ກັບຮ່າງກາຍຂອງຄົນເຮົາ ຜູ້ປ່ວຍທີ່ເສຍເລືອດຫຼາຍຈຶ່ງເຖີງຂັ້ນເສຍຊີວິດໄດ້. ການໃຫ້ເລືອດກັບຜູ້ປ່ວຍເພື່ອທົດແທນສິ່ງທີ່ເສຍໄປຈຶ່ງເປັນວິທີການດຽວທີ່ຈະແກ້ໄຂພາວະຊ໊ອກ ເນື່ອງຈາກການເສຍເລືອດໄດ້.

das

ຕາມປົກກະຕິຮ່າງກາຍຂອງຄົນເຮົາຈະມີເລືອດສໍາຮອງໄວ້ປະມານ 4 ສ່ວນ ຂອງເລືອດທີມີຢູ່ໃນຮ່າງກາຍທັງໝົດ 12 ສ່ວນ ໃນການບໍລິຈາກເລືອດຜູ່ບໍລິຈາກໄດ້ໃຫ້ໄປພຽງ 1 ສ່ວນຂອງຈໍານວນເລືອດທີ່ມີສໍາຮອງໄວ້ເທົ້ານັ້ນ ຈຶ່ງບໍ່ເປັນອັນຕະລາຍແຕ່ຢ່າງໃດເລີຍ. ສໍາລັບຜູ້ທີ່ຈະບໍລິຈາກເລືອດ ຈະຕ້ອງມີອາຍຸລະຫວ່າງ 18-60 ປີ ມີຮ່າງກາຍທີ່ແຂງແຮງສົມບູນ ໃນການບໍລິຈາກເລືອດນັ້ນຜູ້ບໍລິຈາກຈະຖືກກວດຄວາມດັນເພື່ອກວດສອບຄວາມສົມບູນຂອງຮ່າງກາຍ ແລະ ເຈາະເລືອດເພື່ອກວດສອບໝູ່ເລືອດແລະຄູນສົມບັດຂອງເລືອດ.

ຫາກວ່າຮ່າງກາຍສົມບູນ ແລະ ເລືອດບໍ່ເປັນອັນຕະລາຍກໍ່ສາມາດບໍລິຈາກເລືອດໄດ້ ເລືອດທີ່ຢູ່ໃນຮ່າງກາຍຂອງເຮົານັ້ນເມັດເລືອດແດງ ເມັດໜຶ່ງໆ ມີອາຍຸຢູ່ໃນກະແສເລືອດໄດ້ດົນເຖິງ 120 ມື້ ແຕ່ສໍາລັບເລືອດທີ່ໄດ້ຮັບບໍລິຈາກນັ້ນ ຈະຕ້ອງມີການເກັບຖືກວິທີຈຶ່ງຈະເກັບໄວ້ໄດ້ດົນ.

ໂດຍຈະຕ້ອງປະສົມກັບນໍ້າຢາປ້ອງກັນເລືອດແຂງໂຕ ໃນອັດຕາສ່ວນທີ່ເໝາະສົມ ນໍ້າຢາທີ່ນິຍົມໃຊ້ໄດ້ແກ່ ນໍ້າຢາເອຊີດີ ແລະ ນໍ້າຢາຊີພີດີ ຊຶ່ງຈະຕ້ອງເຮັດໃຫ້ເກັບເລືອດໄວ້ໄດ້ທີ່ອຸນຫະພູມ 2-4 ອົງສາ ໄດ້ດົນເຖີງ21-28 ມື້ ແລະ ຫາກວ່າເກັບໄວ້ໃນກໍລະນີພິເສດຄືເອົາໄວ້ເປັນເລືອດແຂງກໍ່ຈະສາມາດເກັບໄວ້ໄດ້ດົນເຖິງປີ.

 

>>ຂອບໃຈແຫຼ່ງຂໍ້ມູນ https://www.google.co.th/ความรู้รอบตัว

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...