ໂດຍ: ບຸນໂຮມ.
ຫັດຖະກຳຕໍ່າສາດກໍແມ່ນອາຊີບໜຶ່ງຂອງຄົນລາວ ທີ່ໄດ້ສືບທອດມາຈາກປູ່ຍ່າຕາຍາຍມາຕັ້ງແຕ່ ດຶກດຳບັນ, ເປັນອາຊີບທີ່ເກົ່າແກ່ ແຕ່ຫຼາຍບ່ອນກໍຍັງໄດ້ສືບຕໍ່ ເຮັດອາຊີບນີ້ຄືເກົ່າເພາະໃນເມື່ອກ່ອນຍັງ ບໍ່ທັນມີການຕະຫຼາດ, ຜະລິດຕະພັນ ທີ່ໄດ້ມາກໍມາຮັບໃຊ້ຄອບຄົວເທົ່ານັ້ນ ໂດຍບໍ່ໄດ້ມີການຊື້ຂາຍແຕ່ຢ່າງໃດ. ພໍຕົກມາຮອດສະໄໝປັດຈຸບັນນີ້ ແມ່ນໄດ້ຫັນມາເປັນທຸລະກິດແບບຄອບຄົວ ແລະຫາລາຍໄດ້ເພີ່ມມາໃຫ້ຄອບຄົວ ມັນຈິ່ງກາຍມາເປັນມູນມໍລະດົກທີ່ລ້ຳຄ່າ ທີ່ບໍ່ສາມາດປະຖິ້ມໄດ້.
ເໝືອນດັ່ງຄອບຄົວຂອງ ນ. ບຸນມີ ຢູ່ບ້ານຂາມງອຍ, ເມືອງໄຊເຊດຖາ, ນະຄອນຫຼວງວຽຈັນແມ່ນຄອບຄົວໜຶ່ງ ເຊິ່ງນອກຈາກມີອາຊີບເຮັດນາເປັນຕົ້ນຕໍ ແລ້ວແຕ່ກໍຍັງສືບຕໍ່ເອົາອາຊີບຫັດຖະກຳ ຕໍ່າສາດເປັນອາຊີບເພີ່ມເພື່ອຫາລາຍໄດ້ມາສູ່ ຄອບຄົວ.
ທ່ານ ນ. ບຸນມີ ໄດ້ສຳພາດໃຫ້ກັບນັກຂ່າວຮູ້ວ່າ: ຕົນເອງເກີດຢູ່ບ້ານຂາມງອຍ, ນັບຕັ້ງແຕ່ເກີດມາ ອາຍຸໄດ້ 5ປີ ເລີ່ມຮຽນຕໍ່າສາດນຳພໍ່-ແມ່ຢູ່ບ້ານ. ລະດັບການສຶກສາຈົບແຕ່ຊັ້ນປະຖົມ ຍ້ອນວ່າສະພາບຄອບຄົວມີຄວາມທຸກຍາກ ຂາດເຂີນ ຈິ່ງບໍ່ມີໂອກາດຈະສືບຕໍ່ຮໍ່າຮຽນຄືກັບຜູ້ອື່ນໆ ຈິ່ງໄດ້ອອກມາເຮັດນາ , ເຮັດສວນ ແລະຕໍ່າສາດຊ່ວຍພໍ່-ແມ່ຢູ່ບ້ານ. ອາຊີບເຮັດນາ ແລະຕໍ່າສາດ ເປັນອາຊີບທີ່ເກົ່າແກ່ທີ່ໄດ້ສືບທອດມາຈາກ ປູ່ຍ່າຕາຍາຍເຊິ່ງມາຮອດປັດຈຸບັນນີ້ກໍໄດ້ ປະມານ 60 ກ່ວາປີແລ້ວແຕ່ກໍຍັງດຳເນີນສືບຕໍ່ໄປ. ຕົກມາຮອດໄລຍະໜຶ່ງຕົນເອງຈຶ່ງໄດ້ສ້າງຄອບຄົວ, ຜົວ ແລະເມັຍໄດ້ພ້ອມກັນສູ້ຊີວິດຊ່ວຍກັນ, ຈາກຢາດເຫື່ອແຮງງານຂອງຕົນທີ່ມີ ເພື່ອຄວາມຢູ່ລອດຂອງຄອບຄົວ. ຊີວິດຂອງຄູ່ຜົວ-ເມັຍຢູ່ນຳກັນມາຫຼາຍປີ ມີລູກນຳກັນສາມຄົນ ກໍຄືພະຍານແຫ່ງຄວາມຮັກໄດ້ອອກມາເບິ່ງໂລກ ແລະໃນໄລຍະນັ້ນ ຄວາມທຸກຍາກຂາດເຂີນ, ຄວາມຫຍຸ້ງຍາກລຳບາກກໍເພີ່ມຂຶ້ນເປັນຂອງທຳມະດາ ເພາະໄດ້ມີສະມາຊິກຄອບຄົວຕື່ມອີກ ແຖມຍັງນ້ອຍກຳລັງຢູ່ກຳລັງກິນ ຊ່ວຍວຽກຫຍັງພໍ່-ແມ່ບໍ່ທັນໄດ້. ແຕ່ລະມື້ກໍໄດ້ໄປຊອກເອົາຜືຢູ່ຕາມໜອງ ແລະບຶງມາຕໍ່າສາດ, ໜອງຜືໃດທີ່ມີເຈົ້າຂອງກໍໄດ້ຂໍຊື້ເອົາ ແຕ່ກໍລົງທຶນບໍ່ຫຼາຍປະມານມື້ລະ 5.000-10.000 ກີບ ຫຼືເດືອນລະປະມານ .150.000-300.000 ກີບ. ຄິດສະເລັ່ຍຕໍ່າສາດໄດ້ມື້ລະ 3-4 ຜືນ, ເອົາໄປຂາຍຜືນລະ 5.000 ກີບ, ໄດ້ກຳໄລຈາກການຂາຍສາດມື້ລະ10.000-20.000 ກີບ.ຫຼື ເດືອນລະປະມານ 300.000-600.000 ກີບ. ຕົກມາຮອດປັດຈຸບັນນີ້, ພາຍຫຼັງລູກທັງສາມໃຫຍ່ໝົດແລ້ວ ຄວາມຫຍຸ້ງຍາກລຳບາກກໍເລີ່ມໝົດໄປ, ລາຍຮັບທີ່ໄດ້ຈາກການຕໍ່າສາດກໍເພີ່ມຂຶ້ນ ຫຼາຍກ່ວາເກົ່າ, ເຊິ່ງແຕ່ລະມື້ໄປລົງທຶນຊື້ຜືມາຕໍ່າສາດປະມານ 20.000-30.000 ກີບ, ແຕ່ລະມື້ຕໍ່າໄດ້ປະມານ 5-6 ຜືນ, ເອົາໄປຂາຍຜືນລະ 15.000 ກີບ. ດ້ກຳໄລຈາກການຂາຍສາດປະມານມື້ລະ 75.000-90.000 ກີບ, ຫຼື ເດືອນລະປະມານ 2.250.000-2.700.000 ກີບ.
ທ່ານ ນ. ບຸນມີ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ຕົນເອງມີຄວາມຮູ້ສຶກພາກພູມໃຈ ເປັນພິເສດທີ່ເຫັນວ່າຄວາມອົດທົນ ພາກພຽນ ແລະຄວາມພະຍາຍາມຂອງຕົນເອງ ພ້ອມດ້ວຍສາມີມາຮອດປັດຈຸບັນນີ້ເຫັນວ່າ ໄດ້ຮັບຜົນສຳເລັດເປັນຢ່າງດີແລ້ວ ເຊິ່ງມັນໄດ້ສະແດງອອກໃນການຫັນປ່ຽນ ຈາກສະພາບຄອບຄົວໃນເມື່ອກ່ອນ ທຸກຍາກຂາດເຂີນ, ແຕ່ມາຮອດປັດຈຸບັນນີ້ເຫັນວ່າສະພາບຄອບຄົວ ເລີ່ມມີສີສັນແບບໃໝ່, ຈາກລາຍໄດ້ທີ່ຂາຍສາດແຕ່ລະຄັ້ງ ແມ່ນໄດ້ປະຢັດ ແລະເກັບກຳໄວ້ນັ້ນ ມາພັດທະນາຄອບຄົວເປັນຕົ້ນ ຊື້ດິນນາໄດ້ໜຶ່ງຕອນມີເນື້ອທີ່ໜຶ່ງເຮັກຕາປາຍ, ຊື້ງົວມາລ້ຽງ 20 ກວ່າໂຕ, ປຸກເຮືອນໄດ້ໜຶ່ງຫຼັງ, ຊື້ພາຫະນະຮັບໃຊ້ຄອບຄົວ, ມີທຶນການສຶກສາໃຫ້ລູກ, ຕັ້ງຮ້ານຂາຍເຄື່ອງຍ່ອຍຢູ່ໜ້າບ້ານ, ມີເງິນແຮໄວ້ປິ່ນປົວສຸຂະພາບໃນຍາມເຈັບເປັນ. ຜົນງານທັງໝົດທີ່ກ່າວມານີ້ກໍຍ້ອນຜົວ ເປັນຊ້າງເທົ້າໜ້າ, ເປັນຫຼັກຄໍ້າທີ່ແໜ້ນແກ່ນໃຫ້ກັບຄອບຄົວ, ພາຍໃນຄອບຄົວມີຄວາມສາມັກຄີກັນດີ, ພ້ອມກັນເຮັດ, ພ້ອມກັນສ້າງຈິ່ງສາມາດນຳພາຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້.
ເພື່ອນຜູ້ອ່ານທັງຫຼາຍ, ນີ້ກໍຄືຄອບຄົວໜຶ່ງທີ່ພວກເຮົາຄວນເອົາມາ ເປັນບົດຮຽນໃນການພັດທະນາຄອບຄົວ, ເຖິງແມ່ນ ນ. ບຸນມີ ລະດັບຄວາມຮູ້ທີ່ຮຽນມາບໍ່ສູງກໍຕາມ, ແຕ່ຄວາມສາມາດ, ຄວາມມານະອົດທົນ ແລະຄວາມພາກພຽນມີສູງ, ເປັນຜູ້ຍິງທີ່ກ້າແກ່ນສູ້ຊີວິດທີ່ແທ້ຈິງ ແລະສາມາດນຳພາຄອບຄົວຫຼຸດພົ້ນ ອອກຈາກຄວາມດ້ອຍພັດທະນາ ເໝືອນດັ່ງຄຳສຸພາສິດບົດໜ່ຶ່ງໄດ້ສອນໄວ້ວ່າ:
“ອົດສົ້ມ ຈິ່ງໄດ້ກິນຫວານ…ອົດທົນທານວຽກງານຈິ່ງແລ້ວ” ຫຼື “ຄວາມອົດທົນພາກພຽນຢູ່ບ່ອນໃດ…ຄວາມສຳເລັດຢູ່ບ່ອນນັ້ນ”
ຂອບໃຈບົດຄວາມຈາກ: ວາລະສານມະຫາຊົນ