spot_img
Home​ຂ່າວທ່ອງທ່ຽວນ້ຳຕົກຕາດຟານ

ນ້ຳຕົກຕາດຟານ

Published on

 

 

Laos-Tad-Fane-Waterfall

ນ້ຳຕົກຕາດຟານ ທີ່ຢູ່:ເສັ້ນທາງເລກທີ13ເສັ້ນທາງໄປປາກຊ່ອງມາເຖີງຫຼັກກິໂລ38ມີທາງແຍກເຂົ້າຂວາມືຂຽນວ່າຕາດຟານເປັນນ້ຳຕົກ ທີ່ສູງທີ່ສຸດໃນແຂວງຈຳປາສັກ ເອີ້ນຢ່າງໜຶ່ງວ່ານ້ຳຕົກດົງຫົວສາວຈຸດເດັ່ນຢູ່ທີ່ນ້ຳ 2 ສາຍໄຫຼຈາກໜ້າຜາສູງ120ແມັດ ໂດຍສາຍນ້ຳທາງຊາຍມື ໄຫຼມາຈາກຫ້ວຍຜັກກູດແລະຂວາມືເປັນສາຍນ້ຳທີ່ໄຫຼມາຈາກອຸດທະຍານແຫ່ງຊາດຈາກດົງຫົວສາວຈຸດຊົມວິວຕັ້ງຢູ່ຄົນລະຟາກກັບນ້ຳຕົກໃນລະດັບຄວາມສູງເທົ່າກັນ ຈາກບ່ອນນີ້ສາມາດຊົມວິວນ້ຳຕົກໃນມຸ່ມສູງເຫັນຢ່າງຊັດເຈນ ໃນຍາມເຊົ້າເປັນຈຸດຊົມທະເລໝອກທີ່ສວຍງາມອີກດ້ວຍ  ແຕ່ສຳລັບນັກທ່ອງທ່ຽວທີ່ຕ້ອງການສຳພັດກັບຄວາມຍີງໃຫ່ຍຂອງນ້ຳຕົກແຫ່ງນີ້ ສາມາດເດີນລົງໄປຊົມນ້ຳຕົກບໍລິເວນດ້ານລ່າງໃດ້ໄລຍະທາງ ປະມານ5ກິໂລ ແມັດຈາກຈຸດຊົມວິວດ້ານເທີງໃຊ້ເວລາເດີນຄ້ອນຂ້າງນານຕ້ອງຕຽມອາຫານແລະອຸ ປະກອນກາງເຕັ້ນໄປເອງເພື່ອພັກແຮມ ບໍລິເວນດ້ານລ້າງໜຶ່ງຄືນແລະເດີນກັບໃນເຊົ້າວັນໃໝ່ແນະນຳເຈົ້າໜ້າທີ່ບໍລິເວນນ້ຳຕົກເພຶ່ອສອບຖາມຂໍ່ມູນກ່ຽວກັບເສັ້ນທາງແລະການຕຽມ ຕົວເພື່ອຄວາມປອດໄພ ສ່ວນນັກທ່ອງທ່ຽວທີ່ຕ້ອງການຄວາມສະດວກສະບາຍສາມາດລົດເລືອກໃຊ້ບໍລິການທີ່ພັກ

 

 

 

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...