Homeນານາສາລະຄໍາຖາມທີ່ລົ້ນໂລກ! ກິນຫຍັງດີ ກ່ອນອອກກໍາລັງກາຍ.

ຄໍາຖາມທີ່ລົ້ນໂລກ! ກິນຫຍັງດີ ກ່ອນອອກກໍາລັງກາຍ.

Published on

ຄໍາຖາມໂລກແຕກ! ກິນຫຍັງດີ ກ່ອນການອອກກໍາລັງກາຍ.

kl

ເທຣນດ໌ກ່ຽວກັບການຮັກສາສຸຸຂະພາບກໍາລັງມາແຮງ ໜຸ່ມສາວຫຼານຄົນຫັນມາອອກລັງກາຍຫຼາຍຂຶ້ນເພື່ອສຸຂະພາບທີ່ແຂງແຮງ ແລະ ຮູບຮ່າງທີ່ຟິດແອນເຟີຣ໌ມ, ຄືວ່າຫັນລະໃຜໆກໍ່ຢາກມີຫຸ່ນດີ ທີ່ຄົນອຶ່ນເຫັນແລ້ວຈະຕ້ອງຫັນຫຼັງມາເບິ່ງ ແຕ່ທ່ານຮູ່ຫຼືບໍ່ວ່າການກິນອາຫານກ່ອນການອອກກໍາລັງກາຍກໍ່ເປັນເລື່ອງສໍາຄັນແທບຈະເປັນບັນຫາໂລກແຕກ ກັບຄໍາຖາມທີ່ວ່າກິນຫຍັງດີ ກ່ອນອອກກໍາລັງກາຍ ວັນນີ້ເຮົາມີຄໍາຕອບ…ຈາກຜູ້ຊ່ຽວຊານດ້ານວິທິຍາສາດການກິລາມາຝາກ.

1 ຄວນກິນ “ແປ້ງ” ເພາະມັນຈະໄປເກັບ ແລະ ຊ່ວຍເຕີມເປັນນໍ້າຕານຢູ່ໃນກ້າມເນື້ອ (muscle glycogen) ແລະ ຕັບ (liver glycogen) ພໍເຮົາໄປອອກກໍາລັງທີ່ຢູ່ໃນລະດັບໜັກ (high intensity) ຮ່າງກາຍຈະດືງພະລັງງານຈາກນໍ້າຕານໃນກ້າມເນື້ອ ແລະ ຕັບ ມາໃຊ້ກ່ອນເພາະສາມາດເອົາມາໄດ້ໄວ້ ແປ້ງຈຶ່ງສໍາຄັນໂດຍສະເພາະພວກແປ້ງທີ່ມີດັຊນີໃນນໍ້າຕານຕໍ່າ (low glycemic index : low GI) ເພື່ອທີຈະໃຫ້ນໍ້າຕານໃນເລືອດເຮົາຄົງທີ່ເວລາອອກກໍາລັງກາຍຖ້າດັຊນີໃນນໍ້າຕານສູງ(high glycemic index : high GI) ອາດຈະເຮັດໃຫ້ລະດັບນໍ້າຕານໃນເລືອດເຮົາຂຶ້ນ-ລົງໄວຈົນເກີນໄປ ອາດຈະເຮັດໃຫ້ “crash” ຫຼືເພຍ.

2 ເຮົາຄວນບໍລິໂພກ “ໂປຣຕີນ” ດ້ວຍເຖິງໂປຣຕີນຈະບໍ່ໃຫ້ພະລັງງານລາຍແຕ່ມັນສາມາດເຮັດໃຫ້ກົດອາມິໂນ ຫຼື amino acid ເຮົາຄົງທີ່ ແລະ ໄຫຼວຽນໄປຕາມກ້າມເເນື້ອເວລາທີ່ເຮົາອອດກໍາລັງ ເພື່ແການເສີມສ້າງ (anabolic) ແລະ ຫຼຸດການຍ່ອຍສະຫຼາຍ (catabolic) ຂອງກ້າມເນື້ອສ່ວນຫຼາຍຈະດນະນໍາເປັນເວຍ໌ໂປຣຕີນກ່ອນຫຼິ້ນ ຈະບໍ່ໄດ້ໜັກທ້ອງ ແລະ ໄຫຼວຽນໄດ້ໄວ.

3 ຕ້ອງພະຍາຍາມຫຼີກລ່ຽງພວກທີ່ມີໄຂມັນຫຼາຍ ເພາະມັນຍ່ອຍ ແລະ ດູດຊືມຊ້າອາດເຮັດໃຫ້ອາຫານທີ່ເຮົາກິນໄປຍ່ອຍບໍ່ດີ ແລະ ຢູ່ໃນທ້ອງດົນເວລາອອກກໍາລັງກາຍໄດ້.

4 ກາເຟ ຫຼື ຊາ ກໍ່ເປັນອີກໜຶ່ງທາງເລືອກທີ່ດີ ເພາະມັນມີຄາເຟອິນຊ່ວຍໃຫ້ຮໍຣ໌ໂມນ “catechilamine” ເພີ່ມຫຼາຍຂຶ້ນຈຶ່ງຊ່ວຍເຮັດໃຫ້ຮ່າງເຮົາດືງໄຂມັນມາໃຊ້ເພີ່ມຂຶ້ນເວລາອອກກໍາລັງກາຍ.

5 ສະຫຼຸຸບແລ້ວເຮົາຄວນກິນອາຫານປະມານ 2-3ຊົ່ວໂມງ ກ່ອນອອກກໍາລັງກາຍ ເພື່ອໃຫ້ມັນຍ່ອຍກ່ອນ ກິນພວກແປ້ງທີ່ມີດັຊນີໃນນໍ້າຕານຕໍ່າ(low GI), ໂປຣຕີນທີ່ມັນບໍ່ຫລາຍ ຫຼື ພວກເວຍ໌ທີ່ເປັນນໍ້າ, ບໍ່ຄວນກິນໄຂມັນຫຼາຍ ດື່ມຊາ ຫຼື ກາເຟກ່ອນອອກກໍາລັງກາຍກໍ່ດີຕືກັນ.

stretching-exercise-hd-desktop-wallpaper

>>ຂອບໃຈ http://www.trueplookpanya.com/new/cms_detail/general_knowledge/21097/

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...