spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຂັ້ນໄດ 9 ຂັ້ນສູ່ອາຍຸຢືນ

ຂັ້ນໄດ 9 ຂັ້ນສູ່ອາຍຸຢືນ

Published on

Tobacco11

  1. ປັບ​ປ່ຽນ​ພຶດຕິກຳ​ການ​ກິນ

ກິນ​ອາຫານ​ໃຫ້​ອີ່ມ​ປະ​ມານ7ໃນ10ສ່ວນ​ຂອງ​ກະເພາະ​ອາ​ຫານບໍ່​ກິນ​ອີ່ມ​ຫລາຍ​ເກີນ​ໄປ ແລະ​ຫລຸດ​ອາຫານ​ທີ່​ໃຫ້​ພະລັງ​ງານ​ຟຸ້ມ​ເຟືອຍເຊັ່ນຂອງ​ຫວານແລະ​ຂອງ​ທີ່​ມີ​ໄຂ​ມັນ​ແລະ​ໃຫ້​ພະລັງ​ງານ​ສູງ​ເພາະ​ເກີນ​ຄວາມ​ຈຳ​ເປັນທີ່​ຮ່າງກາຍ​ຕ້ອງ​ການ

ການ​ກິນ​ເພື່ອ​ຮັກສາອາຍຸ​ສາມາດ​ເຮັດ​ໄດ້​ດັ່ງ​ນີ້​ກິນ​ອາຫານ​ສົດ​ໃໝ່ບໍ່​ແປ​ຮູບກິນ​ເຂົ້າ​​ເປັນ​ປະຈຳ,ກິນ​ຜັກຫມາກໄມ້​ໃຫ້​ຫລາຍ​ທີ່ສຸດ​ເພື່ອ​ເສີມ​ພູ​ມ​ຕ້ານ​ທານ​ປ້ອງ​ກັນ​ພະຍາດໂດຍ​ສະເພາະ​ຖົ່ວ​ທຸກ​ຊະນິດ​ແລະ​ຫມາກໄມ້​ຕະກູນ​ເບີລີທັງ​ຫລາຍລວມ​ທັງ​ທັນຍະ​ພືດ​ບໍ່​ຂັດສີ, ຍົກ​ເວັ້ນ​ຂອງ​ໝັກ​ດອງ​ເພາະ​ມີ​ໂຊ​ດຽມ​ສູງ(ເກືອ)ຖ້າ​ກິນ​ຫລາຍ​ອາດ​ເພີ່ມ​ຄວາມ​ສ່ຽງ​ຕໍ່​ການ​ເປັນ​ຄວາມ​ດັນ​ສູງ​ແລະ​ມະ​ເຮັງ,ເສີມ​ວິ​ຕາ​ມິນ​ລວມ​ມື້​ລະ1ເມັດແລະ​ວິ​ຕາ​ມິນ​ອີ​ມື້​ລະ100-400ໄອຢູ

  1. ໝັ່ນ​ອອກ​ກຳ​ລັງ​ກາຍ

ການ​ອອກ​ກຳ​ລັງ​ກາຍ​ເປັນ​ປະຈຳ​ຊ່ວຍ​ໃຫ້​ຮ່າງກາຍ​ສ້າງ​ເສັ້ນ​ເລືອດ​ຝອຍ​ຫລາຍ​ຂຶ້ນເຮັດໃຫ້​ເລືອດ​ໄປ​​ຫລໍ່​ລ້ຽງ​ເນື້ອ​ເຍື່ອ​ດີ​ຂຶ້ນແຕ່​ຄວນ​ລະ​ວັງ​ການ​ຫລິ້ນ​ກິລາ​ທີ່​ອາດ​ເຮັດໃຫ້​ເກີດ​ການ​ບາດ​ເຈັບ​ແລະ​ການ​ກະທົບ​ຢ່າງ​ຮຸນແຮງເພາະ​ເຮັດໃຫ້​ເນື້ອ​ເຍື່ອ​ຖືກ​ທຳລາຍ​ສົ່ງ​ຜົນ​ຕໍ່​ປະສາດ​ສຳ​ຜັດ​ແລະ​ການ​ຮັບ​ຮູ້​ເມື່ອ​ແກ່​ໂຕລົງການ​ອອກ​ກຳ​ລັງ​ກາຍ​ທີ່​ດີ​ຢ່າງ​ໜຶ່ງ​ຄື​ການ​ຍ່າງການ​ຍ່າງ​ທີ່​ເປັນ​ການ​ອອກ​ກຳ​ລັງ​ກາຍ​ຄວນ​ຍ່າງ​ໃຫ້​ໄດ້​ຢ່າງ​ນ້ອຍ​ມື້​ລະ45ນາທີຫລື 5, 000ກ້າວຕໍ່​ມື້ແລະ​ຍ່າງ​ເປັນ​ປະຈຳ5ມື້​ຕໍ່​ອາທິດແຕ່​ຖ້າ​​ມີ​ອາ​ຍຸ​ຫລາຍ​ຂຶ້ນ​ຄວນ​ອອກ​ກຳ​ລັງ​ກາຍ​ທີ່​ເໝາະ​ສົມ​ກັບອາຍຸເຊັ່ນໂຢ​ຄະຫລື​ໄທ​ຊິເພື່ອ​ສ້າງ​ຄວາມ​ແຂງ​ແຮງແລະ​ຫ່ຽວຍານ​ກ້າມ​ຊີ້ນແທນ

  1. ພັກ​ຜ່ອນ​ໃຫ້​ພຽງ​ພໍ

ຮ່າງກາຍ​ຕ້ອງ​ການ​ພັກ​ຜ່ອນ​ແລະ​ນອນ​ຫລັບ​ເພື່ອ​ຊ່ອມ​ແຊມ​ສ່ວນ​ທີ່​ສູນເສຍການ​ພັກ​ຜ່ອນ​ທີ່​ດີ​ຊ່ວຍ​ໃຫ້​ເກີດ​ສະ​ມາ​ທິ​ໃນ​ການເຮັດວຽກງານ​ຫລາຍ​ຂຶ້ນໂດຍ​​ອາດ​ຫາ​ເວລາ​ວ່າງ​ມື້​ລະ 10-15ນາ​ທີນັ່ງ​ລ້າໆໂດຍ​ບໍ່​ເຮັດຫຍັງເຮັດ​ວຽກເບົາໆ​ທີ່​ມັກ​ທັງ​ອ່ານ​ຫນັງສືຟັງ​ເພງຍ່າງ​ຫລິ້ນ​ຢືດເສັ້ນ​ຢືດ​ສາຍແລະ​ອາດ​ຫາ​ເວລາ​​ຫລັບ​ຕອນ​ກາງເວັນ​ປະມານ10 -20 ນາທີນອກ​ຈາກ​ນີ້​ໄລຍະ​ມື້​ພັກຄວນ​ຫາ​ເວລາ​ວ່າງ​ໄປ​ພັກ​ຜ່ອນ​ກັບ​ຄອບຄົວ​ຫລື​ເຮັດ​ກິດຈະກຳ​ທີ່​​ມັກຢ່າ​ເຮັດ​ແຕ່​ວຽກ​ຫລາຍ​ເກີນ​ໄປແລະ​ຄວນ​ເຂົ້າ​ນອນ​ແຕ່​ຫົວແລງຫລັບ​ໃຫ້​ສະນິດ​ຢ່າງ​ໜ້ອຍ​ຄືນ​ລະ7ຊົ່ວ​ໂມງ

  1. ຫລີກ​ລ້ຽງ​ຢາສູບ​ແລະ​ແອວ​ກໍ​ຮໍ

ການ​ສູບ​ຢາ​ມີ​ຜົນ​ຕໍ່​ການ​ເປັນ​ພະຍາດ​ຫົວ​ໃຈພະຍາດ​ລະບົບ​ທາງເດີນ​ຫາຍ​ໃຈແລະ​ມະ​ເຮັງ​ທີ່​ອະໄວຍະວະ​ຕ່າງໆເຊັ່ນປອດ​,ປາກ,​ຄໍ,ກະເພາະ​ອາ​ຫານ,ຕັບ​ອ່ອນ,ກະເພາະ​ຍ່ຽວແລະ​ລຳ​ໄສ້ລວມ​ທັງ​ມະ​ເຮັງ​ເມັດ​ເລືອດ​ຂາວເຊັ່ນ​ດຽວ​ກັບ​ແອວ​ກໍ​ຮໍ​ທີ່​ທຳລາຍ​ແລະ​ເຮັດໃຫ້​ເກີດ​ການ​ອັກ​ເສບ​ຂອງ​ເນື້ອ​ເຍື້ອ​ຕ່າງໆນອກ​ຈາກ​ນີ້​ເຮັດໃຫ້​ເກີດ​ຄວາມ​ດັນ​ເລືອດ​ສູງ​ນໍາອີກ​

  1. ຄວບ​ຄຸມ​ນ້ຳ​ໜັກ​ໃຫ້​ປົກກະຕິ​ສະເໝີ

ການ​ມີ​ນ້ຳ​ໜັກ​ກາຍ​ຈະ​ເພີ່ມ​ຄວາມ​ສ່ຽງ​ທີ່​ຈະ​ເປັນ​ພະຍາດ​ຕ່າງໆທັງ​ຫົວ​ໃຈຫລອດ​ເລືອດມະ​ເຮັງ​ທີ່​ອະໄວຍະວະ​ຕ່າງໆທັງ​ຜົ້ງເອິກ,ມົດລູກ,ລຳ​ໄສ້​ໃຫຍ່ແລະ​ຫລອດ​ອາ​ຫານ

  1. ຫລຸດ​ຄວາມ​ຄຽດ

ເມື່ອ​ເກີດ​ຄວາມ​ຄຽດ​ຮ່າງກາຍ​ຈະ​ຫລັ່ງ​ຮໍໂມນ​ອີ​ພິ​ເນ​ຟ​ລິນ(Epinephrine)ແລະ​ຮໍ​ໂມນ​ຄອລ​ຕິ​ຊອນ(Cortisol)ສະ​ກັດ​ກັ້ນ​ສານ​ອາຫານ​ທີ່​ມີ​ຜົນ​ຕໍ່​ການ​ຫລຸດການເຖົ້າກ່ອນ​ໄວ​ທັງ​ວິ​ຕາ​ມິນ​ຊີ ວິ​ຕາ​ມິນ​ບີ,ແມກ​ນີ​ຊຽມແລະ​ສັງ​ກະ​ສີນອກ​ຈາກ​ນີ້​ຄວາມ​ຄຽດ​ຍັງ​ກໍ່​ໃຫ້​ເກີດ​ຄວາມ​ປ່ຽນ​ແປງ​ທາງ​ຮ່າງກາຍ​ແລະ​ລະບົບ​ການ​ຫາຍ​ໃຈ​ອາດ​ເຮັດ​ໃຫ້ເປັນ​ພະຍາດ​ຫອບ,ຫືດ,ພະຍາດ​ພູ​ມ​ແພ້,ສິວຫລື​ພະຍາດ​ຮ້າຍແຮງ​ອື່ນໆເຊັ່ນເຈັບ​ໜ້າ​ເອິກ​ແລະ​ພະຍາດ​ຫົວ​ໃຈ,ປະຈຳ​ເດືອນ​ມາ​ບໍ່​ສະ​ມໍ່າ​ສະເໝີ,ພະຍາດ​ເບົາ​ຫວານ,ຄວາມ​ດັນ​ເລືອດ​ສູງ,ພະຍາດ​ຕຸ້ຍ,ບາດແຜ​ໃນ​ກະເພາະ​ອາຫານ​ແລະ​ລຳ​ໄສ້ຄວາມ​ຜິດ​ປົກກະຕິ​ຂອງ​ການເຮັດວຽກງານ​ທາງ​ເພດ(Sex ເສື່ອມ)ເປັນ​ຕົ້ນ

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...