Homeສຸຂະພາບ ແລະ ສີ່ງແວດລ້ອມດື່ມຊາ ດີຕໍ່ສຸກຂະພາບແທ້ຫລືບໍ່

ດື່ມຊາ ດີຕໍ່ສຸກຂະພາບແທ້ຫລືບໍ່

Published on

Image

ຊາເປັນ​ເຄື່ອງ​ດື່ມ​ສະ​ໝຸນ​ໄພ​ທີ່​ນິຍົມ​ຫລາຍ​ເປັນ​ອັນ​ດັບ2ຂອງ​ໂລກຖືກ​ຄົ້ນ​ພົບ​ເມື່ອ​ປະ​ມານ 5, 000 ປີ​ກ່ອນສານ​ສຳຄັນ​ໃນ​ຊາຄືແຄດ​ທີ​ຄິນ​ແລະ​ຟະ​ລາ​ໂວ​ນອຍ(flavonoids) ຊ່ວຍ​ປ້ອງ​ກັນ​ຄວາມ​ເສື່ອມ​ຂອງ​ຮ່າງກາຍ​ແລະ​ພະຍາດ​ຊຳເຮື້ອ​ຕ່າງໆ

ປະໂຫຍດ​ຂອງຊາຕໍ່​ສຸຂະ​ພາບ

ພະຍາດ​ຫົວ​ໃຈ

ນັກ​ວິ​ໄຈ​ແນະ​ນຳ​ການດື່ມ​ຊາຕົວຢ່າງຊາ​ຂຽວຊາ​ດຳ​ຫລື​ຊາ​ແດງຊາ​ອູ​ລອງຊາ​ຂາວ​ແລະອື່ນໆມື້​ລະ1-5ຖ້ວຍເພື່ອຫ​ລຸດ​ພະຍາດ​ຫົວ​ໃຈ​ຫລື​ປ້ອງ​ກັນ​ຫົວ​ໃຈ​ວາຍສານ​ຟະ​ລາ​ໂວ​ນອຍ​ໃນ​ຊາ​ອາດ​ຊ່ວຍ​ປ້ອງ​ກັນ​ເກັດ​ເລືອດ​ເກາະ​ໂຕຕາມ​ຝາ​ເສັ້ນ​ເລືອດ​ແດງ​ແລະ​ນຳ​ໄປ​ສູ່​ພະຍາດ​ຫລອດ​ເລືອດ​ແດງ

ການ​ວິ​ໄຈ​ໃນ​ປະເທດ​ເນ​ເທີ​ແລນພົບ​ວ່າ​ຜູ້​ທີ່​ກິນ​ສານ​ຟະ​ລາ​ໂວ​ນອຍ​ຫລາຍ​ທີ່ສຸດມີ​ຄວາມ​ສ່ຽງ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ຫລຸດລົງ68%ອາຫານ​ທີ່​ມີ​ສານ​ຟະ​ລາ​ໂວ​ນອຍ​ຫລາຍ ​ທີ່ສຸດ​ຄືຊາ​ດຳຮອງ​ລົງ​ມາ​ຄືຫົວ​ຫົວໃຫຍ່ແລະ​ແອັບເປິ້ນ

ງານ​ວິ​ໄຈ​ໃນ​ໂຮງຮຽນ​ແພດ​ຮາ​ວາລລັດ​ບອດ​ຕັນສຶກ​ສາ​ຊາຍຍິງ340ຄົົນທີ່​ມີ​ບັນຫາ​ຫົວ​ໃຈ​ວາຍ​ຢູ່ພົບ​ວ່າ​ຜູ້​ທີ່ດື່ມ​ຊາດຳ​ມື້​ລະ​ຖ້ວຍຫລຸດ​ຄວາມ​ສ່ຽງ​ຫົວ​ໃຈ​ວາຍ44%ທຽບ​ກັບ​ຜູ້​ທີ່​ບໍ່​ດື່ມ

ການ​ວິ​ໄຈ​ຈາກ​ອົງ​ການ​ອາຫານ​ແລະ​ກະເສດ​ຂອ​ງສະ​ຫະລັດ​ອາ​ເມ​ລິ​ກາ​ພົບ​ວ່າ​ການດື່ມ​ຊາ ດຳ​ມື້​ລະ5ຖ້ວຍຊ່ວຍຫ​ລຸດ​ແອນ​ດີ​ແອນ​ຄໍ​ເລດ​ເທີ​ລອນ​ແລະ​ຄໍ​ເລດ​ເຕີ​ລໍ​ລວມ​ໄດ້ໃນ​ກຸ່ມ​ຊາຍຍິງ​ທີ່​ມີ​ຄໍ​ເລດ​ເຕີ​ລໍ​ສູງ​ຂຶ້ນ​ບໍ່​ຫລາຍ

ພະຍາດ​ມະ​ເຮັງ

ການ​ວິ​ໄຈ​ເບື້ອງ​ຕົ້ນ​ແນະ​ນໍາວ່າ​ສານ​ຟະ​ລາ​ໂວ​ນອຍ​ໃນ​ຊາ​ອາດ​ຊ່ວຍຫ​ລຸດ​ຄວາມ​ສ່ຽງ​  ມະ​ເຮັງ

ພະຍາດ​ເບົາ​ຫວານ

ຫລັກ​ຖານ​ທາງ​ວິທະຍາ​ພົບ​ວ່າ​ການດື່ມ​ຊາຂຽວ​ອາດ​ປ້ອງ​ກັນ​ເບົາ​ຫວານ

ນັກ​ວິ​ໄຈ​ພົບ​ວ່າ​ສານ​ທຳມະຊາດ​ໃນ​ຊາ​ຊ່ວຍ​ເພີ່ມ​ຄວາມ​ໄວ​ຕໍ່​ອິນ​ຊູ​ລິນ​ໃນ​ຈຸລັງ​ໄຂ​ມັນ​ເຖິງ 150 ເທົ່າ

ງານ​ວິ​ໄຈ​ຂະໜາດ​ນ້ອຍ​ໃນ​ຜູ້​ເປັນ​ເບົາ​ຫວານ​ຊະນິດ​ທີ່2ພົບ​ວ່າການດື່ມ​ຊາມື້​ລະ6ຖ້ວຍ ດົນ8ອາທິດ​ຈະ​ຊ່ວຍຫ​ລຸດ​ລະ​ດັບ​ນ້ຳ​ຕານ​ລົງ15-20%

ການ​ວິ​ໄຈ​ຈາກ​ໄຕ້​​ຫວັນ​ພົບ​ວ່າ​ອາ​ສາ​ສະໝັກ20ຄົົນທີ່​ເປັນ​ເບົາ​ຫວານ​ປະ​ເພດ2ແລະ​ໃຊ້​ຢາລົດ​ລະ​ດັບ
ນ້ຳ​ຕານຫລັງ​ຈາກດື່ມ​ຊາອູ​ຫລົງ​ຂະໜາດ​ແກ່(ແຊ່​ນ້ຳ​ພຽງ 10 ນາ​ທີ)ມື້​ລະ6ຖ້ວຍດົນ 30 ມື້ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ​ຫລຸດລົງ29%ຈຶ່ງ​ແນະ​ວ່າຊາ​ອູ​ຫລົງ​ອາດ​ມີ​ຊ່ວຍ​ເພີ່ມ​ລິດ​ຢາ​ເບົາ​ຫວານ​ປະ​ເພດ2

ເພີ່ມ​ພູ​ມ​ຕ້ານ​ທານ

ສານ​ອະ​ມິ​ໂນ​ແອນເທຍ​ນີນ​ອາດ​ຊ່ວຍ​ເພີ່ມ​ພູ​ມ​ຄຸ້ມ​ກັນ​ການ​ຕິດ​ເຊື້ອແລະ​ເພີ່ມ​ຄື້ນ​ອັນ​ຟາ  (alpha wave)ໃນ​ສະຫມອງເຮັດໃຫ້​ຮູ້ສຶກ​ຜ່ອນ​ຄາຍຂໍ້​ມູນ​ລ່າ​ສຸດ​ພົບ​ວ່າ​ຊາ​ດຳ​ຊ່ວຍຫ​ລຸດ​ຜົນ​ຂອງ​ຮໍ​ໂມນ​ຄຽດ

ສຸຂະພາບ​ປາກ​ແລະ​ແຂ້ວ

ການ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ​ນິວ​ຢອກ​ໃນ​ໜູ​ພົບ​ວ່າຊາ​ດຳ​ຊ່ວຍຫ​ລຸດ​ແຂ້ວແມງ​ໄດ້ ຄາດ​ວ່າ​ສານ​ຟະ​ລາ​ໂວ​ນອຍ​ໃນ​ຊາ​ມີ​ຜົນ​ຍັບ​ຍັ້ງ​ແບັກ​ທີ​ເຣຍ​ໃນ​​ປາກຫລຸດ​ການ​ເກີດ​ແຂ້ວຜຸ

ການ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ​ໃນ​ຊິ​ຄາ​ໂກ​ພົບ​ວ່າສານ​ໂພ​ລີ​ຟີ​ນອຍ​ຊ່ວຍ​ຍັບ​ຍັ້ງ​ການ​ຈະເລີນ​ຂອງ​ເຊື້ອ​ແບັກ​ທີ​ເຣຍ​ທີ່​ກໍ່​ໃຫ້​ເກີດ​ກິ່ນ​ປາກ

ຊາ​ມີ​ອັນຕະລາຍ​ຫລື​ບໍ່

ໃນ​ຊາ​ມີ​ສານ​ຟ​ລູອໍ​ໄລ​ຊຶ່ງ​ມີ​ປະໂຫຍດ​ຕໍ່​ກະດູກ​ແລະ​ແຂ້ວແຕ່​ຖ້າ​ກິນ​ຫລາຍ​ເກີນ​ໄປ​ຈະ​ເຮັດໃຫ້​ກະດູກຜ່ອຍ​ແລະ​ແຂ້ວ​ເປັນ​ຈຸດ​ຂາວ​ໄດ້ສຳຫລັບ​ຜູ້​ທີ່​ມີ​ບັນຫາ​ເລືອດ​ຈາງບໍ່​ຄວນດື່ມ​ຊາ ພ້ອມ​ອາຫານ​ເພາະ​ສານ​ແທນ​ນິນ​ຈະຫ​ລຸດ​ການ​ດູດ​ຊຶມ​ທາດ​ເຫລັກ​ແລະ​ໂປ​ຕີນ​ໃນ​ລຳ​ໃສ້ ອາດ​ເຮັດໃຫ້​ຮ່າງກາຍ​ຂາດ​ທາດ​ເຫ​ລັກ

ວິທີ​ຊົງ​ຊາ​ໃຫ້​ໄດ້​ປະ​ໂຫຍດ

Dr. Priorແລະ​ຄະນະ​ພົບ​ວ່າ​ເວລາ​ທີ່​ເຮົາ​ແຊ່​ຊາ​ດຳ​ຊະນິດ​ຊອງ​ໃນ​ນ້ຳ​ຟົດສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ຈະ​ອອກ​ມາ​ໃນ​ນ້ຳ​ຢ່າງ​ວ່ອງໄວຮ່າງກາຍ​ຈະ​ດູດ​ຊຶມ​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ໃນ​ຊາ​ຂຽວ​ແລະ​ຊາ​ດຳ​ໄດ້​ໄວ​ແລະ​ມີ​ປະ​ສິດ​ທິພາບການດື່ມ​ຊາມື້​ລະ​ຖ້ວຍ​ຈະໃຫ້​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ທີ່​ພຽງ​ພໍ​ຕໍ່​ຮ່າງ​ກາຍ

ພຽງແຕ່ຖອກ​ນ້ຳ​ຮ້ອນໆລົງ​​ຊອງ​ຊາ​ຫລື​ໃບ​ຊາ​ແຊ່​ປະ​ມານ3-5ນາ​ທີແຕ່​ຖ້າ​​ກຳ​ລັງ​ຮີບຮ້ອນ ຈຸ່ມ​ຊອງ​ຍົກ​ຂຶ້ນ​ລົງ​ປະ​ມານ1ນາ​ທີຈະ​ຊ່ວຍ​ປ່ອຍ​ສານ​ຟ​ລາ​ໂວ​ນອຍ​ຈາກ​ຊາ​ໄວ​ຂຶ້ນທັງ​ນີ້​ທັງ​ນັ້ນ​ຜູ້​ຊ່ຽວຊານ​ແນະ​ວ່າ​ການ​ຈຸ່ມ​ຂຶ້ນ​ຈຸ່ມ​ລົງ​ພຽງ1ນາ​ທີ​ກັບ​ການ​ແຊ່​ໄວ້4ນາ​ທີຈະ​ໄດ້​ປະໂຫຍດ​ສໍ່າໆ​ກັນສຳຫລັບ​ຊາ​ຂຽວ​ໃຫ້​ແຊ່​ດົນ​ປະ​ມານ1-11/2ນາທີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...