spot_img
Homeຂ່າວພາຍ​ໃນສະຖານທູດລາວທີ່ໂຕກຽວ ຈັດກອງປະຊຸມຊຸກຍູ້ສົ່ງເສີມການລົງທຶນຕ່າງປະເທດຢູ່ລາວ.

ສະຖານທູດລາວທີ່ໂຕກຽວ ຈັດກອງປະຊຸມຊຸກຍູ້ສົ່ງເສີມການລົງທຶນຕ່າງປະເທດຢູ່ລາວ.

Published on

images-stories-2013-February-week1-fri8feb6-134x91

ສະຖານເອກອັກຄະລັດ ຖະທູດ ແຫ່ງ ສປປລາວ ປະ ຈຳປະເທດຍີ່ປຸ່ນໂດຍຮ່ວມມືກັບສູນຍີ່ປຸ່ນ-ອາຊຽນ ໄດ້ຈັດ ກອງປະຊຸມເພື່ອຊຸກຍູ້ສົ່ງເສີມ
ການລົງທຶນຕ່າງປະເທດ ຢູ່ ສປປ ລາວ  ຂື້ນຢູ່ທີ່ສຳນັກ ງານຂອງສູນ ອາຊຽນ-ຍີ່ປຸ່ນ, ທີ່ນະຄອນຫລວງ ໂຕກຽວ, ໃນຕອນເຊົ້າ ຂອງວັນທີ 5 ກຸມພາ 2013, ໂດຍມີ ທ່ານ ເຄນທອງ ນວນທະສິງ, ເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຍີ່ປຸ່ນ, ທ່ານ ໂຢ ຊີກູນີ ໂອນີຊິ, ເລຂາທິການ ໃຫຍ່, ສູນອາຊຽນ-ຍີ່ປຸ່ນແລະ ບັນດານັກທູລະກິດ ແລະ ພະ ນັກງານພາກລັດຂອງຍີ່ປຸ່ນ ເຂົ້າຮ່ວມ 120 ກວ່າຄົນ.
ໃນກອງປະຊຸມຄັ້ງນີ້,ກ່າວ ຕ້ອນຮັບແຂກທີ່ມາເຂົ້າຮ່ວມປະຊຸມໂດຍແມ່ນທ່ານເລຂາ ທິການໃຫຍ່ສູນອາຊຽນ-ຍີ່ ປຸ່ນ ແລະ ກ່າວເປີດພິທີຢ່າງ ເປັນທາງການໂດຍ ທ່ານເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ປະເທດ ຍີ່ປຸ່ນ. ຫລັງຈາກນັ້ນ, ພະນັກງານ ການທູດ ຂອງສະຖານທູດ ລາວທີ່ໂຕກຽວໄດ້ຜັດປ່ຽນກັນ ຂື້ນສະເໜີບົດລະອຽດເພື່ອດຶງດູດນັກລົງທຶນຍີ່ປຸ່ນເຂົ້າມາລົງທຶນຢູ່ ສປປ ລາວ ໃນຂະແໜ່ງ ການຕ່າງໆ ຊື່ງປະກອບມີ 3 ບົດໃຫຍ່ຄື:  ກາລະໂອກາດ ການລົງທຶນຂອງຕ່າງປະເທດຢູ່ ສປປ ລາວ, ນະໂຍບາຍ ການຄ້າຂອງ ສປປ ລາວ ແລະ ການທ່ອງທ່ຽວລາວ.
ໃນການກ່າວເປີດພິທີ ກອງປະຊຸມຢ່າງເປັນທາງ ການ, ທ່ານເອກອັກຄະລັດ ຖະທູດ ເຄນທອງ ນວນທະສິງ ໄດ້ເໜັ້ນໜັກເຖີງແຜນຍຸດທະສາດ ຂອງລັດຖະບານລາວ ກ່ຽວກັບການພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ ແຕ່ປີ 2011-2015 ແລະ ເຖີງປີ 2020. ໃນການ ຈັດຕັ້ງປະຕິບັດບັນດາເປົ້າ ໝາຍຍຸດທະສາດທີ່ກຳນົດໄວ້ໃນແຜນນັ້ນ, ລັດຖະບານ ລາວໄດ້ກຳນົດເປົ້າໝາຍສູ້ ຊົນອອກຄື: ຕ້ອງພັດທະນາ ເສດຖະກິດລາວໃຫ້ມີການ ເຕີບໂຕໄວ, ໝັ້ນທ່ຽງ ແລະ ຍືນຍົງ, ດ້ວຍອັດຕາການ ເຕີບໂຕຂອງເສດຖະກິດໃຫ້ ໄດ້ຢ່າງໜ້ອຍ 8% ຕໍ່ປີ; ສະເລັຍລາຍຮັບຕໍ່ຫົວຄົນໃຫ້ໄດ້ 1.700 ໂດລາສະຫະລັດ ໃນປີ 2015 ບັນລຸເປົ້າໝາຍ ສະຫັດສະວັດດ້ານການພັດ ທະນາຊື່ງໃນນັ້ນການແກ້ໄຂຄວາມທຸກຍາກຂອງປະຊາ ຊົນ ໃຫ້ໄດ້ໂດຍພື້ນຖານໃນປີ 2015. ພ້ອມນັ້ນ, ກໍກໍ່ສ້າງພື້ນ ຖານເຕັກນິກທີ່ຈຳເປັນເພື່ອ ນຳເອົາປະເທດລາວໃຫ້ຫລຸດພົ້ນອອກຈາກ ສະຖານະພາບ ຂອງປະເທດດ້ອຍພັດທະນາ ໃນປີ 2020. ເພື່ອບັນລຸເປົ້າ ໝາຍ ດັ່ງກ່າວ, ລັດຖະບານ ລາວ ຕ້ອງລົງທຶນໃສປະມານ 15-17 ຕື້ໂດລາ ຊື່ງໃນນີ້ ຕົວເລກຄາດຄະເນການລົງ ທຶນຂອງຕ່າງປະເທດກວມ ເອົາກວ່າ 50%. ສະນັ້ນ, ສປປ ລາວ ຈຶ່ງຮຽກຮ້ອງ ແລະ ເຊື້ອເຊີນນັກລົງທຶນຕ່າງປະ ເທດໂດຍສະເພາະນັກລົງທຶນຈາກ ຍີ່ປຸ່ນ ເຂົ້າໄປລົງທຶນ ຢູ່ ສປປ ລາວ ໃຫ້ຫລາຍຂື້ນ ໂດຍສະເພາະ ການລົງທຶນ ຢູ່ໃນເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະ ເພາະຊື່ງລັດຖະບານລາວ ມີນະໂຍບາຍສົ່ງເສີມເປັນພິ ເສດ.

ທີ່ມາ:www.kongthap.gov.la

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...