spot_img
Homeນານາສາລະກິນປາ ເພື່ອບໍາລູງສະໝອງ!

ກິນປາ ເພື່ອບໍາລູງສະໝອງ!

Published on

lkl

ໂດຍປົກກະຕິຮ່າງກາຍຕ້ອງການສານອາຫານຄົບຖ້ວນ ເພື່ອນໍາໄປເສີມສ້າງ ແລະ ຊ່ອມແຊມ ພາກສ່ວນຕ່າງໆ ທີ່ບົກຜ່ອງຂອງຮ່າງກາຍທຸກວັນ ອາຫານທີ່ຈໍາເປັນ ຢ່າງຍິ່ງ ໄດ້ແກ່ອາຫານຈໍາພວກໂປຣຕິນ ຊື່ງມີຢູ່ຫຼາຍໃນຊີ້ນຂອງສັດທຸກໆຊະນິດ ແຕ່ສໍາລັບຊີ້ນປາ ນອກຈາກຈະມີລາຄາຖືກຫາໄດ້ງ່າຍຕາມທໍາມະຊາດແລ້ວ ຊີ້ນປາທຸກໆຊະນິດຍັງໃຫ້ຄຸນຄ່າທາງອາຫານສູງບໍ່ໜ້ອຍໄປກວ່າສັດອຶ່ນໆ.

ໃນຊີ້ນຂອງປາມີສ່ວນປະກອບຂອງກົດອະມີໂນ ທີ່ຈໍາເປັນຕໍ່ຮ່າງກາຍສູງໂດຍສະເພາະໄລຊີນ ແລະ ທຣີໂອນີນ ຊຶ່ງຈໍາເປັນຕໍ່ການຈະເລີນຕີບໂຕ ໃນໄວເດັກ ສານອາຫານດັ່ງກ່າວຈະພົບຫຼາຍໃນປາທູຊຶ່ງຖ້າຄິດໄລ່ເປັນໜ່ວຍຈະມີເຖິງ 92 ໜ່ວຍເມື່ອທຽບກັບນໍ້ານົມງົວຊຶງມີ 91 ໜ່ວຍ ຊີ້ນງົວ 80 ໜ່ວຍ ແລະ ຖົ່ວເຫຼືອງ 63 ໜ່ວຍ.

ນອກຈາກນີ້ຊີ້ນປາຍັງມີກົດໄລໂນລອິດຊຶ່ງເປັນໂຕຄວບຄູມລະດັບ ໂຄເລສເຕີຣອລ  ແລະ ໂຕຣກລີຊີໄຮດ໌ໃນກະແສເລືອດ ແລະ ທີ່ສຳຄັນຄືກົດໂດໂຄຊາເອັກຊິໂນອິກ(D.H.A) ຊຶ່ງເປັນສ່ວນປະກອບຂອງເຊລ໌ສະໝອງນັກວິໄຈພົບວ່າເຄິ່ງໜຶ່ງຂອງ D.H.A ໃນສະໝອງເດັກໄດ້ຮັບມາແຕ່ເກີດສ່ວນອີກເຄິ່ງໜຶ່ງຈະໄດ້ຮັບມາເມື່ອອາຍຸໄດ້1ປີເຕັມ ສໍາລັບເນື້ອປາທີ່ມີ D.H.A ຫຼາຍໄດ້ແກ່ ປາສະວາຍ ປາທູ ປາຄໍ່ ປາບຶກ ແລະ ປາໄສ້ຕັນ ຜູ້ທີ່ກິນໄຂ່ໄກ່ກໍ່ຈະໄດ້ຮັບ D.H.A ເຊັ່ນກັນ ແຕ່ໃນຈໍານວນຫນ້ອຍກວ່າ ກົງກັນຂ້າມກັບນໍ້ານົມງົວພົບວ່າບໍ່ມີ D.H.A ເປັນຕົ້ນ.

ຜູ້ທີ່ຮັບປະທານຊີ້ນປາ ຍັງໄດ້ຮັບວິຕາມິນ ບີ1 ບີ2 ໃນອະຊີນ ແລະ ເກືອແຮ່ຊື່ງໄດ້ແກ່ ແຄລຊ່ຽມ ຟອສຟໍຣັສ ລວມທັງທາດເຫຼັກ ແລະ ໄອໂອດິນດ້ວຍ ນອກຈາກນັ້ນຊີ້ນປາຍັງມີກາກ ຫຼືເສັ້ນໄຍ(Fiber) ໜ້ອຍເຮັດໃຫ້ຍ່ອຍໄດ້ງ່າຍເໝາະສໍາລັບເດັກນ້ອຍເກີດໃໝ ແລະ ເດັກນ້ອຍ ຫຼື ວ່າຜູ້ໃຫຍ່ທີ່ມີລະບົບການຍ່ອຍອາຫານທີ່ຜິດປົກກະຕິ.

ຢ່າງໃດກໍ່ຕາມ ຄວນຮັບປະທານອາຫານໃຫ້ຫຼາຍຢ່າງ ແລະ ຄົບ5ໝູ່ຄວບຄູ່ໄປດ້ວຍ ເພື່ອສຸຂະພາບທີ່ແຂງແຮງ.

>>ຂອບໃຈhttp://www.thaihealth.or.th/Content/27180-กิน%20%60ปลา%60%20สมองดี.html

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...