spot_img
Homeນານາສາລະ10 ພຶດຕິກໍາ ທີ່ເຮັດໃຫ້ທ່ານອາຍຸສັນລົງ.

10 ພຶດຕິກໍາ ທີ່ເຮັດໃຫ້ທ່ານອາຍຸສັນລົງ.

Published on

10 ພຶດຕິກໍາ ທີ່ເຮັດໃຫ້ທ່ານອາຍຸສັນລົງ.

quality-of-work-life-235

1 ສູບຢາ ແລະ ດື່ມເຫຼົ້າ ທັງສອງສິ່ງນີ້ສົ່ງຜົນເສຍໃຫ້ກັບອະໄວຍະວະພາຍໃນ ແລະ ພາຍນອກ ເຮັດໃຫ້ຕັບ ແລະ ປອດເຮັດວຽກໜັກ ເຮັດໃຫ້ແກ່ກ່ອນໄວ ແລະ ສ່ຽງຕໍ່ການເປັນມະເຮັງນໍາໄປສູ່ການເສຍຊີວິດກ່ອນໄວອັນຄວນ.

2 ມັກກິນເຄມ ມີງານວິໄຈພົບວ່າຄົນທີ່ມັກກິນອາຫານເຄມ ຈະມີໂອກາດເກີດມະເຮງສູງກວ່າຄົນມັກກິນອາຫານລົດຈືດ ດັ່ງນັ້ນຄວນປັບປ່ຽນພຶດຕິກໍາ ການມັກຂອງເຄມ ໃຫ້ຫຼຸດໜ້ອຍລົງກ່ອນທີ່ຈະສາຍກີນໄປ.

3 ນອນເດິກ ເພາະວ່າການນອນເດິກເຮັດໃຫ້ມີ ຮໍຣ໌ໂມນ ຕ້ານມະເຮງອອກມາໜ້ອຍເກີນໄປ ແລະ ສ່ຽງຕໍ່ການຕິດເຊື້ອໂລກອຶ່ນໆ ເຊັ່ນຄວາມດັນເລືອດສູງ ໄຂມັນສູງ  ແລະ ໂລກຄວາມຕູ້ຍ ເນື່ອງຈາກຄົນນອນເດິກມັກຈະຫີວ ແລະ ຫາຫຍັງມາກິນ ຊຶ່ງບໍ່ເປັນຜົນດີຕໍ່ສຸຂະພາບແນ່ນອນ.

4​ ຄຽດໜັກ ຫຼືເປັນໂລກຄວາມຄຽດຊໍາເຮື້ອ  ເພີ່ມຄວາມສ່ຽງໃນການເປັນມະເຮງ ພ້ອມທັງເຮັດໃຫ້ເກີດມີບັນຫາກັບຊີວິດບໍ່ວ່າຈະເປັນ ສ່ວນຕົວ ຄອບຄົວ ແລະ ໜ້າທີ່ການງານ.

5 ກັ້ນປັດສະວະ (ອົດຍ່ຽວ) ຢ່າງທີ່ຮູ້ກັນດີແລ້ວວ່າ ນໍ້າປັດສະວະເປັນຂອງເສຍ ຖ້າກັ້ນປັດສະວະເລື່ອຍໆ ຈະເຮັດໃຫ້ກະເພາະປັດສະວະ(ຖົງນໍ້າຍ່ຽວ) ຈະສະສົມສິ່ງເຫນົ່າເສຍ ສົ່ງຜົນໃຫ້ເກີດມະເຮງກະເພາະປັດສະວະ ຫຼື ເກີດອັກເສບໃດ້.

6​ ຮັບປະທ່ານຂອງຮ້ອນຈັດ ເຊັ່ນຊາຮ້ອນຫຼືກາເຟຮ້ອນຖ້າບໍ່ລະວັງ ອາດຈະໄປລວກເຊລ໌ຫຼອດອາຫານຈົນອັກເສບ ແລະ ມີໂອກາດປ່ຽນເປັນເຊລ໌ມະເຮງໄດ້. ທາງທີດີ ຄວນຫຼີກລຽງອາຫານ ແລະ ເຄື່ອງດື່ມທີ່ຮ້ອນຈັດ ປະໃຫ້ອຸນຫະພຸ່ມຫຼຸດລົງກ່ອນຄ່ອຍຮັບປະທ່ານ.

7 ຕາກແດດເລື່ອຍໆ​ແລະເປັຍເວລາດົນໆ ສ່ຽງຕໍ່ການເກີດເປັນມະເຮງຜິວໜັງ ເພາະແສງແດດເປັນລັງສີທີ່ກະຕຸ້ນເຊລ໌ໃຫ້ແບ່ງຕົວຕໍ່ໄປຢ່າງບໍ່ຢຸດຢັ້ງ  ກາຍເປັນກ້ອນໃຫຍ່ຂຶ້ນໄດ້. ວິທີປ້ອງກັນຄືຫຼີກລຽງການປະເຊີນກັບແດດທີ່ແຮງຈັດ ຖ້າຫຼີກລຽງບໍ່ໄດ້ກໍ່ຄວນທາຄີມກັນແດດ ກັງຄັນຮົ່ມ ຫຼື ໃສ່ເສື້ອຄູມປົກປິດໄວ້.

8 ກິນຢາເລື່ອຍໆ, ຫົວໃຈອາດເປັນພາກສ່ວນໜຶ່ງທີ່ສໍາຄັນ ແຕ່ພະເອກຂອງຮ່າງກາຍຂອງຄົນເຮົາຄື ຕັບ ແລະ ແມ່ນຫຍັງກໍ່ຕາມທີ່ຜ່ານເຂົ້າໄປໃນຮ່າງກາຍຕັບຈະຕ້ອງກໍາຈັດຂອງເສຍອອກນັ້ນຄືສາເຫດທີ່ບໍ່ຢາກໃຫ້ທ່ານຮັບສິ່ງທີ່ບໍ່ດີເຂົ້າໄປໃນຮ່າງກາຍ ສິ່ງໜຶ່ງທີ່ສໍາຄັນນັ້ນກໍ່ຄື ການຮັບປະທານຢາແກ້ປວດ ແກ້ນີ້ ແກ້ນັ້ນ ກໍ່ເປັນໂຕທໍາລາຍໂດຍກົງ. ລອງຮັບປະທານແນວອຶ່ນແທນການກິນຢາຈະດີກວ່າ ເຊັ່ນໃນເວລາເຈັບຫົວ ກໍ່ອາດເກີດຈາກການດື່ມນໍ້າບໍ່ພຽງພໍເຮັດໃຫ້ເລືອດຫນຽວ ສະນັ້ນ ກໍ່ຄວນກິນນໍ້າໃຫ້ຫຼາຍແທນການກິນຢາທີ່ຈະເຂົ້າໄປທໍາລາຍຮ່າງກາຍໂຕເອງ.

9 ເຮັດວຽກໜັກເຮັດໃຫ້ໂຕເອງບໍ່ມີເວລາພັກຜ່ອນ ຈົນລື່ມປ່ວຍ ແຕ່ໃນທີ່ສຸດທ່ານກໍ່ຈະປ່ວຍແທ້ ທີ່ສໍາຄັນເຮັດວຽກຢູ່ບ່ອນໃດກໍ່ຕາມ ເຄັບລັບຄືເວລາທີ່ຮູ້ສຶກເມື່ອຍ ຈົນມືນຕາບໍ່ຂຶ້ນແລ້ວ ໃຫ້ຮີບຟ້າວໄປນອນ ເພາະວລາຕຶ່ນມາຈະເຮັດສະໝອງສົດຊື່ນ ຄິດຫຍັງໄດ້ງ່າຍກວ່າ ແລະ ໃຊ້ເວລາເຮັດວຽກໃຫ້ຫນ້ອຍລົງ Work hard ບໍ່ເວີຣ໌ກແລ້ວ.

10 ຄິດທຸກເລື່ອງ, ຂໍ້ນີ້ເບິ່ງຄືບໍ່ສໍາຄັນ ແຕ່ຢ່າເບິ່ງຂ້າມເດັດຂາດ ເພາະຖ້າເຮົາເລີກຄິດເລື່ອງຄຽດໆ ຈະເຮັດໃຫ້ຈິດໃຈສົດຊື່ນແຈມໃສ ເຮັດໃຫ້ທ່ານມີຮ່າງກາຍ ແລະ ຈິດໃຈທີ່ດີ ເລີກຄິດ ເລີກຄຽດ ຈະເຮັດໃຫ້ທ່ານອາຍຸຍືນຂຶ້ນ.

>>ຂອບໃຈ https://www.facebook.com/mouk.mouksavanh/posts/583224515113040?comment_id=583281038440721&notif_t=like

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...