Homeສຸຂະພາບ ແລະ ສີ່ງແວດລ້ອມຊານົມໄຂ່ມຸກກັບທຸກທີ່ຄິດບໍ່ຮອດ

ຊານົມໄຂ່ມຸກກັບທຸກທີ່ຄິດບໍ່ຮອດ

Published on

A20130911122944

ຊາ​ນົມ​ໄຂ່​ມຸກ” ເປັນ​ເຄື່ອງ​ດື່ມ​ສຸດ​ຮິດ​ຢ່າງ​ໜຶ່ງ​ຂອງ​ຄົນ​ທຸກ​ເພດ​ທຸກ​ໄວ ມີ​ຂາຍ​ແພ່​ຫລາຍ​ ເປັນ​ເຄື່ອງ​ດື່ມ​ເຢັນມີ​ຫລາກ​ຫລາຍລົດ​ຊາດ​ໃຫ້​ເລືອກ​ທັງ​ກາ​ເຟ​ແລະ​ຊາ​ລົດ​ຫມາກໄມ້​ຕ່າງໆນອກ​ຈາກ​ຫອມ​ຫວານ​ຍັງຫຍໍ້າໄດ້​ແລະມ່ວນ​ປາກຜູ້​ບໍລິ​ໂພກ”ບາງ​ຄົນ​ນິຍົມ​ດື່ມ​ມື້​ລະ​ຈອກບາງ​ລາຍ​ຫລາຍ​ຈອກຕໍ່​ມື້ຈົນ​ລືມ​ຄຳ​ນຶງ​ເຖິງໄພ​ຮ້າຍທີ່​ແຝງ​ໂຕ​ມານັ້ນ​ຄືພະຍາດ​ຕຸ້ຍ​ງ່າຍແລະເຖົ້າໄວ”

ເນື່ອງ​ຈາກ​ສ່ວນ​ປະສົມ​ຫລັກ​ຂອງ​ຊາ​ມຸກປະກອບ​ດ້ວຍ​ຊາຄີມ​ທຽມນ້ຳ​ຕານ​ນົມ​ຂຸ້ນ​ຫວານ ໄຂ່​ມຸກແລະ​ຜົງ​ເຄື່ອງ​ດື່ມ​ສຳ​ເລັດ​ຮູບ​ທີ່​ແຕ່ງ​ກິ່ນຕົວຢ່າງກິ່ນ​ແອບ​ເປີ້ນໝາກກ້ຽງ ລິ້ນ​ຈີ່ ແລະ​ອື່ນໆຈຶ່ງ​ເປັນ​ເຄື່ອງ​ດື່ມ​ທີ່​ມີ​ນ້ຳ​ຕານ​ແລະ​ໄຂ​ມັນ​ສູງ​ຊຶ່ງ​ສະຫມອງ​ຂອງ​ຄົນ​ເຮົາ​ນັ້ນຖ້າຖືກ​ກະຕຸ້ນ​ດ້ວຍ​ຄວາມ​ຫວານມັນເຄັມຈະ​ມັກ​ແລະ​ເຂົ້າໃຈ​ວ່າ​ອາຫານ
ນັ້ນ​ແຊບຊ້ອຍເມື່ອ​ເກີດ​ຄວາ​ມແຊບຊ້ອຍ​ກໍ​ຍິ່ງ​ເຮັດໃຫ້​ຢາກ​ຫາມາ​ກິນເລື້ອຍໆຍິ່ງ​ຖ້າ​ມີ  ກາ​ເຟ​ອີນປະສົມ​ຢູ່ກໍ​ຍິ່ງ​ເຮັດໃຫ້​ສະຫມອງ​ຕິດ​ໃຈ​ໄດ້​ງ່າຍ​ຂຶ້ນ​ໄປ​ອີກ

ເອີ້ນ​ໄດ້​ວ່າ​ຄວາມ​ຫວານມັນແລະ​ກາ​ເຟ​ອີນ​ໃນ​ຊາ​ນົມ​ໄຂ່​ມຸກຫລິ້ນ​ກົນຕວະໃຫ້​ສະຫມອງ​ຕິດ​ໃຈຍິ່ງ​ມີ​ການ​ໂຄສະນາ​ຊວນ​ເຊື່ອ​ວ່າ​ເປັນ​ເຄື່ອງ​ດື່ມ​ສຸຂະພາບກໍ​ຍິ່ງ​ອັນຕະລາຍ​ສຳລັບ​ຄົົນທີ່​ຕ້ອງ​ການຫລຸດ​ນ້ຳ​ໜັກເພາະ​ເມື່ອ​ເກີດຄວາມ​ເຊື່ອທີ່​ຜິດໆກໍ​ສົ່ງ​ຜົນ​ໃຫ້​ຜູ້​ບໍ​ລິ​ໂພກ​ຈຳນວນ​ບໍ່​ນ້ອຍ​ເລືອກ​ດື່ມ​ຊາ​ນົມ​ໄຂ່​ມຸກ​ແທນ​ການ​ກິນ​ອາຫານ ເນື່ອງ​ຈາກ​ຄິດວ່າ​ຈະ​ຊ່ວຍ​ຫລຸດ​ນ້ຳ​ໜັກ​ໄດ້

​ທີ່​ແທ້​ຈິງ​ແລ້ວ ການ​ກິນເກົາ​ເຫລົາໝົດຖ້ວຍຍັງ​ຕຸ້ຍ​ໜ້ອຍ​ກວ່າ​ການ​ກິນ​ຊາ​ນົມ​ໄຂ່​ມຸກ 1 ຈອກ​ເນື່ອງ​ຈາກ​ປະລິມານ​ແຄ​ລໍ​ລີ​ໃນ​ຊາ​ນົມ​ໄຂ່​ມຸກ​ແຕ່​ລະ​ຈອກ​ແຕກ​ຕ່າງ​ກັນ​ອອກ​ໄປຕັ້ງ​ແຕ່ 200 ກິ​ໂລ​ແຄ​ລໍ​ລີຮອດ 400 ກິ​ໂລ​ແຄ​ລໍ​ລີ ແຕ່​ທີ່​ສໍາຄັນ​ໄປ​ກວ່າ​ນັ້ນ​ຄື​ປະລິມານ​ນ້ຳ​ຕານທີ່​ມີ​ຕັ້ງ​ແຕ່ 8 ບ່ວງ​ຕໍ່​ຈອກໄປ​ຈົນ​ເຖິງ 11 ບ່ວງ​ຕໍ່​ຈອກ

ຊຶ່ງ​ໂດຍ​ທົ່ວ​ໄປ​ແລ້ວ ໃນ​ໜຶ່ງ​ມື້​ເຮົາ​ບໍ່​ຄວນ​ບໍລິ​ໂພກ​ນ້ຳ​ຕານ​ກາຍ 6 ບ່ວງ​​ສຳລັບ​ຜູ້ຍິງ ແລະ 9 ບ່ວງ​​ສຳລັບ​ຜູ້​ຊາຍ​ອີກ​ທັງ​ໄຂ​ມັນ​ອິ່ມ​ຕົວ​ຈາກ​ນົມ​ທີ່​ໃສ່​ລວມ​ຢູ່​ກໍ​ມີ​ປະລິມານ​ບໍ່​ໜ້ອຍບາງ​ສູດ​ໃຊ້ຄີມ​ທຽມຊຶ່ງ​ມີໄຂ​ມັນ​ຊານທີ່​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ​ຍິ່ງ​ກວ່າ​ໄຂ​ມັນ​ຊະນິດ​ອື່ນນອກ​ຈາກ​ຈະ​ເພີ່ມ​ຄວາມ​ສ່ຽງ​ຕໍ່​ການ​ເກີດພະຍາດ​ຫລອດ​ເລືອດ​ຫົວ​ໃຈຍັງ​ເພີ່ມ​ຄວາມ​ສ່ຽງ​ຕໍ່​ພະຍາດ​ມະ​ເຮັງ​ນໍາອີກ​

ສ່ວນ “ແກ່ນໄຂ່​ມຸກ” ທີ່​ຜູ້​ບໍລິ​ໂພກ​ຫລາຍ​ຄົນ​ຕ່າງ​​ເພີນ​ກັບ​ການ “ຫຍ້ຳ” ດ້ວຍ​ຄວາມ​ຮູ້ສຶກ​ໜຽວໆກໍ​ຄືແປ້ງເພາະ​ເຮັດ​ຈາກມັນ​ຕົ້ນນຳ​ມາ​ຕົ້ມ​ກັບນ້ຳ​ຕານໃຫ້ແຄ​ລໍ​ລີແຕກ​ຕ່າງ​ກັນ​ໄປ​ແຕ່​ລະ​ສູດຕັ້ງ​ແຕ່ 2-4 ກິ​ໂລ​ແຄ​ລໍ​ລີ​ຕໍ່​ແກ່ນອີກ​ທັງ​ຍັງ​ບໍ່​ມີ​ຄຸນຄ່າ​ທາງ​ອາຫານ ບໍ່​ວ່າ ​ວິ​ຕາ​ມິນແຮ່ທາດຫລື​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ໃດໆເລີຍ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...