Homeສຸຂະພາບ ແລະ ສີ່ງແວດລ້ອມ5 ອາຫານກັບຄວາມເຊື່ອຜິດໆທີ່ຄວນລົບລ້າງ

5 ອາຫານກັບຄວາມເຊື່ອຜິດໆທີ່ຄວນລົບລ້າງ

Published on

ຄວາມ​ເຊື່ອ​ທີ່​ເຊື່ອ​ຕໍ່​ໆກັນ​ມາ​ໂດຍ​ບໍ່​ໄດ້ຮັບ​ການ​ພິສູດຫລື​ຫາ​ເຫດຜົນ​ມາ​ຮອງ​ຮັບ​ບໍ່​ໄດ້ ແລະ ​ບາງເທື່ອ​ກັບ​ຢູ່​ກົງກັນຂ້າມ​ກັບ​ຄວາມ​ຈິງ ຄວາມເຊື່ອ​ມີ​ຢູ່ໃນ​ທຸກ​ວົງ​ການ ແມ່ນແຕ່​ແວ​ດວົງ​ກ່ຽວກັບ​ອາຫານ​ການ​ກິນ ທີ່​ຜ່ານມາ​ມີ​ຄວາມ​ເຊື່ອ​ກັນ​ຢ່າງ​ແພ່​ຫລາຍ​ວ່າ​ ອາຫານ​ບາງ​ຊະນິດ​ບໍ່​ດີຕໍ່​ສຸຂະ​ພາບເປັນ​ອາຫານ​ທີ່​ບໍ່​ຄວນ​ບໍລິ​ໂພກ ໂດຍ​ເຈັບ​ເອົາ​ຂໍ້​ເສຍ​ນ້ອຍ​ໆ ນ້ອຍ​ໆ ມາ​ອ້າງ ແລ້ວ​ເບິ່ງ​ຂ້າມ​ປະໂຫຍດ​ທີ່​ມີ​ຫລາຍກວ່າ​ແບບ​ໜ້າ​ເສຍ​ດາຍ ເຮົາ​ຄວນ​ມາ​ພິຈາລະນາ​ຄຸນຄ່າ​ຂອງ​ອາຫານ​ເຫລົ່າ​ນີ້​ກັນ​ໃໝ່ ລົບ​ລ້າງ​ຄວາມເຊື່ອຜິດໆເກົ່າໆ​ອອກ​ໄປ ເພື່ອ​ຄວາມ​ເຂົ້າໃຈ​ທີ່​ຖືກ​ຕ້ອງ​ແລະ​ໄດ້ຮັບ​ປະໂຫຍດ​ຈາກ​ກາ​ນບໍ​ລິ​ໂພກ​ອາຫານ​ເຫລົ່າ​ນັ້ນ​ຢ່າງ​ເຕັມທີ່

1

ໄຂ່ໄກ່
ເຊື່ອ​ວ່າ​ກິນ​ໄຂ່​ທຸກ​ມື້​ບໍ່​ດີ​ເພາະ​ມີ​ຄໍ​ເລດ​ເຕີ​ລໍ ໄຂ່​ແດງ​ຍິ່ງ​ເປັນ​ສິ່ງ​ຕ້ອງ​ຫ້າມ​ສຳຫລັບ​ຜູ້​ທີ່​ເບິ່ງແຍງ​ສຸຂະພາບ​ຢ່າງ​ເຄັ່ງຄັດ

ຄວາມ​ຈິງ:ໄຂ​ມັນ​ແລະ​ໄຂ​ມັນ​ອີ່ມ​ໂຕ​ເປັນ​ສາ​ເຫດ​ໃຫຍ່​ໃນ​ການ​ເພີ່ມ​ຄໍ​ເລດ​ເຕີ​ລໍ​ໃນ​ເລືອດ ຫລາຍກວ່າຄໍ​ເລດ​ເຕີ​ລໍ​ທີ່​ມີ​ຢູ່ໃນ​ອາຫານ​ຕາມ​ທຳມະຊາດ ສ່ວນ​ໄຂ່​ແດງ​ນັ້ນ​ຍັງມີ “ລູ​ຕິນ” (Lutein) ແລະ “ຊີ​ຊານ​ທິນ” (Zeaxanthin) ທີ່​ມີ​ການ​ວິ​ໄຈ​ພົບ​ວ່າ​ສາມາດຫ​ລຸດ​ຄວາມ​ສ່ຽງ​ພາ​ວະ​ຈໍ​ປະສາດ​ຕາ​ເສື່ອມ (AMD) ໃນ​ຜູ້​ສູງ​ອາ​ຍຸ ຊຶ່ງ​ເປັນ​ສາ​ເຫດ​ຂອງ​ການ​ຕາບອດ​ໃນ​ຜູ້​ທີ່​ມີ​ອາ​ຍຸ​ຫລາຍກວ່າ 50 ປີ

2

ຊີ້ນງົວ
ເຊື່ອ​ວ່າ ​ອຸດົມ​ໄປ​ດ້ວຍ​ໄຂ​ມັນ​ອີ່ມ​ໂຕ​ ແລະ ​ຄໍ​ເລດ​ເຕີ​ລໍ ເປັນ​ອາຫານ​ທີ່​ຄວນ​ຫລີກ​ລ້ຽງ​ສຳລັບ​ຄົົນທີ່​ເປັນ​ພະຍາດ​ຫົວ​ໃຈ​ ແລະ ​ຄົົນທີ່​ຮັກ​ສຸຂະພາບ​ເປັນ​ພິເສດ

ຄວາມ​ຈິງ: ຊີ້ນແດງ​ຂອງ​ງົວ​ນັ້ນ​ເປັນ​ແຫລ່ງ​ໂປ​ຕີນ ​ແລະ ​ທາດ​ເຫລັກ ແຮ່ທາດ​ທີ່​ຈຳ​ເປັນ​ສຳຫລັບ​ການ​ລຳ​ລຽງ​ອອກ​ຊິ​ເຈນ​ຈາກ​ປອດ​ໄປ​ທີ່ຈຸລັງ​ທົ່ວ​ຮ່າງກາຍ ໂດຍ​ສະເພາະ​ຜູ້ຍິງ​ທີ່​ສູນ​ເສຍ​ທາດ​ເຫລັກ​ຈາກ​ປະຈຳ​ເດືອນ​ ຫລື ​ການ​ເກີດ​ບຸດ ຂໍ້​ແນະ​ນຳ​ໃນ​ກາ​ນບໍລິ​ໂພກ​ຄື ຄວນ​ເລືອກ​ຊີ້ນທີ່​ມີ​ສີ​ແດງ​ເຂັ້ມ ມີ​ລາຍ​ຫີນ​ອ່ອນ​ໜ້ອຍໜຶ່ງ ເພາະ​ເປັນ​ຊີ້ນ​ດີ​ທີ່​ມີ​ໄຂ​ມັນ​ໜ້ອຍ

3

ຊັອກ​ໂກ​ແລັດ
ເຊື່ອ​ວ່າ ​ຊັອກ​ໂກ​ແລັດ​ນ້ຳ​ຕານ​ສູງໄຂ​ມັນ​ສູງແລະລົດ​ຫວານໆມັນໆບໍ່​ດີ​ຕໍ່​ສຸຂະພາບ​

ຄວາມ​ຈິງ:  ຊັອກ​ໂກ​ແລັດ​ມີ​ຫລາຍ​ແບບແບບ​ທີ່​ມີ​ປະໂຫຍດ​ຫລາຍກວ່າ​ໂທດ​ຄື​ດາ​ກ​ຊັອກ​ໂກ​ແລັດ​ເຂັ້ມ​ຂຸ້ນເພາະ​ມີ​ສານ​ແອນ​ຕີ​ອອກ​ຊິ​ແດນ (ສານ​ຕ້າ​ນອານຸ​ມູນ​ອິດສະຫລະ) ທີ່​ຊ່ວຍ​ປ້ອງ​ກັນ​ເສັ້ນ​ເລືອດ​ຕີບແລະ​ວ່າງບໍ່ດົນມານີ້ ນັກ​ວິ​ໄຈ​ໃນ​ສະ​ວິດ​ເຊີ​ແລນລາຍ​ງານ​ວ່າ​ການ​ກິນ​ດາ​ກ​ຊັອກ​ໂກ​ແລັດ 40 ອອນ ທຸກ​ມື້ ເປັນ​ເວລາ​ສອງ​ອາທິດ​ຕິດ​ຕໍ່​ກັນ ຈະ​ຊ່ວຍ​ເຮັດໃຫ້​ຮໍ​ໂມນ​ຄວາມ​ຄຽດຫ​ລຸດລົງ ນັ້ນ​ເປັນ​ເລື່ອງ​ຂອງ​ການ​ວິ​ໄຈ ໃນ​ຊີວິດ​ຈິງ​ກໍ​ຄວນ​ກິນ​ແຕ່​ພໍ​ປະ​ມານ

4

ມັນ​ຝຣັ່ງ
ເຊື່ອ​ວ່າ​ມີ​ຄ່າ​​ນ້ຳ​ຕານ​ຂ້ອນ​ຂ້າງ​ສູງຈຶ່ງ​ເຮັດໃຫ້​ລະ​ດັບ​ນ້ຳ​ຕານ​ໃນ​ເສັ້ນ​ເລືອດ​ສູງ​ຂຶ້ນ​ຢ່າງ​ວ່ອງໄວ ແລະ ​ຍັງ​ເຂົ້າໄປ​ຂັດ​ຂວາງ​ການເຮັດວຽກງານ​ຂອງ​ ອິນ​ຊູ​ລິນ ​ທີ່​ຊ່ວຍ​ປິ່ນປົວ​ລະ​ດັບ​ນ້ຳ​ຕານ

ຄວາມ​ຈິງ:ມັນ​ຝຣັ່ງ​ເປັນ​ແຫລ່ງ​ໄຟ​ເບີ​ຫລື​ກາກ​ໃຍໂພ​ແທດ​ຊຽມແລະ​ວິ​ຕາ​ມິນ​ຊີ​ຊັ້ນ​ດີ ຕໍ່​ໃຫ້​ກິນ​ມັນ​ຝຣັ່ງ​ໝົດ​ລູກ​ກໍ​ບໍ່​ມີ​ຜົນ​ຕໍ່ຄ່າ​ນ້ຳ​ຕານ​ເທົ່າໃດ​ຖ້າ​ເພີ່ມ​ນ້ຳ​ມັນ​ໝາກກອກ​ລົງ​ໄປ​ໜ້ອຍໜຶ່ງເພາະ​ໄຂ​ມັນ​ຈະ​ຊ່ວຍ​ຫລຸດຜ່ອນການ​ດູດ​ຊຶມ​ຄາ​ໂບ​ໄຮ​ເດ​ດ​ໃນ​ມັນ​ຝຣັ່ງ​ໄດ້​ອີກ​ທາງ​ໜຶ່ງ

5

ເຂົ້າໜົມ​ປັງ​ຂາວ
ເຊື່ອ​ວ່າ​ເຂົ້າໜົມ​ປັງ​ຂາວ​ເຕັມ​ໄປ​ດ້ວຍ​ຄາ​ໂບ​ໄຮ​ເດດ

ຄວາມ​ຈິງ:ເຂົ້າໜົມ​ປັງ​ຂາວ​ບໍ່​ໄດ້​ບໍ່ດີສະເໝີ​ໄປ ແນວ​ທາງ​ໃໝ່​ໃນ​ກາ​ນບໍລິ​ໂພກ​ຂອງ​ຊາ​ວ​ອາເມ​ລິ​ກາມີ​ການ​ແນະ​ນຳ​ໃຫ້​ກິນ​ເຂົ້າໜົມ​ປັງ​ຂາວ​ຢ່າງ​ນ້ອຍ​ເຄິ່ງ​ໜຶ່ງ​ຂອງ​ທັນຍະ​ພືດ  ສະ​ຫລັບ​ກັບ​ເຂົ້າໜົມ​ປັງ​ໂຮມ​ວີດ 100 ເປີເຊັນຫລື​ເຂົ້າໜົມ​ປັງ​ທັນຍະ​ພືດ​ບໍ່​ຂັດ​ສີ​ອື່ນໆ ເພາະ​ໄດ້ຮັບ​ການ​ພິສູດ​ແລ້ວ​ວ່າ​ເປັນ​ວິທີ​ກິນ​ເຂົ້າໜົມ​ປັງ​ທີ່​ດີ​ຕໍ່​ສຸຂະພາບ ຫລາຍກວ່າ​ການ​ກິນ​ເຂົ້າໜົມ​ປັງ​ແບບ​ໃດ​ແບບ​ໜຶ່ງ​ພຽງ​ຢ່າງ​ດຽວ​ຊ້ຳ​ໆກັນ

ເມື່ອ​ຮູ້​ຄວາມ​ຈິງ​ແລ້ວ ຫລາຍ​ຄົນ​​ອາດຈະກ້າ​ກິນ​ອາຫານ​ທີ່​ກ່າວ​ມາ​ຫລາຍ​ຂຶ້ນ ເພາະ​ມັນ​ບໍ່​ໄດ້​ມີ​ພິດ​ມີ​ໄພ​ຕໍ່​ສຸຂະພາບ​ຫລວງຫລາຍ ແບບ​ທີ່​ເຊື່ອ (ຫລື ​ຖືກ​ເຮັດໃຫ້​ເຊື່ອ) ກັນ​ມາ​ດົນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...