Homeຄວາມງາມຜົນຕົກຄ້າງຂອງຢາເມັດຄຸມກຳເນີດ

ຜົນຕົກຄ້າງຂອງຢາເມັດຄຸມກຳເນີດ

Published on

ya

ຢາ​ເມັດ​ຄຸມ​ກຳ​ເນີດ​ກາຍ​ເປັນ​ສັນຍະລັກ​ຂອງ​ເສ​ລີ​ພາບ​ທາງ​ເພດ​ເມື່ອ​ເກືອບ 50 ປີ​ທີ່​ຜ່ານມາແລ້ວ  ແຕ່​​ເຄີຍ​ຄິດ​ສົງ​ໄສ​ຫລື​ບໍ່​ວ່າ ​ຢາ​ເມັດ​ຄຸມ​ກຳ​ເນີດ​ເຮັດວຽກ​ແບບໃດ ຜູ້ຍິງ​ສາມາດ​ຫາ​ຢາ​ເມັດ​ຄຸມ​ກຳ​ເນີດ​ໄດ້​ຢ່າງ​ງ່າຍ​ດາຍ ແບບໃດ​ກໍ​ດີ ມີ​ຄົນ​ຈຳນວນ​ບໍ່​ເທົ່າໃດ​ທີ່​ຮູ້​ເຖິງ​ຜົນ​ຂ້າງ​ຄຽງ​ຂອງ​ຢາ​ເມັດ​ຄຸມ​ກຳ​ເ​ນີດ  ມີ​ຜູ້ຍິງ​ຈຳນວນ​ຫລາຍກວ່າ 100 ລ້ານ​ຄົນ​ທົ່ວ​ໂລກ​ທີ່​ກຳ​ລັງ​ໃຊ້​ຢາ​ນີ້​ຢູ່ ກ່ອນທີ່ຈະ​ເລີ່ມ​ໃຊ້​ຢາ​ນີ້​ຄວນ​ສຶກ​ສາ​ກ່ອນ​ວ່າ ​ຢາ​ນີ້​ມີ​ຜົນ​ແບບໃດ​ກັບ​ຮ່າງກາຍ​ເຮົາ

ຢາ​ເມັດ​ຄຸມ​ກຳ​ເນີດ​ເຮັດວຽກ​ແບບໃດ?

ຢາ​ເມັດ​ຄຸມ​ກຳ​ເນີດ​ມີ​ສ່ວນ​ປະສົມ​ຂອງ ​ຮໍ​ໂມນ ​ທີ່​ປະກອບ​ຂຶ້ນ​ດ້ວຍ​ສານ​ເຄ​ມີ​ຫລາກ​ຫລາຍ​ຮູບ​ແບບ ຫລາຍ​ນຳ​ໜ້ອຍ​ນຳ ນຳ​ເຂົ້າ​ມາ​ລວມ​ກັນ  ສານ​ເຄ​ມີ​ເຫລົ່າ​ນີ້​ເຮັດໃຫ້​ເກີດ​ສະພາ​ວະ​ເປັນ​ໝັນ​ຊົ່ວ​ຄາວ ໂດຍ​ເຮັດໃຫ້​ເກີດ​ການ​ປ່ຽນ​ແປງ​ພາຍ​ໃນ​ອະໄວຍະວະ​ຫລາຍ​ຢ່າງ​ໃນ​ຮ່າງ​ກາຍ

  • ຢາ​ຈະ​ໄປ​ຢຸດ​ການເຮັດວຽກງານ​ຂອງ​ຮັງໄຂ່
  • ຢາ​ເຮັດໃຫ້​ເຍື່ອຫຸ້ມປາກ​ມົດລູກ​ໜາ​ຂຶ້ນ  ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ສະເ​ປີ​ເຂົ້າ​ເຖິງ​ໂຕມົດ​ລູກ
  • ຢາ​ເຮັດໃຫ້​ເຍື່ອ​ຫຸ້ມ​ຝາ​ໂພງ​ມົດລູກ​ບາງ​ລົງ  ເຮັດໃຫ້​ການ​ຝັງ​ໂຕ​ຂອງ​ໄຂ່​ທີ່​ຖືກ​ປະສົມ​ແລ້ວ​ຍາກ​ຂຶ້ນ

ຢາ​ເມັດ​ຄຸມ​ກຳ​ເນີດ​ເປັນ​ສາ​ເຫດ​ໃຫ້​ມີ​ເລືອດ​ອອກ​ຄືມີ​ປະຈຳ​ເດືອນ ໃນ​ໄລຍະ​ເວລາ 1 ອາທິດ​ທີ່​ຢຸດ​ກິນ​ຢາ​ຄຸມ (ຖ້າ​​ໃຊ້​ຢາ​ຄຸມ​ແບບ​ແຜງ​ລະ 21 ເມັດ)   ມີ​ຜູ້ຍິງ​ຈຳນວນ​ຫລາຍ​ເຊື່ອ​ວ່າ ​ຢາ​ເມັດ​ຄຸມ​ກຳ​ເນີດ​ສາມາດ​ເລື່ອນ​ເວລາ​ຂອງ​ຮອບ​ເດືອນ​ປົກກະຕິ​ໄດ້  ແຕ່​ນີ້​ບໍ່​ແມ່ນຄວາມ​ຈິງ  ແທນ​ທີ່​ຈະ​ເປັນ​ເລືອດ​ປະຈຳ​ເດືອນ​ຂອງ​ແທ້ ພັດ​ກາຍ​ເປັນ​​ການ​ຕົກ​ເລືອດ​ແທນ  ລະບົບ​ກ່ຽວກັບ​ເບິ່ງ​ເຮັດໃຫ້​ພຶດຕິການ​ຂອງ ​ຮໍ​ໂມນ​ຜິດ​ປົກກະຕິແປກ​ໄປ   ຫລາຍກວ່າ​ສິ່ງ​ທີ່ເກິດຂື້ນ​ຈາກ​ການ​ໃຊ້​ຢາ

ຜົນ​ຂ້າງ​ຄຽງ​ຂອງ​ຢາ​ເມັດ​ຄຸມ​ກຳ​ເ​ນີດ

ນອກ​ເໜືອ​ໄປ​ຈາກ​ປ້ອງ​ກັນ​ການ​ຖືພາ​ທີ່​ບໍ່​ຕ້ອງ​ການ​ແລ້ວ  ຢາ​ເມັດ​ຄຸມ​ກຳ​ເນີດ​ຍັງມີ​ຜົນ​ຂ້າງ​ຄຽງ​ຫລວງຫລາຍ​

  • ຢາ​ເມັດ​ຄຸມ​ກຳ​ເນີດ​ເຮັດໃຫ້​ເລືອດ​ຂຸ້ນ ແລະ ​ຈັບ​ໂຕ​ເປັນ​ກ້ອນ​ເຮັດໃຫ້​ສ່ຽງ​ຕໍ່​ການ​ເກີດ​ເສັ້ນ​ເລືອດ​ອຸດ​ຕັນ​ໃນ​ປອດ  ເສັ້ນ​ເລືອດ​ອຸດ​ຕັນ ​ແລະ ​ພະຍາດ​ຫົວ​ໃຈ  ຜູ້ຍິງ​ທີ່​ມີ​ອາ​ຍຸ​ຫລາຍກວ່າ 35 ປີ ແລະ ​ສູບ​ຢາ​ເປັນ​ຜູ້​ທີ່​ມີ​ຄວາມ​ສ່ຽງ​ສູງ
  • ຜົນ​ຂ້າງ​ຄຽງ​ອີກ​ອັນ​ໜຶ່ງ​ຂອງ​ຢາ​ເມັດ​ຄຸມ​ກຳ​ເນີດ​ຄື ນ້ຳ​ໜັກ​ຂຶ້ນ ຈາກ​ການ​ທີ່​ຮໍ​ໂມນ​ແປປວນ  ຢາ​ເມັດ​ຄຸມ​ກຳ​ເນີດ​ສາມາດ​ເຮັດໃຫ້​ຮ່າງກາຍ​​ກັກ​ເກັບ​ນ້ຳ​ໄວ້​ ຫລື ​ເພີ່ມ​ໄຂ​ມັນ​ໃນ​ເນື້ອ​ເຍື່ອ​
  • ຝ້າ ຄື​ສິ່ງ​ທຳມະດາ​ສຳລັບ​ຜູ້ຍິງ​ທີ່​ໃຊ້​ຢາ​ເມັດ​ຄຸມ​ກຳ​ເ​ນີດ ຜິວ​ຂອງ​​ຈະ​ຄ້ຳ​ລົງ ໂດຍ​ສະເພາະ​ບໍລິເວນ​​ຮີມສົບ
  • ຜູ້ຍິງ​ທີ່​ໃຊ້​ຢາ​ເມັດ​ຄຸມ​ກຳ​ເນີດ​ອາດ​ມີ​ປະສົບການ​ຂອງ​ຄວາມ​ຮູ້ສຶກ​ທາງ​ເພດຕ່ຳ ຈາກ​ການສຶກສາ​ທີ່​ດຳ​ເນີນ​ການ​ໂດຍ​ມະຫາ​ວິທະຍາ​ໄລ​ອິນ​ເດຍ​ ສະແດງ​ໃຫ້​ເຫັນ​ວ່າ ​ຜູ້ຍິງ​ທີ່​ໃຊ້​ຢາ​ເມັດ​ຄຸມ​ກຳ​ເນີດ​ເປັນ​ປະຈຳ​ຍາກ​ທີ່​ຈະ​ກັບ​ມາ​ມີ​ອາລົມ​ທາງ​ເພດ​ຕາມ​ປົກຕິ  ຢາ​ເມັດ​ຄຸມ​ກຳ​ເນີດ​ປະກອບ​ໄປ​ດ້ວຍ​ ຮໍ​ໂມນ​ ແອດ​ໂຕ​ເຈນ​ ຊຶ່ງ​ນຳ​ໄປ​ສູ່​ຄວາມ​ບົກຜ່ອງ​ຂອງ​ ຮໍ​ໂມນ ​ເທດ​ໂຕໂລນ ຊຶ່ງ​ມີ​ຫນ້າທີ່​ຮັບ​ຜິດຊອບ​ຕໍ່​ການ​ກະຕຸ້ນ​ທາງ​ເພດ
  • ຫົວຂໍ້​ຂອງມະເຮັງ ​ແລະ ​ຢາ​ເມັດ​ຄຸມ​ກຳ​ເນີດ​ຍັງ​ຢູ່​ພາຍໃຕ້​ການ​ໂຕ້​ແຍ່ງ  ການສຶກສາ​ກ່ຽວກັບ​ຢາ​ເມັດ​ຄຸມ​ກຳ​ເນີດ​ບາງ​ຫົວຂໍ້​ອ້າງ​ວ່າ ​ຢາ​ເມັດ​ຄຸມ​ກຳ​ເນີດ​ຊ່ວຍ​ຫລຸດ​ການ​ສ່ຽງ​ຕໍ່​ການ​ເກີດ​ພະຍາດ​ ມະ​ເຮັງ​ຂອງ ​ຮັງ​ໄຂ່ ແຕ່​ຢ່າງໃດ​ກໍ​ຕາມ ຍັງ​ຄົງ​ມີ​ຂໍ້​ເຊື່ອມ​ຕໍ່ລະຫວ່າງ​ຢາ​ເມັດ​ຄຸມ​ກຳ​ເນີດ ເຕົ້າ​ນົົມ ​ແລະ ​ມະ​ເຮັງ​ປາກ​ມົດລູກ​​ເຊັ່ນ​ກັນ ຜູ້ຍິງ​ທີ່​ຕິດ​ເຊື້ອ HPV  (ຫູດ) ຄື​ຜູ້​ທີ່​ມີ​ຄວາມ​ສ່ຽງ​ສູງ  ໃນ​ການ​ທີ່​ຈະ​ພັດທະນາ​ໄປ​ເປັນ​ມະ​ເຮັງ​ປາກ​ມົດ​ລູກ  ໃນ​ໄລຍະຂະນະ​ທີ່​ຍັງ​ໃຊ້​ຢາ​ເມັດ​ຄຸມ​ກຳ​ເ​ນີດ
  • ຢາ​ເມັດ​ຄຸມ​ກຳ​ເນີດ​ມີ​ຜົນ​ກະທົບ​ໃນ​ອານາຄົດ ເມື່ອ​ຕ້ອງ​ການ​ຖືພາ ນີ້​ຄື​ເລື່ອງ​ແທ້​ໂດຍ​ສະເພາະ​ຢ່າງ​ຍິ່ງ​ສຳລັບ​ຜູ້ຍິງ​ທີ່​ໃຊ້​ຢາ​ເມັດ​ຄຸມ​ກຳ​ເນີດ​ມາ​ເປັນ​ເວລາ​ດົນ ຈາກ​ການສຶກສາ​ພົບ​ວ່າ​ ການ​ໃຊ້​ຢາ​ເມັດ​ຄຸມ​ກຳ​ເນີດ​ຢ່າງ​ຕໍ່​ເນື່ອງ ອາດ​ເຮັດໃຫ້​ສູນ​ເສຍ​ເຍື່ອ​​ໂພງ​ມົດລູກ​ຢ່າງ​ຖາວອນ  ມີ​ຜູ້ຍິງ​ຫລວງຫລາຍ​ທີ່​ຢຸດ​ໃຊ້​ຢາ​ເມັດ​ຄຸມ​ກຳ​ເນີດ ລາຍ​ງານ​ວ່າ ​ມີ​ຄວາມ​ຜິດ​ປົກກະຕິ​ຂອງ​ຮອບ​ເດືອນ ນີ້​ຄື​ສິ່ງ​ປົກກະຕິ​ທີ່​ເກີດ​ຂຶ້ນ ສືບ​ເນື່ອງ​ມາ​ຈາກ​ພາ​ວະ​ທີ່​ຮວຍໄຂ່​ບໍ່​ປ່ອຍ​ໄຂ່​ສຸກ​ໃນ​ແຕ່​ລະ​ເດືອນ ເຊິ່ງ​ເປັນ​ໜຶ່ງ​ໃນ​ຜົນ​ຂ້າງ​ຄຽງ​ຂອງ​ຢາ​ເມັດ​ຄຸມ​ກຳ​ເ​ນີດ

ການສຶກສາ​ກ່ຽວກັບ​ຜົນ​ຂ້າງ​ຄຽງ​ຂອງ​ຢາ​ເມັດ​ຄຸມ​ກຳ​ເນີດ​ຍັງ​ຄົງ​ດຳ​ເນີນ​ຕໍ່​ໄປ ແຕ່​ຖ້າ​​ວາງ​ແຜນ​ທີ່​ຈະ​ໃຊ້​ຢາ​ເມັດ​ຄຸມ​ກຳ​ເນີດ​ຕໍ່​ໄປ ຂໍ​ໃຫ້​​ແນ່​ໃຈ​ວ່າ ​ໄດ້​ພິຈາລະນາ​ຜົນ​ຂ້າງ​ຄຽງ​ທີ່​ເປັນ​ໄປ​ໄດ້​ຂອງ​ຢາ​ເມັດ​ຄຸມ​ກຳ​ເນີດ​ກັບ​ແພດ​ຂອງ​ເຈົ້າ​ແລ້ວບໍ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...