spot_img
Homeນານາສາລະ10 ວິທີປຸກສະໝອງໃຫ້ຕຶ່ນໃນຕອນເຊົ້າ!

10 ວິທີປຸກສະໝອງໃຫ້ຕຶ່ນໃນຕອນເຊົ້າ!

Published on

A005_8239826_ง่วงนอน

1 ດື່ມນໍ້າ: ການດື່ມນໍ້າ 1 ຈອກທັນທີຫຼັງຈາກຕຶ່ນນອນ ຈະຊ່ວຍເຮັດໃຫ້ຂະບວນການເຜົາຜານຂອງຮ່າງກາຍດີຂຶ້ນ ແລະ ຍັງເຮັດໃຫ້ສະໝອງສົດຊຶ້ນຂຶ້ນອີກດ້ວຍ.

2 ຢ່າເຊືອບຫຼັບ: ເພາະການເຊືອບຫຼັບ ຫຼັງຈາກຕື່ນນອນຈະເຮັດໃຫ້ຮູ້ສຶກຂີ້ຄ້ານ  ແລະ ເຮັດໃຫ້ບໍ່ມີແຮງບັນດານໃຈຈະຕໍ່ສູ້ກັບສິ່ງທີ່ເຈະໃນແຕ່ລະວັນ ທາງທີ່ດີຄືບໍ່ຕ້ອງຕັ້ງເວລາຕຶ່ນເພື່ອການເຊືອບຫຼັບຕໍ່  ແລະ ພຽງແຕ່ບໍ່ສວາຍເກີນໄປກໍ່ພໍ.

3 ຫັນໜ້າເຂົ້າຫາແສງສະຫວ່າງ: ແສງດາເວັນສົ່ງຜົນຕໍ່ການປະຕິບັດງານຂອງສະໝອງໂດຍກົງ ຫາກບໍ່ໄດ້ຮັບແສງຕາເວັນເລີຍ ອາດເຮັດໃຫ້ສະໝອງມືນງົງໄດ້ ອອກໄປຮັບແສງແດດຊ່ວຍກະຕຸ່ນສານແຫ່ງຄວາມສຸກໃນຕອນເຊົ້າກັນດີກວ່າ.

4 ອອກກໍາລັງກາຍໃນຕອນເຊົ້າ: ການອອກກໍາລັງກາຍໃນຕອນເຊົ້າຂອງບາງຄົນອາດເບິ່ງເປັນເລື່ອງແປກ  ແຕ່ການອອກກໍາລັງກາຍຈະຊ່ວຍເພີ່ມພະລັງໃນແຕ່ລະວັນໄດ້ຫຼາຍຂຶ້ນ.

5 ເປີດເພງດັ່ງໆ: ການເປີດເພງເພີ່ມຈັ່ງຫວະຈະຊ່ວຍໃຫ້ສົດໃສໃນຕອນເຊົ້າ ຈາກການສຶກສາໃນເຄື່ອງ PET ສະແກນພົບວ່າດົນຕີ ຈະຊ່ວຍກະຕຸ້ນໃຫ້ໄຟໃນສະໝອງ ເຮັດໃຫ້ສານຕ່າງໆ ເຊັ່ນໂດຟາມີນ ອອກມາກະຕຸ້ນອາລົມຕ່າງໆ  ແລະ ແຮງຈູງໃຈດີໆໄດ້.

6 ອາບນໍ້າເຢັນ: ເຖິງແມ່ນວ່າຫຼາຍຄົນຈະບໍ່ມັກ ແຕ່ມັນກໍ່ຈະຊ່ວຍໄດ້ໃນການປຸກສະໝອງໃຫ້ຕຶ່ນ.

7 ຢ່າດື່ມກາເຟຫຼາຍເກີນໄປ: ຢ່າດື່ມກາເຟເພື່ອລະງັບການງ່ວງນອນ ຖ້າຫາກງ່ວງ ຫຼືຈໍາເປັນອີຫຼີກໍ່ຄວນຈະດື່ມນໍ້າຊາແທນດີກວ່າ.

8 ຮັບປະທານອາຫານເຊົ້າ: ຄໍາວ່າອາຫານເຊົ້າເປັນຄາບອາຫານທີ່ສໍາຄັນທີ່ສຸດນັ້ນ ຍັງຄົງເປັນເລື່ອງຈິງ ເພາະຈະຊ່ວຍໃຫ້ສານອາຫານທີ່ຈໍາເປັນຕໍ່ສະໝອງຕະຫຼອດທັງວັນ  ແລະ ຊ່ວຍໃຫ້ອາລົມສົດໃສຕະຫຼອດວັນ.

9 ເວົ້ານໍາໃຜຈັກຄົນ: ການເວົ້ານໍາສໍາມະຊິກຄອບຄົວ ເລັກໆໜ້ອຍໆ ເພື່ອນ ຫຼື ເພື່ອນຮ່ວມງານໃນຕອນເຊົ້າ ຈະເຮັດໃຫ້ການເລີ່ມຕົ້ນວັນໃໝ່ໄດ້ເປັນຢ່າງດີ.

10 ຫຼິ້ນເກັມຝຶກສະໝອງ: ການຫຼິ້ນເກັມຝຶກສະໝອງ ຈັກເລັກໜ້ອຍ ໃນສະມາຣ໌ດໂຟນໃນຕອນເຊົ້າ ຈະຊ່ວຍອອກກໍາລັງສະໝອງໃຫ້ສາມາດຕອບສະໜອງ ອາລົມ ແລະ ເຫດຜົນໄດ້ເດັດຂາດຫຼາຍຂຶ້ນ.

images

>>ຂອບໃຈ https://www.facebook.com/NaNaSaRaNaRu

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...