Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານຫລຸດອາການເຈັບຫົວ

ອາຫານຫລຸດອາການເຈັບຫົວ

Published on

ดาวน์โหลด

ຂໍ້​ດີ​ຂອງ​ອາຫານ​ທຳມະຊາດ ສຳຫລັບ​ຄົນ​ບໍ່​ຕ້ອງ​ການ​ກິນ​ຢາ ຫລື​ ມີ​ອາການ​ໜ້ອຍໜຶ່ງ ເຊັ່ນ ​ການ​ເຈັບ​ຫົວ ຊຶ່ງ​ຫລາຍ​ຄົນ​ມັກ​ຈະ​ເກີດ​ອາການ​ຂຶ້ນ​ເປັນ​ປະຈຳ​ ​ມາ​ເບິ່ງ​ກັນ​ວ່າ ອາຫານ​ຫຍັງ​ແນ່ທີ່​ເຮັດ​​ໃຫ້​ອີ່ມ​ທ້ອງ​ແຖມ​ຍັງ​ເປັນ​ຢາ ຊ່ວຍ​ປິ່ນປົວ​ຮ່າງກາຍ​ໄດ້​ນໍາອີກ

ປາ​ທະ​ເລ ​ເຊັ່ນ ປາ​ທູ ປາ​ແຊວມອນ ປາ​ກະ​ພົງ ເນື່ອງ​ຈາກ​ປາ​ທະ​ເລ​ມີ​ໂປ​ຕີນ​ສູງ​ຊຶ່​ງ​ຫນ້າທີ່​ຄວບ​ຄຸມ​ລະ​ດັບ​ນ້ຳ​ຕານ​ໃນ​ຮ່າງກາຍ​ໃຫ້​ຄົງ​ທີ່​ເມື່ອ​ລະ​ດັບ​ນ້ຳ​ຕານ​ຄົງ​ທີ່​ອາການ​ເຈັບ​ຫົວ​ກໍ​ຈະຫ​ລຸດລົງ ລວມ​ທັງ​ມີ​ກົດ​ໄຂ​ມັນ​ໂອ​ເມ​ກ້າ3 ທີ່​ເປັນ​ກົດ​ໄຂ​ມັນ​ທີ່​ຈຳ​ເປັນ​ຕໍ່​ຮ່າງກາຍ​ເປັນ​ຕົວ​ຊ່ວຍຫ​ລຸດ​ການ​ອັກ​ເສບ​ຫລຸດ​ອາການ​ເຈັບປວດ

ກ້ວຍ ຫມາກໄມ້​ຫາ​ງ່າຍ​ມີ​ຫລາກ​ຫລາຍ​ສາຍ​ພັນ​ມີ​ຢູ່​ທຸກ​ລະດູ ລາ​ຄາ​ບໍ່​ແພງ​ຫລາຍ ກ້ວຍ​ເປັນ​ຫມາກໄມ້​ທີ່​ມີ​ສານ​ອາຫານ​ທີ່​ດີ​ຕໍ່​ຮ່າງກາຍ​ຫລາຍ​ຊະນິດ ທັງ​ວິ​ຕາ​ມິນ​ເອ ວິ​ຕາ​ມິນ​ບີ ວິ​ຕາ​ມິນ​ຊີ ແລະ​ ທີ່​ສຳຄັນ​ມີ​ແຮ່ທາດ ​ໂພ​ແທດ​ຊຽມ ທີ່​ຊ່ວຍ​ປັບ​ສົມ​ດຸນ​ແຮ່ທາດ​ໃນ​ຮ່າງກາຍ ຈາກ​ການສຶກສາ​ພົບ​ວ່າ ​ກ້ວຍ​ຊ່ວຍ​ຫລຸດ​ຄວາມ​ຄຽດ ​ແລະ ​ເຮັດໃຫ້​ເກີດ​ຄວາມ​ສຸກ

ຂີງສະໝຸນ​ໄພ​ ສາມາດ​ນຳ​ມາ​ປຸງ​ອາຫານ​ໄດ້​ທັງ​ຄາວ ​ແລະ ​ຫວານ ຫລື ​ເຄື່ອງ​ດື່ມ ຂີງ​ຈະ​ຊ່ວຍ​ໃຫ້​ຜ່ອນ​ຄາຍ ເລືອດ​ລົມ​ໄຫລ​ວຽນ​ໄດ້​ດີ​ຜັກ​ສີ​ຂຽວ​ເຂັ້ມ​ເຊັ່ນ ຜັກ​ຂົມ
ຜັກ​ກາດນາ ຜັກຕໍານິນ ນອກ​ຈາກ​ຈະ​ມີ​ໃຍ​ອາຫານ​ສູງ​ທີ່​ຊ່ວຍ​ໃຫ້​ຂັບ​ຖ່າຍ​ຂອງ​ເສຍ​ອອກ​ມາ​ໄດ້​ດີ​ແລ້ວ ຍັງມີ​ສານ​ ຄໍ​ໂລ​ຟິນ ທີ່​ປຽບ​ຄື​ໂຕ​ລ້າງ​ພິດ​ເຮັດໃຫ້​ຮ່າງກາຍ​ສາມາດ​ຮັບ​ອອກ​ຊິ​ເຈນ​ໄດ້​ຫລາຍ​ຂຶ້ນ ອາການ​ປວດ​ກໍ​ຈະ​ຫລຸດລົງ

ທັນຍະ​ພືດ​ທຳມະຊາດ​ບໍ່​ຂັດ​ສີ​ເຊັ່ນ ເຂົ້າ​ກ້ອງ ໝາກເດືອຍ ຖົ່ວ​ແດງ ງາ ອາຫານ​ໃນ​ກຸ່ມ​ນີ້​ ຈະ​ມີ​ວິ​ຕາ​ມິນ​ໃນ​ກຸ່ມ​ວິ​ຕາ​ມິນ​ບີ​ສູງ ຊຶ່ງ​ເປັນ​ຕົວ​ຊ່ວຍ​ໃນ​ສານ​ສື່​ປະສາດ​ຂອງ​ຮ່າງກາຍ​ໃຫ້​ເຮັດວຽກ​ໄດ້​ດີ​ຊ່ວຍ​ຢຸດ​ອາການ​ເຈັບ​ຫົວ

​ສາລີ​ເນື່ອງ​ຈາກ​ສາລີ ມີ​ວິ​ຕາ​ມິນ​ບີ 3 ຫລື​ ໄນ​ອະ​ຊິນ​ ສູງ ມີ​ສ່ວນ​ຊ່ວຍ​ໃຫ້​ການ​ໄຫລ​ວຽນ​ເລືອດ​ໄປ​ສູ່​ສະຫມອງ​ໄດ້​ດີ​ຂຶ້ນ ແລະ​ ຫລຸດ​ຄວາມ​​ຕຶງຄຽດ​ຂອງ​ກ້າມ​ຊີ້ນ

ດື່ມ​ນົມ​ຈືດ​ດີກວ່າ​ນົມ​ປຸງ​ລົດ​ຊາດ
1 ມິ​ຖຸ​ນາ ທຸກ​ປີ ອົງການ​ອາຫານ​ ແລະ ​ກະເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ຫລື ເອ​ຟ​ເອ​ໂອ (FAO) ກໍານົດ ໃຫ້ເປັນ​ມື້​ດື່ມ​ນົມ​ໂລກ (World
Milk Day) ເພື່ອ​ໃຫ້​ປະເທດ ​ແລະ ​ອົງກອນ​ຕ່າງໆ ໃຫ້​ຄວາມ​ສໍາ​ຄັນ ​ແລະ ​ສະໜັບສະໜູນ ປຸກລະດົມ​ໃຫ້​ປະຊາຊົນ​ມີ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ເລື່ອງ​ສັບ​ພະຄຸນ​ຂອງ​ນົມ ແລະ​ດື່ມ​ນົມ​ຢ່າງ​ພຽງ​ພໍ

ໃຜ​ທີ່​ນິຍົມ​ການ​ດື່ມ​ນົມ​ຢູ່​ແລ້ວ ຮູ້​ຫລື​ບໍ່​ວ່າ
ການ​ດື່ມ​ນົມ​ຈືດ​ ຈະ​ຫລຸດ​ພຶດຕິກຳ​ການ​ຕິດ​ຫວານ ຫລຸດ​ສ່ຽງ​ຕໍ່​ການ​ເກີດ​ພະຍາດ​ຕຸ້ຍ ແລະ​ ລຸດ​ຄວາມ​ສ່ຽງ​ໃນ​ການ​ເກີດ​ແຂ້ວແມງ​ນໍາອີກ ມີ​ຜົນ​ການສຶກສາ​ບອກໃຫ້​ເຫັນ​ວ່າ​ການ​ດື່ມ​ນົມ​ມື້​ລະ​ປະ​ມານ 2 ຈອກ ຫລື ​ປະ​ມານ 400-500 ຊີ​ຊີ ຮ່ວມ​ກັບ​ການ​ຮັບກິນ​ອາຫານ​ຄົບ 5 ໝູ່​ ​ແລະ ​ການ​ອອກ​ກຳ​ລັງ​ກາຍ​ປະ​ເພດ​ທີ່​ມີ​ການ​ຍືດ​ຕົວ ຈະ​ຊ່ວຍ​ເພີ່ມ​ຄວາມ​ສູງ​ໄດ້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...