spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຂໍ້ດີຂອງການນອນໄວ

ຂໍ້ດີຂອງການນອນໄວ

Published on

post-52558-0-22964500-1401175249

ການ​ນອນ​ຫລັບ​ພັກ​ຜ່ອນ​ຖື​ເປັນ​ເລື່ອງ​ສຳຄັນ​ທີ່​ບໍ່​ຄວນ​ເບິ່ງ​ຂ້າມ ໄດ້​ຫລັບ​ຕາ​ສະນິດ ນອນ​ຕາມ​ເວລາ ແລະ​ ໄດ້​ນອນ​ເຕັມ​ອີ່ມ ຜົນ​ລັບ​ທີ່​ໄດ້​ກໍ​ຄື​ ສຸຂະພາບ​ທີ່​ດີ ຈົນ​ເອີ້ນວ່າ ການ​ນອນ​ຫລັບ​ເປັນ​ລາງ​ວັນ​ຈາກ​ທຳມະຊາດ ແລະ ​ເປັນ​ວິ​ຕາ​ມິນ​ທີ່ດີ​ທີ່​ບໍ່​ຕ້ອງ​ໄປ​ຫາ​ຈາກ ບ່ອນ​ໃດ ໂດຍ​ນາ​ທີ​​ທີ່​ສຳຄັນ​ຄື​ຕັ້ງ​ແຕ່ 22 : 00 ​ເປັນ​ຕົ້ນ​ໄປ ຈົນ​ເຖິງ​ກ່ອນ​ທ່ຽງ​ຄືນ ຊຶ່ງ​ຂໍ້​ດີ​ຂອງ​ການ​ນອນ​ຫລັບ​ໄດ້​ໄວ​ກໍ​ຄື.

ຮ່າງກາຍ​ໄດ້​ຊ້ອມ​ແຊມ
ການ​ໃຊ້​ຊີວິດ​ ຫລື ​ການເຮັດວຽກງານ​ໃນ​ແຕ່​ລະ​ມື້​ເຮັດໃຫ້​ເຮົາ​ຕ້ອງ​ໃຊ້​ຮ່າງກາຍ​ຕະຫລອດ​ເວລາ ນາ​ທີ​ສຳຄັນ​ທີ່​ຈະ​ຊ່ວຍ​ຟິດ​ຮ່າງກາຍ​ຂອງ​ເຮົາ​ໄດ້​ກໍ​ຄື​ຕອນ​ນອນ ເພາະ​ສະຫມອງ​ໄດ້​ພັກ​ຜ່ອນ ກ້າມ​ຊີ້ນ​ໄດ້​ຄາຍ​ໂຕ ຫົວ​ໃຈ​ສະຫງົບ​ຂຶ້ນ ຄວາມ​ດັນ​ຫລຸດ ດັ່ງ​ນັ້ນ​ການ​ນອນ​ກໍ​ຄື​ເຂົ້າ​ອູ່​ປົວແປງ​ຮ່າງກາຍ​​ຈາກ​ວຽກ​ໜັກ​ໝົດມື້ ຍິ່ງ​ໄດ້​ນອນ​ໄວ​ກໍ​ເທົ່າ​ກັບ​ໄດ້​​ກຳ​ໄລ​ສຳຄັນ​ທີ່​ຈະ​ເຮັດໃຫ້​ມີ​ສຸຂະພາບ​ດີ ຄົົນທີ່​ນອນ​ໄວ​ຈະ​ບໍ່​ສ່ຽງ​ກັບ​ການ​ເຈັບ​ປ່ວຍງ່າຍ​

ມີ​ຄວາມ​ສຸກ​ງ່າຍ
​ຄວາມ​ສຸກ​ຂອງ​ເຮົາ​ອາດ ເພີ່ມ​ສູງ​ຂຶ້ນພຽງ​ແຕ່ລອງ​ນອນ​ໃຫ້​ໄວ​ຂຶ້ນ ເພາະ​ເມື່ອນ​ອນໄວ​ກໍ​ຈະ​ມີ​ໂອ​ກາດ​ນອນ​ໄດ້​ເຕັມ​ອີ່ມ ​ແລະ ​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຮ່າງກາຍ​ແບບເຕັມ​ທີ່ ໃນ​ທາງ​ກົງກັນຂ້າມ ເມື່ອ​ອົດ​ນອນ​ຈະ​ນຳ​ໄປ​ສູ່​​ສຸຂະພາບ​ ແລະ ​ສະຫມອງ ບໍ່​ມີສະ​ມາ​ທິ ຄວາມ​ຈຳ​ບໍ່​ດີ ຂີ້​ຫງຸດ​ຫງິດ ຄວາມ​ອົດ​ທົນ​ໜ້ອຍ​ລົງ ແລະ ​ອາລົມ​ເສຍ​ງ່າຍ​ໂດຍ​ບໍ່​ຮູ້​ສາ​ເຫດ

ຊ່ວຍ​ປ້ອງ​ກັນ​ຄວາມ​ເຖົ້າ
ພຽງແຕ່ນ​ອນ​ກໍ​ຊ່ວຍ​ເສີມ​ສ້າງ​ຄວາມ​ໜຸ່ມ​ສາວ ແລະ ​ປ້ອງ​ກັນ​ຄວາມ​ເສື່ອມ​​ທີ່​ມາ​ຫາ​ໄດ້​ຈາກ​ພະລັງ​ການ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ ຊຶ່ງ​ເປັນ​ຂີ້ໝ້ຽງເຖົ້າທີ່​ເກີດ​ໃນ​ຮ່າງກາຍ​ຕາມ​ທຳມະຊາດ​ໃນ​ທຸກ​ລົມ​ຫາຍ​ໃຈ ຊຶ່ງ​ການ​ໄດ້​ນອນ​ຈະ​ຊ່ວຍ​ໃຫ້​ຂີ້ໝ້ຽງ​ເຖົ້າ​ທັງ​ຫລາຍ​ບໍ່​ທໍາ​ຮ້າຍ​ຮ່າງກາຍ​ກ່ອນ​ໄວ​ອັນ​ຄວນ ການ​ນອນ​ໄວ​ຕັ້ງ​ແຕ່​ຫົວ​ຄ່ຳ​ຊ່ວຍ​ເຮັດໃຫ້​ຄວາມ​ເຖົ້າ​ບໍ່​ຍ່າງ​ມາ​ຫາ​ເຮົາ​ໄວ​ເກີນ​ໄປ

ຄວາມ​ຈຳ​ດີ​ຂຶ້ນ
ການສຶກສາ​ຈາກ​ສະມາຄົມ​ຈິດ​ວິທະຍາ​ອາເມ​ລິ​ກາ (APA) ບອກ​ວ່າ ​ຄົົນທີ່​ນອນ​ໜ້ອຍ (ປະມານ 4 ຊົ່ວ​ໂມງ​ຕໍ່​ຄືນ) ຕິດ​ຕໍ່ກັນ​ມີ​ຜົນ​ຕໍ່​ຄວາມ​ຈຳ ສະ​ມາ​ທິ ​ແລະ ​ອຸບັດເຫດ​ຫລາຍ ດ້ວຍ​ກົນ​ໄກ​ຂະນະ​ນອນ​ຊ່ວຍ​ຈັດ​ລະບຽບ​ສະຫມອງ (Consolidation) ຄ້າຍ​  ອີ​ເມນ​ ທີ່​ແຍກ​ເມນ​ຂີ້ເຫຍື້ອ​ອອກ​ໄປ ສັງເກດ​ວ່າ​ ເວລາ​ອົດ​ນອນ​ຈະ​ມີ​ອາການ​ມຶນ ຄວາມຈື່​ຈຳ​ມົວ ລືມ​ງ່າຍ ຫລື​ ບໍ່​ກໍ່ລິ້ນ​ພັນ​ກັນ ເພາະ​ຄິດ​ອີກ​ຢ່າງ​ແຕ່​ພັດ​ເວົ້າ​ອີກ​ຢ່າງ ດັ່ງ​ນັ້ນ​ການ​ໄດ້​ນອນ​ເຕັມ​ອີ່ມ​ມີ​ສ່ວນ​ຊ່ວຍ​ໃຫ້​ສະຫມອງ​ໄດ້​ເຕີມ​ພະລັງ ສາກ​ແບັດ​ພ້ອມ​ຮັບ​ຄວາມ​ຈື່ຈຳ​ໃໝ່​ໆ ໄດ້​ດີ​ຂຶ້ນ

ບໍ່​ສ່ຽງຕຸ້ຍ
ຊ່ວຍ​ໃຫ້​ບໍ່​ເກີດ​ການ​ສ່ຽງ​ພະຍາດ​ຕຸ້ຍ​ລົງ​ໜ້າທ້ອງ ເພາະ​ການ​ນອນ​ໄວ​ຊ່ວຍ​ສະ​ກັດ​ອາການ​ຢາກຕອນເດິກ ​ແລະ ​ກິນ​ຈຸກ ນອກ​ຈາກ​ນັ້ນ​ ຍັງມີ​ກົນ​ໄກ​ດັບ​ຄວາມຢາກ​ດ້ວຍ​ການສ້າງ​ເຄ​ມີ​ດັບ​ຢາກ​ຂຶ້ນ​ມາ ເຮັດໃຫ້​ການ​ນອນ​ໄວ​ຊ່ວຍ​ຄຸມ​ນ້ຳ​ໜັກ​ໂຕ​ໄດ້​ດີກວ່າ ເພາະ​ກະຕຸ້ນ​​ເຜົາ​ໃນ​ຮ່າງກາຍ​ໃຫ້​ເຮັດວຽກ​ໄດ້​ດີ ຊ່ວຍ​ໃຫ້​ບໍ່​ຕຸ້ຍ​ງ່າຍ ບໍ່​ສ້າງ​ເຄ​ມີ​ເກັບ​ໄຂ​ມັນ​ຫລາຍ

ຄຸມ​ຄວາມ​ດັນ​ເລືອດໄດ້
ເພາະ​ໃນ​ຂະນະ​ນອນ​ຫລັບ​ໄວ ພາຍ​ໃນ​ຮ່າງກາຍ ລະບົບ​ປະສາດ​ອັດ​ຕະໂນ​ມັດ ທັງ​ຫລາຍ ​ແລະ ​ກົນ​ໄກ​ທາງ​ຊີວະ​ວິທະຍາ​ທີ່​ເປັນ​ແບບ​ແຂ້ວ​ເຟືອງ ຂະໜາດ​ນ້ອຍ​ທັງ​ຫລາຍ​ຈະ​ມີ​ການ​ຊ່ວຍ​ກັນ​ເຮັດວຽກ​ທີ່ ຊັບ​ຊ້ອນ​ແບບຄຸມ​ຫົວ​ໃຈ ​ແລະ ​ຄວາມ​ດັນ​ເລືອດ​ໃຫ້​ສະຫງົບ​ລົງ ບໍ່​ແກວ່ງ​ຂຶ້ນ​ລົງ​ງ່າຍ​ຄື​ກັບ​ຕອນ​ຕື່ນ

ບໍ່​ສ່ຽງ​ພະຍາດ​ເກົ່າທີ່ອາດຈະກັບມາອີກ
ພະຍາດ​ເກົ່າ​ທີ່​ອາດ​ຈະກັບມາ​ໄດ້ ​ໃນ​ເມື່ອມະນຸດ​ນອນ​ເດິກ​ກໍ​ຄື ພະຍາດ​ຫົວ​ໃຈ ພະຍາດ​ຫລອດ​ເລືອດ​ສະຫມອງ ຄວາມ​ດັນ​ສູງ ເບົາ​ຫວານ ພູ​ມແພ້ ພະຍາດ​ຄຽດ ຊຶມ​ເສົ້າ ລວມ​ໄປ​ເຖິງ​ພະຍາດ​ມະ​ເຮັງ ການ​ນອນ​ເດິກ ເຮັດໃຫ້​ຮ່າງກາຍ​ເມື່ອຍ​ເພີ່ມ​ຂຶ້ນ​ໂດຍ​ແມ່ນ​ເຫດ ຄິດ​ງ່າຍໆວ່າ ​ຄື​ກັບ​ເຄື່ອງ​ຈັກ​ຕ້ອງ​ເຮັດວຽກ​ກາຍເວລາ ກໍ​ຈະ​ເຮັດໃຫ້​ພະຍາດ​ທີ່​​ຢູ່​ຕາມ​ອະໄວຍະວະ​ຕ່າງໆ ພາ​ກັນ​​ອອກລິດ​ຂຶ້ນ

ໄດ້​ລ້າງ​ພິດ
ສັງເກດ​ໄດ້​ວ່າ ​ຄົົນທີ່​ອົດ​ນອນ​ອາດ​ມີ​ບັນຫາ​ຖອກທ້ອງ​ ໜ້າ​ຕາ​ໝົ່ນ​ໝອງ ເບິ່ງ​ບໍ່​ສົດ​ຊື່ນ ແລະ ​ທີ່​ສຳຄັນ​ຄື​ ສຸຂະພາບ​ບໍ່​ດີ ນັ້ນ​ເພາະ​ສ່ວນຫນຶ່ງ​ຂອງ​ພິດ​ມາ​ຈາກ​ການ​ນອນ​ເດິກ​ ໂດຍ​ສະເພາະ​ສາວໆ ທີ່​ປວດ​ຮອບ​ເດືອນ​ເລື້ອຍໆ ຖ້າ​ແກ້​ການ​ນອນ​ເດິກ​ໄດ້​ກໍ​ສາມາດ​ຊ່ວຍ​ຄຸມ​ເຄ​ມີ​ປວດ​ໄດ້​ຫລາຍ

ສະຫມອງ​ສ້າງ​ເຄ​ມີ​ສຸຂະພາບ
ສະຫມອງ​ເປັນ​ຫົວ​ເຮືອ​ໃຫຍ່​ໃນ​ການ​ແຈກ​ງານ​ໃຫ້​ອະໄວຍະວະ​ຕ່າງໆ ບໍ່​ເວັ້ນ​ແມ່ນ​ເວລາ​ນອນ​ທີ່​ຖື​ເປັນ​ເວລາ​ແຈ​ກລາງ​ວັນ​ໃຫ້​ຮ່າງກາຍ ໂດຍ​ມອບ​ ເມ​ລາ​ໂທ​ນິນ ຊີ​ໂລ​ໂທ​ນິນ ແລະ​ ຮໍ​ໂມນ​ເພດ ອີກ​ທັງ​ເຄ​ມີ​ບຳ​ລຸງ​ຕ່າງໆ ອອກ​ມາ​ຄຸມ​ລະບົບ​ໃນ​ໂຕເຮົາ​ໃຫ້​ເຮັດວຽກ​ ຄ່ອງໂຕພ້ອມ​ຕື່ນ​ມາ​ຢ່າງ​ສົດ​ຊື່ນ ແຖມ​ຍັງ ຊ່ວຍ​ເປັນ​ເກາະ​ປ້ອງ​ກັນ​ການປ່ວຍ​ໄດ້​ນໍາອີກ ຊຶ່ງ​ການ​ນອນ​ຫລັບ​ມີ​ຜົນ​ມະຫາ​ສານ​ຕໍ່​ຄຸນນະພາບ​ຊີວິດ​ຂອງ​ເຮົາ

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...