Homeສຸຂະພາບ ແລະ ສີ່ງແວດລ້ອມເຊັກສຸຂະພາບຕົນເອງໄດ້ງ່າຍໆ ດ້ວຍ 4 ເຕັກນິກ ແບບບໍ່ຕ້ອງອາໃສໝໍ

ເຊັກສຸຂະພາບຕົນເອງໄດ້ງ່າຍໆ ດ້ວຍ 4 ເຕັກນິກ ແບບບໍ່ຕ້ອງອາໃສໝໍ

Published on

doctor_Master

ການ​ບໍ່​ມີ​ພະຍາດ​ເປັນ​ລາບ​ອັນ​ປະ​ເສີດ ສິ່ງ​ນີ້​ຖື​ວ່າ​ເປັນ​ເລື່ອງ​ແທ້​ຢ່າງ​ຫລວງຫລາຍ​ຖ້າ​ໃຜ​ໄດ້​ເຄີຍ​ປະ​ສົບ​ກັບ​ຄວາມ​ເຈັບ​ປ່ວຍ​ມາ​ດ້ວຍ​ຕົນ​ເອງ​ແລ້ວ ເງິນ​ຄໍາ​ຫລື​ສິ່ງ​ຂອງ​ທີ່​ເຄີຍ​ໃຫ້​ຄວາມ​ສຸກ​ກໍ​ກາຍ​ເປັນ​ສິ່ງ​ທີ່​ຂາດ​ຄ່າ​ ການ​ເບິ່ງແຍງ​ສຸຂະພາບ​ຕົນ​ເອງ​ຢ່າ​ງສະ​ໝໍ່າ​ສະເໝີ​ຈຶ່ງ​ເປັນ​ສິ່ງ​ທີ່​ຈຳ​ເປັນ ແຕ່​ສຳລັບ​ໃຜ​ທີ່​ບໍ່​ມີ​ງົບ​ປະ​ມານ​ຫລາຍ​ພໍ ເຮົາ​ກໍ​ມີ​ເຄັດຫ​ລັບ​ທີ່​ຈະ​ຊ່ວຍ​ໃຫ້​ສາວໆ ສາມາດ​ສັງເກດ​ສຸຂະພາບ​ຂອງ​ຕົນ​ເອງ​ໃນ​ເບື້ອງ​ຕົ້ນ​ໄດ້​ກ່ອນທີ່ຈະ​ເຂົ້າໄປ​ຮັບ​ຄຳ​ປຶກ​ສາ​ຈາກ​ແພດ​ຖ້າ​ພົບ​ອາການ​ຜິດ​ປົກກະຕິ​ກ່ອນ​

1

  1. 1. ກວດ​ສະພາບ​ລິ້ນ​ຂອງ​ຕົນ​ເອງ
    ກວດ​ສຸຂະພາບ​ກາຍ​ຈາກ​​ໃນປາກ​ດ້ວຍ​ສະພາບ​ຂອງ​ລິ້ນ ວິທີ​ງ່າຍໆ ພຽງ​ແຕ່​ເ​ດລິ້ນ​ອອກ​ມາຈົນ​ສຸດ​ທີ່​ຈະ​ສາມາດ​ເຮັດ​ໄດ້ ຈາກ​ນັ້ນ​ສັງເກດ​ລັກສະນະ​ຂອງ​ສີ​ລິ້ນ​ທີ່​ເຫັນ ວ່າ​ມີ​ຈຸດ​ສີ​ຂາວ ເຫລືອງ ຫລື ​ມີ​ສີ​ຜິດ​ປ່ຽນໄປ​ຈາກ​ທຳມະດາ​ ກະ​ຈາຍ​ໂຕ​ຢູ່​ຕາມ​ລິ້ນ​ຫລື​ບໍ່ ຖ້າພົບເຫັນ​ອາດຈະ​ເດົາ​ໄດ້​ວ່າ ​ສາວໆ ກຳ​ລັງ​ມີ​ບັນຫາ​ໃນ​ເລື່ອງ​ຂອງ​ກົດ​ໃນ​ກະເພາະ​ອາຫານ ຫລື​ ມີ​ບັນຫາ​ກ່ຽວກັບ​ລະບົບ​ການ​ຍ່ອຍ​ເຮັດວຽກ​ຜິດ​ປົກກະຕິ

Young woman, portrait, close-up of eyes

  1. 2. ກວດ​ສະພາບ​​ຕາ
    ໂດຍ​ທົ່ວ​ໄປ​ສີ​ຂອງ​​ຕາ​ຄົນ​ປົກກະຕິ​ທີ່​ມີ​ຮ່າງກາຍ​ແຂງ​ແຮງ ຈະ​ຕ້ອງ​ມີ​ຕາ​ສີ​ຂາວ ​ແລະ ​ດຳ​ສະນິດ​ ເບິ່ງ​ສົດ​ໃສ ແຕ່​ບາງ​ຄົົນທີ່​ມີ​ບັນຫາ​ສຸກຂະພາບ ມັນ​ສາມາດ​ທີ່​ຈະ​ສະແດງ​ອອກ​ມາ​ໃຫ້​ເຫັນ​ທາງ​​ຕາ​ໄດ້ ນັ້ນ​ກໍ​ຄື​ລັກສະນະ​ຂອງ​ດວງ​ຕາ​ທີ່​ເຄີຍ​ຂາວ​ຈະ​ເລີ່ມ​ຂຸ້ນ ອອກ​ເປັນ​ສີ​ເຫລືອງ ຫລື​ ສີ​ບໍ່​ສົດ​ໃສ​ແບບ​ເກົ່າ ອາດຈະ​ເກີດ​ຈາກ​ບັນຫາ​ຂອງ​ພະຍາດ​ກ່ຽວກັບ​ຫມາກໄຂ່ຫລັງ​ ຫລື ​ຕັບ​ທີ່​ຄວນ​ເຂົ້າ​ຮັບ​ການ​ກວດ​ຮ່າງກາຍ​ໃນ​ຂັ້ນ​ຕອນ​ຕໍ່ໄປ

SANYO DIGITAL CAMERA

  1. 3. ກວດ​ສະພາບ​ໜັງຫົວ
    ບັນຫາ​ຜົມ​ຫລົ່ນ​ເປັນ​ອີກ​ໜຶ່ງ​ບັນຫາ​ທີ່​ໜ້າ​ກັງ​ວົນ ເພາະ​ມັນ​ບໍ່​ໄດ້​ເປັນ​ໂຕ​ບົ່ງ​ບອກ​ວ່າ ​ຈະ​ເກີດ​ຂຶ້ນ​ຕາມ​ທຳມະຊາດ​ຂອງ​ເສັ້ນ​ຜົມ​ພຽງ​ຢ່າງ​ດຽວ ສຳຫລັບ​ບາງ​ຄົົນທີ່​ມີ​ບັນຫາ​ຜົມ​ຫລົ່ນ​ຫລາຍ ຫລົ່ນ​ເປັນ​​ຈຸກ ຈົນ​ເຮັດໃຫ້​ຜົມ​ບາງ​ລົງ​ຢ່າງ​ວ່ອງໄວ ເຖິງແມ່ນ​ຈະ​ບໍ່​ໄດ້​ໃຊ້​ຜະລິດຕະພັນ​ຈັດ​ແຕ່ງ​ຊົງ​ຜົມ​ໃດໆ ມາ​ກ່ອນ ແບບ​ນີ້​ອາດຈະ​ຕ້ອງ​ເຂົ້າ​ຮັບ​ຄຳ​ປຶກ​ສາ​ຈາກ​ແພດ ເພາະ​ອາດຈະ​ເກີດ​ຂຶ້ນ​ຈາກ​ການ​ໃຊ້​ຢາ ​ຫລື ​ພະຍາດ​ຮ້າຍແຮງ​ທີ່​ກຳ​ລັງ​ເລີ່ມ​ກໍ່​ໂຕ​ຂຶ້ນ​ກໍ​ເປັນ​ໄດ້

4

  1. 4. ກວດ​ສະພາບ​ກ້ອງຂີ້ແຮ້
    ສາວໆຄົນ​ໃດ​ທີ່​ເຄີຍ​ມີ​ສະພາບ​ຜິວ​ໜັງ​ບໍລິເວນ​ຂີ້ແຮ້​ຂາວ​​ນຽນ ແມ່ນ​ຈະ​ເປັນ​ລັກສະນະ​ໜັງ​ໄກ່​ຢູ່​ນຳ ແຕ່​ກໍ​ຖື​ວ່າ​ເປັນ​ເລື່ອງ​ທຳມະຊາດ ແຕ່​ຖ້າ​ໃຜ​ສັງເກດ​ພົບ​ວ່າ ​ບໍລິເວນ​ນີ້​ເລີ່ມ​ມີ​ຄວາມ​ຫຍາບ ມີ​ຮອຍ​ຄ້ຳ​ຫລາຍ​ຂຶ້ນ​ກວ່າ​ປົກກະຕິ ນັ້ນ​ອາດຈະ​ເກີດ​ຂຶ້ນ​ຈາກ​ສາ​ເຫດ​ຂອງ​ພະຍາດ​ເບົາ​ຫວານ​ທີ່​ກ່ຽວ​ຂ້ອງ​ກັບ​ ອິນ​ຊູ​ລິນ ​ແລະ ​ປະລິມານ​ນ້ຳ​ຕານ​ໃນ​ເລືອດ​ທີ່​ສູງ​ຜິດ​ປົກກະຕິ ແຕ່​ກໍ​ອາດຈະ​ມີ​ຜົນ​ມາ​ຈາກ​ການ​ລະ​ຄາຍ​ເຄືອງ​ຂອງ​ໂຄລົນ ໄດ້​ເຊັ່ນ​ກັນ

ຖ້າສາວໆ ກຳ​ລັງ​ປະເຊີນ​ກັບ​ບັນຫາ​ເຫລົ່າ​ນີ້​ຢູ່ ຖ້າ​ບໍ່​ໝັ່ນໃຈ​ກັບ​ສິ່ງ​ຜິດ​ປົກກະຕິ​ທີ່ເກີດຂື້ນ​ກໍ​ຄວນ​ເຂົ້າ​ຮັບ​ຄຳ​ປຶກ​ສາ​ຈາກ​ແພດ​ ແລະ ​ກວດ​ສຸຂະພາບ​ໃນ​ລຳ​ດັບ​ຕໍ່ໄປ ເພື່ອຈະ​ໄດ້​ຊ່ວຍ​ແກ້​ໄຂ​ໄດ້​ທັນ​ການ​ຖ້າ​ມີ​ຄວາມ​ຜິດ​ປົກກະຕິ​ໃດ​ຂຶ້ນ​ມາ​ແທ້ໆ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...