Homeສຸຂະພາບ ແລະ ສີ່ງແວດລ້ອມໝາກບົວ ຄຸນປະໂຫຍດເຫລືອລົ້ນ

ໝາກບົວ ຄຸນປະໂຫຍດເຫລືອລົ້ນ

Published on

bau

ຫລາຍ​ທ່ານ​ຈະ​ຍັງ​ບໍ່​ເຄີຍ​ກິນ”ໝາກບົວ”ແລະ ​ອາດ​ຄາດ​ບໍ່​ເຖິງ ວ່າ​ ແກ່ນ​ໝາກ​ບົວ​ນ້ອຍນີ້​ຈະ​ມີ​ສັບ​ພະຄຸນ​ທາງ​ຢາ​ສາມາດ​ຊ່ວຍ​ບຳ​ລຸງ​ເລືອດ ແຕ່​ເຊື່ອ​ໂລດວ່າ ເປັນ​ເຊັ່ນ​ນັ້ນ​ແທ້ໆ ຫລາຍ​ທ່ານ​ທີ່​ມັກ​ມີ​ອາການ​ເຈັບຫົວ​ໜ້າ​ມືດ ຫລື ​ມີ​ອາການ​ແໜ້ນ​ໜ້າ​ເອິກ ເພາະ​ບັນຫາ​ເລືອດ​ໜ້ອຍ ຂໍ​ແນະ​ນຳ​ສະ​ໝຸນ​ໄພ​ພື້ນ​ບ້ານ ທີ່​ກິນງ່າຍ ລາ​ຄາ​ບໍ່​ແພງ ທີ່​ສຳຄັນ​ມີ​ຢູ່ໃນ​ເຮືອນ​ເຮົາ ​ເຊັ່ນ​ໝາກ​ບົວ ມີ​ສັບ​ພະຄຸນ​ທາງ​ການ​ບຳ​ລຸງ​ເລືອດ​ທີ່ດີ

ສັບ​ພະຄຸນ​ຂອງ​ໝາກບົວ​ນັ້ນ ອຸດົມ​ໄປ​ດ້ວຍ​ວິ​ຕາ​ມິນ​ເອ ວິ​ຕາ​ມິນ​ຊີ ວິ​ຕາ​ມິນ​ອີ ມີ​ໂປ​ຕີນ​ເປັນ​ສ່ວນ​ປະກອບ​ຢູ່​ປະ​ມານ 23 ເປີ​ເຊັນ ແລະ ​ມີ​ເກືອ​ແຮ່ ຟອດ​ຟໍ​ລັດ ນອກ​ຈາກ​ນີ້​ ໂຕ​ໝາກບົວ​ຍັງມີ​ສັບ​ພະຄຸນ ບຳ​ລຸງ​ສະຫມອງ ບຳ​ລຸງ​ປະສາດ ບຳ​ລຸງ​ຫມາກໄຂ່ຫລັງ ຊ່ວຍ​ປິ່ນປົວ​ອາການ​ຖອກທ້ອງ​ ແລະ ​ບິດ​ຊຳເຮື້ອ ແລະ ​ສັບ​ພະຄຸນ​ພື້ນ​ບ້ານ​ທີ່​ໃຊ້​ກັນ​ເປັນ​ຢາ​ບຳ​ລຸງ​ເລືອດ ຫລື ​ເພີ່ມ​ເລືອດ

“ການ​ກິນ​ໝາກ​ບົວ ເພື່ອ​ການ​ບຳ​ລຸງ​ເລືອດ ມີ​ເງື່ອນໄຂ​ວ່າ ​ຕ້ອງ​ເປັນ​ການ​ກິນ​ໝາກບົວ​ສົດ​ເທົ່າ​ນັ້ນ” ໝາກບົວ​ທີ່​ຜ່ານ​ການ​ແປ​ຮູບ​ມາ​ແລ້ວ ຫລື ​ການ​ນຳ​ມາ​ຕົ້ມ​ໃຫ້​ສຸກ​ຈະ​ໃຊ້​ບໍ່​ໄດ້ ໝາກ​ບົວ​ເຊື່ອມ​ທີ່​ໃສ່​ກະແລ້ມ​ກໍ​ໃຊ້​ບໍ່​ໄດ້

ໂດຍ​ຫາ​ຊື້​ໝາກ​ບົວ​ສົດ​ທີ່​ມີ​ຂາຍ​ຕາ​ມຕະຫ​ລາດ ຊຶ່ງ​ໜຶ່ງ​ຫົວ​ຈະ​ມີ​ແກ່ນ​ບົວ​ຢູ່ໃນ​ຫົວ 7-10 ແກ່ນ ແລ້ວ​ແຕ່​ຄວາມ​ຕຸ້ຍ​ຂອງ​ຫົວ ດັ່ງ​ນັ້ນ​ເວລາ​ກິນ​ຕ້ອງ​ແກະ​ອອກຈາກ​ຫົວ ແລ້ວ​ນຳ​ມາ​ແກະ​ເປືອກ​ອອກຈາກ​ແກ່ນ ເພື່ອຈະ​ກິນ​ໝາກ​ບົວ​ສີ​ຂາ​ວ​ເຫລືອງ​ທີ່​ຢູ່ໃນ​ເປືອກ ເມື່ອ​ໄດ້​ ໝາກ​ບົວ​ທີ່​ແກະ​ເປືອກ​ອອກ​ແລ້ວ ໃຫ້​ກິນ​ເຂົ້າໄປ​ທັງ​ແກ່ນ ໂດຍ​ບໍ່​ເອົາ​ຕົ້ນ​ອ່ອນ​ພາຍ​ໃນ​ແກ່ນ ຫລື ​ທີ່​ເຮົາ​ເຫັນ​ເປັນ​ເສັ້ນ​ຂຽວໆ ຢູ່​ກາງ​ເມັດ​ອອກ ເວົ້າ​ງ່າຍໆ ຄື​ກິນເຂົ້າໄປ​ໝົດ ລົດ​ຊາດ​ກໍ​ຈະ​ມີ​ຂົມ​ຝາດ​ໜ້ອຍໜຶ່ງໃໝ່​ໆ ອາດຈະ​ບໍ່​ຄຸ້ນເຄີຍ​ລິ້ນ ແຕ່​ເມື່ອ​ກິນ​ໄປ ​​ໄລຍະ​ໜຶ່ງ​ກໍ​ຈະເລິ້ງເຄີຍ

ທີ່​ສຳຄັນ​ຕົ້ນ​ອ່ອນ​ໃນ​ແກ່ນບົວ ​ທີ່​ຫລາຍ​ຄົນ​ມັກ​ຈັບ​ອອກ​ນັ້ນ ຄື​ຕົ້ນ​ອ່ອນ​ສີ​ຂຽວ​ຂົມໆ ສັບ​ພະຄຸນ​ທາງ​ຢາ​ຂອງ​ຈີນ ກ່າວ​ວ່າ ຖ້າກິນ​​ເຂົ້າໄປ​ແລ້ວ​ກໍ​ຈະ​ຊ່ວຍ​ບຳ​ລຸງ​ຖົງ​ນ້ຳບີ ຊ່ວຍ​ເພີ່ມ​ແຮງ​ບີບ​ຂອງ​ຫົວ​ໃຈ ແລະ ​ບຳ​ລຸງ​ຫລອດ​ເລືອດ​ຫົວ​ໃຈ​ນໍາອີກ​

ຂໍ້​ສຳຄັນ ພະຍາຍາມ​ເລືອກ​ຫົວ​ທີ່​ແກ່ ຈະ​ໄດ້​ແກ່ນ​ບົວ​ທີ່​ໃຫຍ່​ເຕັມ​ທີ່ ກິນ​ມື້​ລະ​ບໍ່​ຕໍ່າ​ກວ່າ 20 ແກ່ນ ຈະ​ກິນ​ຫລາຍກວ່າ​ກໍ​ບໍ່​ຫ້າມ ເພາະ​ແກ່ນບົວ​ປົກກະຕິ​ເປັນ​ຂອງ​ກິນ​ຫລິ້ນ​ພື້ນ​ບ້ານເຮົາ​ຢູ່​ແລ້ວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...