Homeສຸຂະພາບ ແລະ ສີ່ງແວດລ້ອມ7 ເຈົ້າປະໂຫຍດຈາກການກິນໄຂ່

7 ເຈົ້າປະໂຫຍດຈາກການກິນໄຂ່

Published on

egg

ເຊື່ອ​ວ່າ​ອາຫານ​ທີ່​ໃຜ​ຫລາຍໆ​ຄົນມັກ ຕ້ອງ​ມີ​ເມ​ນູ​ໄຂ່​ເຂົ້າ​ມາ​ກ່ຽວ​ຂ້ອງ​ແນ່ນອນ​ ເພາະ​ບໍ່​ວ່າ ຈະ​ນຳ​ໄຂ່​ໄປ​ເຮັດ​ເມ​ນູ​ໃດ​ກໍ​ຕາມ ຄວາ​ມແຊບກໍ່ບໍ່ຫລຸດ​ໜ້ອຍ​ລົງ​ ແຖມ​ຍັງ​ເຕັມ​ໄປ​ດ້ວຍ​ຄຸນປະໂຫຍດ ຕ່າງໆ ຫລວງຫລາຍ ໄປ​ເບິ່ງ​ກັນ​ດີກວ່າ​ວ່າ ​ໄຂ່​​ນ້ອຍ​ໆ ທີ່​ເຮົາ​ກິນ​ກັນ​ນັ້ນ​ມີ​ປະໂຫຍດ​ຫຍັງ​ແຝງ​ຢູ່​ແນ່

  1. ເຮັດໃຫ້​ເສັ້ນ​ຜົມ ​ແລະ ​ເລັບ​ມືສຸຂະພາບດີເພາະ​ໄຂ່​ມີ​ຊັນ​ເຟີ​ສູງ ລວມ​ເຖິງ​ຍັງມີ​ວິ​ຕາ​ມິນ​ ແລະ ​ແຮ່ທາດ ອີກ​ຫລາຍ​ຊະນິດ ຫລາຍ​ຄົນ​ຈຶ່ງ​ພົບ​ວ່າ ​ຜົມ​ຍາວ​ໄວ​ຂຶ້ນ​ຫລັງ​ຈາກ​ທີ່​ເພີ່ມ​ໄຂ່​ເຂົ້າໄປ​ໃນ​ອາຫານ​ທີ່​ກິນ ໂດຍ​ສະເພາະ​ຢ່າງ​ຍິ່ງ​ໃນ​ຄົົນທີ່​ເຄີຍ​ຂາດ​ອາຫານ​ທີ່​ມີ​ຊັນ​ເຟີ ​ຫລື ​ວິ​ຕາ​ມິນ​ບີ 12 ມາ​ກ່ອນ
  2. ເປັນ​ແຫລ່ງ​ໂຄ​ລີນ​ທີ່ດີໂດຍ​ໂຄ​ລີນ​ຢູ່ໃນ ກຸ່ມ​ຂອງ​ວິ​ຕາ​ມິນ​ບີ ຈັດ​ເປັນ​ສານ​ອາຫານ​ສຳຄັນ ທີ່​ຊ່ວຍ​ໃນ​ການ​ຄວບ​ຄຸມ​ການເຮັດວຽກງານ​ຂອງ​ສະຫມອງ ລະບົບ​ປະສາດ ແລະ ​ລະບົບ​ໄຫລ​ວຽນ​ຂອງ​ເລືອດ ໂດຍ​ໄຂ່ 1 ໜ່ວຍ​ຈະ​ມີ​ໂຄ​ລີນ​ຫລາຍ​ເຖິງ 300 ໄມ​ໂຄ​ກຣາມ
  3. ອາຫານ​ທີ່​ດີ​ສຳຫລັບ​ ດວງ​ຕາ ຜົນ​ການສຶກສາ ອັນ​ໜຶ່ງ​ພົບ​ວ່າ ການ​ກິນ​ໄຂ່​ມື້​ລະ​ໜ່ວຍ​ອາດ ຈະ​ຊ່ວຍ​ປ້ອງ​ກັນ​ພະຍາດ​ຈໍ​ປະສາດ​ຕາ​ເສື່ອມ ທັງ​ນີ້ ເນື່ອງ​ມາ​ຈາກ​ສານ​ ຄາ​ໂລ​ທີ​ນອຍ ທີ່​ຢູ່ໃນ​ ໄຂ່ ໂດຍ​ສະເພາະ ຢ່າງ​ຍິ່ງ ​ລູ​ທີນ (Lutein) ແລະ​ ຊີ​ແຊນ​ທີນ (Zeaxanthin) ຊຶ່ງ​ເປັນ​ສານ​ທີ່​ພົບ​ບໍລິເວນ​ຕາ ຊຶ່ງ​ຮ່າງກາຍ​ຈະ​ໄດ້ຮັບ​ສານ​ອາຫານ​ທັງ​ສອງ​ຢ່າງ​ນີ້​ໂດຍ​ກົງ​ຈາກ​ໄຂ່​ຫລາຍກວ່າ​ອາຫານ​ຊະນິດ​ອື່ນ
  4. ບໍ່​ກໍ່​ໃຫ້​ເກີດ​ພະຍາດ​ຫົວ​ໃຈຜົນ​ຈາກ​ການ ເຮັດ​ວິ​ໄຈ​ໂດຍ​ມະຫາ​ວິທະຍາ​ໄລ​ແພດ​ ຮາ​ວາຍ​ ພົບ​ວ່າ ບໍ່​ມີ​ຄວາມ​ເຊື່ອມ​ຕໍ່​ທີ່​ສຳຄັນ​ລະຫວ່າງ​ກາ​ນບໍລິ​ໂພກ​ໄຂ່ ກັບ​ການ​ເກີດ​ພະຍາດ​ຫົວ​ໃຈ ແຖມ​ຍັງມີ​ຜົນ​ການ​ວິ​ໄຈ​ອີກ​ອັນ​ໜຶ່ງ​ທີ່​ພົບ​ວ່າ ກາ​ນບໍ​ລິ​ໂພກ​ໄຂ່​ເປັນ​ປະຈຳ​ຍັງ​ຊ່ວຍ​ປ້ອງ​ກັນ​ເລືອດ​ຈັບ​ໂຕ​ເປັນ​ກ້ອນ ເສັ້ນ​ເລືອດ​ອຸດ​ຕັນໃນ​ສະຫມອງ ແລະ ​ພາ​ວະ​ກ້າມ​ເນື້ອ​ຫົວ​ໃຈ​ຕາຍ​ຮຸນແຣງ
  5. ຊ່ວຍ​ປ້ອງ​ກັນ​ມະ​ເຮັງ​ເຕົ້າ​ນົມໂດຍ​ຜົນ​ການສຶກສາ​ອັນ​ໜຶ່ງ​ພົບ​ວ່າ ຜູ້ຍິງ​ທີ່​ກິນ​ໄຂ່ 6 ໜ່ວຍ ຕໍ່​ອາທິດ ຊ່ວຍຫ​ລຸດ​ຄວາມ​ສ່ຽງ​ທີ່​ຈະ​ເປັນ​ມະ​ເຮັງເຕົ້າ​ນົມ​ລົງ​ 44 ສ່ວນຮ້ອຍ
  6. ໄດ້​ວິ​ຕາ​ມິນດີເພາະ​ໄຂ່​ເປັນ​ອາຫານ​ພຽງ​ຊະນິດ​ດຽວ​ທີ່​ເປັນ​ແຫລ່ງ​ວິ​ຕາ​ມິນ​ດີ​ຕາມ​ທຳມະຊາດ ແລະ ​ຍັງ​ອຸດົມ​ໄປ​ດ້ວຍ​ ໂປ​ຕີນ ໂດຍ 1 ໜ່ວຍ​ຈະ​ມີ​ໂປ​ຕີນ​ຄຸນນະພາບ​ດີ 6 ກຣາມ ແລະ​ ກົດ​ອະ​ມິ​ໂນ​ສຳຄັນ​ອີກ 9 ຊະນິດ
  7. ບໍ່​ມີ​ຜົນ​ຕໍ່​ລະ​ດັບ​ ຄໍ​ເລດ​ເຕີ​ລໍເຖິງວ່າ ​ອອກ​ຈະ​ຂັດ​ແຍ່ງ​ກັບ​ຄວາມ​ເຊື່ອ​ເກົ່າໆ ແຕ່​ງານ​ວິ​ໄຈ ອັນ​ໃໝ່​ພົບ​ວ່າ ກາ​ນບໍລິ​ໂພກ​ໄຂ່​ແຕ່​ພໍ​ສົມຄວນ​ຈະບໍ່​ສົ່ງ​ຜົນ​ກະທົບ​ທາງລົບ​ຕໍ່​ປະລິມານ​ ຄໍ​ເລດ​ເຕີ​ລໍ ບໍ່ຫນຳຊ້ຳ​ຍັງມີ​ການສຶກສາ​ພົບ​ວ່າງບໍ່ດົນມານີ້​ວ່າ ກາ​ນບໍ​ລິ​ໂພກ ໄຂ່​ມື້​ລະ 2 ໜ່ວຍ​ເປັນ​ປະຈຳ​ທຸກ​ມື້​ບໍ່​ມີ​ຜົນ​ກະທົບ ຕໍ່​ລະ​ດັບ​ໄຂ​ມັນ​ໃນ​ຮ່າງກາຍ ບໍ່ຫນຳຊ້ຳ​ອາດຈະ​ຊ່ວຍ​ເຮັດໃຫ້​ໄຂ​ມັນ​ດີ​ຂຶ້ນ ໂດຍ​ຜົນ​ການ​ວິ​ໄຈ​ກ່າວ​ວ່າ ໄຂ​ມັນ ອີ່ມ​ໂຕ​ຈະ​ເຮັດໃຫ້​ລະ​ດັບ​ ຄໍ​ເລດ​ເຕີ​ລໍ​ເພີ່ມ​ສູງ​ຂຶ້ນ​ຫລາຍກວ່າ ​ຄໍ​ເລດ​ເຕີ​ລໍ ​ທີ່​ຢູ່ໃນ​ອາຫານ​ນໍາອີກ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...