spot_img
Homeນານາສາລະທີ່ມາຂອງແກ໊ສທໍາມະຊາດ!

ທີ່ມາຂອງແກ໊ສທໍາມະຊາດ!

Published on

gas03 pic05

ຊາວ ຈິນໂບຮານ ເປັນຊາດທໍາອິດທີ່ນໍາເອົາແກ໊ດສເຂົ້າມາໃຊ້ເມື່ອຫຼາຍພັນປີກ່ອນ ທີ່ພວກເຂົານໍາແກ໊ສທໍາມະຊາດມາໃຊ້ໂດຍການລະເຫີຍນໍ້າທະເລອອກເພື່ອໃຫ້ໄດ້ເກືອ ຈົນມາຮອດຕົ້ນ ຄສ 1800, (ພສ 2343) ຜູ້ສໍາຫຼວດແຫຼ່ງນໍ້າມັນໃນອາເມລິກາ ໄດ້ເລີ່ຫາແຫຼ່ງຊັບພະຍາກອນອຶ່ນໆ ຈົນພົບແກ໊ດສທໍາມະຊາດ  ແລະ ຈາກນັ້ນໄດ້ ວາງທໍ່ສົ່ງແກ໊ດສເພື່ອນໍາແກ໊ດສສົ່ງໄປປະເທດຂອງຕົນ ສ່ວນອັງກິດນັ້ນຫາກໍ່ເລີ່ມມີການສໍາຫຼວດແຫຼ່ງແກ໊ດສທໍາມະຊາດ ປີ ຄສ 1930, (ພສ 2473).

ແກ໊ດສທີ່ເຮົານໍາມາໃຊ້ຫຸງຕົ້ມ ແລະ ໃຫ້ຄວາມຮ້ອນໃນທຸກວັນນີ້ຄືພະລັງງານເຊື້ອໄພທີ່ຢູ່ໃນຮູບຂອງຟອສຊິລ ຊຶ່ງປະກອບໄປດ້ວຍແກ໊ດສມີເທນເປັນຫຼັກ ຕາມປົກກພຕິແລ້ວເຮົານໍາແກ໊ດສມາໃຊ້ງານໃນບ້ານເຮົາ ແລະ ທາງອຸດສາຫະກໍາໂດຍຜ່ານທາງທໍ່ສົ່ງແກ໊ດສ.

ແກ໊ດສ ເປັນສິ່ງທີ່ມີປະໂຫຍດຕໍ່ມະນຸດຫຼາກຫຼາຍ ເນື່ອງຈາກມັນຈະໃຫ້ຄວາມຮ້ອນເມື່ອຖືກເຜົາໄໝ້ ຈຶ່ງຖືກນໍາມາໃຊ້ໃນບ້ານເຮືອນສໍາລັບການຫູງຕົ້ມປຸງແຕ່ງອາຫານ ແລະ ໃຊ້ໃນງານອຸດສາຫະກໍານານາຊະນິດ.

ແກ໊ດສໃນປະເທດທີ່ພົບສ່ວນໃຫຍ່ຈະພົບຕາມຊັ້ນໃຕ້ດິນ ຫຼາຍຄັ້ງທີ່ພົບແກ໊ດສທໍາມະຊາດທີ່ປົນຢູ່ກັບຖ່ານຫິນ ແລະ ນໍ້າມັນ ແຕ່ບາງຄັ້ງພົບສະເພາະແກ໊ດສທໍາມະຊາດພຽງຢ່າງດຽວເຊັ່ນດຽວກັບນໍ້າມັນ ແກ໊ດສທໍາມະຊາດເກີດຈາກການທັບຖົມຂອງຊາກພືດຊາກສັດ ເຫຼົ່ານີ້ກໍ່ໃຫ້ເກີດແກ໊ດສໄຮໂດຣເຈນ ແລະ ກາຣ໌ກບອນຈໍານວນຫຼາຍຊຶ່ງຕໍ່ມາຈະປ່ຽນຮູບແກ໊ດສໄຮໂດຣກາຣ໌ກບອນຫຼືທີ່ເອີ່ນວ່າແກ໊ດສມີເທນ.

ແກ໊ດສທໍາມະຊາດສ່ວນໃຫຍ່ຄົ້ນພົບໄດ້ໃນທະເລ ຈຶ່ງຕ້ອງມີການວາງທໍ່ສົ່ງແກ໊ດສລົງໄປໃນທະເລແລ້ວສົ່ງຕໍ່ທໍ່ມາຍັງສະຖານີເທີງພາກພື້ນດິນ ແຕ່ໃນບາງຄັ້ງຈະເຮັດໃຫ້ແກ໊ດສກາຍເປັນຂອງແຫຼວກ່ອນຈຶ່ງບັນທຸກໃສ່ເຮືອມາ ໃນແກ໊ດສທໍາມະຊາດຈະມີສານບາງຊະນິດທີ່ບໍ່ໄດ້ຕ້ອງການປົນມາ ຊຶ່ງສານເຫຼົ່ານີ້ຈະຖືກນໍາມາແຍກອີກຄັ້ງທີ່ສະຖານີສົ່ງແກ໊ດສ.

ແກ໊ດສເປັນສານບໍມີກິ່ນ ດັ່ງນັ້ນໃນຂະນະທີ່ແຍກສານທີ່ບໍ່ຕ້ອງການອອກອາດຈະເກີດການຮົ່ວໄຫຼຂອງແກ໊ດສໄດ້ໂດຍບໍ່ສາມາດສັ່ງເກດເຫັນໄດ້ ດ້ວຍເຫດນີ້ຈຶ່ງມີການໃຊ້ສານເຄມີລົງໄປໃນແກ໊ດສອີກດ້ວຍ.

ການຂຸດເຈາະແກ໊ດສ

ຕາມປົກກະຕິແລ້ວເຮົາຈະພົບແກ໊ດສໃນຊັ້ນໃຕ້ດິນເຊິ່ງຢູ່ເລິກລົງໄປຫຼາຍແມັດ ມັກພົບໃນຊັ້ນຫິນເຊັ່ນ ຫິນຊາຍ  ຊັ້ນຫິນທີ່ມີຄວາມແຂງເຫຼົ່ານັ້ນຫໍ່ຫູ້ມແກ໊ດສໄວ້ເຮັດໃຫ້ການນໍາແກ໊ດມາໃຊ້ຕ້ອງມີປະຕິບັດການຂຸດເຈາະ ໂດຍບໍລິສັດນໍ້າມັນ.

ຂໍ້ມູນທີ່ໜ້າຮູ້

ແກ໊ດສທີ່ບັນທຸກມາໂດຍເຮືອຈະຖືກເຮັດໃຫ້ເປັນທາດແຫຼວສາກ່ອນຊຶ່ງປະຫຍັດເນື້ອທີ່ບັນທຸກກວ່າຂະນະທີ່ເປັນແກ໊ດສ

ຜູ້ຜະລິດແກ໊ດທໍາມະຊາດສສ່ວນໃຫຍ່ໄດ້ແກ່ ລັດເຊຍ ແລະ ສະຫະລັດອາເມລິກາ

ກ່ອນ ຄສ 1930 (ພສ 2473) ແກ໊ດສ ທີ່ນໍາມາໃຊ້  ໃນອຸດສາຫະກໍາສ່ວນໃຫຍ່ມາຈາກຖ່ານຫິນ

ຊາກພືດ ຊາກສັດທີ່ເໜົ່າເປື່ອຍພຸພັງກໍ່ໃຫ້ເກີດແກ໊ດສມີເທນຊຶ່ງເຄີຍນໍາມາໃຫ້ພະລັງງານໃຫເກັບກົງຫັນລົງ

>>ຂອບໃຈ http://www.krabork.com

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...