ກ່ອນທີ່ຈະມີການນໍາໃຊ້ອິນເຕີເນັດຢ່າງແຜ່ຫຼາຍໃນທຸກວັນນີ້, ເຄື່ອຄ່າຍສ່ວນຫຼາຍຍັງຖຶກຈໍາກັດຢູ່ ພຽງແຕ່ໃຊ້ງານພາຍໃນ ໂດຍຜ່ານຄອມພີວເຕີ ສູນກາງທີມີມັນສະໝອງຫຼືລະບົບປະມວນຜົນຂະໜາດໃຫຍ່ ເທົ່ານັ້ນ ເຮັດໃຫ້ເປັນສິ່ງທ່າທາຍ ໃນເວລານັ້ນສໍາລັບ ນັກວິໄຈທັງໃນມະຫາວິທະຍາໄລຊັ້ນນໍາ ແລະ ໜ່ວຍງານວິໄຈຂອງພາກລັດໃນ ສະຫາລັດອາເມລິກາ ຕ່າງກໍ່ຄິດຄົ້ນວິທີການເຊື່ອມຕໍ່ເຄືອຄ່າຍຕ່າງໆ ທີ່ຢູ່ຫ່າງໄກກັນໃຫ້ເປັນໜຶ່ງດຽວ.
ເຄືອຄ່າຍທີ່ເຊື່ມໂຍງກັນໃນໄລຍະແລກເກີດຂຶ້ນ ພາຍໃນກຸ່ມທີ່ມີຄວາມສົນໃຈ ໃນເລື່ອງດຽວກັນ ຖ້າສັງເກດເບິ່ງແລ້ວຈະຮູ້ວ່າ ບໍລິການໃນໂລກດີຈີຕອລ ຕ່າງກໍ່ນໍາເອົາກົດທໍາມະຊາດຂອງພຶກຕິກໍາມະນຸດນີ້ມາໃຊ້ຈົນປະສົບຄວາມສໍາເລັດກັນທັງນັ້ນ ແຕ່ສໍາລັບຍຸກທໍາອິດ ນັ້ນຍັງມີຈຸທີ່ເຊື່ອມຕໍ່ເຖີງກັນບໍ່ເທົ່າໃດຈຸດ ແລະ ແລ້ວກໍ່ເປັນຈຸດເລີ່ມຕົ້ນຂອງອິນເຕີເນັດໂປຣໂຕຄໍລ ຫຼືໄອຟີ (internet protocol: IP) ເຊິ່ງປຽບເໝືອນກົດກະຕິກາ ຂໍ້ຕົກລົງການຮັບຂໍ້ມູນ ການວາງເຄືອຄ່າຍເພື່ອໃຫ້ງ່າຍຕໍ່ການຂະຫຍາຍ ແລະ ເຊື່ອມຕໍ່ກັນ.
ຖ້າວ່າໄປແລ້ວ (ໂຕ ໄອຟີ) ປຽບໄດ້ໃກ້ຄຽງກັບການພັດທະນາລະບົບຄົມມະນຄົມ ເຮົາເລີ່ມຈາກຖະໜົນຫົນທາງເພື່ອອໍານວຍຄວາມສະດວກໃນການຂັບຂີ່ ສົ່ງສິນຄ່າ ຫຼື ການໄປມາຫາສູ່ກັນ ຖ້າຈະສົນໃຈກັນສະເພາະໃນຕົວເມື່ອງນ້ອຍໆ ເທົ່ນັ້ນກໍ່ອາດຈະບໍ່ຈໍາເປັນຕ້ອງສົນໃຈວ່າພື້ນທີ່ອຶ່ນເຂົາຈະຈັດການສັນຈອນກັນແບບໃດ ແຕ່ໃນເມື່ອຕ້ອງການຕິດຕໍ່ກັບເມືອງອຶ່ນໆກໍ່ຕ້ອງເຄົາລົບກົດກະຕິກາຂອງເມືອງອຶ່ນດ້ວຍ ຍິ່ງໄປກວ່ານັ້ນຖ້າຕ້ອງການຈະເຊື່ອມຕໍ່ໄປຍັງປະເທດອຶ່ນໆ ຜ່ານສາຍການບິນແລ້ວ ກໍ່ຕ້ອງມີຂໍ້ຕົກລົງລະບຽບຂໍ້ປະຕິບັດບໍ່ດັ່ງນັ້ນຄົງຈະສັບສົນວຸ້ນວາຍ, ສຸດທ້າຍການຈັດການຈາລະຈອນຈະກາຍເປັນ ຈາລະຈອນເຊັ່ນດຽວກັບການເຊື່ອມຕໍ່ເຄືອຄ່າຍຄອມພິວເຕີກໍ່ຕ້ອງມີ ໂປຣໂຕຄອລ ເພື່ອຈັດລະບຽບນັ້ນເອງ.
ການເຊື່ມຕໍ່ກັນລະຫວ່າງເຄື່ອຄ່າຍຄອມພີວເຕີ ໄດ້ນໍາໄປສູ່ຄວາມຄິດທີ່ຈະຄວບຄູມເຄືອຄ່າຍໃຫ້ເຖີງກັນທົ່ວໂລກໂດຍເອີ້ນຂານກັນວ່າ “ອິນເຕີເນັດ internet” ຊຶ່ງມີການໃຊ້ງານຢ່າງເປັນທາງການ ນັບຕັ້ງແຕ່ ປີ ຄສ 1982 (ພສ 2525)ເລີ່ມຈາກສີກໂລກຕາເວັນຕົກແລ້ວແຜ່ລາມເຂົ້າມາສູ່ພື້ນທີ່ອຶ່ນໆ ໃນເວລາຕໍ່ມານັ້ນເອງ.
>>ຂອບໃຈ http://www.krabork.com