Homeສຸຂະພາບ ແລະ ສີ່ງແວດລ້ອມອາການເຈັບປວດນໍາຈຸດຕ່າງໆຂອງຮ່າງກາຍ ບົ່ງບອກເຖິງຫຍັງ

ອາການເຈັບປວດນໍາຈຸດຕ່າງໆຂອງຮ່າງກາຍ ບົ່ງບອກເຖິງຫຍັງ

Published on

8167

ອາການ​ເຈັບ​ປວດ​ເກີດ​ຂຶ້ນ​ໂດຍ​ບໍ່​ຮູ້​ສາ​ເຫດ ມັກ​ສ້າງ​ຄວາມ​ກັງ​ວົນ​ເພາະ​ນອກ​ຈາກ​ຈະ​ບໍ່​ຮູ້​ທີ່​ມາ​ແລ້ວ ເຮົາ​ຍັງ​ບໍ່​ອາດ​ເຫັນ​ສະພາບ​ພາຍ​ໃນ​ໄດ້ ມື້ມີ​ຂໍ້​ມູນ​ມາ​ໄຂ​ຂໍ້​ຂ້ອງ​ໃຈ​ໂດຍ​ສະເພາະ​ອາການ​ປວດ 10 ຈຸດ ຕໍ່ໄປນີ້

ເຈັບ​​ຄໍ​ລາມຮອດ​ແຂນ‘ ເຈັບ​ນີ້​ຕ້ອງ​ລະ​ວັງ​ເສັ້ນ​ປະສາດ​ຄໍ​ອາດ​ຖືກ​ກົດ​ ຫລື​ ບາດ​ເຈັບ​ຈາກ​ອຸບັດເຫດ ຍົກ​ຂອງ​ໜັກ​ທີ່​ຜ່ານມາ​ໄດ້ ‘ເຈັບ​ແຂນ​ປວດ​ປາຍ​ມື‘ ເບິ່ງ​ເລື່ອງ​ເສັ້ນ​ປະສາດ​ໃຫ້​ດີ​ມີ​ສິດ​ເກີດ​ຈາກ​ພັງ​ຜືດ​ໄປ​ລັດ​ເສັ້ນ​ປະສາດ​ ຫລື ​ເກີດ​ມາ​ຈາກ​ສູນ​ລວມ​ປະສາດ​ທີ່​ຕົ້ນ​ຄໍ​ກໍ​ເປັນໄດ້

‘ເຈັບຫົວ​ກະທົບຮອດ​​ຄໍ‘ ອາດ​ເປັນພຽງ​ກ້າມ​ຊີ້ນທີ່​ຈັງ ​​ເວລາ​ມີ​ຄວາມ​ຄຽດ​ທຳມະດາ ແຕ່​ຖ້າ​ມີ​ຕາ​ມົວ​ບວກ​ກັບປຸ້ນທ້ອງ​ຮາກ​ນໍາ​ກໍ​ຕ້ອງ​ຈັບ​ຕາ​ອາການ​ທາງສະຫມອງ ‘ປວດ​ຫລັງ​ຮອດ​ລົງ​ຂາ‘ ໜ້າ​ຈະ​ເກີດ​ຈາກ​ໝອນ​ຮອງ​ກະດູກ​ກົດ​ເສັ້ນ​ປະສາດ​ເປັນ​ຫລັກ ໂດຍ​ສະເພາະ​ຫລັງ​ສ່ວນ​ບັ້ນ​ແອວ​ເປັນ​ຈຸດ​ອ່ອນ​ທີ່​ສຳຄັນ ການ​ເບິ່ງ​ວ່າ ​ປວດ​ຫລັງ​ເຖິງ​ຂັ້ນ​ໃດ​ໃຫ້​ເບິ່ງ​ອາການ​ປວດ​ລົງ​ຂາ

‘ເຈັບ​ເອິກແລ່ນ​ໄປ​ແຂນ​ຊ້າຍ‘  ​ຍິ່ງ​ກວ່າອາການ​ອົກ​ຫັກ​ເພາະ​ມັກ​ກ່ຽວ​ເຖິງ​ພະຍາດ​ຫົວ​ໃຈ​ຂາດ​ເລືອດ ໃຫ້​ສັງເກດ​ອາການ​ປວດ​ວ່າ ​ຄື​ຖືກ​ບີບ​ ຫລື ​ຖືກ​ງູ​ເຫລືອມ​ໂຕ​ໃຫຍ່​ຮັດ​ ​ຫລື​ບໍ່ ‘ໄອ​ແລ້ວ​ປວດ​​ລົງຮອດ​ກົ້ນ​ບໍ່‘ ບາງ​ຄົນ​ເວລາ​ໄອ ​ຫລື ​ເບັ່ງ​ທ້ອງ​ແຮງ​ໆ ແລ້ວ​ມີ​ອາການ​ເຈັບ​​ໄປ​ຫລັງ​ ຫລື ​ກົ້ນ​​ເບື້ອງ​ລຸ່ມ​ທຸກ​ເທື່ອ ຕ້ອງ​ເຝົ້າ​ລະ​ວັງ​ພະຍາດ​ໝອນ​ຮອງ​ກະດູກ​ທັບ​ເສັ້ນ

‘ເຈັບ​ທ້ອງ​ນ້ອຍ​​ລາມລົງ​ຂາ‘ ໃນ​ແມ່ຍິງ​ຕ້ອງ​ລະ​ວັງ​ເລື່ອງ ​​ການ​ອັກ​ເສບ ສ່ວນ​ໃນ​ໜຸ່ມໆ ໃຫ້​ລະ​ວັງ​ໜິ້ວ​ໃນ​ກະເພາະ​ຍ່ຽວ ຖ້າ​ມີ​ໄຂ້​ຮ່ວມ​ນໍາໃຫ້​ຊ່ວຍ​ລະ​ວັງ​ການ​ຕິດ​ເຊື້ອ​ເປັນ​ຫລັກ ‘ເຈັບ​ທ້ອງ​ສ່ວນ​ອື່ນໆ ແລ້ວ​ລາມ​ຊອດ​ຫລັງ‘ ອາການ​ເຈັບ​ໜ້າ​ໄປ​ຫລັງ​ເຊັ່ນ​ນີ້​ຖ້າ​ເປັນ​ຢູ່ຕັບ ຄື ທາງ​ເທິງ​ຂວາ​ໃຫ້​ຄິດ​ເຖິງ​ ຖົງ​ນ້ຳບີ​ທີ່​ອາດ​ບໍ່​ດີ​ສົມ​ຊື່ ເພາະ​ນິ້ເປັນ​ສັນ​ຍານ​ໜິ້ວ​ໃນ​ຖົງ​ນ້ຳບີ​ ຫລື ​ຖົງ​ນ້ຳບີ​ອັກ​ເສບ ສ່ວນ​ຖ້າ​ເຈັບ​ສູນກາງ​ຮ່ວມ​ກັບ​ໄຂ້​ສູງ​ໃຫ້​ຄິດ​ເຖິງ​ຕັບ​ອ່ອນ​ອັກ​ເສບ (Acute pancreatitis) ແບບ​ຮຸນແຣງ

‘ເຈັບ​ບັ້ນ​ແອວ​ແຖວຂ້າງ​ປວດ​ລົງ​ຂາ‘ ຍິ່ງ​ຖ້າ​ເຈັບ​ບັ້ນ​ແອວ​ທາງໃດ​ທາງ​ໜຶ່ງ​ແລ້ວ​​ປວດນໍາ ໃຫ້​ຄິດ​ເຖິງ​ກ້ອນ​ໜິ້ວ​ໃນ ​ກວຍ​ຫມາກໄຂ່ຫລັງ​ ຫລື ​ທໍ່​ຫມາກໄຂ່ຫລັງ ໃນ​ບາງ​ຄົນອາດ​ມີ​ທໍ່​ຍ່ຽວ​ອັກ​ເສບ​ຮ່ວມ​ກັບ​ມີ​ໄຂ້ ຮູ້ສຶກ​ໜາວ ​ແລະ ​ຍ່ຽວ​ປົນ​ເລືອດ​ອີກ ຖ້າຫາກ​ເປັນ​ເຊັ່ນ​ນີ້​ແນະ​ໃຫ້​ຊ່ວຍ​ຮີບ​ໄປ​ກວດ​ຍ່ຽວ ເອັກ​ສະເລ ​ຫລື ​ອັນ​ຕ້າ​ຊາວ

ແລະ ​ສຸດ​ທ້າຍ ‘ເຈັບ​ຕາມ​ຜື່ນ​ແລ້ວ ​ປວດ​ລົງ​ເສັ້ນ​ປະສາດ‘ ການ​ທີ່​ມີ​ຜື່ນ​ເປັນ​ຕຸ່ມ​ນ້ຳ​ໃສ​ແລ້ວ​ມີ​ອາການ​ແສບ​ຮ້ອນ ​ຫລື ​ເຄີຍ​ມີ​ປະຫວັດເປັນ​ພະຍາດ​ໃຫ້​ລະ​ວັງ​ອາການ​ປວດ​ລ້າວ​ໄປ​ນໍາ​ປາຍ​ປະສາດ ແມ່ນ​ບໍ່​ມີ​ຜື່ນ​ແລ້ວ​ກໍ​ອາດ​ຖິ້ມ​ອາການ​ແສບ​ຮ້ອນ​ໄວ້​ໄດ້ ບາງ​ຄົນ​ເຈັບ​ແສບ​ຢູ່​ຕາມ​ແນວ​ເສັ້ນ​ປະສາດ​ເປັນ​ຄັ້ງ​ຄາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...