Homeສຸຂະພາບ ແລະ ສີ່ງແວດລ້ອມໝາກໄຊ ຕ້ານເບົາຫວານ

ໝາກໄຊ ຕ້ານເບົາຫວານ

Published on

marapon

ໝາກໄຊ  (Momordica charantia L.) ເປັນ​ສະ​ໝຸນ​ໄພ​ທີ່​ໃຊ້​ກັນ​ມາ​ດົນ​ນັບ​ພັນ​ປີ ໃນ​    ອາຊີ ອາຟຣິກາ ແລະ ​ອາເມລິກາ ​ໃຊ້​ໝາກໄຊ​ປິ່ນປົວ​ເບົາ​ຫວານ ພະຍາດ​ຕັບ ບັນ​ເທົາ​ອາການ​ພະຍາດ​ປະດົງ ​ຂໍ້​ອັກ​ເສບ ໃບໃຊ້ເປັນຢາລົດໄຂ້ ຮາກ​ໃຊ້ເປັນ​ຢາ​ແກ້​ເລືອດ​ເປັນ​ພິດ ແລະ ​ພະຍາດ​ຕັບ

ງານ​ວິ​ໄຈ​ສະ​ໝຸນ​ໄພໝາກໄຊ​ໄດ້​ດຳ​ເນີນ​ຢ່າງ​ຕໍ່​ເນື່ອງ​ມາ​ຕັ້ງ​ແຕ່ ຄ.ສ 1962 ເຊິ່ງ Lotlika ແລະ Rao ໄດ້​ຄົ້ນ​ພົບ​ ຊາ​ແລນ​ຕິນ​ ໃນ​ໝາກໄຊ ທີ່​ສະແດງ​ລິດຫ​ລຸດ​ນ້ຳ​ຕານ​ໃນ​ເລືອດ​ຂອງ​ສັດ​ທົດລອງ ໃນ​ປີ 1965 Sucrow ໄດ້​ພິສູດ​ໂຄງ​ສ້າງ​ເຄ​ມີ​ຂອງ​ ຊາ​ແລນ​ຕິນ   ພົບ​ວ່າ​ ເປັນ​ສານ​ປະສົມ​ຂອງ sitosteryl- ແລະ 5, 25-stigmastadien-3-beta-ol-D-glucosides ໃນ​ອັດຕາ​ສ່ວນ 1:1 ປີ 1977 Baldwa ແລະ ​ຄະນະ ໄດ້​ແຍກ​ສານ​ຄ້າຍ​ອິນ​ຊູ​ລິນ​ຈາກ​ໝາກໄຊ ​ແລະ ​ມີ​ລິດຫ​ລຸດ​ນ້ຳ​ຕານ ໃນ​ປີ 1981 Khana ແລະ​ ຄະນະ​ໄດ້​ພິສູດ​ໂຄງ​ສ້າງ​ຂອງ​ສານ​ຄື ອິນ​ຊູ​ລິນ ພົບ​ວ່າ​ ເປັນ​ໂພ​ລີ​ເປບ​ໄທ​ທີ່​ມີ​ນ້ຳ​ໜັກ​ໂມ​ເລ​ກຸນ 11, 000 ດາລ​ຕັນ ແລະ ​ມີ​ກົດ​ອະ​ມິ​ໂນ 166 residues ເອີ້ນ​ສານ​ນີ້​ວ່າ ໂພ​ລີ​ເປບ​ໄທ ພີ ສານ​ຂົມ​ກຸ່ມ​ ຄິວ​ເຄີ​ບິ​ຕາ​ຊິນ ​ຊຶ່ງ​ເປັນ chemotaxonomic character ຂອງ​ພືດ​ວົງ Cucurbitaceae ຄິວ​ເຄີ​ບິ​ຕາ​ຊິນ​ ໃນ​ໝາກໄຊ ຄື momordicosides, momordicins, karaviloside K1 ແລະ charantoside ມີ​ລາຍ​ງານ​ວ່າ ​ສານ​ຂົມ​ດັ່ງ​ກ່າວ​ ມີ​ລິດ​ຫລຸດ​ນ້ຳ​ຕານ

ໃນ ໝາກໄຊ ມີ​ສານ​ຫລາຍ​ຊະນິດ​ທີ່​ຕ້ານ​ເບົາ​ຫວານ ແລະ ​ມີ​ຫລາຍ​ກົນ​ໄກ​ທີ່​ອອກ​ລິດ​ຕ້ານ​ເບົາ​ຫວານ ໄດ້​ແກ່ ເສີມ​ການ​ຫລັ່ງ​ອິນ​ຊູ​ລິນ​ຈາກ​ຕັບ​ອ່ອນ ຫລຸດ​ການສ້າງ​ນ້ຳ​ຕານ​ຈາກ​ຕັບ ເສີມ​ການ​ເຜົາ​ຜານ​ນ້ຳ​ຕານ ເພີ່ມ​ຄວາມ​ໄວ​ຕໍ່​ອິນ​ຊູ​ລິນ ເພີ່ມ​ຄວາມ​ທົນ​ຕໍ່​     ກູ​ໂຄດ  (glucose tolerance) ນອກ​ຈາກ​ນີ້​ຍັງ​ຢຸດ​ການ​ຫລັ່ງ​ກູ​ໂຄດ​ໃນ​ລຳ​ໄສ້​ນ້ອຍ ແລະ​ຢຸດ​ເອນ​ໄຊ​ກູ​ໂຄ​ໄຊ​ເດສ

ນ້ຳ​ຄັ້ນ​ຈາກ​ໝາກໄຊ ສະແດງ​ລິດ​ຕ້ານ​ເບົາ​ຫວານ​ໃນ​ກະ​ຕ່າຍ ​ແລະ​ ໜູ​ຂາວ ນອກ​ຈາກ​ນີ້​ຍັງມີ​ລາຍ​ງານ​ວ່າ​ ໝາກໄຊ​ສາມາດ​ຫລຸດຜ່ອນ​ຄວາມ​ຜິດ​ປົກກະຕິ​ຂອງ​ຫມາກໄຂ່ຫລັງ ການ​ເກີດ​ຕໍ້​ກະ​ຈົກ ການ​ເສື່ອມ​ຂອງ​ເສັ້ນ​ປະສາດ​ ຊຶ່ງ​ເປັນ​ຜົນ​ມາ​ຈາກ​ການ​ທີ່​ມີ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ​ສູງ​ເປັນ​ເວລາ​ດົນ ຫລື ​ບໍ່​ສາມາດ​ຄວບ​ຄຸມ​ລະ​ດັບ​ນ້ຳ​ຕານ​ເລືອດ​ໃຫ້​ປົກກະຕິ

ການສຶກສາ​ທາງ​ຄິ​ນິກ​ໃນ​ຜູ້​ປ່ວຍ​ເບົາ​ຫວານ​ຊະນິດ​ບໍ່​ອາໃສ ​ອິນ​ຊູ​ລິນ  (8 ຄົນ) ພົບ​ວ່າ​ຜູ້​ປ່ວຍ​ທົນ​ຕໍ່​ກູ​ໂຄດ​ໄດ້​ດີ​ຂຶ້ນ ຫລຸດ​ລະ​ດັບ​ນ້ຳ​ຕານ​ຂະນະ​ອີ່ມ ແລະ ຫ​ລຸດ​ຄວາມ​ຖີ່​ຂອງ​ການ​ຖ່າຍ​ເບົາ ຈຶ່ງ​ຂໍ​ແນະ​ນຳ​ຜູ້​ປ່ວຍ​ເບົາ​ຫວາ​ນບໍ​ລິ​ໂພກ ໝາກໄຊ ເປັນ​ອາຫານ ຫລື ​ໃນ​ຮູບ​ນ້ຳ​ບີບເປັນ​ອາຫານ​ເສີມ ເພື່ອ​ຊ່ວຍ​ປິ່ນປົວ​ລະ​ດັບ​ຄວາມ​ດັນ​ເລືອດ​ໃຫ້​ປົກກະຕິ ແລະ​ ຫລຸດຜ່ອນ​ອາການ​ຕ່າງໆ​ທີ່​ເປັນ​ຜົນ​ເສຍ​ຈາກ​ພະຍາດ​ເບົາ​ຫວານ​ທີ່​ເປັນ​ມາ​ດົນ

ໝາກໄຊ (ສີ​ຂຽວ) ມີ​ຄຸນຄ່າ​ທາງ​ອາຫານ​ເພາະ​ມີ​ວິ​ຕາ​ມິນ​ເອ  (2, 924 IU) ໄນ​ອະ​ຊິນ  (190 ມິລີກຣາມ /100 ກຣາມ) ແລະ ​ມີ​ຄຸນສົມບັດ​ຕ້າ​ນອາ​ນຸ​ມູນ​ອິດ​ສະລະ

ການ​ກຽມ​ນ້ຳ​ບີບ​ຈາກໝາກໄຊ ຂະໜາດ​ທີ່​ໃຊ້​ຕໍ່​ມື້ ໜ່ວຍ 100 ກຣາມ ນໍາມາ​ຜ່າ​ເຄິ່ງ ໃຊ້​ບ່ວງ​ກາ​ເຟ​ຂູດ​ໄສ້​ໃນ ​ແລະ ​ເມັດ​ອອກ ຊອຍໝາກໄຊເປັນ​ອັນ​ນ້ອຍ​ຂະໜາດ​ກວ້າງ 1 ຊັງຕີແມັດ ໃສ່​ໃນ​ເຄື່ອງ​ປັ່ນ​ແຍກ​ກາກ ຈະ​ໄດ້​ນ້ຳ​ໝາກໄຊປະ​ມານ 40 ມິລີລິດ. ດື່ມ​ຫລັງ​ອາຫານ​ເຊົ້າ​ຫລື​ແລງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...