Homeຄວາມງາມກາເຟເຢັນ ໂຕການພາຕຸ້ຍ ສ່ຽງພະຍາດຊຳເຮື້ອ ຄົນທີ່ມັກກິນກາເຟຄວນລະວັງ

ກາເຟເຢັນ ໂຕການພາຕຸ້ຍ ສ່ຽງພະຍາດຊຳເຮື້ອ ຄົນທີ່ມັກກິນກາເຟຄວນລະວັງ

Published on

20131119193456965

ກາ​ເຟ​ກາຍ​ເປັນ​ໜຶ່ງ​ໃນ​ຄ່າ​ນິຍົມ​ຂອງ​ຄົນ​ທົ່ວ​ໄປ​​ແລ້ວ ​ທີ່​ບໍ່​ວ່າ​ຈະ​ເດີນທາງ​ໄປ​ບ່ອນ​ໃດ ​ຕ້ອງ​ແວ່ພັກ​ເຕີມ​ພະລັງ​ດ້ວຍ​ກາ​ເຟ​ ໂດຍ​ສະເພາະ​ຢ່າງ​ຍິ່ງ​ກາ​ເຟ​ເຢັນ​ທີ່​ໃຫ້​ພະລັງ​ງານ​ພ້ອມ​ຄວາ​ມ​ແຊບ​ທີ່​ໃຜ​ຫລາຍ​ຄົນ​ຄິດບໍ່​ເຖິງ​ວ່າ ​ທໍາ​ຮ້າຍ​ສຸຂະພາບ​ຂອງ​ເຮົາ​ຫລາຍກວ່າ​ທີ່​ຄິດ​ໄວ້​

ເຄີຍ​ສົງ​ໄສ​ກັນ​ບໍ​ວ່າ ເປັນຫຍັງ​ກາ​ເຟ​ເຢັນ​ຈຶ່ງ​ກິນ​ແລ້ວ​ຕຸ້ຍ ທັງ​ທີ່​ເຮົາ​ກໍ​ສັ່ງ​ແບບ​ບໍ່​ຫວານ ຫລຸດ​ນົມ​ຂຸ້ນ ບໍ່​ໃສ່​ນ້ຳ​ຕານ​ແລ້ວ​ກໍ​ຕາມ  ແຕ່​ກໍ​ຍັງ​ເຮັດໃຫ້​ຮູ້ສຶກ​ຕຸ້ຍ​ຂຶ້ນ ມີ​ນ້ຳ​ໜັກ​ໂຕເພີ່ມ​ຂຶ້ນ​ຢູ່​ຄືເກົ່າ ເຊິ່ງ​ໃຜ​ທີ່​ກຳ​ລັງ​ມີ​ບັນຫາ​ແບບ​ນີ້​ຢູ່​ ​ຂໍ​ໃຫ້​ລອງ​ອ່ານ​ຂໍ້​ມູນ​ທີ່​​ນຳ​ມາ​ຝາກ​ນີ້​ເບິ່ງ ເພື່ອ​ວ່າ ​ຈະ​ໄດ້​ຕັດ​ໃຈ​ຈາກ​ກາ​ເຟ​ເຢັນ​ໄດ້​ຫລາຍ​ຂຶ້ນ

ໃນ​ກາ​ເຟ​ເຢັນ 1 ຈອກ​ມີ​ຫຍັງ​ເຊື່ອງ​ຢູ່​ແນ່  ?
ລົດ​ຊາດ​ທີ່​ແທ້​ຈິງ​ຂອງ​ກາ​ເຟ​ຄວນ​ຈະ​ມີ​ລົດ​ຊາດຂົມ​ນຳ ແຕ່​ຖ້າ​ເມື່ອໃດ​ທີ່​ດື່ມ​ເຂົ້າໄປ​​ທໍາອິດ​ແລ້ວ​ພົບ​ວ່າ ​ລົດ​ຊາດ​ ຫອມ ຫວານ ມັນ ຊື່ນ​ໃຈ​ ຂໍ​ໃຫ້​ຮູ້​ວ່າ​ ທ່ານບໍ່​ໄດ້​ກຳ​ລັງ​ດື່ມ​ພຽງແຕ່​ກາ​ເຟ​ພຽງ​ຢ່າງ​ດຽວ​​ແລ້ວ ຈາກ​ຜົນ​ການ​ສຳຫ​ລວດ​ຂອງ ສຳ​ນັກ​ໂພສະ​ນາ​ການ    ພົບ​ວ່າ ສິ່ງ​ທີ່​ເຊື່ອງ​ຢູ່ໃນ​ກາ​ເຟ​ເຢັນ 1 ຈອກ​ນັ້ນ​ມີ​ຫລາຍກວ່າ​ ແຕ່​ສານ​ຄາ​ເຟ​ອີນ ເພາະ​ກາ​ເຟ​ເຢັນ​ຂະໜາດ​ຈອກ 20 ອອນ ຫລື 600 ມິ​ລິ​ລີດ ມີ​ສ່ວນ​ປະກອບ​ຂອງ​ໄຂ​ມັນ 22.1 ກຣາມ ໂປ​ຕີນ 10.9 ກຣາມ ແລະ​ ຄາລ​ໂບ​ໄຮ​ເດດ 49.4 ກຣາມ ເຊິ່ງ​ໃຫ້​ພະລັງ​ງານ​ຕໍ່​ຮ່າງກາຍ​ສູງ​ກວ່າ 200 ກິ​ໂລ​ແຄ​ລໍ​ລີ ໂດຍ​ພະລັງ​ງານ​ທີ່​ຮ່າງກາຍ​ໄດ້ຮັບ​ສ່ວນ​ໃຫຍ່​ກໍ​ມາ​ຈາກ​ນ້ຳ​ຕານ​ທີ່​ມາ​ຈາກ​ນົມ​ຂຸ້ນ ຄີມ​ທຽມ ຫລື ​ໄຊ​ລັບ ​ແຕ່ງ​ລົດ​ຊາດ​ໃນ​ປະລິມານ​ທີ່​ຫລາຍ​ເຖິງ 38 ກຣາມ ຫລື​ ປະ​ມານ 10 ບ່ວງ ດັ່ງ​ນັ້ນ​ ລອງ​ຄິດ​ຫລິ້ນ​ໆ ເບິ່ງ​ວ່າ ຖ້າຫາກ​ເຮົາ​ກິນ​ກາ​ເຟ​ເຢັນ​ສະເລ່ຍ​ມື້​ລະ 2 ຈອກ ນັ້ນ​ໝາຍ​ເຖິງ ຮ່າງກາຍ​ຈະ​ໄດ້ຮັບ​ປະລິມານ​ນ້ຳ​ຕານ​ເພີ່ມ​ຂຶ້ນ​ອີກ​ເປັນ​ເທົ່າ​ໂຕ!

ກາ​ເຟ​ເຢັນ​ສູດ​ໃດ ດື່ມ​ແລ້ວ​ທໍາ​ຮ້າຍ​ສຸຂະພາບ​ຫລາຍ​ທີ່​ສຸດ
ຄວາມ​ຈິງ​ແລ້ວ​ຂຶ້ນ​ຊື່​ວ່າ​ ກາ​ເຟ​ເຢັນ ​ກໍ​ລ້ວນ​ແລ້ວ​ແຕ່​ທໍາ​ຮ້າຍ​ສຸຂະພາບ​ທັງ​ໝົດ  ບໍ່​ວ່າ​ຈະ​ເປັນ​ເມ​ນູ​ກາ​ເຟ​ຍອດ​ນິຍົມ​ທີ່​ຂາຍ​ກັນ ເຊັ່ນ ລາ​ເຕ້ ມອກ​ຄ່າ ເອດ​ເປດ​ໂຊ່ ແລະ ​ຄາ​ປູ​ຊິໂນ ໂດຍ​ກາ​ເຟ​ແຕ່​ລະ​ສູດ​ນັ້ນ​ມີ​ປະລິມານ​ນ້ຳ​ຕານ​ບໍ່​ຕ່າງ​ກັນ​ເທົ່າໃດ​ ຍົກ​ເວັ້ນ​ເມ​ນູ​ທີ່​ມີ​ສ່ວນ​ປະສົມ​ຂອງ​ຊັອກ​ໂກ​ແລດ ​ແລະ ​ກາ​ເຟ​ທີ່​ດື່ມ​ແລ້ວ​ຈະ​ເຮັດໃຫ້​ຕຸ້ຍ​ຫລາຍກວ່າ​ເມ​ນູ​ອື່ນໆ ຕົວຢ່າງ​ເຊັ່ນ ມອກ​ຄ່າ​ເຢັນ  ທີ່​ບໍ່​ໄດ້​ໃຫ້​ພຽງແຕ່​ນ້ຳ​ຕານ​ຢ່າງ​ດຽວ ເຊິ່ງ​​ປຽບທຽບ​ປະລິມານ​ນ້ຳ​ຕານ​ໃນ​ກາ​ເຟ​ແຕ່​ລະ​ສູດ​ຈະ​ພົບ​ວ່າ
ລາ​ເຕ້​ເຢັນ​ໃຫ້​ພະລັງ​ງານ​ສູງ​ເຖິງ 288 ກິ​ໂລ​ແຄ​ລໍ​ລີ ມີ​ປະລິມານ​ນ້ຳ​ຕານ​ປະ​ມານ 3-9 ບ່ວງ
ຄາ​ປູ​ຊິ​ໂນ​ເຢັນ ​ໃຫ້​ພະລັງ​ງານ​ສູງ​ເຖິງ 303 ກິ​ໂລ​ແຄ​ລໍ​ລີ ມີ​ປະລິມານ​ນ້ຳ​ຕານ​ປະ​ມານ 6-9 ບ່ວງ
ມອກ​ຄ່າ​ເຢັນ ​ໃຫ້​ພະລັງ​ງານ​ສູງ​ເຖິງ 400 ກິ​ໂລ​ແຄ​ລໍ​ລີ ມີ​ປະລິມານ​ນ້ຳ​ຕານ​ປະ​ມານ 5-9 ບ່ວງ ແຖມ​ຍັງມີ​ປະລິມານ​ນ້ຳ​ຕານ​ທີ່​ມາ​ຈາກ​ນ້ຳ​ເຊື່ອມ ​ແລະ ​ຜົງ​ຊັອກ​ໂກ​ແລັດ​  ນໍາອີກ​
ແຕ່​ສຳຫລັບ​ກາ​ເຟ​ສູດ​ອື່ນ​ທີ່​ນອກ​ເໜືອ​ໄປ​ຈາກ​ນີ້ ເຊັ່ນ ເມ​ນູ​ກາເຟ​ກາ​ປູ​ຊິ​ໂນ ທັງ​ແບບ​ມີ​ບີບ​ຄີມ ​ແລະ ​ບໍ່​ມີ​ບີບ​ຄີມ ​ນັ້ນ​ຖື​ວ່າ​ເປັນ​ເມ​ນູ​ກາ​ເຟ​ທີ່​ກິນ​ແລ້ວ​ຕຸ້ຍ​ທີ່ສຸດ ເພາະ​ໃຫ້​ພະລັງ​ງານ​ສູງ​ເຖິງ 561 ແຄ​ລໍ​ລີ ແລະ 457 ແຄ​ລໍ​ລີ ຕາມ​ລຳ​ດັບ ນ້ຳ​ຕານ ​ແລະ ​ຄີມ​ທຽມ ກົນ​ລວງ​ຄວາ​ມ​ແຊບຊ້ອຍ​ທີ່​ເຮັດໃຫ້​ເຮົາກິນແບບເພີດເພີນ

ນອກ​ຈາກ​ປະລິມານ​ນ້ຳ​ຕານ​ໃນ​ກາ​ເຟ​ເຢັນ​ ທີ່​ເຮັດໃຫ້​ເຮົາ​ຕຸ້ຍ​ຂຶ້ນ ສຸຂະພາບ​ຮ້າຍກວ່າເກົ່າ​ແລ້ວ ຍັງມີ​ໂຕ​ການ​ຮ້າຍ​ທີ່​ເຮົາ​ຕ້ອງ​ລະ​ວັງ​ໃຫ້​ດີ​ກໍ​ຄື ຄີມ​ທຽມ ເພາະ​ຄີມ​ທຽມ​ມີ​ສ່ວນ​ປະກອບ​ຫລັກ​ເປັນ​ໄຂ​ມັນ ໂປ​ຕີນ ແລະ ​ນ້ຳ​ຕານ ໂດຍ​ສ່ວນ​ໃຫຍ່​ກໍ​ສະ​ກັດ​ມາ​ຈາກ​ນ້ຳ​ມັນ​ປາມ ​ແລະ ​ນ້ຳ​ມັນ​ໝາກ​ພ້າວ ຈຶ່ງ​ມີ​ປະລິມານ​ກົດ​ໄຂ​ມັນ​ອີ່ມ​ໂຕ​ສູງ​ປະ​ມານ​ຮ້ອຍ​ລະ 20 – 50 ຖື​ເປັນ​ໄຂ​ມັນ​ຊານ​ທີ່​ມີ​ຜົນ​ໃຫ້​ຄໍ​ເລດ​ເຕີ​ລໍ​ຊະນິດ​ບໍ່ດີ  (LDL) ໃນ​ເລືອດ​ເພີ່ມ​ຂຶ້ນ ສົ່ງ​ຜົນ​ໃຫ້​ລະບົບ​ການເຮັດວຽກງານ​ຂອງ​ຕັບ​ຜິດ​ປົກກະຕິ ຖ້າຫາກ​ເຮົາ​ກິນ​ກາ​ເຟ​ດ້ວຍ​ຄີມ​ທຽມ ​ເທື່ອ​ລະ 2-3 ບ່ວງ​ຂຶ້ນ​ໄປ​ເປັນ​ປະຈຳ​ທຸກ​ມື້ ແນ່ນອນ​ວ່າ​ເຮົາ​ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ເປັນ​ພະຍາດ​ເບົາ​ຫວານ ຄວາມ​ດັນ​ເລືອດ​ສູງ ໄຂ​ມັນ​ອຸດ​ຕັນ​ໃນ​ເສັ້ນ​ເລືອດ

ນອກ​ຈາກ​ນີ້​ຍັງມີ​ກົນ​ລວງ​ຄວາ​ມ​ແຊບຊ້ອຍ​ອີກ​ໜຶ່ງ​ຢ່າງ​ທີ່​ເຮົາ​ຕ້ອງ​ຄຳ​ນຶງ​ເຖິງ​ນໍາ​ນັ້ນ​ກໍ​ຄື ນ້ຳ​ເຊື່ອມ​ແຕ່ງ​ລົດ​ຊາດ​ຕ່າງໆ ເຊັ່ນ ວາ​ນິ​ລາ ຮາ​ເຊນ​ນັດ ມິນ ແລະ​ ຄາ​ລາ​ເມວ ເຊິ່ງ​ກໍ​ຖື​ວ່າ ​ຢູ່ໃນ​ໝວດ​ໝູ່​ຂອງ​ນ້ຳ​ຕານ​ໄຊ​ລັບ​ ເຕີມ​ລົດ​ຊາດ ທີ່​ສົ່ງ​ຜົນ​ໃຫ້​ແຄ​ລໍ​ລີໃນ​ກາ​ເຟ​​ຂອງ​ເຮົາ​ເພີ່ມ​ຂຶ້ນ​ຄືກັນ​

ໄພ​ສຸຂະພາບ​ທີ່​ແອບແຝງ​ມາ​ກັບ​ກາ​ເຟ​ເຢັນ 1 ຈອກ
ຕາມ​ຫລັກ​ໂພສະ​ນາ​ການ​ທີ່​ດີ​ແລ້ວ ຮ່າງກາຍ​ຂອງ​ເຮົາ​ຄວນ​ໄດ້ຮັບ​ພະລັງ​ງານ​ໂດຍ​ສະເລ່ຍ​ຢູ່​ທີ່ 2, 000 ແຄ​ລໍ​ລີ​ສຳລັບ​ຜູ້ຍິງ ແລະ 2, 500 ແຄ​ລໍ​ລີ​ສຳຫລັບ​ຜູ້​ຊາຍ ເຊິ່ງ​ການ​ດື່ມ​ກາ​ເຟ​ເຢັນ​ແມ່ນ​ພຽງ​ແຕ່​ຈອກ​ດຽວ ກໍ​ເຮັດໃຫ້​ຮ່າງກາຍ​ເຮົາ​ໄດ້ຮັບ​ແຄ​ລໍ​ລີ​ສູງ​ກວ່າ 1 ໃນ 4 ຂອງ​ແຄ​ລໍ​ລີ​ໃນ​ອາຫານ​ລວມ 3 ຄາບນໍາ​ອີກ ໂດຍ​ສະເພາະ​ຢ່າງ​ຍິ່ງ​ຖ້າ​ເຮົາ​ດື່ມ​ມື້​ລະ​ຫລາຍ​ຈອກ ແຕ່​ກັບ​ບໍ່​ໄດ້​ເຄື່ອນ​ໄຫວ​ຮ່າງກາຍ​ເທົ່າໃດ ກໍ​ບໍ່​ແປກ​ທີ່​ນ້ຳ​ໜັກ​ໂຕຈະ​ເພີ່ມ​ຂຶ້ນ ສ່ວນຫນຶ່ງ​ມາ​ຈາກ​ການ​ທີ່​ຮ່າງກາຍ​ໄດ້ຮັບ​ນ້ຳ​ຕານ​ໃນ​ປະລິມານ​ທີ່​ສູງ​ຫລາຍ​ທຸກ​ມື້ ຈົນ​ບໍ່​ສາມາດ​ເຜົາ​ຜານ​ໃຫ້​ໝົດ​ໃນ​ແຕ່​ລະ​ມື້​ໄດ້ ເກີດ​ການ​ປ່ຽນ​ສະພາບ​ເປັນ​ໄຂ​ມັນ ກາຍ​ເປັນ​ ເຊວ​ລູ​ໄລ ​ກ້ອງ​ຊັ້ນ​ຜິວ​ໜັງ​ຕາມ​ອະໄວຍະວະ​ຕ່າງໆ ໃນ​ຮ່າງກາຍ​ເຮົາ ແລະ​ຍິ່ງ​ຖ້າ​ເຮົາ​ດື່ມ​ກາ​ເຟ​ເຢັນ​ເກີນ​ກວ່າ 1 ຈອກຕໍ່​ມື້​ ຮ່າງກາຍ​ກໍ​ຍິ່ງ​ມີ​ຄວາມ​ສ່ຽງ​ສູງ​ໃນ​ການ​ພະຍາດ​ເສື່ອມ​ຕ່າງໆ ໄດ້​ງ່າຍ​ຂຶ້ນ ໄດ້​ແກ່ ພະຍາດ​ຕຸ້ຍ ພະຍາດ​ມະ​ເຮັງ​ລຳ​ໄສ້ ພະຍາດ​ຫົວ​ໃຈ ພະຍາດ​ເບົາ​ຫວານ ​ແລະ ​ຄວາມ​ດັນ​ເລືອດ ສາ​ເຫດ​ເພາະ​ນ້ຳ​ຕານ​ເປັນ​ໂຕ​ທຳລາຍ​ຄວາມ​ສົມ​ດຸນ​ຂອງ​ລະບົບ​ໄຫລ​ວຽນ​ເລືອດ​ໃນ​ຮ່າງກາຍ​ນັ້ນ​ເອງ
ເຫັນ​ບໍ່​ວ່າ ພຽງແຕ່​ກາ​ເຟ​ເຢັນ​ພຽງ​ຈອກ​ດຽວ​ກໍ​ມີ​ຜົນ​ຕໍ່​ສຸຂະພາບ​ຂອງ​ເຮົາ​ໃຫ້​ຮ້າຍກວ່າເກົ່າ​ໄດ້​ແລ້ວ ດັ່ງ​ນັ້ນ​ໃຜ​ທີ່​ຕິດ​ກາ​ເຟ​ເຢັນ​ຫລາຍ ຂໍ​ແນະ​ນຳ​ ໃຫ້​ລອງ​ປ່ຽນ​ມາ​ເປັນ​ກາ​ເຟ​ຮ້ອນ​ເບິ່ງ​ ເພາະ​ການ​ກິນ​ແບບ​ຮ້ອນ​ຈະ​ເຮັດໃຫ້​ເຮົາຫ​ລຸດ​ປະລິມານ​ນ້ຳ​ຕານ ​ແລະ ​ໄຂ​ມັນ​ໄດ້​ຫລາຍກວ່າ ອີກ​ທັງ​ຍັງ​ເຮັດໃຫ້​ເຮົາ​ຮັບ​ລົດຊາດ​ກາ​ເຟ​ໄດ້​ຫລາຍ​ຂຶ້ນ​ກວ່າ​ເກົ່າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...