Homeສຸຂະພາບ ແລະ ສີ່ງແວດລ້ອມບໍ່ສະບາຍແຕ່ຢາກອອກກຳລັງກາຍ ເຮັດໄດ້ຫລືບໍ່

ບໍ່ສະບາຍແຕ່ຢາກອອກກຳລັງກາຍ ເຮັດໄດ້ຫລືບໍ່

Published on

1_6

ສຳຫລັບ​ຄົົນທີ່​ມັກ ​ແລະ ​ຕິດ​ການ​ອອກ​ກຳ​ລັງ​ກາຍ ການ​ບໍ່​ໄດ້​ອອກ​ກຳ​ລັງ​ກາຍ​ແມ່ນ​ພຽງ​ມື້​ດຽວ​ກໍ​ອາດຈະ​ເຮັດໃຫ້​ຮູ້ສຶກ​ບໍ່​ສະບາຍຕົນ​ສະບາຍ​ໂຕ​ໄດ້ ແຕ່​ຖ້າ​ເກີດ​ວ່າ ​ກຳ​ລັງ​ບໍ່​ສະບາຍ​ຈະ​ເຮັດ​ແບບໃດ ຈະໃຫ້​ຝືນ​ອອກ​ກຳ​ລັງ​ກາຍ​ກໍ​ຈະ​ຍິ່ງ​ເຮັດໃຫ້​ປ່ວຍ​ໜັກ​ກວ່າ​ເກົ່າ ແຕ່​ຈະໃຫ້​ເຊົາ​ອອກ​ກຳ​ລັງ​ກາຍ​ເລີຍ​ໃນ​ໄລຍະ​ນັ້ນ​ກໍ​ຄົງ​ເຮັດ​ໄດ້​ຍາກ​ ດັ່ງ​ນັ້ນ​ມື້​ນີ້​ເລີຍ​ຍົກ​ເລື່ອງ​ການ​ອອກ​ກຳ​ລັງ​ກາຍ​ໃນ​ໄລຍະ​ທີ່​ເຈັບປ່ວຍ​ມາ​ເລົ່າ​ສູ່​ກັນ​ຟັງ ໄປ​ເບິ່ງ​ກັນ​ວ່າ ​ເຈັບປ່ວຍ​ແບບໃດ​ທີ່​ຍັງ​ອອກ​ກຳ​ລັງ​ກາຍ​ໄດ້ ແລ້ວ​ເຈັບປ່ວຍ​ແບບ​ໃດ​ທີ່​ຫ້າມ​ອອກ​ກຳ​ລັງ​ກາຍ

1.ໄອ ອາການ​ໄອ ​ແລະ ​ເຈັບ​ຄໍ

ເປັນ​ອາການ​ທີ່​ພົບ​ໄດ້​ເລື້ອຍໆ ​ເຊິ່ງ​ມີ​ສາ​ເຫດ​ຈາກ​ການ​ໃຊ້​ສຽງ​ຫລາຍ​ເກີນ​ໄປ ຫລື​ ແມ່ນແຕ່​ອາ​ກາດ​ປ່ຽນ​ແປງ ແລະ ​ໂດຍ​ສ່ວນ​ໃຫຍ່​ກໍ​ມັກ​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຫຍັງ​ກັບ​ການ​ອອກ​ກຳ​ລັງ​ກາຍ ແຕ່​ກໍ​ຄວນ​ທີ່​ຈະ​ຫລີກ​ລ້ຽງ​ການ​ອອກ​ກຳ​ລັງ​ກາຍ​ທີ່​ໜັກ​ໜ່ວງ​ ເພາະ​ອາດຈະ​ເຮັດໃຫ້​ໄອ​ຫລາຍ​ຂຶ້ນ ຖ້າ​ຢາກ​ອອກ​ກຳ​ລັງ​ກາຍ​ກໍ່ລອງ​ຫລີກລ້ຽງ​ມາ​ອອກ​ກຳ​ລັງ​ກາຍ​ຄ່ອຍໆ ​ເຊັ່ນ ​ຄາລດິ​ໂອ ​ແບບ​ຄ່ອຍໆ ຫລື ​ບໍ່​ກໍ່​ຍົກ​ນ້ຳ​ໜັກ ແລະ ​ໝັ່ນ​ດື່ມ​ນ້ຳ​ເລື້ອຍໆ ກໍ​ຈະ​ຊ່ວຍ​ໃຫ້​ອາການ​ບັນ​ເທົາ​ລົງ​ໄດ້ນໍາ​ອີກ​

 

  1. ຄັດ​ດັງ ນ້ຳ​ມູກ​ໄຫລ

ອາການ​ຄັດ​ດັງ ​ແລະ ​ມີ​ນ້ຳ​ມູກ​ໄຫລ ເປັນ​ອາການ​ທີ່​ຫລາຍໆ ຄົນ​ຮູ້ສຶກ​ລຳ​ຄານ ເພາະ​ຈະ​ເຮັດໃຫ້​ຫາຍ​ໃຈ​ໄດ້​ບໍ່​ສະ​ດວກ ບາງ​ຄົນ​ເຖິງ​ກັບ​ຕ້ອງ​ຫາຍ​ໃຈ​ທາງ​ປາກ​ ແຕ່ບໍ່ແມ່ນວ່າ ​ຄັດ​ດັງ ນ້ຳ​ມູກ​ໄຫລ ​ແລ້ວ​ຈະ​ບໍ່​ສາມາດ​ອອກ​ກຳ​ລັງ​ກາຍ​ໄດ້​ ພຽງ​ແຕ່​ຫລີກ​ລ້ຽງ​ການ​ອອກ​ກຳ​ລັງ​ກາຍ​ໜັກໆ ມາ​ອອກ​ກຳ​ລັງ​ກາຍ​ດ້ວຍ​ການ​ຫລິ້ນ​ໂຍ​ຄະ ແຕ່​ຕ້ອງ​ຫລີກລ້ຽງ​ທ່າ​ໂຍ​ຄະ ​ທີ່​ຕ້ອງ​ກົ້ມ​ຫົວ​ຕ່ຳ​ໆ  ຫລື ​ທ່າ​ກັບ​ຫົວ ເພາະ​ຈະ​ຍິ່ງ​ເຮັດໃຫ້​ຫາຍ​ໃຈ​ໄດ້​ບໍ່​ສະ​ດວກ

 

  1. ປຸ້ນທ້ອງ ຮາກ ຫລື​ ຖອກທ້ອງ​

ເມື່ອ​ເກີດ​ອາການ​ເຫລົ່າ​ນີ້ ບໍ່​ຄວນ​ອອກ​ກຳ​ລັງ​ກາຍ​ເດັດ​ຂາດ​ ເພາະ​ຈະ​ຍິ່ງ​ເຮັດໃຫ້​ອາການ​ໜັກ​ຂຶ້ນ ຄວນ​ຈະ​ພັກ​ຜ່ອນ​ໂດຍ​ການ​ນັ່ງ​ສະບາຍ​ ຫລື​ ​ກິນ​ຢາ​ແລ້ວ​ນອນ​ພັກ​ຈະ​ດີກວ່າ​ ການ​ທີ່​​ອອກ​ກຳ​ລັງ​ກາຍ​ທັງ​ໆ ທີ່​ມີ​ອາການ​ເຫລົ່າ​ນີ້ ຈະ​ເຮັດໃຫ້​ເຈົ້າ​ຮູ້ສຶກ​ປຸ້ນທ້ອງ ຮາກ ​ໄດ້​ງ່າຍ ແຖມ​ອາການ​ຖອກທ້ອງ​​ກໍ​ຈະ​ບໍ່​ບັນ​ເທົາ​ລົງນໍາ​ອີກ​

  1. ເປັນ​ໄຂ້

ຫລາຍ​ຄົນ​ມັກ​ຈະ​ຄິດວ່າ​ ເມື່ອ​ເປັນ​ໄຂ້ ຄວນ​ຈະ​ອອກ​ກຳ​ລັງ​ກາຍ​ໃຫ້​ເຫື່ອ​ອອກ​ເພື່ອ​ທີ່​ໄຂ້​ຈະ​ໄດ້ຫ​ລຸດ ແຕ່​ແທ້ໆ ແລ້ວ​ນັ້ນ​ເປັນ​ຄວາມ​ຄິດ​ທີ່​ຜິ​ດ ເພາະ​ຍິ່ງ​ເຮົາ​ເສຍ​ເຫື່ອ​ຫລາຍ​ຂຶ້ນ​ຮ່າງກາຍ​ກໍ​ຈະ​ຍິ່ງ​ອ່ອນ​ເພຍ ແຖມ​ການ​ອອກ​ກຳ​ລັງ​ກາຍ​ຍັງ​ເຮັດໃຫ້​ຮ່າງກາຍ​ມີ​ອຸນຫະພູມ​ສູງ​ຂຶ້ນ​ກວ່າ​ເກົ່າ ແລະ ​ຖ້າ​ຫາກ​ຮ່າງກາຍ​ມີ​ອຸນຫະພູມ​ສູງ​ຫລາຍ​ເກີນ​ໄປ​ກໍ​ອາດຈະ​ເຮັດໃຫ້​ເກີດ​ການ​ຊັອກ​ໄດ້​ ດັ່ງ​ນັ້ນ​ຖ້າຫາກ​​ຮູ້ສຶກ​ເປ້ນ​ໄຂ້ ຄວນ​ກິນ​ຢາ​ແລ້ວ​ນອນ​ພັກ​ຈະ​ດີກວ່າ​5. ອາການ​ເຈັບ​ຫົວ​ໜ້ອຍ​ໆ

ອາການ​ເຈັບ​ຫົວ ສິ່ງ​ທີ່​ດີ​ທີ່ສຸດ​ຄື​ການ​ນອນ​ພັກ ແຕ່​ຖ້າ​ຫາກ​ຮູ້ສຶກ​ເຈັບ​ຫົວ​ພຽງ​ໜ້ອຍດຽວ​ແລະ ​ຢາກ​ອອກ​ກຳ​ລັງ​ກາຍ ຂໍ​ແນະ​ນຳ​ໃຫ້​ອອກ​ກຳ​ລັງ​ກາຍ​ແບບ​ເບົາໆ ​ເຊັ່ນ​ ການ​ຍ່າງ ເປັນ​ຕົ້ນ ແລະ ​ຫລີກລ້ຽງ​ການ​ອອກ​ກຳ​ລັງ​ກາຍ​ທີ່​ຕ້ອງ​ເຄື່ອນ​ໄຫວ​ຮ່າງກາຍ​ຢ່າງ​ໜັກ ຫລື​ ທ່າ​ທາງ​ທີ່​ຈະ​ຕ້ອງ​ກົ້ມ​ຫົວ​ລົງ​ເປັນ​ເວລາ​ດົນ ເພາະ​ຈະ​ເຮັດໃຫ້​ເລືອດ​ໄຫລ​ວຽນ​ໄປ​ລ້ຽງ​ບໍລິເວນ​ຫົວ​ໄດ້​ບໍ່​ສະ​ດວກ ສົ່ງ​ຜົນ​ເຮັດໃຫ້​ເຈັບຫົວ​ບໍ່​ເຊົາ ແລະ ​ຄວນ​ຈະ​ອອກ​ກຳ​ລັງ​ກາຍ​ໃນ​ບ່ອນອາ​ກາດ​ຖ່າຍ​ເທ​ໄດ້​ສະ​ດວກ​ ຈະ​ໄດ້​ເຊົາເຈັບ​​ຫົວ​ໄດ້​ໄວ​ຂຶ້ນ​

  1. ອາການ​ປວດ​ເມື່ອຍ​ຕາມ​ສ່ວນ​ຕ່າງໆ

ຕາບ​ໃດ​ທີ່​ອາການ​ປວດ​ເຫລົ່າ​ນັ້ນ​ບໍ່​ໄດ້​ມາ​ພ້ອມ​ກັບ​ອາການ​ໄຂ້ ກໍ​ສາມາດ​ອອກ​ກຳ​ລັງ​ກາຍ​ໄດ້​ຢ່າງ​ສະບາຍ​ໆ ເພາະ​ການ​ອອກ​ກຳ​ລັງ​ກາຍ​ຈະ​ເຮັດໃຫ້​ເລືອດ​ໄຫລ​ວຽນ​ໃນ​ຮ່າງກາຍ​ດີ​ຂຶ້ນ ສົ່ງ​ຜົນ​ໃຫ້​ອາການ​ປວດ​ຫລຸດລົງ ແຕ່​ກໍ​ບໍ່​ຄວນ​ຈະ​ອອກ​ກຳ​ລັງ​ກາຍ​ໜັກໆ ແລະ ​ຫັກ​ໂຫມ​ຈົນ​ເກີນ​ໄປ ຄວນ​ຈະ​ເລືອກ​ອອກ​ກຳ​ລັງ​ກາຍ​ທີ່​ເບົາໆ ແລະ ​ສ່ຽງ​ຕໍ່​ອາການ​ບາດ​ເຈັບ​ໜ້ອຍ​ ​ເຊັ່ນ ​ການ​ຍືດ​ກ້າມ​ຊີ້ນ ຫລື ​ການ​ລອຍ ຈະ​ໄດ້​ບໍ່​ຕ້ອງ​ຢ້ານ​ວ່າ​ຈະ​ປວດ​ຍິ່ງ​ກວ່າ​ເກົ່າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...