Homeສຸຂະພາບ ແລະ ສີ່ງແວດລ້ອມ5 ເຫດຜົນ​​ທີ່​ເຮັດໃຫ້​​ທ່ານຊາຍເປັນ​ຄົນ​ເມື່ອງ່າຍ

5 ເຫດຜົນ​​ທີ່​ເຮັດໃຫ້​​ທ່ານຊາຍເປັນ​ຄົນ​ເມື່ອງ່າຍ

Published on

s85

– ປ່ອຍ​ໃຫ້​ຮ່າງກາຍ​ຂາດນ້ຳ ຄົົນທີ່​ອອກ​ກຳ​ລັງ​ກາຍ​ ຫລື​ ຕ້ອງ​ເຮັດ​ກິດຈະກຳ​ຫຍັງ​ຈັກຢ່າງ​ທີ່​ຕ້ອງ​ໃຊ້​ແຮງ ມີ​ໂອ​ກາດ​ທີ່​ຮ່າງກາຍ​ຈະ​ຢູ່ໃນ​ພາ​ວະ​ຂາດ​ນ້ຳ​ໄດ້​ງ່າຍ​ຈາກ​ການ​ສູນ​ເສຍ​ເຫື່ອ ຊຶ່ງ​ຜົນ​ທີ່​ຕາມ​ມາ​ກໍ​ຄື​ເຮັດໃຫ້​ອາລົມ​ເຈົ້າ​ຂຶ້ນໆລົງໆ ແລະ ​ຮ່າງກາຍ​ເສຍ​ພະລັງ​ງານ​ໄປ​ຫລາຍ​ຈົນ​ມີ​ອາການ​ເມື່ອ​ງ່າຍ ທາງ​ທີ່​ດີ​ໃຫ້​ໝັ່ນ​ກິນ​ນ້ຳ ທຸກ​ໆ 25-30 ນາ​ທີ ໃຫ້ເປັນ​ນິ​ໄສ​ດີກວ່າ

– ເຄັ່ງຄຽດ​ຫລາຍ​ເກີນ​ໄປ ​ ຮອລ໌​ໂມນ ​ທີ່​ເກີດ​ຈາກ​ຄວາມ​ເຄັ່ງຄຽດ​ຈະ​ຖືກ​ຜະລິດ​ອອກ​ມາ​ໃນ​ຍາມ​ທີ່​ເຈົ້າ​ມີ​ເລື່ອງ​ເຄັ່ງຄຽດ ຊຶ່ງ​ໂດຍ​ປົກກະຕິ​ລະ​ດັບ​ຮໍໂມນ​ນັ້ນ​ຄ່ອຍ​ໆ ເພີ່ມ​ສູງ​ຂຶ້ນ​ໃນ​ຕອນ​ເຊົ້າ​ ແລະ​ ຈະ​ຄ່ອຍ​ໆລຸດລົງ​ໃນ​ຕອນ​ກາງ​ຄືນ ຢ່າ​ປ່ອຍ​ໃຫ້​ຕົວ​ເອງ​ຕົກ​ຢູ່ໃນ​ຄວາມ​ເຄັ່ງຄຽດ​ເປັນ​ເວລາ​ດົນໆ ຫາ​ຫຍັງ​ເຮັດໃຫ້​ຕົວ​ເອງ​ຮູ້ສຶກ​ຜ່ອນ​ຄາຍ​ນຳ​ ບໍ່​ຊັ້ນເຈົ້າ​ອາດ​ຮູ້ສຶກ​ເມື່ອຍທັງ​ທີ່​ບໍ່​ໄດ້​ອອກ​ກຳ​ລັງ

– ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ສ່ວນ​ປະສົມ​ຂອງ​ຄາ​ເຟ​ອີນ​ຫລາຍ​ເກີນໄປ ຫລາຍ​ຄົນ​ໜ້າ​ຈະ​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າ​ການ​ດື່ມ​ກາ​ເຟ​ ຫລື ​ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ສ່ວນປະສົມ​ຂອງ​ຄາ​ເຟ​ອີນ​ໃນ​ປະລິມານ​ຫລາຍ​ເກີນ​ໄປ ຈະ​ເຮັດໃຫ້​ເຈົ້າ​ນອນ​ບໍ່​ຫລັບ ແລະ​ ນີ້​ແຫລະ​ແມ່ນສາ​ເຫດ​ທີ່​ເຮັດໃຫ້​ເຈົ້າ​ຮູ້ສຶກ​ອ່ອນເພຍ​ໄປ​ຕະຫລອດ​ທັງ​ມື້ ດັ່ງ​ນັ້ນ​ດື່ມ​​ມື້​ລະ 1-2 ຈອກ​ກໍ​ໜ້າ​ຈະ​ພຽງ​ພໍ ຫລື​ ບາງ​ຄົນ​ຈອກດຽວ​ກໍ​ຫລາຍ​ເກີນ​ໄປ​ແລ້ວ

– ບັງຄັບ ອອກ​ກຳ​ລັງ​ເກີນ​ໄປ   ອອກ​ກຳ​ລັງ​ເປັນ​ເລື່ອງ​ດີ​ໃຜ​ໆກໍ​ຮູ້ ແຕ່​ຖ້າ​ອອກ​ແບບ​ເອົາ​ເປັນ​ເອົາ​ຕາຍ​ເພາະ​ຢາກ​ຈ່ອຍ ຫລື ຢາກ​ໃຫ້​ນອນ​ຫລັບ​ສະບາຍ​ນັ້ນ​ຄິດ​ຜິດແລ້ວ ເພາະ​ການ​ທີ່​ເຈົ້າ​ຝືນ​ເຮັດຫຍັງ​ທີ່​ເກີນ​ຂີດ​ຈຳ​ກັດ​ຂອງ​ຮ່າງກາຍ ມັນ​ເຮັດໃຫ້​ເກີດ​ຜົນ​ເສຍ​ຕາມ​ມາ​ໄດ້ ບໍ່​ວ່າ​ຈະ​ເປັນ​ອາການ​ເຈັບປວດ​ຕາມ​ກ້າມ​ຊີ້ນ ​ຫລື ​ອາການ​ອ່ອນ​ເພຍ ບໍ່​ຮູ້ສຶກ​ສົດ​ຊື່ນ​ກະ​ຕືລືລົ້ນ ເຄັດ​ລັບ​ການ​ອອກ​ກຳ​ລັງ​ໃຫ້​ມີ​ປະ​ສິດ​ທິ​ພາບ​ກໍ​ຄື​ການ​ຈັດ​ວາງ​ໂປ​ແກຣມ​ການ​ອອກ​ກຳ​ລັງ​ໃຫ້ ເໝາະ​ສົມ​ກັບ​ສະພາບ​ຮ່າງກາຍ​ຂອງ​ຕົວ​ເອງ​ ບໍ່ແມ່ນໃຊ້​ຮ່າງກາຍ​ແບບ​ເກີນໄປ

– ດື່ມ​ແອວ​ກໍ​ຮໍ​ເພື່ອ​ຜ່ອນ​ຄາຍ  ແມ່ນ​ຢູ່​ວ່າ​ການ​ກິນເຄື່ອງ​ດື່ມ​ທີ່​ມີ​ສ່ວນ​ປະສົມ​ຂອງ​ແອວ​ກໍ​ຮໍໜ້ອຍ​ໜຶ່ງຈະ​ຊ່ວຍ​ໃຫ້ ຫລັບ​ສະບາຍ​ຂຶ້ນຖ້າ​ວ່າ​ບໍ່ແມ່ນ​ການ​ດື່ມ​ແບບ​ບໍ່​ຢຸດບໍ່ຢັ້ງ​ຂາດ​ສະຕິ​ ເພາະ​ນອກ​ຈາກ​ອາດ​ເຮັດໃຫ້​ເຈົ້າ​ເຮັດຫຍັງ​ໄປ​ໂດຍ​ບໍ່​ຮູ້​ຕົວ​ແລ້ວ ຍັງ​ເຮັດໃຫ້​ນອນ​ຫລັບ​ບໍ່​ສະນິດ​ອີກ​ ທາງ​ທີ່​ດີ​ດື່ມວາຍມື້​ລະ 1-2 ຈອກ​ກ່ອນ​ເວລາ​ນອນ​ຈັກສອງ​ຊົ່ວ​ໂມງ​ຈະ​ດີກວ່າ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...