Homeສຸຂະພາບ ແລະ ສີ່ງແວດລ້ອມເປີດ​ສູນ​ຮັກສາ​ສຸຂະພາບດ້ວຍ​ທຳ​ມະ​ຊາດ ຢູ່ນະຄອນຫຼວງ​ວຽງ​ຈັນ

ເປີດ​ສູນ​ຮັກສາ​ສຸຂະພາບດ້ວຍ​ທຳ​ມະ​ຊາດ ຢູ່ນະຄອນຫຼວງ​ວຽງ​ຈັນ

Published on

clinic

 

ວັນທີ 6 ມັງກອນ​ນີ້​ ສູນ​ຮັກສາສຸຂະພາບ​ດ້ວຍ​ວິທີ​ທຳ​ມະ​ຊາດບີ​ລີ​ຍາ​ໄລ ຄລີ​ນິກປະ​ເທດ​ໄທ,​ ໄດ້​ເປີດ​ສູນ​ຂອງ​ຕົນ​ປະຈຳ​ລາວ​ຂຶ້ນ, ຢູ່​ບ້ານ​ທ່າ​ພະ​ລານ​ໄຊ ​ເມືອງ​ສີສັດຕະ​ນາກ ນະຄອນຫຼວງ​ວຽງ​ຈັນ, ​​ຊຶ່ງທ່ານ ດຣ ກຳ​ພົນ ຜູ້​ບໍລິຫານ​ສູ​ນດັ່ງກ່າວ​ກ່າວໃຫ້ຮູ້​ວ່າ: ບີ​ລິ​ຍາ​ໄລ​ຄລີ​ນິກ ມີ​ເຄື່ອຂ່າຍ​ຢູ່​ຫຼາຍປະ​ເທດ​ໂດຍ​ສະ​ເພາະ​ຢູ່​ປະເທດ​ໄທ, ​​ສຳລັບສູນຢູ່ລາວນີ້ ມີຄວາມພິເສດຄື: ການ​ເອົາ​ວິທີ​ຮັກສາ​ສຸ​ຂະພາບ​ແບບ​ທຳ​ມະ​ຊາດ​ຂອງ​ພາກ​ຕາ​ເວັນ​ຕົກ​ກັບ​ຕາ​ເວັນ​ອອກ​ມາ​ປະສົມປະສານກັນກັນ, ດ້ວຍ​ການປະເມີນ​ສຸຂະພາບ​ຄົນເຈັບດ້ວຍ​ເຄື່ອງມື​ກທີ່​ທັນ​ສະ​ໄໝ ​ເພື່ອ​ໃຫ້​ຮູ້​ເຖິງ​ສາ​ເຫດຫຼື ​ອາການ​ທີ່​ເປັນ​ຢູ່​ເພື່ອ​​ຮັກສາ​ໃຫ້ຖືກຕ້ອງ ​ແລະ​ບໍ່​ເປັນ​ອັນຕະລາຍ,​ ແຕ່​ສິ່ງ​ສຳຄັນ​ສູນ​ແຫ່ງ​ນີ້​ ແມ່ນ​ເນັ້ນ​ໃສ່ບັນຫາທີ່​ຄລີ​ນິກທົ່ວ​ໄປ​ຍັງ​ບໍ່​ທັນໃຫ້​ຄວາມ​ສຳຄັນ​ ເປັນ​ຕົ້ນຄວາມຕຸ້ຍທີ່​ເປັນສາ​ເຫດ​ໃຫ້​ເກີດ​ພະຍາດຕ່າງໆ​ຕາມ​ມາ ດັ່ງ​ທີ່​ເປັນ​ຢູ່​ໃນ​ສັງຄົມ​ປັດຈຸບັນ,​​ ໂດຍ​ທາງ​ສູນ​ຈະ​ມີ​ວິທີ່​ຮັກສາ​​ແບບ​ທຳ​ມະ​ຊາດ ​ເປັນ​ຕົ້ນ​ແມ່ນ​ການ​ລ້າງ​ສານ​ພິດອອກຈາກຮ່າງກາຍ, ພ້ອມ​ທັງ​ບຳບັດ​ດ້ວຍ​ວິທີ​ຕ່າງໆ​ເຊັ່ນ: ກິນ​ອາຫານ​ທີ່​ປອດ​ສານພິດ, ພ້ອມ​ນັ້ນ​ຍັງ​​ຍັງ​ໃຫ້​ບໍລິການ​ຮັກສາ​ຄວາມ​ງາມ​ ຂອງ​ແມ່ຍິງ​ດ້ວຍ​ວິທີ​ທຳມະຊາດ, ມີ​ຄວາມ​ປອດ​ໄພ.

ຜູ້ບໍລິການ​ສູນ​ດັ່ງກ່າວ​ບອກ​ວ່າ: ​ການ​​​ເປີດ​ສູນ​​ຢູ່​ລາວ​ນີ້ເພາະວ່າ​ຕໍ່​ໄປ​ການ​ຮັກສາ​ສຸຂະພາບ​ດ້ວຍ​ວິທີ​ທຳ​ມຊາດ​ ແລະ ​ປອດສານ​ພິຈະ​​ມີ​ຄວາມ​ສຳຄັນ ​ ແລະ ປະ​ເທດລາວ ​ຍັງ​ມີ​ໂອກາດ​ທີ່​ຈະ​ເປັນ​ປະ​ເທດ​ກະ​ເສດ​ອິນ​ຊີ​ຢູ່​ຫຼາຍ ​ເພາະ​ຍັງ​ບໍ່​ໃຊ້​ສານ​ເຄມີ​ຫຼາຍ​ປານ​ໃດ, ດວ້ຍ​ເຫດ​ນີ້​ພວກ​ເຮົາ​ຈຶ່ງ​ເລືອກ​ທີ່​ຈະຮ່ວມ​ມື​ກັບ​ກະກະສິກອນ​ທັງ​ໄທ ​ແລະ​ ລາວ​ປູກ​ພຶດຜັກ​ປອດ​ສານ​ພິດ ​ແລະ ສະ​ໝູນ​ໄພ​ຕ່າງໆ​ດ້ວຍ​ວິທີ​ກະ​ເສດ​ອິນ​ຊີ​ ເພື່ອ​ໃຫ້​ໄດ້​ຮັບ​ຜົນ​ດີ​ຕໍ່​ກັບການຮັກສາ​ສຸຂະພາບ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...