Homeຊີວິດແລະຄວາມຮັກຄຸນສົມບັດຂອງການເປັນສາມີທີ່ດີ

ຄຸນສົມບັດຂອງການເປັນສາມີທີ່ດີ

Published on

1. ເປັນຄົນທີ່ພ້ອມເສຍສະຫຼະເພື່ອຄອບຄົວ

ຊາຍທີ່ມີຄວາມທຸ່ມເທແລະຮູ້ຈັກ ເສຍສະຫຼະໃຫ້ຄອບຄົວ ເປັນຄຸນສົມບັດທີ່ສາວໆ ຫຼາຍຄົນຕ້ອງການເມື່ອແຕ່ງງານ ແລະສ້າງຄອບຄົວແລ້ວ ຄວາມຮັບຜິດຊອບຂອງຄົນທັງສອງ ຕ້ອງມີຫຼາຍຂຶ້ນກວ່າເກົ່າແນ່ນອນ ເຊິ່ງໜຸ່ມຜູ້ມີຄວາມເສຍສະຫຼະ ຈະຄອຍຮັບຜິດຊອບເລື່ອງວຽກ ແລະເລື່ອງສ່ວນຕົວໄປພ້ອມໆ ກັນ ແລ້ວບໍ່ວ່າຫຍັງຈະເກີດຂຶ້ນ ເຂົາຈະນຶກເຖິງຄອບຄົວກ່ອນ ເປັນອັນດັບທຳອິດ.

2. ເປັນຜູ້ນຳຄອບຄົວທີ່ເຂັ້ມແຂງ

ໃນເວລາທີ່ຜູ້ຍິງອ່ອນແອ ທໍ້ຖອຍ ແລະສັບສົນກັບບັນຫາ ທີ່ທັບຖົມເຂົ້າມາໃນຊີວິດ ເຂົາຕ້ອງການສາມີທີ່ມີຄວາມເຂັ້ມແຂງ ແລະເປັນຜູ້ນຳທີ່ດີ ຄອຍໃຫ້ຄຳປຶກສາ ໃຫ້ກຳລັງໃຈແລະຢືນຢັດຢູ່ຄຽງຂ້າງ ເຂົາຕະຫຼອດ ເຊິ່ງຜູ້ນຳຄອບຄົວທີ່ມີຄວາມເຂັ້ມແຂງ ນີ້ຈະເຮັດໃຫ້ຄອບຄົວໃຫ້ ເອົາຊະນະອຸປະສັກຂວາກໜາມ ທຸກຢ່າງໃຫ້ຜ່ານໄປໄດ້ດ້ວຍດີ ໃນທີ່ສຸດ.
3. ເປັນນັກຄິດ ນັກວາງແຜນທີ່ດີ

ການເປັນໄດ້ທັງຄູ່ຄິດແລະຄູ່ຊີວິດ ຍ່ອມເປັນທີ່ສົນອົກສົນໃຈຂອງຜູ້ຍິງ ຢ່າງແນ່ນອນ ເພາະບໍ່ວ່າຈະຕ້ອງປະເຊີນ ກັບເລື່ອງເລັກເລື່ອງໃຫຍ່ໃດໆ ຜູ້ຊາຍປະເພດນີ້ມັກຈະຫາທາງອອກ ໃຫ້ໄດ້ ເຊິ່ງບໍ່ແມ່ນພຽງແກ້ບັນຫາ ສະເພາະໜ້າເທົ່ານັ້ນ ແຕ່ຈະຄອຍວາງແຜນສິ່ງທີ່ຄວນເຮັດ ໃນລຳດັບຕໍ່ໄປໃຫ້ພ້ອມ.

4. ເປັນຄົນເຊື່ອຖືໄດ້

ຄວາມເຊື່ອໃຈ ຄືສິ່ງສຳຄັນອີກຢ່າງໜຶ່ງຂອງຊີວິດຄູ່ ທີ່ຈະເຮັດໃຫ້ຄວາມຮັກຂອງສາມີແລະພັນລະຍາ ເປັນໄປໄດ້ຢ່າງດີ ເພາະບໍ່ວ່າທ່ານຈະເຮັດຫຍັງ ຢູ່ໃສ ເມື່ອໃດ ກັບໃຜ ຖ້າເຂົາມີຄວາມເຊື່ອໃຈໃຫ້ກັບທ່ານ ກໍຈະບໍ່ເກີດການລະແວງສົງໄສ ຫຼືມີປາກມີສຽງກັນ ໃນທາງກົງກັນຂ້າມສາມີກໍຕ້ອງ ເຮັດໂຕໃຫ້ໜ້າເຊື່ອຖືໄດ້ແທ້ໆ ເດີ.

5. ເປັນຄົນອາລົມດີ

ມີໃຜແດ່ ທີ່ບໍ່ຢາກໃຊ້ຊີວິດຄູ່ຢູ່ກັບຄົນທີ່ ເຮັດໃຫ້ຍິ້ມແຍ້ມຫຼືຫົວໄດ້ສະເໝີ ບໍ່ວ່າເຂົາຈະມີຄວາມຄຽດ ມາຈາກໃສກໍຕາມ ຖ້າກັບມາບ້ານແລ້ວພົບຄົນທີ່ເຮັດໃຫ້ ເຂົາອາລົມດີໄດ້ຄືເກົ່າ ມັນຄົງເຮັດໃຫ້ເຂົາມີຄວາມສຸກທີ່ສຸດ ແຕ່ເຖິງແມ່ນວ່າທ່ານຈະບໍ່ແມ່ນຄົນຕະຫຼົກ ປານໃດ ພຽງແຕ່ເຮັດໃຫ້ເຂົາສະບາຍໃຈ ເມື່ອໄດ້ຢູ່ກັບທ່ານກໍນັບວ່າດີ ພໍສົມຄວນແລ້ວ.

ເປັນຈັ່ງໃດ ຫຼັງຈາກທີ່ໄດ້ອ່ານບົດຄວາມດີໆ  ທີ່ເຮົາເອົາມາຝາກແລ້ວ ທ່ານຜູ້ອ່ານຄົງເຂົ້າໃຈຄວາມຕ້ອງການ ຂອງພັນລະຍາຫຼາຍຂຶ້ນແລ້ວເນາະ ຖ້າຈັ່ງຊັ້ນລອງເບິ່ງຢ້ອນກັບມາ ສຳຫຼວດໂຕເອງເບິ່ງດຸວ່າ ທ່ານມີຄຸນສົມບັດຕ່າງໆ ເຫຼົ່ານີ້ຫຼືບໍ່ ຫຼືຖ້າມີຄຳຄິດເຫັນທີ່ແຕກຕ່າງກໍລອງ ສົນທະນາແລກປ່ຽນຄຳເຫັນນຳກັນເບິ່ງ. ຖ້າເຫັນວ່າບົດຄວາມນີ້ເປັນປະໂຫຍດ ຢ່າລືມບອກໝູ່ຂອງທ່ານແດ່ເດີ !!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...