Homeຄວາມງາມ5 ເຄື່ອງດື່ມຍາມເຊົ້າເຮັດໃຫ້ສົດຊື່ນ ແຖມບໍ່ມີໜ້າທ້ອງ

5 ເຄື່ອງດື່ມຍາມເຊົ້າເຮັດໃຫ້ສົດຊື່ນ ແຖມບໍ່ມີໜ້າທ້ອງ

Published on

1

  1. ຊາ​ຂຽວ

ເຄື່ອງ​ດື່ມ​ຫອມ​ຫວານ​ສາລະພັດ​ປະໂຫຍດ​ທີ່​ໃຜ​ໄດ້​ດື່ມ​ເປັນ​ຕ້ອງ​ຫລົງ​ໃຫລ ເພາະ​ບໍ່​ພຽງ​ຈະ​ຊ່ວຍ​ຂັບ​ໄລ່ສານ​ພິດ​ໂຕ​ກໍ່​ມະ​ເຮັງ​ຮ້າຍ ຫລຸດ​ຄວາມ​ສ່ຽງ​ການ​ເກີດ​ມະ​ເຮັງ ແລະ​ພະຍາດ​ຫົວ​ໃຈ​ໃຫ້​ໝົດ​ໄປ​ແລ້ວ ຊາ​ຂຽວ ​ຍັງ​ປະກອບ​ໄປ​ດ້ວຍ​ສານ​ແຄ​ທີ​ຊິນ ແລະ ​ສານ​ແອນ​ຕິ​ອອກ​ຊິ​ແດນ ທີ່​ຊ່ວຍ​ຊະ​ລໍ​ການ​ແກ່​ໂຕ ລົບ​​ຮ່ອງ​ຮອຍ ແລະ ​ເພີ່ມ​ຄວາມ​ເປັນ​ອຳມະຕະ​ຂອງ​ໜຸ່ມໆ ສາວໆ ຫລາຍ​ຂຶ້ນ​ ແຖມ​ຖ້າ​​ດື່ມ​ຊາ​ຂຽວ​ອຸ່ນໆ ຕອນ​ເຊົ້າ​ທຸກ​ມື້ ມັນ​ຈະ​ຊ່ວຍ​ຫລຸດ​ໄຂ​ມັນ​ໜ້າ​ທ້ອງ​ໄດ້​ຜົນ​ດີຫລາຍ ດື່ມ​ຊາ​ຂຽວ​ກ່ອນ​ອອກ​ກຳ​ລັງ​ກາຍ​ນໍາແລ້ວ ມັນ​ຈະ​ຍິ່ງ​ເພີ່ມ​ການ​ເຜົາ​ຜານ​ໄຂ​ມັນ​ລະຫວ່າງ​ການ​ອອກ​ກຳ​ລັງ​ກາຍ ຫລຸດ​ນໍ້າໜັກໄດ້ຜົນດີ

2

  1. ນ້ຳ​ປັ່ນໝາກນັດ

ເຄື່ອງ​ດື່ມ​ສົດຊື່ນ​ທີ່​ຈະ​ເຮັດໃຫ້​ໜ້າ​ທ້ອງ​​ແປ​ແບບ​ໜ້າ​ອັດສະຈັນ ເພາະ​ໃນ​ໝາກນັດ​ບໍ່​ວ່າ​ຈະ​ເປັນ​ສ່ວນ​ໃບ ລຳ​ຕົ້ນ ຫລື​ ໝາກ ຕ່າງ​ກໍ​ອຸດົມ​ໄປ​ດ້ວຍ ‘ບະ​ລໍ​ມີ​ເລນ’ ເອນ​ໄຊ    ທຳມະຊາດ​ທີ່​ສາມາດ​ຊ່ວຍ​ຍ່ອຍ​ໂປ​ຕີນ (ຊີ້ນ ງົວ ໝູ ໄກ່ ປາ) ໃຫ້​ສະ​ດວກ​ງ່າຍ​ຂຶ້ນ ບໍ່​ເຮັດໃຫ້​ອຸດ​ຕັນ ຫລື ​ເກາະ​ຕາມ​ສ່ວນ​ຕ່າງໆ ຂອງ​ຮ່າງກາຍ​ໂດຍ​ສະເພາະ​ແຂນ ຂາ ແລະ​ ໜ້າ​ທ້ອງ ທີ່​ສົ່ງ​ຜົນ​ໃຫ້​ເກີດ​ອາການ​​ບວມ ແລະ ​ມີຂີ້ໂພນ ເຮົາ​ຢາກ​ໃຫ້​ລອງ​ດື່ມ​ທຸກ​ມື້​ຕອນ​ເຊົ້າ​ຢ່າງ​ນ້ອຍ​ອາທິດ​ລະ 3 ເທື່ອ ຮັບຮອງ​ວ່າ​ ຮູບຮ່າງດີ​ລໍ​ຖ້າ​ຢູ່​ບໍ່​ໄກ ອີກ​ທັງ​ຍັງ​ເຮັດໃຫ້​ລະບົບ​ຂັບ​ຖ່າຍ​ຄ່ອງ​ສະ​ດວກ​ຂຶ້ນ​ນໍາອີກ

3

  1. ຊາ​ກິ່ນ​ເປ​ເປີ​ມິນ

ຮັບ​ເຊົ້າ​ມື້​ໃໝ່​ດ້ວຍ​ ຊາ​ມິນ ໂຕຊ່ວຍ​ແກ້​ຢາກນໍ້າ ​ທີ່​ເພີ່ມ​ຄວາມ​ສົດ​ຊື່ນ​ໃຫ້​​ຢ່າງຫລວງ​ຫລາຍ​ໃນ​ວັນທີ່​ອາ​ກາດ​ຮ້ອນ​ແຮງ ແລະ ​ຊ່ວຍຫ​ລຸດ​ຄວາມຕຸ້ຍ​ໄດ້​ຢູ່​ ຊາ​ມິນ​ຈະ​ຊ່ວຍ​ເຜົາ​ຜານ​ກຸ່ມ​ກ້ອນ​ໄຂ​ມັນ​ຮອບ​ແອວ ແລະ ​ເຮັດໃຫ້​​ໝັ້ນໃຈ​ວ່າ ​ເຖິງ​​ຈະ​ກິນ​ອາຫານ​ທີ່​ໃຫ້​ໄຂ​ມັນ​ ຫລື​ ພະລັງ​ງານ​ສູງ ເຊັ່ນ ແຮມ​ເບີ​ເກີ ຫລື ​ສະ​ເຕັກຫລາຍ​ເທົ່າ​ໃດ ມັນ​ກໍ​ສາມາດ​ຊ່ວຍ​ຍ່ອຍ​ອາຫານ​ ແລະ​ ​ພະລັງ​ງານ​ໄດ້​ຢ່າງ​ວ່ອງໄວ​ຈົນ​​ຫາຍ​ຫ່ວງ ບໍ່​ພຽງ​ເທົ່າ​ນັ້ນ​ຊາ​ມິນ ​ຍັງມີ​ສັບ​ພະຄຸນ​ ທາງ​ຢາ​ຫລວງຫລາຍ ຢ່າງ​ເຊັ່ນ ມີ​ລິດ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ຢ່າງ​ຊັດເຈນ ຕ້ານ​ມະ​ເຮັງ ຕ້ານ​ສານ​ກໍ່​ພູ​ມ​ແພ້​ບາງ​ໂຕ ແລະ ​ຊ່ວຍ​ການເຮັດວຽກງານ​ຂອງ​ລະບົບ​ພູ​ມ​ຄຸ້ມ​ກັນ​ໃຫ້​ມີ​ສະຖຽນລະພາບ​ຂຶ້ນນໍາອີກ

4

  1. ສະ​ມຸດ​ຕີ​ ໝາກໂມ

ເຄື່ອງ​ດື່ມ​ຫມາກໄມ້​ປາສະຈາກ​ນ້ຳ​ຕານ​ ຢ່າງ ​ເຊີ​ເບັດ ຫລື​ ສະ​ມຸດ​ຕີ ​ເຮົາ​ຂໍ​ແນະ​ນຳ​ສະ​ມຸດ​ຕີ​ໝາກ​ໂມ ເຄື່ອງ​ດື່ມ​ແຄ​ລໍ​ລີ​ຕ່ຳ​ ທີ່​ຊ່ວຍ​ເພີ່ມ​ຄວາມ​ສົດ​ຊື່ນ ແບບ​ບໍ່​ຕ້ອງ​ຢ້ານ​ຕຸ້ຍ ລືມ​ເລື່ອງ​ຫ່ວງ​ ແບບ​ໜ້າ​ທ້ອງ​ໄປ​ໄດ້​ ເພາະ​ມັນ​ຈະ​ບໍ່​ມາ​ເກາະ​ຮອບ​ແອວ​ໃຫ້​​ເສຍ​ຄວາມໝັ້ນໃຈ​ແນ່ນອນ ອີກ​ທັງ ​ນ້ຳ​ໝາກ​ໂມ​ຍັງ​ລັອກ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ຜິວ​ງາມ

5​

  1. ປັ່ນດາ​ກ​ຊັອກ​ໂກ​ແລດ​

ຫລາຍ​ຄົນ​ອາດ​ບໍ່​ເຊື່ອ​ວ່າ​ ຊັອກ​ໂກ​ແລດ (ປັ່ນ) ຈະ​ເປັນ​ຕົວ​ຊ່ວຍ​ຫລຸດ​ນໍ້າໜັກ ແລະ​ກຳຈັດ​ໄຂ​ມັນ​ສ່ວນ​ເກີນ​ບໍລິເວນ​ໜ້າ​ທ້ອງ​ໄດ້ ແທ້ໆ ແລ້ວ​ຊັອກ​ໂກ​ແລດ​ທີ່​ມີ​ສີ​ເຂັ້ມ​ ແລະ​ລົດ​ຂົມ​ນີ້ ​ແຫລະ​ເປັນ​ຕົວ​ຊ່ວຍ​ໃຫ້​ຮູບຮ່າງ​ສົມບູນແບບ​ຂຶ້ນ​ໄດ້​ແບບຄາດ​ບໍ່​ເຖິງ ຖ້າຫາກ​​ດື່ມ​ມັນ​ທຸກ​ເຊົ້າ​ພ້ອມ​ຄວບ​ຄຸມ​ປະລິມານ​ການ​ກິນ​ພວກ​ໄຂ​ມັນຫ​ລຸດລົງ ​ຈະ​ຄ່ອຍ​ໆເຫັນ​ໜ້າ​ທ້ອງ​ທີ່​ແປ​ງາມ​ມີ​ໂຄ້ງ​​ຢ່າງ​ທີ່​ໃຈ​​ປາດຖະຫນາ​

ຢ່າງໃດ​ກໍ​ຕາມ ຊັອກ​ໂກ​ແລດ​ປັ່ນ​ນີ້​ ໃຫ້​ພະລັງ​ງານ​ເກືອບ 400 ແຄ​ລໍ​ລີ ທຽບ​ເທົ່າ​ອາຫານ​ໜຶ່ງ​ຄາບ ຖ້າຫາກ​ຕອນ​ເຊົ້າ​​ບໍ່​ມີ​ເວລາ​ກິນ​ອາຫານ​ເຊົ້າ ຊັອກ​ໂກ​ແລດ​ປັ່ນ ​ກໍ​ເປັນ​ອີກ​ໜຶ່ງ​ທາງ​ເລືອກ​ທີ່​ເຮົາ​ແນະ​ຢາກ​ໃຫ້​ລອງ ເພາະ​ມັນ​ເຮັດໃຫ້​ອີ່ມ​ທ້ອງ​ໄດ້​ວ່ອງໄວ ແລະ​ຊ່ວຍ​ຫລຸດ​ຄວາມ​ຢາກ​ອາຫານ ​ຫລື ​ຂອງ​ຫວ່າງ​ໄດ້​ເປັນ​ເວລາ​ດົນ​ຫລາຍ​ຊົ່ວ​ໂມງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...