ນະໂຍບາຍແຫ່ງຊາດ ແລະ ຄວາມຄືບຫນ້າຂອງການຫລຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ
ໃນປີ 2000 ລັດຖະບານໄດ້ວາງເປົ້າຫມາຍອັນຍາວໄກວ່າ ສ.ປ.ປ ລາວຈະຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020. ນີ້ໄດ້ສະທ້ອນໃຫ້ເຫັນເຖິງຄວາມຕັ້ງຫນ້າໃນການດຳເນີນການປັບປຸງທາງດ້ານໂຄງສ້າງ ແລະ ທາງດ້ານສະຖາບັນ ທີ່ຈຳເປັນເພື່ອແກ້ໄຂ ບັນດາຂໍ້ຈຳ ກັດທີ່ຮ້າຍແຮງ ທີ່ເປັນສາເຫດໃຫ້ ສປປ ລາວ ຖືກຈັດ ເຂົ້າໃນກຸ່ມປະເທດດ້ອຍພັດທະນາໃນ ປີ 1971. ດັ່ງທີ່ໄດ້ນຳສະເຫນີໃນຕາຕະລາງທີ2,ສ.ປ.ປ ລາວມີຄວາມຄືບຫນ້າໃນ ສາມ ມາດຖານຂອງການຫລຸດພົ້ນ.
ບັນລຸມາດຖານທີ 1: ລາຍໄດ້ແຫ່ງຊາດຕໍ່ຫົວຄົນ
ການຮັກສາລະດັບການເຕີບໂຕທາງດ້ານເສດຖະກິດດັ່ງທີ່ສາມາດປະຕິບັດໄດ້ໃນປັດຈຸບັນ ແມ່ນມີຄວາມຈຳເປັນ ເພື່ອທີ່ຈະບັນລຸໄດ້ຂີດຫມາຍລາຍໄດ້ຕໍ່ຫົວຄົນ. ອັດຕາການລົງທຶນ ຕ່າງປະເທດທີ່ສູງ, ໂດຍສະເພາະແມ່ນໃນຂະແຫນງຊັບພະຍາກອນທຳມະຊາດ, ຄາດວ່າຈະຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ. ນອກຈາກນີ້ ບັນດານະໂຍບາຍຂອງລັດ ເພື່ອສ້າງຄວາມຫລາກຫລາຍທາງດ້ານເສດຖະກິດ ນອກເຫນືອຈາກການ ຂຸດຄົ້ນ ຊັບພະຍາກອນ ທຳມະຊາດ ແລະ ອຸດສາຫະກຳທີ່ນຳໃຊ້ຊັບພະຍາກອນ ທຳມະຊາດ ແມ່ນມີຄວາມສຳຄັນຫລາຍ
ບັນລຸມາດຖານທີ 2: ດັດສະນີຊັບສິນມະນຸດ
ການບັນລຸໄດ້ບັນດາເປົ້າຫມາຍສະຫັດສະວັດເພື່ອການພັດທະນາໃນ 2015 ແມ່ນ ຈຸດປະສົງຕົ້ນຕໍ ຂອງ ລັດຖະບານ ສ.ປ.ປ ລາວ ແລະ ທັງແມ່ນສວ່ນຫນຶ່ງທີ່ສຳຄັນຂອງແຜນພັດທະນາຫ້າປີຂອງປະເທດ. ຄວາມຄືບຫນ້າໃນປະຈຸບັນໄດ້ເຮັດໃຫ້ ສ.ປ.ປ ລາວ ຍັບເຂົ້າໃກ້ ເສັ້ນຂີດຫມາຍການຫລຸດພົ້ນທີ່ກ່ຽວຂ້ອງກັບ ມາດຖານຄວາມອ່ອນແອທາງດ້ານຊັບສິນມະນຸດ. ຫລັງຈາກມີການເພີ່ມງົບປະມານຢ່າງຫລວງຫລາຍ ໃຫ້ແກ່ ຂະແຫນງ ການສຶກສາ ແລະ ສາທະລະນະສຸກ, ຄາດວ່າຄວາມຄືບຫນ້າໃນການບັນລຸມາດຖານນີ້ຈະສືບຕໍ່. ບັນດາຂະແຫນງທີ່ກ່ຽວພັນເຖິງ ໂພສະນາການ (MDG1), ອັດຕາການຕາຍຂອງເດັກ (MDG4), ອັດຕາການເຂົ້າຮຽນໃນລະດັບມັດທະຍົມ (MDG 2 ແລະ 3) ແລະ ອັດຕາການຮູ້ຫນັງສືຂອງຜູ້ໃຫຍ່ (MDG 2)ແມ່ນໄດ້ຮັບການເອົາໃຈໃສ່ເປັນພິເສດ. ໂພສະນາການຂອງເດັກນອ້ຍ ແລະ ແມ່ຍິງໄວຈະເລີນພັນແມ່ນເປັນບັນຫາທີ່ສຳຄັນສຳລັບນັກວາງແຜນ ແລະ ນະໂຍບາຍ, ແລະ ທັງເປັນຂົງເຂດທີ່ຕ້ອງມີການ ປະສານງານ ແລະ ການປະຕິບັດ ໃນຫລາຍດ້ານ
ບັນລຸມາດຖານທີ 3: ດັດສະນີຄວາມອ່ອນໄຫວ (ຄວາມບອບບາງ) ທາງດ້ານ ເສດຖະກິດ
ໃນໄລຍະຫລາຍປີທີ່ຜ່ານມານີ້ ສ.ປ.ປ ລາວມີຄວາມຄືບຫນ້າຢ່າງຫລວງຫລາຍພາຍໃຕ້ມາດຖານນີ້. ກ່ຽວກັບບັນຫາຄວາມຫ່າງໄກ, ພາຍໃຕ້ ໂຄງການຮ່ວມມື ອານຸພາກພື້ນແມ່ນໍ້າຂອງຕອນລຸ່ມ (G reater Mekong Sub-region Cooperation Scheme) ໄດ້ມີຫລາຍກິດຈະກຳທີ່ເຮັດໃຫ້ ສ.ປ.ປລາວ ກາຍເປັນ “ເຂດເຊື່ອມ ຕໍ່ລະຫວ່າງປະເທດ” ຫລາຍກວ່າເປັນປະເທດທີ່ ບໍ່ມີທາງ ອອກສູ່ທະເລ, ຊຶ່ງມີເປົ້າຫມາຍເພື່ອສົ່ງເສີມການຜະລິດ ແລະ ການຄ້າ. ຄວາມສາມາດໃນການຜະລິດ ແມ່ນ ກຳລັງໄດ້ຮັບການພັດທະນາ (ພື້ນຖານໂຄງລ່າງ, ການພັດ ທະນາຂະແຫນງເອກະຊົນ, ພະລັງງານ, ວິທະຍາສາດ ແລະ ເຕັກໂນໂລຢີ) ຊຶ່ງປັດໃຈເລົ່ານີ້ເປັນ “ຕົວທະວີຄູນ” ໃນການພັດທະນາ ແລະ ທັງແມ່ນເງື່ອນໄຂສຳຄັນໃນການສ້າງຄວາມຫລາກຫລາຍ ໃຫ້ແກ່ ລະບົບເສດຖະກິດ ແລະ ເພີ່ມໂອກາດໃນການສ້າງວຽກເຮັດງານທຳ. ພ້ອມກັນນີ້ຍັງຕ້ອງເອົາໃຈໃສ່ຊອກຫາວິທີທາງ ຫລຸດຜ່ອນ ຜົນກະທົບ ທາງລົບຂອງການປ່ຽນແປງຂອງຕະຫລາດໂລກ ໂດຍການປັບປຸງ ທາງດ້ານກະສິກຳ ແລະ ການຄໍ້າປະກັນສະບຽງອາຫານ, ແລະ ເລັ່ງການພັດທະນາ ໃນເຂດຊົນນະບົດ. ປະຈຸບັນລັດຖະບານ ກຳລັງປັບປຸງການບໍລິຫານທາງດ້ານການເງິນຂອງລັດ ແລະ ນະໂຍບາຍເສດຖະກິດມະຫາພາກທີ່ກ່ຽວຂ້ອງເພື່ອຫລຸດຜ່ອນ ການເອື່ອຍອີງຕໍ່ທຶນການຊ່ວຍເຫລືອເພື່ອການພັດທະນາ (ODA) ແລະ ເຮັດ
ໃຫ້ແຫລ່ງລາຍຮັບ ມີ ຄວາມຫລາກຫລາຍຂຶ້ນ. ນະໂຍບາຍເຫລົ່ານີ້ພົວພັນ ເຖິງການລະດົມຊັບພະ
ຍາກອນພາຍໃນປະເທດ ແລະ ການໂອນເງິນ ກັບມາລາວ ຂອງແຮງງານລາວທີ່ຢູ່ຕ່າງປະເທດ.
ນອກຈາກນີ້ແລ້ວ ຍັງມີຄວາມ ພະຍາຍາມໃນການປັບປຸງ ການຄຸ້ມຄອງສະພາບແວດລ້ອມ,
ຮັບມືກັບຜົນກະທົບທາງດ້ານການປ່ຽນແປງສະພາບດິນຟ້າອາກາດ ແລະ ເສີມຂະຫຍາຍ
ຄວາມສາມາດໃນການຮັບມື ກັບໄພທຳມະຊາດ ໂດຍຜ່ານການປັບປຸງ ການຫລຸດຜ່ອນ ຄວາມສ່ຽງ
ທາງດ້ານ ໄພພິບັດ/ການຄຸ້ມຄອງຄວາມສ່ຽງທາງດ້ານໄພພິບັດ.
>>http://neri.gov.la/fileLibrary/ldc-%5Blao%5D-exe.pdf