spot_img
Homeຂ່າວເຫດການເຈົ້າແຂວງໜອງຄາຍ ເຂົ້າອວຍພອນປີໃໝ່ ທ່ານເຈົ້າຄອງ ນ.ວ

ເຈົ້າແຂວງໜອງຄາຍ ເຂົ້າອວຍພອນປີໃໝ່ ທ່ານເຈົ້າຄອງ ນ.ວ

Published on

20141231154149

 

ຕອນ​ບ່າຍ​ວັນ​ທີ 31 ທັນວາ 2014 ທີ່​ຜ່ານ​ມາ ຢູ່​ທີ່​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງຈັນ ທ່ານ ສຸ​ຊາດ ນົບ​ພາ​ວັນ

ເຈົ້າແຂວງ​ໜອງ​ຄາຍ ລາຊະ​ອານາຈັກ​ໄທ ພ້ອມ​ຄະນະ​ ໄດ້​ເດີນທາງເຂົ້າ​ອວຍພອນ ​ທ່ານ ​ດຣ. ສິນ​ລະວົງ ຄຸດ​ໄພທູນ ເຈົ້າ​

ຄອງ​ນະຄອນຫຼວງ​ວຽງ​ຈັນ ເນື່ອງ​ໃນ​ໂອກາດສົ່ງ​ທ້າຍ​ປີ​ເກົ່າ ຄສ 2014 ແລະ ຕ້ອນຮັບ​ປີ​ໃໝ່ສາກົນ ຄສ 2015.

 

ທ່ານ​ເຈົ້າ​ຄອງ​ນະຄອນຫຼວງ ກໍ່​ໄດ້​ສະແດງ​ຄວາມ​ຂອບ​ອົກ​ຂອບໃຈ​ຕໍ່​ທ່ານ​ເຈົ້າແຂວງ​ໜອງ​ຄາຍ ພ້ອມ​ຄະນະ ​ທີ່​ໄດ້​ເດີນ

ທາງ​ມາອວຍພອນ ແລະ ມອບ​ຂອງຂວັນໃຫ້​ແກ່​ທ່ານ​ໃນ​ຄັ້ງ​ນີ້ ໃນ​ໂອກາດດຽວ​ກັນ​ນີ້ ທ່ານ​ເຈົ້າ​ຄອງ​ນະຄອນ​ຫຼວງ ​ກໍ່​ໄດ້​

ມອບ​ກະຕ່າ​ຂອງຂວັນ ແລະ ຕົ້ນ​ດອກ​ຈຳປາ​ພັນປະສົມ​ວຽງ​ຈັນ​ຮ່າ​ວາຍ ໃຫ້​ແກ່ທ່ານ​ເຈົ້າແຂວງ​ໜອງ​ຄາຍ ພ້ອມທັງ​

ອວຍພອນ​ໃຫ້​ແກ່​ທ່ານ​ເຈົ້າແຂວງ​ໜອງ​ຄາຍ ແລະ ຄະນະ ໃນ​ໂອກາດ​ປີ​ໃໝ່​ສາກົນ​ເຊັ່ນ​ດຽວກັນ ແລະ ຄະນະ​ຈົ່ງ​ເດີນ

ທາງ​ກັບຄືນ​ບ້ານ​ດ້ວຍ​ຄວາມ​ສະຫວັດດີ​ພາບ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...