spot_img
Homeນານາສາລະສຸຂະພາບດີ ດ້ວຍການກິນທີ່ຖືກວິທີ!

ສຸຂະພາບດີ ດ້ວຍການກິນທີ່ຖືກວິທີ!

Published on

036 (1)

ການທີ່ເຮົາຈະມີ ສຸຂະພາບທີ່ແຂງແຮງ ຫ່າງຈາກພະຍາດ ເຮົາຄວນຫລີກລ້ຽງ ການກິນເຊັ່ນ: ນໍ້າເຢັນ, ນໍ້າແຂງ ແລະ ກພແລັມ ການກິນສິ່ງທີ່ເຢັນໆ ເປັນປະຈໍາຈະເຮັດໃຫ້ຮ່າງກາຍອ່ອນເພຍ ແລະ ບໍ່ຄ່ອຍມີແຮງ ເນື່ອງຈາກກະເພາະອາທໍາງານໄດ້ບໍ່ຄ່ອຍດີ ການດູດຊືມອາຫານຂອງຮ່າງກາຍໄດ້ຫນ້ອຍລົງ ການກິນຜັກສົດດີກໍ່ຈິງ ແຕ່ຄວນກິນແບບປຸງໃຫ້ສຸກກ່ອນໃຫ້ຫຼາຍກວ່າກິນແບບດິບ ເນື່ອງຈາກວ່າຮ່າງກາຍຈະຍ່ອຍຂອງສຸກໄດ້ດີກວ່າ ຈຶ່ງຊ່ວຍໃຫ້ ຈຶ່ງຊ່ວຍໃຫ້ກະເພາະອາຫານບໍ່ຕ້ອງທໍາງານໜັກຈົນເກີນໄປ ສ່ວນຂອງມັນ ແລະ ຂອງທອດ ຖ້າລີກໄດ້ຄວນເລີກຮັບປະທານໄປເລີຍຍິ່ງດີ ເພາະມັນຈະເຮັດໃຫ້ເລືອດໜຽວຂຸ້ນ ຄາຍຄືກັບນໍ້າມັນຫຼໍ່ລື້ນທີ່ໝົດອາຍຸ ຫຼື ແຜ່ນກັນຝຸ່ນຂອງເຄື່ອງປັບອາກາດ ເມື່ອເວລາມັນເປິເປື້ອນ ເຄື່ອງຈັກກໍ່ຈະຕ້ອງເຮັດວຽກໜັກຂຶ້ນ ການນໍາສານອາຫານໄປລ້ຽງຮ່າງກາຍ ແລະ ການລະບາຍຂອງເສຍຈະບໍ່ມີປະສິດທິພາບ ສຸດທ້າຍກໍ່ສົ່ງຜົນເຮັດໃຫ້ຮ່າງກາຍເຊື່ອມສະພາບລົງກ່ອນໄວອັນຄວນ.

ຮັກສາສຸຂະພາບງ່າຍໆ ໂດຍຫຼີກລ້ຽງ ການກິນອາຫານທີ່ສົ່ງຜົນທາງລົບຕໍ່ຮ່າງກາຍ!

 

 

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...