spot_img
Homeຂ່າວຕ່າງປະເທດອຸທາຫອນ! ໂຄມລອຍປີໃໝ່ ເຂົ້າໃບພັດເຮືອບິນຢູ່ປະເທດໄທ ສິ່ງທີ່ຄວນລະວັງ!

ອຸທາຫອນ! ໂຄມລອຍປີໃໝ່ ເຂົ້າໃບພັດເຮືອບິນຢູ່ປະເທດໄທ ສິ່ງທີ່ຄວນລະວັງ!

Published on

z-2_36

 

ກາຍເປັນປະເດັນທີ່ຖົກຖຽງກັນຢ່າງໜາຫູພໍສົມຄວນ ເມື່ອມີຮູບພາບເຈົ້າໜ້າທີ່ການບິນຂອງໄທ ພົບເສດຊາກຂອງໂຄມ

ລອຍ ທີ່ພາກັນຈູດບູຊາອະທິຖານໃນມື້ຂຶ້ນປີໃໝ່ ໄດ້ເຂົ້າໄປຕິດຄ້າງຢູ່ໃນໃບພັດຂອງເຮືອບິນ ຈົນຕ້ອງໄດ້ຍົກເລີກຖ້ຽວບິນ

ທັນທີ ໂດຍສັງຄົມໄທໄດ້ຕັ້ງຄຳຖາມຂຶ້ນວ່າ ຖ້າຫາກເຮືອບິນເກີດບິນຂຶ້ນ ແລ້ວປະສົບອຸບັດເຫດ ຍ້ອນໂຄມລອຍດັ່ງກ່າວນີ້

ແມ່ນຜູ້ໃດຈະເປັນຜູ້ຮັບຜິດຊອບ.

 

ຮູບພາບດັ່ງກ່າວ ເປັນພາບຂອງໃບພັດເຮືອບິນທີ່ມີຊາກໂຄມລອຍ ທີ່ນັກທ່ອງທ່ຽວພາກັນຈູດປ່ອຍຂຶ້ນຟ້າ ໃນຊ່ວງເທດ

ສະການປີໃໝ່ ໂດຍເສດຊາກໄດ້ຕິດຢູ່ທາງດ້ານໃນ ເຊິ່ງແຫລ່ງຂ່າວໄດ້ລະບຸວ່າ ຮູບພາບດັ່ງກ່າວຖ່າຍໃນຄືນວັນທີ 1 ມັງກອນ

ຜ່ານມານີ້ ທີ່ສະໜາມບິນຊຽງໃໝ່ ປະເທດໄທ ເຊິ່ງເປັນເຮືອບິນ A320 ໂດຍເຈົ້າໜ້າທີ່ທີ່ກວດພົບ ກໍຕ້ອງຕົກໃຈ ແລະ ສັ່ງ

ໃຫ້ມີການຍົກເລີກຖ້ຽວບິນໃນທັນທີ ເພື່ອຄວາມປອດໄພ.

 

ເຫັນຮູບພາບດັ່ງກ່າວນີ້ ແລະ ຫວນຄືນມາເບິ່ງການຈູດໂຄມລອຍ ເພື່ອບູຊາໃນງານເທດສະການໄຫລເຮືອໄຟ ໃນມື້ອອກ

ພັນສາປະວໍລະນາ ທີ່ທ່າວັດຈັນ ນະຄອນຫລວງວຽງຈັນ ໃນໄລຍະບໍ່ພໍເທົ່າໃດປີມານີ້ ກໍສັງເກດເຫັນວ່າ ມວນຊົນຕ່າງກໍພາ

ກັນນິຍົມປ່ອຍກັນຫລາຍຂຶ້ນໃນແຕ່ລະປີ ແລະ ເຖິງແມ່ນເຈົ້າໜ້າທີ່ ຈະມີການຫ້າມບໍ່ໃຫ້ມີການຈຳໜ່າຍ ຫລື ຈູດໂຄມ

ລອຍດັ່ງກ່າວແລ້ວກໍຕາມ ແຕ່ກໍຍັງປະກົດເຫັນຢູ່ບາງຈຳນວນ ເຊິ່ງເຫດການທີ່ເກີດຂຶ້ນຢູ່ໃນປະເທດເພື່ອນບ້ານດັ່ງກ່າວ

ນີ້ ກໍຫວັງວ່າຈະເປັນອຸທາຫອນ ສຳລັບຜູ້ທີ່ຈະປ່ອຍໂຄມລອຍໃນອານາຄົດ ຄວນທີ່ຈະຄິດຄຳນຶງເຖິງບັນຫາທີ່ອາດຈະຕາມ

ມາ ເຊິ່ງກະທົບເຖິງຄວາມປອດໄພທາງຊີວິດ ແລະ ຊັບສິນຂອງສັງຄົມໂດຍລວມ.

 

z-1_61

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...