Homeສຸຂະພາບ ແລະ ສີ່ງແວດລ້ອມກິນອາຫານດີ ຊ່ວຍປ້ອງກັນຊ່ອງຄອດມີກິ່ນເໝັ່ນໄດ້

ກິນອາຫານດີ ຊ່ວຍປ້ອງກັນຊ່ອງຄອດມີກິ່ນເໝັ່ນໄດ້

Published on

sca

ການເບິ່ງແຍງຊ່ອງຄອດຂອງສາວໆ ກໍ່ເປັນເລື່ອງສໍາຄັນທີ່ບໍ່ຄວນພາດ ຫລື ຈະເອີ້ນວ່າ ຫ້າມພາດເລີຍກໍ່ວ່າໄດ້ ເພາະກິ່ນຂອງຊ່ອງຄອດຂອງເຮົາອາດຈະເຮັດໃຫ້ເກີດບັນຫາຫລາຍຢ່າງເຊັ່ນ ອາດຈະເປັນເລື່ອງພະຍາດ ຫລື ການຕິດເຊື້ອ ອາດຈະເຮັດໃຫ້ເຮົາບໍ່ມີຄວາມໝັ້ນໃຈໃນການເໜັງໂຕ ເວລາໃສ່ກະໂປ່ງ

ສູນແພດ  Mary Rosser ແຫ່ງ Montefiore Medical Center in New York ກ່າວວ່າ ໂດຍປົກກະຕິແລ້ວ ອະໄວຍະວະເພດຍິງມີຄ່າ pH ທີ່ສົມດຸນຢູ່ແລ້ວ ລວມທັງຍັງມີແບຣດທີເຣຍ ດີ ທີ່ເບິ່ງແຍງປົກປ້ອງການຕິດເຊື້ອຕ່າງໆ ໃນຊ່ອງຄອດ ແຕ່ອາຫານທີ່ເຮົາກິນເຂົ້າໄປທຸກມື້ກໍ່ມີຜົນຕໍ່ຄ່າ pH ລວມທັງສົ່ງຜົນເຖິງກິ່ນ ແລະ ລົດຊາດຂອງຊ່ອງຄອດນໍາ ເຊັ່ນ ເຄື່ອງເທດ ຫົວຜັກບົ່ວໃຫຍ່ ກະທຽມ ຊີ້ນແດງ ຜະລິດຕະພັນຈາກນົມ ໜໍ່ໄມ້ຝຣັ່ງ ບັອກໂຄລີ ແລະ ເຄື່ອງດື່ມແອວກໍຮໍ ມີຜົນຕໍ່ສົມດຸນຂອງຄ່າ pH ກິ່ນແລະລົດຊາດຂອງ ຊ່ອງຄອດ ທີ່ເຮັດໃຫ້ມີກິ່ນບໍ່ປາດຖະໜາ

ໃນຂະນະການກິນໝາກໄມ້ສົດ ໝາກໄມ້ຫວານ ຈະເຮັດໃຫ້ກິ່ນ ແລະ ລົດຊາດຫວານໄປນໍາ ແຕ່ກິ່ນແລະລົດຊາດຂອງຊ່ອງຄອດຫວານໄປນໍາ ແຕ່ກິ່ນແລະລົດຊາດຈະເກີດຂຶ້ນຢູ່ພຽງ 2-3 ມື້ ຫລັງຈາກທີ່ກິນອາຫານຊະນິດນັ້ນເຂົ້າໄປແລ້ວເທົ່ານັ້ນ ເຊິ່ງຫລັງຈາກນັ້ນ ຖ້າກິນອາຫານປົກກະຕິ ຊ່ອງຄອດກໍ່ກັບມາມີຄ່າ pH ກິ່ນແລະລົດຊາດທີ່ເປັນກາງຕາມທໍາມະຊາດສ້າງມາ

    ສູນແພດ Mary Rosser ແນະນໍາວ່າ ສາວໆຄວນກິນຜັກສົດ ໝາກໄມ້ສົດ ທັນຍະພືດ ແລະ ນໍ້າສະອາດຫລາຍໆ ແລະ ຖ້າເປັນຄົນທີ່ມັກກິນໂຢເກິດ ກໍ່ກິນຕໍ່ໄປໄດ້ເລີຍ ເພາະໂພຣໄບໂອທິດ ຈະຊ່ວຍຮັກສາຄວາມສົມດຸນຂອງຊ່ອງຄອດໃຫ້ດີຢູ່ສະເໜີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...