spot_img
Homeຊີວິດແລະຄວາມຮັກພັນລະຍາ 7 ປະເພດ ທີ່ພະພຸດທະເຈົ້າຊົງຈຳແນກໄວ້

ພັນລະຍາ 7 ປະເພດ ທີ່ພະພຸດທະເຈົ້າຊົງຈຳແນກໄວ້

Published on

www.laopost.com

ພະພຸດທະເຈົ້າຂອງເຮົາ ໄດ້ຊົງຈຳແນກປະເພດຂອງພັນລະຍາ ເອົາໄວ້ 7 ປະເພດໄດ້ແກ່:

1. ພັນລະຍາທີ່ເປັນດັ່ງເພດຊະຄາດ

ເປັນພັນລະຍາທີ່ມີຈິດຄິດທຳຮ້າຍສາມີ ຂອງຕົນເອງຢູ່ຕະຫຼອດເວລາ ບໍ່ອະນຸເຄາະຊ່ວຍເຫຼືອສາມີຂອງຕົນ ດ້ວຍປະການທັງປວງ ສົນແຕ່ປະໂຫຍດຂອງຕົນ ຍິນດີແລະຫຼົງໃຫຼໃນຊາຍຄົນອື່ນ ທີ່ຫຼໍ່ຫຼືລວຍກວ່າ ດູໝິ່ນສາມີຂອງຕົນ ຄິດຈະກຳຈັດສາມີຂອງຕົນໄປໄກໆ ຫຼືຂ້າໃຫ້ຕາຍ.

ພັນລະຍາປະເພດນີ້ ບໍ່ໄດ້ມີຈິດໃຈຮັກໄຄ່ສາມີຂອງຕົນເລີຍ ອາດຈະຖືກຊື້ໂຕມາ ຫຼືແຕ່ງງານຍ້ອນຊັບສິນຂອງສາມີ ເທົ່ານັ້ນ ອາດຈະພະຍາຍາມຂ້າສາມີເມື່ອມີໂອກາດ ເພື່ອຫວັງໃນຊັບສິນ ມໍລະດົກ ເງິນປະກັນຊີວິດ ແລະອື່ນໆ

2. ພັນລະຍາທີ່ເປັນດັ່ງໂຈນ

ພັນລະຍາປະເພດນີ້ ອາດຈະບໍ່ຮ້າຍແຮງເຖິງຂະໜາດ ຢາກຂ້າສາມີຂອງຕົນ ແຕ່ມີສັນດານເປັນໂຈນແກ້ບໍ່ຕົກ ຮັກໄຄ່ໃນຊັບສິນຂອງສາມີເທົ່ານັ້ນ ເຖິງແມ່ນວ່າສາມີຈະດຸໝັ່ນຂະຫຍັນພຽນ ໄດ້ຊັບມາໂດຍທາງໃດ ກໍເກັບຢອມໄວ້ບໍ່ຢູ່ ເພາະພັນລະຍາປະເພດນີ້ຈະສໍ້ໂກງເອົາຊັບ ຂອງສາມີໃຫ້ໝົດສິ້ນ ເພື່ອຄວາມສຸກຂອງໂຕເອງເທົ່ານັ້ນ ຄວາມຮ້າຍແຮງຂອງພັນລະຍາປະເພດນີ້ ອາດຈະເຖິງຂັ້ນຫຼອກລໍ້ໃຫ້ສາມີໝົດຊັບສິນ ທຸກຢ່າງທີ່ມີ ໃຫ້ເປັນໜີ້ເປັນສິນ ແລ້ວຈາກສາມີໄປ.

3. ພັນລະຍາທີ່ເປັນດັ່ງນາຍ

ເປັນຄູ່ກຳໂຕຈິງ ກ່າວຄືຄູ່ຄອງແບບນີ້ ອາດຈະມີຮັກໝັ້ນຕໍ່ກັນຢູ່ ແຕ່ຜູ້ເປັນພັນລະຍາ ຈະບໍ່ສົນໃຈວຽກເຮືອນການຊານໃດໆ ເປັນຜູ້ຂີ້ຄ້ານເວົ້າຫຼາຍຈົ່ມຫຼາຍ ຮ້າຍດ່າເກັ່ງ ມັກຂົ່ມເຫັງສາມີ ກິນຫຼາຍໃຊ້ຈ່າຍຟູມເຟືອຍ ຕີນຮອດມືເຖິງ ມັກທຳຮ້າຍສາມີ ກົດຂີ່ໃຫ້ສາມີເປັນພຽງທາດຄົນໜຶ່ງ ຜູ້ເປັນສາມີຕ້ອງເຮັດວຽກທຸກຢ່າງ ແລະລ້ຽງດູພັນລະຍາປະເພດນີ້ ໄປຈົນໝົດເວັນໝົດກຳຕໍ່ກັນ ຫຼືຕາຍຈາກກັນໄປ.

4. ພັນລະຍາທີ່ເປັນດັ່ງແມ່

ມີຄຳທີ່ຜູ້ເຖ້ົາຜູ້ແກ່ ຫຼືພໍ່ແມ່ສອນລູກຫຼານຕໍ່ມາວ່າ ມີເມຍທີ່ດີ ກໍເໝືອນມີແມ່ຊ່ວຍເບິ່ງແຍງ ພັນລະຍາປະເພດນີ້ເປັນພັນລະຍາທີ່ດີຫຼາຍ ຊ່ວຍເກື້ອກູນສາມີໃນທຸກໆ ດ້ານ ແລະຮັກສາມີຄືກັນກັບລູກຄົນໜຶ່ງ ຊ່ວຍຮັກສາຊັບສິນທີ່ສາມີຫາມາ ໄວ້ຢ່າງປອດໄພ ເປັນພັນລະຍາທີ່ເພິ່ງພາໄດ້ສະເໝີ ບໍ່ວ່າຈະເຈັບໄຂ້ໄດ້ປ່ວຍ ຫຼືຕົກທຸກໄດ້ຍາກປະການໃດ ເປັນພັນລະຍາທີ່ມີຄວາມຈິງໃຈ ມີຄວາມດີງາມຄືກັນກັບແມ່ຢ່າງແທ້ຈິງ.

5. ພັນລະຍາທີ່ເປັນດັ່ງເອື້ອຍຫຼືນ້ອງສາວ

ເປັນພັນລະຍາທີ່ດີ ມີຄວາມອ່ອນນ້ອມແລະກິລິຍາຮຽບຮ້ອຍ ເວົ້າຈາມ່ວນຫູ ເປັນດັ່ງເອື້ອຍທີ່ດີ ມີຄວາມເຄົາລົບໃນສາມີຂອງຕົນ ແລະພ້ອມຈະໃຫ້ການສະໜັບສະໜູນ ໃນທຸກໆເລື່ອງ ພັນລະຍາປະເພດນີ້ ມັກຈະເປັນທີ່ລະອາຍແກ່ບາບ ແລະຄ້ອຍຕາມຄວາມຄິດເຫັນແລະອຳນາດ ຂອງສາມີ ມີນິໄສສອດຄ່ອງກັບສາມີ ແລະເຂົ້າໃຈກັນງ່າຍ ດັ່ງເອື້ອຍຫຼືນ້ອງສາວຂອງສາມີ.

6. ພັນລະຍາທີ່ເປັນດັ່ງເພື່ອນ

ເປັນພັນລະຍາທີ່ມີຄວາມເທົ່າທຽມກັບສາມີ ມີຄວາມຮັກສາມີຄືດັ່ງເພື່ອນຮັກເພື່ອນຕາຍ ມີຄວາມກົມກຽວພ້ອມພຽງກັນດີ ບໍ່ມີມື້ຖິ້ມກັນ ຄອຍຢູ່ຄຽງບ່າຄຽງໄຫຼ່ກັນຄືເພື່ອນຮັກ ສາມາດຊ່ວຍອອກຄວາມເຫັນແລະປຶກສາ ເຄື່ອງກິດຈະການງານຕ່າງໆ ໄດ້ ແລະສາມີສາມາດໄວ້ວາງໃຈໃຫ້ ພັນລະຍາປະເພດນີ້ເຮັດວຽກງານຕ່າງໆ ແທນໄດ້ ເພາະເປັນດັ່ງເພື່ອນຕາຍ ທີ່ມີທັງຄວາມສາມາດແລະຄວາມຮັກ ຕໍ່ກັນຢ່າງບໍ່ເສື່ອມຄາຍ.

7. ພັນລະຍາທີ່ເປັນດັ່ງທາດ

ພັນລະຍາປະເພດນີ້ ນັບວ່າອາດຈະດີຕໍ່ສາມີ ແຕ່ບໍ່ດີຕໍ່ໂຕພັນລະຍາເອງ ແລະໃນແງ່ຂອງສິດທິມະນຸດເລີຍ ເພາະເປັນພັນລະຍາທີ່ຢູ່ໃຕ້ອຳນາດ ຂອງສາມີໄປສາທຸກໆເລື່ອງ ບໍ່ວ່າຈະຖືກສາມີຕົບຕີ ນາບຂູ່ ໃຊ້ວຽກໜັກ ບໍ່ບໍ່ຈົ່ມບໍ່ຮ້າຍ ບໍ່ຄິດໂຕ້ຕອບສາມີ ເປັນພັນລະຍາທີ່ອົດທົນໃນທຸກໆ ເລື່ອງຂອງສາມີ ກ່າວຄືວ່າ ຖ້າໄດ້ຜົວດີກໍນັບວ່າດີໄປ ແຕ່ຖ້າຫາກໄດ້ສາມີທີ່ບໍ່ດີ ພັນລະຍາປະເພດນີ້ກໍຈະຖືກຂົ່ມເຫງ ເປັນທາດຮັບໃຊ້ຕະຫຼອດໄປ ຈົນກວ່າຈະສິ້ນເວນກຳຕໍ່ກັນ ຫຼືຕາຍຈາກັນໄປ.

ທ່ານຜູ້ອ່ານທີ່ເປັນຜູ້ຍິງຄິດຢາກເປັນປະເພດໃດ? ເລືອກເອົາເອງເດີ !! ທ່ານຜູ້ອ່ານທີ່ເປັນທ່ານຊາຍເດ ມັກພັນລະຍາປະເພດໃດ? ແລະຖ້າທ່ານຜູ້ອ່ານເຫັນວ່າບົດຄວາມນີ້ໜ້າສົນໃຈ ຢ່າລືມໃຫ້ຄຳເຫັນ ຫຼືບອກຕໍ່ແດ່ເດີ ເພື່ອເປັນການສ້າງສັນສັງຄົມ.

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...