Homeອຸບັດເຫດແລະປາກົດການຫຍໍ້ທໍ້ໜຶ່ງປີຜ່ານມາ ນ.ວ ມີ​ຜູ້​ເສຍ​ຊີວິດ 175 ຄົນຈາກ​ອຸປະຕິເຫດ ບົນທ້ອງຖະໜົນ

ໜຶ່ງປີຜ່ານມາ ນ.ວ ມີ​ຜູ້​ເສຍ​ຊີວິດ 175 ຄົນຈາກ​ອຸປະຕິເຫດ ບົນທ້ອງຖະໜົນ

Published on

accident

 

ທ່ານ ພັທ ບຸນ​ມາກ ສູນ​ດາ​ໄລ ຮອງ​ຫົວໜ້າພະ​ແນ​ກຕຳຫຼວດຈະລາຈອນ ນະຄອນຫຼວງວຽງຈັນ​ໃຫ້​ຮູ້​ວ່າ: ການ​ເກີດ​ອຸປະ

ຕິເຫດ​ທົ່ວ​ນະຄອນຫຼວງວຽງຈັນ ນັບ​ແຕ່​ວັນ​ທີ 16 ກັນຍາ 2013 ຫາ ວັນ​ທີ 15 ທັນວາ 2014:​ເກີດ​ຂຶ້ນ​ທັງໝົດ 1.472 ກໍລະ

ນີ, ມີ​ພາຫາ​ນະ​​ເປ່​ເພ 2.896 ຄັນ, ບາດ​ເຈັບ 2.368 ລາຍ ​ແລະ ​ເສຍ​ຊີວິດ 202 ລາຍ ​ເຫັນ​ວ່າ​ຕົວ​ເລກ​ອຸປະຕິເຫດ ​ແລະ ຜູ້

​ເສຍ​ຊີວິດ​ແມ່ນຫຼຸດລົງ. ແຕ່​ສ່ວນ​ໃຫຍ່​ສາ​ເຫ​ດທີ່​ພາ​ໃຫ້​ເກີດ​ອຸປະຕິ​ເຫດ​ ແມ່ນ​ຈາກ​ການ​ດື່ມ​ສິ່ງ​ມືນ​ເມົາ, ຜູ້​ຂັບ​ຂີ່​ບໍ່ປະຕິ

ບັດ​ກົດ​ລະບຽບຈະລາຈອນ ແລະ ອື່ນໆ. ສະນັ້ນ​, ເພື່ອ​ໃຫ້​ອຸປະຕິ​ເຫດຫຼຸດຜ່ອນລົງ​ໃນຕໍ່ໜ້ານີ້, ທ່ານພັນໂທ ບຸນ​ມາກ ​ໄດ້​

ຮຽກຮ້ອງ​ເຖິງ​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ ຈົ່ງ​ມີ​ສະຕິ​ລະວັງ​ຕົວ​​ໃນການ​ຂັບຂີ່, ໃຫ້ກຽດ​ເຊິ່ງກັນ ແລະ ກັນ​, ພ້ອມ​ກັນ​ປະຕິບັດ​ກົດ​

ລະບຽບຈະລາຈອນ​ໃຫ້​ເຂັ້ມງວດ ​ໂດຍ​ສະ​ເພາະ​ແມ່ນ​ໃນຊ່ວງສະຫຼອງສົ່ງ​ທ້າຍປີ​ເກົ່າຕ້ອນຮັບ​ປີ​ໃໝ່ 2015 ນີ້ ຂໍ​ໃຫ້​ທຸກ​ຄົນ​

ໃນ​ທົ່ວ​ສັງຄົມ​ ຈົ່ງ​ມີ​ສະຕິ​ໃນ​ການ​ໄປ-ການ​ມາ, ​ເມົາ​ແລ້ວ​ບໍ່ຄວນ​ຂັບ​ຂີ່​ລົດ, ທັງ​ນີ້​ກໍ​ເພື່ອ​ຮັບປະກັນ​ບໍ່​ໃຫ້​ເກີດ​ອຸບັດ​ເຫດ​

ທ້ອງ​ຖະໜົນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...