Homeຂ່າວຕ່າງປະເທດປີນີ້ມຽນມ້າ ຫລຸດຜ່ອນໂກຕ້າຕັດໄມ້ ຢ່າງຕໍ່ເນື່ອງ

ປີນີ້ມຽນມ້າ ຫລຸດຜ່ອນໂກຕ້າຕັດໄມ້ ຢ່າງຕໍ່ເນື່ອງ

Published on

Image.aspx

 

ເຖິງແມ່ນວ່າຄວາມຕ້ອງການພາຍໃນ ແລະ ຕ່າງປະເທດຈະເພີ່ມຂຶ້ນໃນແຕ່ລະປີ ແຕ່ລັດວິສາຫະກິດໄມ້ທ່ອນມຽນ

ມ້າ ໄດ້ປະກາດທີ່ຈະຜັກດັນໃຫ້ຄວາມຕ້ອງການຫລຸດລົງ ເຫລືອພຽງ 1.16 ລ້ານໂຕນຕໍ່ປີ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ທັນວານີ້ວ່າ ການເພີ່ມຂຶ້ນຂອງໂຄງການກໍ່ສ້າງຕ່າງໆພາຍໃນປະເທດ

ໄດ້ເປັນເຫດຜົນອັນສຳຄັນ ໃນການເພີ່ມຄວາມຕ້ອງການໄມ້ຢູ່ພາຍໃນ ເຊິ່ງໃນປັດຈຸບັນນີ້ ທາງການໄດ້ອະນຸຍາດໃຫ້

ໃຊ້ໄດ້ສະເພາະແຕ່ເພື່ອຕົບແຕ່ງ ແລະ ການຜະລິດເຟີນິເຈີເທົ່ານັ້ນ ຕາມການລາຍງານຂອງ ທ່ານ ວິນ ນາຍ ຮອງຜູ້

ຈັດການໃຫຍ່ ລັດວິສາຫະກິດໄມ້ທ່ອນມຽນມ້າ (Myanma Timber Enterprise).

 

ທ່ານ ວິນ ນາຍ ຍັງກ່າວອີກວ່າ ການຕັດໄມ້ໃນສົກປີຜ່ານມາ ແມ່ນມີທັງໝົດ 925,050 ໂຕນ ແລະ ສະເພາະໃນສົກປີ

ນີ້ ທາງກະຊວງອະນຸຮັກສິ່ງແວດລ້ອມ ແລະ ການປ່າໄມ້ ໄດ້ຈັດໂກຕ້າໃຫ້ພຽງແຕ່ 730,000 ໂຕນເທົ່ານັ້ນ.

 

ນັບຕັ້ງແຕ່ລັດຖະບານໃໝ່ຂອງມຽນມ້າ ຂຶ້ນບໍລິຫານປະເທດເປັນຕົ້ນມາ ລັດວິສາຫະກິດໄມ້ທ່ອນມຽນມ້າ ໄດ້ຫລຸດ

ການຜະລິດໄມ້ລົງໃນທຸກປີ ໂດຍມີເປົ້າໝາຍເພື່ອເຮັດໃຫ້ລະບົບນິເວດມີຄວາມຍືນຍົງ, ໂດຍນັບຕັ້ງແຕ່ເດືອນເມສາ

ປີນີ້ເປັນຕົ້ນມາ ມຽນມ້າກໍໄດ້ສັ່ງຫ້າມສົ່ງອອກໄມ້ທ່ອນຢ່າງເປັນທາງການ ເພື່ອຫັນມານຳໃຊ້ໄວ້ເຂົ້າໃນການພັດທະ

ນາອຸດສາຫະກຳໄມ້ພາຍໃນປະເທດແທນ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...