Homeສຸຂະພາບ ແລະ ສີ່ງແວດລ້ອມເຄັດບໍ່ລັບກະຕ່າປີໃໝ່ສຸຂະພາບດີ

ເຄັດບໍ່ລັບກະຕ່າປີໃໝ່ສຸຂະພາບດີ

Published on

1

ໄລຍະ​ເວລາ​ພິເສດ​ໃກ້​ມື້​ຂຶ້ນ​ປີ​ໃໝ່ ກະ​ຕ່າ​ຂອງ​ຂວັນ​ມັກ​ໄດ້ຮັບ​ຄວາມ​ນິຍົມ ແຕ່​ເມື່ອ​   ຈະ​ເລືອກ​ກະ​ຕ່າ​ຂອງ​ຂວັນ​ ກໍ​ຕ້ອງ​ເລືອກ​ກະ​ຕ່າ​ຂອງ​ຂວັນ​ທີ່​ມີ​ປະໂຫຍດ​ຕໍ່​ສຸຂະພາບ ມື້​ນີ້ມີ​ແນວ​ທາງ​ຈັດ​ກະ​ຕ່າ​ເພື່ອ​ສຸຂະພາບ ສຳຫລັບ​ສາວໆ ທີ່​ຫ່ວງ​ໃຍ​ຄົນ​ຮອບ​ຂ້າງ​      

1. ຫມາກໄມ້​ສົດ

ຫມາກໄມ້​ສົດ​ຫລາກ​ສີ​ສັນ​ຄວນ​ເປັນ​ຢ່າງ​ທໍາອິດ​ທີ່​ເຮົາ​ຄວນ​ຄິດ​ເຖິງ ເພາະ​ຫມາກໄມ້​ສົດ​ມີ​ຄຸນຄ່າ​ຫລາຍກວ່າ​ຫມາກໄມ້​ກະ​ປ໋ອງ​ຢູ່​ແລ້ວ ອີກ​ຢ່າງ​ຍັງ​ຊ່ວຍ​ຕື່ມ​ສີ​ສັນ​ໃຫ້​ກະ​ຕ່າ​ປີ​ໃໝ່​​ໂດດ​ເດັ່ນ​ກວ່າ​ໃຜ​ ຖ້າຫາກ​​ລອງ​ເພີ່ມ​ຫມາກໄມ້​ໃສ່​ໃນ​ກະ​ຕ່າ​ປີ​ໃໝ່​ນໍາ ແນ່ນອນ​ວ່າ​ ຜູ້​ຮັບ​ຈະ​ຕ້ອງ​ໃຫ້​ຄວາມ​ສົນ​ໃຈ​ໃນ​ກະ​ຕ່າ​ຂອງ​ເຮົາ​ກ່ອນ​ໃຜ ເພາະ​ກະ​ຕ່າ​ຂອງ​ເປັນຕາ​ກິນ​ ແລະ​ມີ​ປະໂຫຍດແບບ​ສຸດໆ

2. ເຄື່ອງ​ດື່ມ​ບຳ​ລຸງ​ສຸຂະ​ພາບ

ຖ້າຫາກ​ເວົ້າ​ເຖິງ​ກະ​ຕ່າ​ສຸຂະພາບ​ແລ້ວ​ກໍ​ຕ້ອງ​ບໍ່​ລືມ​ທີ່​ຈະ​ຊື້​ເຄື່ອງ​ດື່ມ​ບຳ​ລຸງ​ສຸຂະພາບ​ຊະນິດ​ຜົງ​ໃສ່​ລົງ​ໃນ​ກະ​ຕ່າ​ນໍາ ເຊັ່ນ ຊາສະໝຸນ​ໄພ ຜົງ​ໂກ​ໂກ້​ແທ້ ກາ​ເຟ​ ເພາະ​ເຄື່ອງ​ດື່ມ​ເຫລົ່າ​ນີ້​ຈະ​ມີ​ປະລິມານ​ນ້ຳ​ຕານ​ໜ້ອຍ​ກວ່າ​ຮູບ​ເຄື່ອງ​ດື່ມ​ຊະນິດ​ ທີ​ອິນ​ວັນ ທີ່​ສ່ວນ​ໃຫຍ່​ຈະ​ສ່ວນ​ປະກອບ​ໄປ​ດ້ວຍ ​ຄີມ​ທຽມ​ຊະນິດ​ຜົງ ແລະ ​ສານ​ປຸງ​ແຕ່ງ​ລົດ​ອື່ນໆ ເຊັ່ນ ຄາ​ລາ​ເມວ ເອດ​ເປດ​ໂຊ ຄາ​ປູ​ຊິ​ໂນ ເປັນ​ຕົ້ນ ນອກ​ຈາກ​ນີ້​ຜູ້​ຮັບ​ຍັງ​ສຳ​ຜັດ​ໄດ້​ເຖິງ​ລົດ​ຊາດ​ທີ່​ແທ້​ຈິງ​ຂອງ ຊາ ກາ​ເຟ​ ນໍາອີກ​

3. ສິນ​ຄ້າ​ປອດສານພິດ

 

ຖ້າຫາກ​ກະ​ຕ່າ​ປີ​ໃໝ່​ປີ​ນີ້ ​ມີ​ແຕ່​ຂອງ​ຊໍ້າໆ​ຄື​ເຊັ່ນ​ປີ​ທີ່​ຜ່ານມາ ກໍ​ລອງ​ປ່ຽນ​ມາ​ຈັດ​ກະຕ່າ​ສຸຂະພາບ​ດີ​ທີ່​ມີ​ແຕ່​ຂອງ​ປອດ​ສານ​ພິດ ​ແລະ ​ສານ​ປຸງ​ແຕ່ງ​ໃດໆ ຢ່າງ​ແທ້​ຈິງ ເຊັ່ນ   ສະ​ບູ່​ສະ​ໝຸນ​ໄພ ຜະລິດຕະພັນ​ຈາກ​ທັນ​ຍະພືດ ຈຳ​ພວກ​ເຂົ້າ​ ເຂົ້າ​ໄລ​ເບີ​ລີ ເປັນ​ຕົ້ນ ໂດຍ​ແຫລ່ງ​ສິນ​ຄ້າ​ ປອດສານພິດ​ເຫລົ່າ​ນີ້ ​ກໍ​ສາມາດ​ຫາ​ຊື້​ໄດ້​ຈາກ​ຮ້ານ​ຂາຍ​ຜະລິດຕະພັນ​ ແລະ ​ບ່ອນ​ປູກທີ່ບໍ່ໃຊ້ສານເຄມີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...