Homeສຸຂະພາບ ແລະ ສີ່ງແວດລ້ອມ3 ອາຫານຕ້ອງຫ້າມເວລາ ຖອກທ້ອງ

3 ອາຫານຕ້ອງຫ້າມເວລາ ຖອກທ້ອງ

Published on

stm517851e24bf5c20130424

ເຊື່ອ​ວ່າ​ຫລາຍ​ຄົນ​ຕ້ອງ​ມີ​ຄຳ​ຖາມ​ນີ້​ຢູ່ໃນ​ໃຈ​ທຸກ​ເທື່ອ​ທີ່​ມີ​ອາການ ຖອກທ້ອງ​ວ່າ ​ເຮົາ​ຄວນ​ງົດ​ກິນ​ອາຫານ​ຫຍັງ ຫລື ​ຄວນ​ກິນ​ຫຍັງ​ເພື່ອ​ໃຫ້​ອາການ​ບັນເທົາ​ລົງ​ໄປ ​ແລະ ​ບໍ່​ເປັນ​ໜັກ​ຫລາຍກວ່າ​ເກົ່າ ມື້​ນີ້​ເຮົາ​ມີ​ຄຳ​ຕອບ​ດີໆ​ມາ​ໄຂ​ຂໍ້​ສົງ​ໄສ​ກັນ

ອາການ ຖອກທ້ອງ​ ຊໍ້າເຮື້ອ ມັກ​ມີ​ອາການ​ເຈັບ​ທ້ອງ ​ແລະ ​ຖ່າຍ​ແຫລວ ເຊິ່ງ​ຈະ​ເຈັບໆເຊົາໆ​ດົນ​ຕິດ​ຕໍ່​ກັນ​ເປັນ​ແຮມ​ເດືອນ ບາງ​ທີ​ເຮົາ​ອາດ​ເອີ້ນອາການ​ນີ້​ວ່າ “ພະຍາດ​ທາດ​ອ່ອນ”

ອາຫານ​ຕ້ອງ​ຫ້າມ ໄດ້​ແກ່ ອາຫານ​ລົດ​ສົ້ມ ລົດ​ເຜັດ ອາຫານ​ມັນ ນ້ຳ​ສົ້ມ​ສາຍ​ຊູ ກະ​ທິ ເຫລົ້າ ເບຍ ນົມ​ສົດ ຊາ ກາ​ເຟ

ອາຫານ​ຄວນ​ກິນໄດ້​ແກ່ ກິນ​ອາຫານ​ທີ່​ມີ​ກາກ​ໃຍ​ສູງ ເຊັ່ນ ຜັກ ຫມາກໄມ້ ເຂົ້າ​ກ້ອງ ທັນຍະ​ພືດ​ຕ່າງໆ ອາຫານ​ທີ່​ມີ​ໄຂ​ມັນ​ຕ່ຳ ອາຫານ​ທີ່​ມີ​ຈຸລິນຊີ​ແລັກ​ໂຕ​ບາ​ຊິ​ລັດ  (Lactobacillus) ຫລື​ ໄບ​ຟິ​ໂດ​ ແບັກ​ທີ​ເຣຍ ແລະ ​ບໍ່​ຄວນ​ກິນ​ອາຫານ​ແຕ່​ລະ​ເທື່ອ​ຫລາຍ​ເກີນ​ໄປ ນອກ​ຈາກ​ນີ້​ຄວນ​ຫຍ້ຳ​ອາຫານ​ໃຫ້​ລະ​ອຽດ

ອາການ ຖອກທ້ອງ​ ກະທັນຫັນ ເປັນ​ອາການ​ທີ່​ເກີດ​ຢ່າງ​ທັນ​ທີທັນ​ໃດ ມີ​ລັກສະນະ​ຖ່າຍ​ເປັນ​ນ້ຳ​ຫລາຍເທື່ອ ແລະ ​ມີ​ອາການ​ຖອກ​ທ້ອງ​ຮ່ວມ​ນໍາອີກ

ອາຫານ​ຕ້ອງ​ຫ້າມ ໄດ້​ແກ່​ຜັກ ຫມາກໄມ້ ແລະ​ ນ້ຳ​ໝາກໄມ້

ອາຫານ​ຄວນ​ກິນ ໄດ້​ແກ່ ຜົງ​ນ້ຳ​ຕານ​ເກືອ​ແຮ່​ຕີ່ໃສ່ນ້ຳ ເຊິ່ງ​ໃຊ້​ດື່ມ​ເລື້ອຍໆ ແທນ​ນ້ຳ​ອາຫານ​ທີ່​ຍ່ອຍ​ງ່າຍ ໂດຍ​ເນັ້ນ​ອາຫານ​ທີ່​ມີ​ເຂົ້າ​ ຫລື​ ແປ້ງ​ເປັນ​ຫລັກ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...