spot_img
Homeຂ່າວການສຶກສາ10 ເລື່ອງວິທະຍາສາດທີ່ໃກ້ຕົວ

10 ເລື່ອງວິທະຍາສາດທີ່ໃກ້ຕົວ

Published on

 

1 ເລື່ອງໜ້າຮູ້ທງາວິທະຍາສາດ ກັບແຂ້ວປາ

ເຊື່ອກັນວ່າໃນເມື່ອປະມານ 1 ລ້ານປີທີ່ແລ້ວ ແຂ້ວຂອງມະນຸດຄ້າຍຄືກັບແຂ້ວປາເພາະມີການຄົ້ນພົບແຂ້ວທີ່ມີລັກສະນະດຽວກັນກັບຂອງມະນຸດໃນປາສະຫຼາມຍຸກກອ່ນປະຫວັດສາດ ດັ່ງນັ້ນ ແຂ້ວຂອງມະນຸດ ແລະ ປາສະຫຼາມຈຶ່ງມີໂຄງສ້າງພື້ນຖານຄືກັນ ແຕ່ແຂ້ວຂອງມະນຸດໄດ້ຮັບການພັດທະນາຈົນມີຮູບຮ່າງ ຄືເຫັນໃນປັດຈຸບັນ.

2 ການຊົງຕົວ

ເຊື່ອບໍ່ວ່າຫູຂອງເຮົາມີຜົນຕໍ່ການຊົງຕົວ ອະໄວຍະວະທີ່ຊ່ວຍໃຫ້ເຮົາສາມາຊົງຕົວຢູ່ໄດ້ຄື ເຊມິເຊີຄີວລາຣ໌ ຄາແນວ (SEMICIR – CULAR CANEL) ໃນຫູຊຶ່ງພາຍໃນຈະມີທາດແຫຼວທີ່ໄວຕໍ່ການກະຕຸ້ນ ຂອງແຫຼວນີ້ຈະເຮັດໜ້າທີ່ໃນການຮັກສາຄວາມສົມດູນ ຫາກເຮົາໝູນຕົວເອງ ໄປຮອບໆຕົວ ຫຼາຍໆຄັ້ງ ຈະເຮັດໃຫ້ອະໄວຍະວະນີ້ເກີດຄວາມສັບສົນ ເຮົາຂະຮູ້ສຶກວີນຫົວ ແລະ ຈະມີຜົນຕໍ່ການຊົງໂຕຂອງຄົນເຮົາ

3 ສຽງກົນ

ສຽງກົນເປັນສຽງທີ່ສ້າງຄວາມລໍາຄານໃຫ້ແກ່ຜູ້ທີ່ໄດ້ຍິນ ພາະວ່າມັນດັ່ງເທົ້າໆ ກັບສຽງຂອງ ສະຫວານໄຟຟ້າ ຊຶ່ງດັ່ງເຖີງ 70 ເດຊີເບນ

4 ພະລັງປອດ

ເຊື່ອຫຼືບໍ່ວ່າປົກກະຕິເຮົາຈະຫາຍໃຈເອົາອາກາດເຂົ້າໄປປະມານ 6 ລິດຕໍ່ນາທີ  ແຕ່ລະຫວ່າງການອອກກໍາລັງກາຍ ແລະ ຫຼັ້ງອອກກໍາລັງກາຍໃໝ່ໆ ເຮົາຈະຫາຍໃຈເອົາອາກາດເຂົ້າໄປເຖີງ 100 ລິດຕໍ່ນາທີ

5 ນໍ້າໜັກຂອງວິນຍານ

ທ່ານເຊື່ອບໍ່ວ່າວີນຍານຂອງຄົນເຮົາກໍ່ມີນໍ້າໜັ້ກຄືກັນ ນັກວິທະຍາສາດທົດລອງຊັ່ງນໍ້າໜັກຂອງວິນຍານໂດຍຊັ່ງນໍ້າໜັກຂອງຄົນໃນຂະນະທີ່ມີຊີວິດຢູ່ປຽບທຽບກັບນໍ້າໜັກຫຼັງຈາກເສຍຊີວິດທັນທີພົບວ່ານໍ້າໜັກລຸດລົງໄປ 21 ກຣາມ ຈຶ່ງສະຫຼຸບວ່າດວງວິນຍານຂອງພວກເຮົາມີນໍ້າໜັກ 21 ກຣາມ.

6 ສານຂ້າຄວາມເຈັບປວດ

ທ່ານຜູ່ອ່ານເຄີຍສັງເກດຫຼືບໍ່ວ່າບາງຄັ້ງນັກກິລາທີ່ໄດ້ຮັບບາດເຈັບໃນລະຫວ່າງການແຂ່ງຂັນຍັງສາມາດລົງແຂ່ງຂັນໄດ້ຈົນຈົບ ຫຼື ທະຫານທີ່ໄດ້ຮັບບາດເຈັບໃນສະໜາມຍັງທົນຕໍ່ສູ້ຂ້າເສິກຢູ່ໄດ້ ພວກເຂົາເຫຼົ່ານັ້ນບໍ່ເຈັບບໍ່ໍ່? ນັກວິທະຍາສາດພິສູດແລ້ວວ່າ ເມື່ອມະນຸດປະເຊີນກັບສະຖານະການທີ່ເຄັ່ງຕຶງ ສະໝອງຈະປ່ອຍສານອອກມາຢັບຢັ້ງຄວາມຮູ້ສຶກເຈັບປວດເອົາໄວ້ ເຮັດໃຫ້່ມະນຸດຍັງຕໍ່ສູ້ກັບຄວາມເຈັບປວດໄດ້.

7 ບໍ່ມີນ້າຕາ

ຮູ້ບໍ່ວ່າຕອນເຮົາອາຍຸ4-5 ເດືອນເຮົາຈະຮ້ອງໄຫ້ເທົ້າໄດກໍ່ບໍ່ມີນໍ້າຕາ ທີ່ເປັນແບບນີ້ເພາະວ່າຕ່ອມນໍ້າຕາຂອງຄົນເຮົາຈະພັດທະນາຂຶ້ນຫຼັງຈາກເກີດມາແລ້ວ 4-5 ເດືອນ ຫຼັງຈາກນີ້ພວກເຮົາຈຶ່ງຈະນໍ້າຕາໃນເວລາທີ່ເຮົາຮ້ອງໄຫ້.

8 ຫີວເພາະກິ່ນ

ພໍກິ່ນຫອມຂອງອາຫານລອຍມາ ພວກເຮົາຫຼາຍຄົນຄົງຈະມີຄວາມຮູ້ສຶກຄືກັນ ກໍ່ຄືຈະມີຄວາມຢາກ ຄວາມຫີວຕາມກິນນັ້ນໄປ ກໍ່ເພາະວ່າກິ່ນອາຫານເຂົ້າໄປກະຕຸ່ນລະບົບການຍ່ອຍອາຫານຂອງເຮົາ ເຮັດໃຫ້ນໍ້າຍ່ອຍໃນປາກ ແລະ ທ້ອງທໍາງານ ເຮົາຈຶ່ງຮູ້ສຶກຫີວທັງໆທີ່ໃນບາງຄັ້ງເຮົາບໍ່ຕ້ອງການກິນອີກແລ້ວ.

9 ກະເພາະແຂງແຮງ

ໃນກະເພາະອາຫານຂອງເຮົາມີນໍ້າຍ່ອຍທີ່ມີລິດເປັນກົດສູງ ຈົນສາມາດລະລາຍສັງກະສີໄດ້ ແຕ່ກົດເຫຼົ່ານີ້ບໍ່ສາມາລະລາຍໜັງກະເພາະຂອງເຮົາໄດ້ ເນື່ອງຈາກທຸກໆນາທີ ເຊລ໌ ໜັງກະເພາະເກົ່າ 5000 ເຊລລ໌ ຈະຖືກເຊລລ໌ ໃໝ່ແທນທີ່ ແລະ  ປ່ຽນເປັນເຊລລ໌ ໃໝ່ທັງໝົດທຸກໆ 3 ວັນ

10 ທ້ອງຮ້ອງ ຈອ໊ກໆ

ພວດເຮົາເຄີຍໄດ້ຍີນສຽງທ້ອງຮ້ອງເມື່ອເຮົາຮູ້ສຶກຫີວຫຼືບໍ່? ສາເຫດທີ່ທ້ອງຮ້ອງກໍ່ເພາະສະໝອງຊື່ງເປັນພາກສ່ວນທີ່ຄວບຄູມຄວາມຮູ້ສຶກຫີວຂອງເຮົາ ຈະຄອຍຈັດລໍາດັບການເຮັດວຽກຂອງກະເພາະອາຫານ ແລະ ລໍາໄສ້ ຖ້າໃນເລືອດມີສານອາຫານພຽງພໍ ສະໝອງກໍ່ຈະສັ່ງໃຫ້ລະບົບຍ່ອຍອາຫານເຮັດວຽກຊ້າລົງ ແຕ່ເມື່ອໃດທີ່ມີສານອາຫານໃນເລືອດໜ້ອຍລະບົບຍ່ອຍອາຫານຈະເຮັດວຽກໄວຂຶ້ນ ແລະ ເຮົາຈະໄດ້ຍິນສຽງທ້ອງຮ້ອງ.

>>http://teen.mthai.com/variety/61063.html

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...