Homeຄວາມງາມຢູ່ໃຫ້ຫ່າງ 3 ຕົວການເຮັດຜິວແຫ້ງລອກ

ຢູ່ໃຫ້ຫ່າງ 3 ຕົວການເຮັດຜິວແຫ້ງລອກ

Published on

1

ລະດູ​ໜາວ​ເຂົ້າ​ມາ​ແລ້ວ ບາງ​ຄົນ​ກໍ່​ຮູ້ສຶກ​ວ່າ​ ຜິວ​ເລີ່ມ​ແຫ້ງ​ກວ່າ​ເກົ່າ​ແລ້ວ​ແມ່ນບໍ່ ເຖິງ​ເວລາ​ຕ້ອງ​ຫັນ​ມາ​ໃສ່​ໃຈ​ຜິວ ​ແລະ ​ປ່ຽນ​ວິທີ​ການ​ເບິ່ງແຍງ​ຜິວ​ແບບ​ເກົ່າໆ ໃນ​ລະດູ​ໜາວ​ເພາະ​ອາ​ກາດ​ໃນ​ລະດູ​ໜາວ​ຈະ​ມີ​ລັກສະນະ​ແຫ້ງ ຖ້າ​ຍັງ​ບໍ່​ປັບ​ປ່ຽນ​ພຶດຕິກຳ​ກໍ​ຮັບຮອງ​ຜິວ​ຈະ​ແຫ້ງ​ແຕກ​ແນ່ນອນ

1.ການ​ອາບ​ນ້ຳ​ ຫລື ​ແຊ່​ນ້ຳ​ອຸ່ນ​ເປັນ​ເວລາ​ດົນ

1

ເຂົ້າໃຈ​ດີ​ເລີຍ​ວ່າ ​ເວລາ​ອາ​ກາດ​ໜາວໆ ການ​ໄດ້​ນອນ​ແຊ່​ໃນ​ອ່າງ​ມັນ​ສະບາຍ​ເທົ່າໃດ ແຕ່​ແລ້ວ​ຄວາມ​ສະບາຍ​ກໍ​ຕ້ອງ​ຈົບ​ລົງ​ເມື່ອ​ກ້າວ​ຂາ​ຂຶ້ນ​ມາ​ຈາກ​ອ່າງ ຮູ້ສຶກ​ຫຍັງ​ບໍ່?? ຜິວ​ທີ່​ແຫ້ງ​ຂຶ້ນ​ທີ່​ເຫັນ​ໄດ້​ຢ່າງ​ຊັດເຈນ​ເພາະ​ນ້ຳ​ອຸ່ນ​ຈະ​ເປີດ​ຮູ​ຂຸມ​ຂົນ​ ແລະ ​ເຮັດໃຫ້​ຄວາມ​ຊຸ່ມ​ຊື່ນ​ລະເຫີຍອອກ​ໄປ ທາງ​ທີ່​ດີ​ຄວນ​ປັບ​ອຸນ​ຫະ​ພູມນ້ຳ​ບໍ່​ໃຫ້​ຮ້ອນ​ເກີນ​ໄປ​ ແລະ ​ທາ​ໂລ​ຊັນ​ທັນ​ທີພາຍຫລັງ​ອາບ​ນ້ຳ​ແລ້ວ

2. ບໍ່​ໃສ່​ໃຈ​ໃນ​ເລັບ​ມື​ທີ່​ປ່ຽນ​ໄປ

Woman's hands

ເລັບ​ມື​ເປັນ​ໂຕ​ບົ່ງ​ຊີ້​ທີ່​ສຳຄັນ​ ເພາະ​ມັນ​ກໍ​ສູນ​ເສຍ​ຄວາມ​ຊຸ່ມ​ຊື່ນ​ໄປ​ໃນ​ລະດູໜາວ​ຄືກັນ ຖ້າ​ເລັບ​ຂອງ​ເຮົາ​ເລີ່ມ​ແຕກ​ ແລະ ​ຫັກ​ງ່າຍ ກໍ​ສະແດງ​ວ່າ​ມັນ​ຕ້ອງ​ການ​ຄວາມ​ຊຸ່ມ​ຊື່ນ​ແບບ​ເລັ່ງ​ດ່ວນ​ນັ້ນ​ເອງ ສະ​ນັ້ນ​ຫລັງ​ລ້າງ​ມື​ທຸກ​ເທື່ອ ຄວນ​ທາ​​ຄີມທາມື ແລະ ​ຫລີກ​ລ້ຽງ​ເຈວ​ຂ້າ​ເຊື້ອ​ທີ່​ມີ​ສ່ວນ​ປະສົມ​ຂອງ​ແອນ​ກໍ​ຮໍ ​ເພາະ​ມັນ​ຈະ​ເຮັດໃຫ້​ມື​ເຮົາ​ຍິ່ງ​ແຫ້ງ​ຫລາຍ​ຂຶ້ນ​ໄປ​ອີກ

3.  ການ​ຂັດ​ຜິວ

626-01367384

ເຮົາ​ອາດ​ຄິດວ່າ ​ການ​ຂັດ​ຜິວ​ຈະ​ຊ່ວຍ​ກຳຈັດ​ຈຸລັງ​ຜິວ​ທີ່​ຕາຍ​ແລ້ວ​ອອກ​ໄປ ບໍ່​ຜິດ​ ແຕ່​ການ​ທີ່​ຜິວ​ລອກ​ຈາກ​ອາ​ກາດ​ແຫ້ງ​ນັ້ນ​ຖື​ເປັນ​ການ​ເກີດ​ການ​ລະ​ຄາຍ​ເຄືອງ​ຢ່າງ​ໜຶ່ງ ຍິ່ງ​ໄປ​ຂັດ​ມັນ ບັນຫາ​ກໍ​ຍິ່ງ​ເພີ່ມ​ຫລາຍ​ຂຶ້ນ ທາງ​ທີ່​ດີ​ຄວນ​ຫາ​ຄີມ​ ຫລື​ ໂລ​ຊັນ​ສຳລັບ​ຜິວ​ແພ້​ງ່າຍ​ມາ​ທາ ລືມ​ພວກ​ຄີມ​ທີ່​ມີ​ກິ່ນ​ຫອມ​ແຮງ​ໆ ໄປ​ໄດ້​ເລີຍ​ເພາະ​ມັນ​ຈະ​ເຮັດໃຫ້​ຜິວ​ຍິ່ງ​ຄັນຄາຍ ຫລາຍ​ຂຶ້ນ​ໄປ​ອີກ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...