spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມວິຕາມິນບີລວມ ກັບປະໂຫຍດຈັດເຕັມ ທີ່ ພະນັກງານຫ້ອງການ ບໍ່ຄວນພາດ

ວິຕາມິນບີລວມ ກັບປະໂຫຍດຈັດເຕັມ ທີ່ ພະນັກງານຫ້ອງການ ບໍ່ຄວນພາດ

Published on

1

ວິ​ຕາ​ມິນ​ບີ​ລວມ ຫລື ​ວິ​ຕາ​ມິນ ​ບີ​ ຄອມ​ເພັກ​ ທີ່​ຄົນ​ໄວ​ເຮັດວຽກ​ນອນ​ເດິກ​ຕື່ນ​ເຊົ້າ​ມັກ​ຈະ​ຫາ​ຊື້​ມາ​ບຳ​ລຸງ​ຮ່າງກາຍ​ໃນ​ຮູບ​ຂອງ​ອາຫານ​ເສີມ ເພາະ​ເຊື່ອ​ວ່າ ​ໃນ​ອາຫານ​ເສີມ​ມີ​ຄຸນຄ່າ​ຄົບ​ຖ້ວນ​ກວ່າ​ວິ​ຕາ​ມິນ​ທີ່​ຢູ່ໃນ​ອາຫານ​ທີ່​ເຮົາ​ກິນ​ທຸກ​ມື້ ແຕ່​ຈະ​​ເປັນເລື່ອງແທ້ຫລາຍປານໃດ​ ​ກໍ​ລອງ​ມາ​ໄຂ​ຂໍ້​ຂ້ອງ​ໃຈ​ກັນ​ເບິ່ງ​ເລີຍ!

ວິ​ຕາ​ມິນ​ບີ​ລວມ ຫລື ວິ​ຕາ​ມິນ​ບີ​ຄອມ​ເພັກ ຂຶ້ນ​ຊື່​ເລີຍ​ວ່າ ​ເປັນ​ວິ​ຕາ​ມິນ​ທີ່​ຈັດ​ເຕັມ​ເລື່ອງ​ຄຸນຄ່າ​ທາງ​ໂພສະ​ນາ​ການ​ແບບ​ຄົບ​ຖ້ວນ​ເຮັດໃຫ້​ໜຸ່ມ​ສາວ​ຫ້ອງການ​ແບບ​ເຮົາ​ໆ ມີ​ເຫື່ອ​ແຮງ​ເຫລືອລົ້ນ​ ​ພ້ອມ​ຮັບ​ກັບ​ວຽກ ແຕ່​ ! ວິ​ຕາ​ມິນ​ກຸ່ມ​ນີ້​ຈະ​ມີ​ຢູ່ໃນ​ອາຫານ​ທີ່​ເຮົາ​ກິນ​ທຸກ​ມື້​ບໍ ຈາກ​ຂໍ້​ມູນ​ໃນ​ເວັບ​ໄຊ Dailyburn. com ກໍ​ອອກ​ມາ​ຢືນຢັນ​ແລ້ວ​ວ່າ ວິ​ຕາ​ມິນ​ບີ​ລວມ​ ຢູ່​ໃກ້​ໂຕ​ເຮົາ​ຫລາຍ ຖ້າ​ໃຜ​ເປັນ​ຄົນ​ບໍ່​ເລືອກ​ກິນ​ກໍ​ໝັ້ນໃຈ​ໄດ້​ເລີຍ​ວ່າ ​ໄດ້ຮັບ​ສານ​ອາຫານ​ຈາກ​ວິ​ຕາ​ມິນ​ກຸ່ມ​ນີ້​ໄປ​ເຕັມໆ ບໍ່​ເຊື່ອ​ກໍ​ລອງ​ອ່ານ​ເບິ່ງ ເພື່ອ​ຈະ​ຄິດ​ອອກວ່າ​ໃນ​ແຕ່​ລະ​ມື້​ເຮົາ​ກິນ​ວິ​ຕາ​ມິນ​ໂຕ​ໃດ​ຫລາຍ​ທີ່ສຸດ ແລະ​ ໂຕໃດ​ຮ່າງກາຍ​ມັກ​ຂາດ​ຢູ່​ເລື້ອຍໆ

ວິ​ຕາ​ມິນ​ບີ 1  (ໄທ​ອາ​ມີນ) ຊ່ວຍ​ເພີ່ມ​ພະລັງ​ກາຍ​ໃຫ້​ພ້ອມ​ທຸກ​ມື້

1

ວິ​ຕາ​ມິນ​ບີ 1 ຫລື ​ຖ້າ​ໃຜ​ຢາກ​ຈື່ງ່າຍໆ ກໍ​ເອີ້ນວ່າ ວິ​ຕາ​ມິນຫ​ລຸດ​ຄຽດ​ກໍ​ໄດ້ ເປັນ​ວິ​ຕາ​ມິນ​ທີ່​ຊ່ວຍ​ດຶງ​ສານ​ອາຫານ​ໝູ່​ ຄາ​ໂບ​ໄຮ​ເດ​ດ ​ໄປ​ເຜົາ​ຜານ​ໃຫ້ເປັນ​ພະລັງ​ງານ​ຂອງ​ຮ່າງກາຍ​ໃນ​ການ​ຈັດການ​ສິ່ງ​ຕ່າງໆ ໃນ​ແຕ່​ລະ​ມື້ ແລະ ​ຍັງ​ຊ່ວຍ​ເສີມ​ສ້າງ​ລະບົບ​ພູ​ມ​ຄຸ້ມ​ກັນ​ຂອງ​ເຮົາ​ໃຫ້​ເຮັດວຽກ​ເປັນ​ປົກກະຕິ​ນໍາອີກ​ ດັ່ງ​ນັ້ນ ມະນຸດ​ເງີນ​ເດືອນ​ທັງ​ຫລາຍ​ຈຶ່ງ​ບໍ່​ຄວນ​ປ່ອຍ​ໃຫ້​ຕົນເອງ​ອຶດຫິວ​​ໃນ​ຕອນ​ເຊົ້າ​ໆ ເປັນ​ອັນ​ຂາດ ເພາະ​ຮ່າງກາຍ​ຈະ​​ບໍ່​ຢາກ​ເຮັດວຽກ​ນັ້ນ​ເອງ  ເຊິ່ງ​ອາຫານ​ອຸດົມ​ໄປ​ດ້ວຍ​ວິ​ຕາ​ມິນ​ໂຕນີ້​ກໍ​ຄື ອາຫານ​ໝູ່​ ຄາລໂບ​ໄຮ​ເດດ​ລວມ​ທັງ​ຊີ້ນ​ໝູ ໂຮມເກນ ໄຂ່​ໄກ່ ຕັບ ຂະໜົມ​ປັງ ໂຢ​ເກີດ ແລະ ​ນົມ

ວິ​ຕາ​ມິນ​ບີ 2  (ໄລ​ໂບ​ເຟນ​ວິນ) ປ້ອງ​ກັນ​ອາການ​ເຈັບ​ຫົວ​ຈາກ​ການ​ຄິດ​ວຽກ​ຕະຫລອດ​ໝົດມື້  

2

ໃຜ​ທີ່​ໃຊ້​ພະລັງ​ສະຫມອງ​ຄິດ​ວຽກຫລາຍ​ໄປ​ຈົນ​ເຮັດໃຫ້​ອາການ​ເຈັບຫົວ​ຖາ​ມຫາ​ຢູ່​ເລື້ອຍໆ ໂດຍ​ສະເພາະ​ອາການ​ປວດ​ ໄມ​ເກນ ລອງ​ບຳ​ລຸງ​ຮ່າງກາຍ​ດ້ວຍ​ວິ​ຕາ​ມິນ​ບີ 2 ທີ່​ມີ​ຄຸນສົມບັດ​ຄ້າຍ​ຄຶງ​ກັບ​ສານ​ຕ້າ​ນໍ​ນຸ​ມູນ​ອິດສະຫລະ ປ້ອງ​ກັນ​ເຊນລ໌​ຕ່າງ ໆ ໃນ​ຮ່າງກາຍ​ບໍ່​ໃຫ້​ຖືກ​ເຮັດ​ຮ້າຍ ແລະ​ຊ່ວຍ​ກະຕຸ້ນ​ລະບົບ​ໄຫລ​ວຽນ​ເລືອດ​ເປັນ​ປົກກະຕິ ທີ່​ສຳຄັນ​ຄື​ຖ້າ​ເຮົາ​ບໍ່​ຂາດ​ວິ​ຕາ​ມິນ​ຊະນິດ​ນີ້​ກໍ​ຈະ​ເຮັດໃຫ້​ເຮົາ​ເບິ່ງ​ອ່ອນ​ກວ່າ​ໄວ ແລະ ​ຫ່າງ​ໄກ​ຈາກ​ພະຍາດ​ຫົວ​ໃຈນໍາ​ອີກ​ ດັ່ງ​ນັ້ນ ໃນ​ທຸກ​ໆ ເຊົ້າ​ກໍ​ບໍ່​ຄວນ​ພາດ​ອາຫານ​ທີ່​ອຸດົມ​ດ້ວຍ​ວິ​ຕາ​ມິນ​ບີ 2 ແບບ​ເນັ້ນ​ໆ ເຊັ່ນ ຜະລິດຕະພັນ​ນົມ ຜັກ​ໃບ​ຂຽວ ກ້ວຍ ຂະໜົມ​ປັງ ​ແລະ​ຊີ​ລຽວ

ວິ​ຕາ​ມິນ​ບີ 3  (ໄນ​ອາ​ຊິນ) ຊ່ວຍ​ໃຫ້​ສິວ​ບໍ່​ຂຶ້ນ​ຈາກ​ການ​ອົດ​ຫລັບ​ອົດ​ນອນ

3

ຖ້າຫາກ​ການ​ອົດ​ຫລັບ​ອົດ​ນອນ​ຫລາຍ​ຄືນ​ຕິດ​ຕໍ່​ກັນ ເຮັດໃຫ້​ສິວ​​ຂຶ້ນ​ເທິງ​ໜ້າ​ລາວ​ກັບ​ດອກ​ເຫັດ ແຕ່​ກໍ​ບໍ່​ຕ້ອງ​ຕົກ​ໃຈ​ໄປ ລອງ​ບຳ​ລຸງ​ຮ່າງກາຍ​ດ້ວຍ​ວິ​ຕາ​ມິນ​ບີ 3 ທີ່​ມີ​ຄຸນສົມບັດ​ທາງ​ການ​ແພດ​ຊ່ວຍ​ກະຕຸ້ນ​ໄຂ​ມັນ​ຊະນິດ​ດີ​ໃນ​ເລືອດ  (HDL) ເຮັດໃຫ້​ລະບົບ​ໄຫລ​ວຽນ​ເລືອດ​ເປັນ​ປົກກະຕິ​ດີ ດັ່ງ​ນັ້ນ ຖ້າ​ຮູ້​ໂຕຕ້ອງ​ນອນ​ເດິກ​ຈາກ​ມໍລະ​ສຸມ​ງານ​​ຕ້ອງ​ບຳ​ລຸງ​ອາຫານ​ທີ່​ມີ​ວິ​ຕາ​ມິນ​ບີ 3 ຫລາຍໆ ເຊັ່ນ ​ປາ ຊີ້ນໄກ່ ຊີ້ນ​ເປັດ ຜັກ​ຄະ ຜັກອີ່ເລີດ ເຫັດ ແລະ ອາ​ໂວ​ຄາ​ໂດ

ວິ​ຕາ​ມິນ​ບີ 5  (ກົດ​ແພນ​ໂທ​ເທ​ນິກ) ຊ່ວຍ​ໃຫ້​ຮ່າງກາຍ​ຜ່ອນ​ຄາຍ​ຄວາມ​ເຄັ່ງຄຽດ​  

4

ໃຜ​ທີ່​ຮູ້ສຶກ​ວ່າ​ນອນ​ພັກ​ຜ່ອນ​ແລ້ວ​ຍັງ​ບໍ່​ເຊົາຄຽດ​ຈາກ​ງານ ກໍ​ລອງ​ຫັນ​ມາ​ບຳ​ລຸງ​ຮ່າງກາຍ​ດ້ວຍ​ອາຫານ​ທີ່​ມີ​ວິ​ຕາ​ມິນ​ບີ 5 ເບິ່ງ​ ເພາະ​ວິ​ຕາ​ມິນ​ບີ 5 ຊ່ວຍ​ກະຕຸ້ນ​ໃຫ້​ຕ່ອມ​ໝວດ​ຫມາກໄຂ່ຫລັງ​ຜະລິດ​ຮໍໂມນຫ​ລຸດ​ຄຽດ​ອອກ​ມາ​ໃຫ້​ເຮົາ​ຮູ້ສຶກ​ຜ່ອນ​ຄາຍ​ຫລາຍ​ຂຶ້ນ ນອກ​ຈາກ​ນີ້ ຍັງ​ຊ່ວຍ​ໃຫ້​ຮ່າງກາຍ​ຜະລິດ​ຮໍ​ໂມນ​ ເທດ​ໂທດ​ເຕີ​ໂລນ ​ທີ່​ມີ​ຜົນ​ຕໍ່​ການສ້າງ​ເມັດ​ເລືອດ​ແດງ​ໃນ​ກະ​ແສ​ເລືອດ​ນໍາອີກ​

ປະໂຫຍດ​ຂອງ​ວິ​ຕາ​ມິນ​ໂຕ​ນີ້​ຍັງ​ບໍ່​ໝົດ​ພຽງ​ເທົ່າ​ນີ້​ ບາງ​ຜົນ​ການ​ວິ​ໄຈ​ບອກວ່າ   ​ວິ​ຕາ​ມິນ​ບີ 5 ຊ່ວຍຫ​ລຸດ​ສັນ​ຍານ​ຄວາມ​ລ່ວງ​ໂຮຍ​ແຫ່ງ​ໄວ​ໄດ້​ນໍາອີກ ເຊັ່ນ ຮິວ​ຮອຍ​ຫ່ຽວ​ແຫ່ງ ຮອຍ​ຕີນ​ກາ ຝ້າ ແລະ ​ຈຸດ​ດ່າງ​ດຳ ເປັນ​ຕົ້ນ ດັ່ງ​ນັ້ນ ຖ້າ​ບໍ່​ຢາກ​ໃຫ້​ວຽກດຶງ​ຄວາມ​ອ່ອນ​ໄວ​ຂອງ​ເຮົາ​ໄປ​ຟຣີໆ ກໍ​ຮີບ​ບຳ​ລຸງ​ຕົນ​ເອງ​ດ້ວຍ​ອາຫານ​ຕໍ່ໄປ​ນີ້​ໂດຍ​ດ່ວນ​ເລີຍ ໄດ້​ແກ່ ສາລີ ໄຂ່​ແດງ ແກ່ນ​ໝາກ​ມ່ວງ​ຫີນມະພານ ແລະ ​ຖົ່ວ​ເຫລືອງ

ວິ​ຕາ​ມິນ​ບີ 6  (ໄພ​ລິ​ດອກ​ຊີນ) ຊ່ວຍ​ໃຫ້​ບໍ່​ໃຈຮ້າຍກ່ອນ​ປະຈຳ​ເດືອນ​ມາ

5

ສາວໆ ຄົນ​ໃດ​ທີ່​ຮູ້​ໂຕ​ວ່າ ​ມັກ​ຈະ​ມີ​ອາການ​​ນອນ​ບໍ່​ຫລັບ​ໃນ​ຕອນ​ກາງ​ຄືນ ແລະ  ​ມີ​ອາລົມ​ປັ່ນປ່ວນ​ເຂົ້າ​ມາແວະ​ວຽນ​ກ່ອນ​ເຖິງ​ມື້​ນັ້ນ​ຂອງ​ເດືອນ​ສະເໝີ ຂໍ​ແນະ​ນຳ​ເລີຍ​ວ່າ​ໃຫ້​ບຳ​ລຸງ​ຮ່າງກາຍ​ດ້ວຍ​ວິ​ຕາ​ມິນ​ບີ 6 ຫລາຍໆ ຈະ​ໄດ້​ບໍ່​ຫລຸດໃຈຮ້າຍ​ໃສ່​ໝູ່​ຮ່ວມ​ງານ  ວິ​ຕາ​ມິນ​ຕົວ​ນີ້ ​ຈະ​ຊ່ວຍ​ປັບ​ສົມ​ດຸນ​ຮໍ​ໂມນ​ໃຫ້ເປັນ​ປົກກະຕິ​ຈາກ​ການ​ກະຕຸ້ນ​ສະຫມອງ​ໃຫ້​ຫລັ່ງ​ສານ​ຜ່ອນ​ຄາຍ​ທີ່​ສຳຄັນ ເຊັ່ນ ສານ​ເຊ​ໂລ​ໂທ​ນິນ ເມ​ລາ​ໂທ​ນິນ ແລະ ​ນອລ​ເອ​ພິ​ເນ​ຟ​ຣິນ ທີ່​ສາມາດຫ​ລຸດ​ຄວາມ​ປັ່ນປ່ວນ​ຂອງ​ອາລົມ​ເຮົາ​ບໍ່​ໃຫ້​ຫລາຍ​ເກີນ​ໄປ​ນັ້ນ​ເອງ ເຊິ່ງ​ອາຫານ​ທີ່​ສາວໆ ຄວນ​ເນັ້ນ​ບຳ​ລຸງ​ຮ່າງກາຍ​ໃນ​ໄລຍະ​ກ່ອນ​ປະຈຳ​ເດືອນ​ມາ ໄດ້​ແກ່ ​ໄກ່ ປາ​ທູ​ນາ ປາ​ແຊວ​ມອນ ກ້ວຍ ໝາກໂມງ ແກ່ນຕາເວັນ ຊີດ ເຂົ້າ​ກ້ອງ ແລະ ກາລົດ

ວິ​ຕາ​ມິນ​ບີ 7  (ໄບ​ໂອ​ຕິນ) ຊ່ວຍ​ເຮົາ​ບໍ່​ເບິ່ງ​ໂຊມ​ເຖິງແມ່ນ​ຈະ​ເຮັດວຽກໜັກ

6

ເຖິງແມ່ນວ່າ ​ຈະ​ເປັນ​ພະນັກງານ​ຫ້ອງການທີ່​ມີ​ວຽກຫຍຸ້ງ​ຕະຫລອດ​ ຈົນ​ຮ່າງກາຍ​ເບິ່ງ​ໂຊມ​ລົງ​ທຸກ​ປີ ແຕ່​ຖ້າລອງ​ຫັນ​ມາ​ເນັ້ນ​ບຳ​ລຸງ​ຕົນ​ເອງ​ດ້ວຍ​ວິ​ຕາ​ມິນ​ບີ 7 ກໍ​ຈະ​ຊ່ວຍ​ເຮັດໃຫ້​ເຮົາ​ເປັ່ງ​ປັ່ງ ມີ​ນ້ຳ​ມີ​ນວນ​ຂຶ້ນ ເພາະ​ວິ​ຕາ​ມິນ​ຊະນິດ​ນີ້​ຈະ​ຊ່ວຍ​ກັກ​ເກັບ​ສານ​ອາຫານ​ປະ​ເພດ​ໂປ​ຕີນ​ໄປ​​ຫລໍ່​ລ້ຽງ​ຈຸລັງ​ຕ່າງໆ ເຊັ່ນ ເສັ້ນ​ຜົມ ຜິວ​ພັນ ແລະ ​ເລັບ​ໃຫ້​ມີ​ສຸຂະພາບ​ດີ ດັ່ງ​ນັ້ນ​ຖ້າ​ຢາກ​ເປັນ​ໜຸ່ມ​ສາວ​ຫ້ອງການ​ສຸຂະພາບ​ດີ​ແຫ່ງ​ປີ​ກໍ​ຕ້ອງ​ເນັ້ນ​ອາຫານ​ທີ່​ອຸດົມ​ດ້ວຍ​ວິ​ຕາ​ມິນ​ບີ 7 ຫລາຍ​ແນ່ ໄດ້​ແກ່ ເຂົ້າ​ບາເລ ຊີ້ນ​ສັດ ຊີ້ນ​ປາ ມັນ​ຝຣັ່ງ ກະ​ຫລ່ຳ​ດອກ ໄຂ່​ແດງ ແລະ ​ນົມ

ວິ​ຕາ​ມິນ​ບີ 9  (ໂຟ​ເລດ) ປ້ອງ​ກັນ​ພາ​ວະ​ເລືອດ​ຈາງ  

7

ຫລາຍ​ຄົນ​ສົງ​ໄສ​ວ່າ ​ວິ​ຕາ​ມິນ​ບີ 9 ໜ້າ​ຈະ​ເໝາະ​ສົມກັບ​​ແມ່​ທີ່​ກໍາລັງ​ມີ​ນ້ອງ​ຫລາຍກວ່າຄົນເຮັດວຽກຫ້ອງການ ເພາະ​ວິ​ຕາ​ມິນ​ບີ 9 ຊ່ວຍ​ປ້ອງ​ກັນ​ອາການ​ໜ້າ​ມືດ​ຈາກ​ພາ​ວະ​ເລືອດ​ຈາງ ຫລຸດ​ອາການ​ຊຶມ​ເສົ້າ​ຈາກ​ການ​ຖືພາ ຊ່ວຍຫ​ລຸດ​ອາການ​ຂີ້​ຫລົງ ​ຂີ້​ລືມ ລວມ​ເຖິງ​ຊ່ວຍ​ເສີມ​ສ້າງ​ລະບົບ​ປະສາດ ​ແລະ ​ສະຫມອງ​ຂອງ​ລູກ​ນ້ອຍ​ໃນ​ມົດລູກ​ໃຫ້​ມີ​ພັດທະນາ​ການ​ທີ່​ສົມບູນ​ນໍາອີກ​

ແຕ່​ກໍ​ເພາະ​ປະໂຫຍດ​ສຳຄັນ​ເຫລົ່າ​ນີ້​ ນີ້​ແຫລະ​ທີ່​ມີ​ຜົນ​ຕໍ່​ພະນັກງານຫ້ອງການ​ ໂດຍ​ສະເພາະ​ຄົນ​ເຮັດວຽກ​ທີ່​ຕ້ອງ​ນັ່ງ​ແປະ​ຢູ່​ໜ້າ​ຈໍ​ຄອມພິວເຕີ​ເປັນ​ເວລາ​ດົນ ບາງ​ເທື່ອອາດ​ເຮັດໃຫ້​ເປັນວິນ​ໄດ້​ງ່າຍໆ ເພາະ​ເລືອດ​ໄປ​ລ້ຽງ​ສະຫມອງ​ບໍ່​ພຽງ​ພໍ ຫລື ​ເກີດ​ພາ​ວະ​ເລືອດ​ຈາງ ເຊິ່ງ​ວິ​ຕາ​ມິນ​ບີ 9 ຈະ​ຊ່ວຍ​ກະຕຸ້ນ​ຂະ​ບວນ​ການ​ຜະລິດ​ຈຸລັງ​ເມັດ​ເລືອດ​ແດງ ຊ່ວຍ​ໃຫ້​ຮ່າງກາຍ​ບໍ່​ເມື່ອຍ​ຈາກ​ການເຮັດວຽກງານ​ນັ້ນ​ເອງ ດັ່ງ​ນັ້ນ ຖ້າຫາກ​ວຽກຫຍຸ້ງ​ຈົນ​ເກືອບ​ບໍ່​ໄດ້​ລຸກ​ຍ່າງ​ໄປ​ໃສ ກໍ​ຄວນ​ບຳ​ລຸງ​ຕົນ​ເອງ​ດ້ວຍ​ອາຫານ​ທີ່​ມີ​ວິ​ຕາ​ມິນ​ໂຕນີ້​ໃຫ້​ຫລາຍໆ  ໄດ້​ແກ່ ໝາກອຶ ກາລົດ ຕັບ ຜັກ​ໃບ​ຂຽວ ໜໍ່​ໄມ້​ຝຣັ່ງ ໄຂ່​ແດງ ແລະ    ​ພືດ​ຕະກູນ​ຖົ່ວ

ວິ​ຕາ​ມິນ​ບີ 12  (ໂຄ​ບາ​ລາ​ມິນ) ບຳ​ລຸງ​ຄວາມ​ຈຳ​ບໍ່​ໃຫ້​ຫລົງລືມ  

8

ຖ້າ​ຕາ​ຕະລາງ​ວຽກ​ໃນ​ມື້​ໜຶ່ງ​ໆ ມີ​ຫລາຍ​ສິ່ງ​ຕໍ່​ຄິວ​ໃຫ້​ຈັດການ​ຍາວ​ໆ ເຈົ້າ​ກໍ່​ໝັ້ນໃຈ​ໄດ້​ວ່າ ​ເອົາ​ຢູ່​ທຸກ​ຄິວ​ແນ່ນອນ ຖ້າຫາກ​ບຳ​ລຸງ​ຮ່າງກາຍ​ບໍ່​ຂາດ​ດ້ວຍ​ວິ​ຕາ​ມິນ​ບີ 12 ເປັນ​ປະຈຳ ໂດຍ​ວິ​ຕາ​ມິນ​ຊະນິດ​ນີ້​ຈະ​ເຮັດວຽກ​ຮ່ວມ​ກັບ​ວິ​ຕາ​ມິນ​ບີ 9 ຊ່ວຍ​ບຳ​ລຸງ​ລະບົບ​ປະສາດ ​ແລະ ​ສະຫມອງ​ໃຫ້​ເຮັດວຽກ​ເປັນ​ປົກກະຕິ ຊ່ວຍ​ກະຕຸ້ນ​ຂະບວນ​ການ​ຜະລິດ​ ຈຸລັງເມັດ​ເລືອດ​ແດງ ແລະ ​ຍັງ​ຊ່ວຍ​ຜະລິດ​ທາດ​ເຫລັກ​ໃຫ້​ຈຸລັງ​ເມັດ​ເລືອດ​ແດງນໍາ​ອີກ​ດັ່ງ​ນັ້ນ ໃຜ​ທີ່​ເປັນ​ຄົນທີ່ຈິງຈັງ​ໂຕ​ແທ້​ຕ້ອງ​ບໍ່​ລືມ​ບຳ​ລຸງ​ຕົນເອງ​ດ້ວຍ​ວິ​ຕາ​ມິນ​ໂຕ​ນີ້​ ໄດ້​ແກ່ ຫອຍ ຜະລິດຕະພັນ​ຈາກ​ນົມ ໄຂ່​ໄກ່ ຊີ້ນ​ສັດ ເຄື່ອງ​ໃນ​ສັດ ແລະ ​ເຕົ້າຫູ້

ຢ່າງໃດ​ກໍ​ຕາມ ໃຜ​ທີ່​ກິນ​ອາຫານ​ຄົບ​ທັງ 5 ໝູ່​ແລ້ວ​ແຕ່​ຮ່າງກາຍ​ຍັງ​ຟ້ອງ​ວ່າ​ຂາດ​ວິ​ຕາ​ມິນ​ບາງ​ໂຕ​ຢູ່ ອາດ​ຕ້ອງ​ມາ​ເບິ່ງ​ວ່າ ​ເຮົາ​ຫລົງ​ລືມ​ເລື່ອງ​ການ​ອອກ​ກຳ​ລັງ​ກາຍ​ໄປ​ຫລື​ບໍ່ ເພາະ​ບາງ​ເທື່ອ​ການ​ໃສ່​ໃຈ​ພຽງແຕ່​ດ້ານ​ໂພສະ​ນາ​ການ​ຢ່າງ​ດຽວ​ກໍ​ບໍ່​ພໍ​ ຕ້ອງ​ໝັ່ນ​ບໍລິຫານ​ຮ່າງກາຍ​ຄອບຄູ່​ໄປ​ນໍາ ສຸຂະພາບ​ກາຍ ​ແລະ ​ໃຈ​ຂອງ​ເຮົາ​ກໍ​ຈະ​ໄດ້​ສົມບູນ ແຂງ​ແຮງ​ໄປນໍາ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...