Homeສຸຂະພາບ ແລະ ສີ່ງແວດລ້ອມຄີມ​ທຽມ​ສັດຕູ​ຕົວ​ຮ້າຍ​ຂອງ​ນັກດື່ມ ກາເຟທັງຫລາຍ

ຄີມ​ທຽມ​ສັດຕູ​ຕົວ​ຮ້າຍ​ຂອງ​ນັກດື່ມ ກາເຟທັງຫລາຍ

Published on

coffee

   ບາງ​ຄົນ​ມັກ​ໃສ່​ຄີມ​ທຽມ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ຂຸ້ນ ຫອມ ມັນ ແຕ່​ເຈົ້າ​ຮູ້​ບໍ​ວ່າ​ຄີມ​ທຽມ​ເປັນ​ໄຂ​ມັນ​ຊະນິດ​ໜຶ່ງ​ຮຽກວ່າ​ໄຂ​ມັນ​ທຣານສ໌

       ປະຕິເສດ​ບໍ່​ໄດ້​ວ່າ​ປະຈຸບັນ​ກາ​ເຟ​ເປັນ​ເຄື່ອງ​ດື່ມ​ຍອດ​ຮິດ​ຂອງ​ຄົນ​ໄວ​ເຮັດ​ວຽກ ຊຶ່ງລົດ​ຊາດ​ທີ່​​ມັກ​ກໍ​ແຕກ​ຕ່າງ​ກັນ​ໄປ ບາງ​ຄົນ​ມັກ​ໃສ່​ນ້ຳ​ຕານ​ເພື່ອ​ເພີ່ມ​ຄວາມ​ຫວານ ບາງ​ຄົນ​ມັກ​ໃສ່​ຄີມ​ທຽມ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ຂຸ້ນ ຫອມ ມັນ ແຕ່​ເຈົ້າ​ຮູ້​ບໍ​ວ່າ​ຄີມ​ທຽມ​ເປັນ​ໄຂ​ມັນ​ຊະນິດ​ໜຶ່ງ​ຮຽກວ່າ​ໄຂ​ມັນ​ທຣານສ໌ (trans fat) ໄດ້​ຈາກ​ການ​ນຳ​ໄຂ​ມັນ​ບໍ່​ອິ່ມ​ຕົວ ເຊັ່ນ ນ້ຳ​ມັນ​ຖົ່ວ​ເຫລືອງ ມາ​ອັດ​ໄຮ​ໂດນ​ເຈນ​ເພື່ອ​ເຮັດໃຫ້​ແຂງ​ເປັນ​ໄຂ ແລະ​ເຮັດ​ໃຫ້ເປັນ​ຜົງ​ຕໍ່ໄປ ຊຶ່ງ​ກາ​ນບໍ​ລິ​ໂພກ​ອາຫານ​ທີ່​ມີ​ກົດ​ໄຂ​ມັນ​ທຣານສ໌​ຫລາຍ​ໆ ຈະ​ເປັນ​ການ​ເພີ່ມ​ລະ​ດັບ LDL (Low Density Lipoprotein) ຊຶ່ງ​ເປັນ​ຄໍ​ເລດ​ເຕີ​ລໍ​ຊະນິດຮ້າຍ​ໃນ​ເລືອດ ແລະ​ລຸດ​ລະ​ດັບ HDL (High Density Lipoprotein) ຊຶ່ງ​ເປັນ​ຄໍ​ເລດ​ເຕີ​ລໍ​ຊະນິດ​ດີ​ໃນ​ເລືອດ

ເນື່ອງ​ຈາກ​ໄຂ​ມັນ​ທຣານສ໌​ເປັນ​ໄຂ​ມັນ ທີ່​ເກີດ​ຈາກ​ການ​ແປ​ຮູບ ຊຶ່ງ​ຍ່ອຍສະ​ລາຍ​ໄດ້​ຍາກ​ກວ່າ​ໄຂ​ມັນ​ຊະນິດ​ອື່ນ ເຮັດໃຫ້​ຕັບ​ຕ້ອງສະ​ລາຍ​ໄຂ​ມັນ​ທຣານສ໌​ດ້ວຍ​ວິທີ​ການ​ທີ່​ແຕກ​ຕ່າງ​ໄປ​ຈາກ​ການ​ຍ່ອຍສະ​ລາຍ​ໄຂ​ມັນ​ຕົວ ອື່ນ​ຈຶ່ງ​ອາດ​ກໍ່​ໃຫ້​ເກີດ​ສະພາ​ວະ​ທີ່​ຜິດ​ປົກກະຕິ​ກັບ​ຮ່າງກາຍ​ຄື ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ເປັນ​ພະຍາດ​ເບົາ​ຫວານ ພະຍາດ​ຄວາມ​ດັນ​ເລືອດ​ສູງ ພະຍາດ​ຫົວ​ໃຈ​ຂາດ​ເລືອດ ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ຕີບ ພະຍາດ​ໄຂ​ມັນ​ອຸດ​ຕັນ​ໃນ​ເສັ້ນ​ເລືອດ ມີ​ພາ​ວະ​ການເຮັດວຽກງານ​ຂອງ​ຕັບ​ທີ່​ຜິດ​ປົກກະຕິ ນ້ຳ​ໜັກ​ແລະ​ໄຂ​ມັນ​ສ່ວນ​ເກີນ​ເພີ່ມ​ຫລາຍ​ຂຶ້ນ

ນອກ​ຈາກ​ນີ້ ພິດ​ໄພ​ຂອງ​ໄຂ​ມັນ​ທຣານສ໌​ໄດ້ຮັບ​ການ​ພິສູດ​ໂດຍ​ງານ​ວິ​ໄຈ​ຂອງ​ຮາລ໌​ວາດ ​ຊຶ່ງ​ຕິດ​ຕາມ​ຜົນ ສຳ​ລວດ​ຂອງ​ປະຊາຊົນ​ລາວ​ແປດ​ໝື່ນ​ຄົນ​ເປັນ​ເວລາ​ດົນ 12 ປີ ໂດຍ​ຈຳ​ແນກ​ອອກ​ເປັນ​ກຸ່ມໆ ຕາມ​ຊະນິດ​ທີ່​ມາ​ຂອງ​ພະລັງ​ງານ​ທີ່​ເພີ່ມ​ເຂົ້າ​ມາ​ລະຫວ່າງ​ການ​ວິ​ໄຈ ແລ້ວ​ປຽບທຽບ​ກັນ​ວ່າ​ກາ​ບໍ​ລິ​ໂພກ​ແຫລ່ງ​ພະລັງ​ງານ​ແບບໃດ​ຈະ​ເປັນ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ ຫລາຍກວ່າ​ກັນ ໂດຍ​ໃຊ້​ກຸ່ມ​ທີ່​ໄດ້​ພະລັງ​ງານ​ເພີ່ມ​ມາ​ຈາກ​ຄາລ໌​ໂບໄຮ​ເດຣ ​ເປັນ​ຕົວ​ຕັ້ງ ຈາກ​ງານ​ວິ​ໄຈ​ນີ້​ພົບ​ວ່າ​ພວກ​ທີ່​ໄດ້ ພະລັງ​ງານ​ຈາກ​ໄຂ​ມັນ​ທຣານ​ປ່ວຍ​ເປັນ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ຫລາຍກວ່າ​ພວກ​ທີ່​ໄດ້​ພະລັງ​ງານ​ຈາກ​ຄາລ໌​ໂບ​ໄຮ​ເດຣຕ​ເຖິງ 93 % ສ່ວນ​ພວກ​ທີ່​ໄດ້​ພະລັງ​ງານ​ຈາກ​ໄຂ​ມັນ​ອິ່ມ​ຕົວ​ເປັນ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ຫລາຍກວ່າ​ພວກ​ທີ່​ໄດ້ ພະລັງ​ງານ​ຈາກ​ຄາລ໌​ໂບ​ໄຮ​ເດຣ​ຕ 17% ແລະ​ພວກ​ທີ່​ໄດ້​ພະລັງ​ງານ​ເພີ່ມ​ມາ​ຈາກ​ໄຂ​ມັນ​ບໍ່​ອິ່ມ​ຕົວ​ນັ້ນ​ເປັນ​ພະຍາດ​ນ້ອຍ​ກວ່າ​ພວກ​ທີ່​ໄດ້ ພະລັງ​ງານ​ເພີ່ມ​ຈາກ​ຄາລ໌​ໂບໄຮ​ເດຣຕ ງານ​ວິ​ໄຈ​ນີ້​ເປັນ​ຫລັກ​ຖານ​ຢືນຢັນ​ວ່າ​ໄຂ​ມັນ​ທຣານສ໌​ຮ້າຍ​ທີ່ສຸດ

ຮູ້​ແບບ​ນີ້​ແລ້ວ​ກາເຟ​ຈອກ​ຕໍ່ໄປ​ໃນ​ມືເຈົ້າ​ກໍ​ບໍ່​ຄວນ​ມີ​ຄີມ​ທຽມ​ເປັນ​ສ່ວນ​ປະສົມເພື່ອສຸຂະ​ພາບ​ທີ່​ດີ​ຂໍ​ແນະ​ນຳ​ໃຫ້​ຫັນ​ມາ​ດື່ມ​ນົມ​ແທນ​ດີກວ່າ ແຕ່​ຖ້າ​ຍັງ​ຢຸດ​ບໍ່​ໄດ້​ກໍ​ຄວນ​ດື່ມ​ກາ​ເຟ​ໃນ​ປະລິມານ​ທີ່​ພໍ​ເໝາະ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...