Homeສຸຂະພາບ ແລະ ສີ່ງແວດລ້ອມເຄື່ອງດື່ມເພື່ອສຸຂະພາບ ໜາວນີ້ດື່ມຫຍັງໃຫ້ອຸ່ນດີ

ເຄື່ອງດື່ມເພື່ອສຸຂະພາບ ໜາວນີ້ດື່ມຫຍັງໃຫ້ອຸ່ນດີ

Published on

 

1

ອາ​ກາດ​ເລີ່ມ​ເຢັນ​ລົງ​ແລ້ວ ລອງ​ມາ​ຊອກຫາ​ເຄື່ອງ​ດື່ມ​ດີໆ ຊ່ວຍ​ບຳ​ລຸງ​ສຸຂະພາບ ແຖມ​ຊ່ວຍຜ່ອນ​ຄາຍ​ຄວາມ​ໜາວ​ເຢັນ​ໃນ​ລະດູ​ໜາວ​ກັນດີກວ່າ ໃຜ​ທີ່​ກຽມ​ໄປ​ທ່ຽວ​ພູ   ຂຶ້ນ​ຍອດ​ດອຍ​ໃນ​ໄລຍະ​ມື້​​ພັກ​ຜ່ອນ ກຽມ​ເຄື່ອງ​ດື່ມ​ດີໆ ຕໍ່ໄປ​ນີ້​ທີ່ນຳ​ມາ​ບອກ​ກັນ​ໄປ​ນໍາອີກ​

1

ນົມ​ຮ້ອນ

ເປັນ​ເຄື່ອງ​ດື່ມ​ທີ່​ດື່ມ​ງ່າຍ ແລະ ​ຍັງ​ຊ່ວຍ​ເພີ່ມ​ຄຸນຄ່າ​ທາງ​ອາຫານ​ໄດ້​ທັງ​ໂປ​ຕີນ​ແລະ ​ແຄ​ຊຽມ​ໃຫ້​ກັບ​ຮ່າງກາຍ ແລະ​ ນອກ​ຈາກ​ນີ້​ຍັງ​ຜ່ອນຄາຍ​ໜາວ​ໄດ້​ເປັນ​ຢ່າງ​ດີ ໂດຍ​ການ​ດື່ມ​ນົມ​ອຸ່ນໆ ປະ​ມານ 37 ອົງ​ສາ​ເຊ​ຊຽນ ຫລື ​ເທົ່າ​ກັບ​ອຸນຫະພູມ​ຮ່າງກາຍ​ຂອງ​ເຮົາ​ເອງ ຈະ​ມີ​ຜົນດີີ​ຫລາຍ​ທີ່ສຸດ ເນື່ອງ​ຈາກ​ໂປ​ຕີນ ​ແລະ ​ແຄ​ຊຽມ ​ຈາກ​ນົມ​ຈະ​ສາມາດ​ແຕກ​ໂຕໄດ້​ດີກວ່າ​ການ​ດື່ມ​ນົມ​ເຢັນ ແລະ ​ຍັງ​ສົ່ງ​ຜົນ​ຊ່ວຍ​ໃນ​ການ​ຂະຫຍາຍ​ຫລອດ​ເລືອດ​ຝອຍ ສົ່ງ​ຜົນ​ໃຫ້​ສານ​ອາຫານ​ຕ່າງໆ ທີ່​ລຳ​ລຽງ​ຜ່ານ​ຫລອດ​ເລືອດ​ເດີນທາງ​ໄປ​ໄດ້​ດີ​ຂຶ້ນ

ໂກ​ໂກຮ້ອນ

2

ຂອງ​ມັກ​ຂອງ​ໃຜ​ຫລາຍ​ຄົນ ອຸດົມ​ໄປ​ດ້ວຍ​ປະໂຫຍດ​ຫລວງຫລາຍ ທັງ​ສານ​ຕໍ່​ ຕ້າ​ນອາ​ນຸ​ມູນ​ອິດສະຫລະ ນອກ​ຈາກ​ນີ້​ຍັງມີ​ໄຂ​ມັນ​ພຽງ​ແຕ່​ປະ​ມານ 0.3 ກຣາມ​ເທົ່າ​ນັ້ນ​ແລະ ​ເມື່ອ​ດື່ມ​ໄປ​ແລ້ວ​ຈະ​ຊ່ວຍ​ເພີ່ມ​ຄວາມ​ອົບ​ອຸ່ນ​ໃຫ້​ແກ່​ຮ່າງກາຍ​ຂອງ​ເຮົາ​ໄດ້

 ນົມ​ຖົ່ວ​ເຫລືອງ

3

ເອີ້ນ​ອີກ​ຢ່າງ​ກໍຄື “ນ້ຳ​ເຕົ້າ​ຮູ້”  ເຊິ່ງ​ສາມາດ​ໃຫ້​ພະລັງ​ງານ​ກັບ​ຮ່າງກາຍ​ເຮົາ​ໄດ້​ບໍ່​ໜ້ອຍ​ເລີຍ ແຖມ​ຍັງ​ບໍ່​ຕຸ້ຍ ເພາະ​ໃນ​ນ້ຳ​ເຕົ້າ​ຮູ້​ມີ​ໄຂ​ມັນ​ບໍ່​ອີ່ມ​ໂຕ​ຫລາຍ​ເຖິງ 63% ນອກ​ເໜືອ​ຈາກ​ຄຸນຄ່າ​ໃນ​ແງ່​ຂອງ​ພະລັງ​ງານ​ແລ້ວ ຍັງມີ​ວິ​ຕາ​ມິນ​ອີ​ ໃນ​ປະລິມານ​ທີ່​ສູງ ໂດຍ​ມີ​ສ່ວນ​ສຳຄັນ​ທີ່​ຊ່ວຍ​ຕ້ານ​ສາ​ນອາ​ນຸ​ມູນ​ອິດສະຫລະ ຊ່ວຍ​ເບິ່ງແຍງ​ເນື້ອ​ເຍື່ອ​ຮ່າງກາຍ​ໃຫ້ເປັນ​ປົກກະຕິ ເຮັດໃຫ້​ຜິວ​ພັນ​ສົດ​ໃສ ຊະ​ລໍ​ຄວາມເຖົ້າ ຊ່ວຍ​ປ້ອງ​ການ​ເກີດ​ພະຍາດ​ກະດູກ​ພຸນ ພະຍາດ​ຫົວ​ໃຈ​ລົ້ມເຫລວ ຖອກທ້ອງ​ ແລະ ຫ​ລຸດ​ຄວາມ​ສ່ຽງ​ຂອງ​ການ​ເກີດ​ມະ​ເຮັງ​ລຳ​ໄສ້ ແລະ ​ລິດ​ສິ​ດວງ​ໄດ້​ນໍາອີກ​

ຊາ ​ແລະ ​ກາ​ເຟ

5

ນີ້​ເກືອບຈະ​ເອີ້ນວ່າ ​ນິຍົມທີ່​ສຸດ​ໃນ​ບັນດາ​ເຄື່ອງ​ດື່ມ​ຜ່ອນຄາຍ​ໜາວ ນອກ​ຈາກ ​ຈະ​ຫາ​ດື່ມ​ງ່າຍ​ແລ້ວ​ຍັງມີ​ປະໂຫຍດ​ຕໍ່​ຮ່າງກາຍ​ຫລາຍ​ຢ່າງ ເຊັ່ນ ກາ​ເຟ​ ກໍ​ເປັນ​ໂຕ​ກະຕຸ້ນ​ລະບົບ​ປະສາດ​ສ່ວນ​ກາງ​ເຮັດໃຫ້​ບໍ່​ຢາກນອນ ສະ​ມາ​ທິ​ໃນ​ການເຮັດວຽກງານ​ດີ​ຂຶ້ນ​ແລະ​ ຍັງຫລຸດ​ອາການ​ປວດ​ເມື່ອຍ​ເນື່ອງ​ຈາກ​ໄຂ້​ຫວັດ ກະຕຸ້ນ​ອະໄວຍະວະ​ຂອງ​ຮ່າງກາຍ ​ແລະ ​ເປັນ​ໂຕ​ຫລຸດ​ນ້ຳ​ໜັກ​ໄດ້​ນໍາອີກ

ສ່ວນ​ຊາ ​ກໍ​ຊ່ວຍ​ກະຕຸ້ນ​ການ​ໄຫລ​ວຽນ​ຂອງເລືອດ ຂະຫຍາຍ​ຫລອດ​ເລືອດ ຊ່ວຍ​ໃຫ້​ກ້າມ​ຊີ້ນຜ່ອນ​ຄາຍ ປ້ອງ​ກັນ​ພະຍາດ​ຫົວ​ໃຈ​ຕີບ​ ບັນ​ເທົາ​ອາການ​ເຈັບ​ໜ້າ​ເອິກ ປິ່ນປົວພະຍາດ​ຫວັດ ​ແລະ ​ອາການ​ເຈັບຫົວ​ໄດ້ ແລະ ​ໃນ​ໃບ​ຊາ​ຍັງມີ​ສານ​ໂພ​ລິ​ຟິ​ນອນ ຄາໂບ​ໄຮ​ເດດ ແລະ ​ກົດ​ອະ​ມິ​ໂນ ເມື່ອ​ສານ​ເຫລົ່າ​ນີ້​ເຮັດ​ປະຕິ​ກິ​ລິ​ຍາ​ກັບ​ນ້ຳ​ລາຍ ກໍ​ຈະ​ຊ່ວຍ​ກະ​ຈາຍ​ຄວາມ​ຮ້ອນ​ໃນ​ຮ່າງກາຍ​ອອກ​ໄປ​ພ້ອມໆ ກັບ​ ຂັບ​ສານ​ພິດ​ໃນ​ຮ່າງກາຍ

ນ້ຳ​ຂີງ

6

ສະ​ໝຸນ​ໄພ​ທີ່​ມີ​ລິດ​ເຜັດ​ຮ້ອນ ສາມາດ​ຊ່ວຍ​ໃຫ້​ຄວາມ​ອົບ​ອຸ່ນ​ແກ່​ຮ່າງກາຍ ​ແລະ​ຂັບ​ເຫື່ອ​ໄດ້​ເປັນ​ຢ່າງ​ດີ ນອກ​ຈາກ​ນີ້​ຍັງ​ຊ່ວຍ​ຍ່ອຍ​ອາຫານ ແກ້​ອາການ​ທ້ອງ​ອືດ​ເຟີ ປຸ້ນທ້ອງ​ຮາກ ລວມ​ທັງ​ຍັງ​ຊ່ວຍ​ຂະຫຍາຍ​ຊ່ອງ​ທາງເດີນ​ຂອງ​ເລືອດ​ລົມ​ທົ່ວ​ຮ່າງກາຍ  ໄລ່​ຫວັດ ຫລຸດ​ອາການ​ອັກ​ເສບ ບວມ​ຕາມ​ຂໍ້​ຕ່າງໆ ລວມ​ທັງ​ບັນ​ເທົາ​ອາການ​ປວດ​ເມື່ອຍ​ເນື່ອງ​ຈາກ​ຂໍ້​ເສື່ອມ​ນໍາອີກ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...