ເມື່ອປີ 1902 ໂຮງພິມຮູບສີແຫ່ງໜຶ່ງໃນນິວຢອກ ປະເທດສະຫະລັດໄດ້ຂໍໃຫ້ຜູ້ຊາຍຜູ້ໜຶ່ງ ທີ່ຊື່ວ່າ ວິລລິສ ແຄເຣຍ ຊ່ວຍຄິດຄົ້ນຫາວິທີກຳຈັດຄວາມຊຸ່ມ ອອກໄປຈາກບໍລິເວນໂຮງພິມ ເພາະເຈ້ຍຈະດູດຊັບເອົາຄວາມຊຸ່ມ ຈາກໃນອາກາດ ແລະເຄື່ອງພິມສະໄໝນັ້ນບໍ່ສາມາດພິມສີຕ່າງໆ ໃຫ້ອອກມາກົງກັບຄວາມຕ້ອງການໄດ້ ຖ້າອາກາດໃນໂຮງພິມມີຄວາມຊຸ່ມສູງ ແລ້ວທ້າວແຄເຣຍກໍພະຍາຍາມຄິດ ຫາຫົນທາງແກ້ບັນຫານີ້ ແລ້ວກໍມາຄິດລະບົບປັບອາກາດລະບົບທຳອິດ ຂອງໂລກອອກມາລະຫວ່າງທີ່ຢືນຢູ່ໃນ ສະຖານີລົດໄຟ ໃນຂະນະທີ່ໝອກກຳລັງລົງໜັກ ເຂົາຄິດໄປວ່າ ໝອກນີ້ກໍຄືນ້ຳໃນອາກາດ ທີ່ອັດແໜ້ນແລ້ວມາລວມກັນ ເມື່່ອກາດເຢັນລົງ ເຂົາກໍເລີຍຕັດສິນໃຈຕອນນັ້ນວ່າ ເຂົາຈະຕ້ອງເຮັດໃຫ້ອກາດເຢັນລົງ ເພື່ອໃຫ້ນ້ຳໃນອາກາດມາລວມໂຕກັນ ຢູ່ໃນບ່ອນດຽວກັນ ຈາກນັ້ນ ເຂົາກໍອອກແບບເຄື່ອງຈັກຂຶ້ນມາ 1 ເຄື່ອງ ສຳລັບໃຊ້ຫຼຸດອຸນຫະພູມຂອງອາກາດ ທີ່ຈະຜ່ານເຂົ້າໄປໃນໂຮງພິມ ເພື່ອຄວາມຊຸ່ມເຊິີງກໍຄືນ້ຳ ໃນອາກາດຈະໄດ້ລວມໂຕກັນ ແລະຖືກກັກໄວ້ໃນເຄື່ອງ ແທນທີ່ຈະຫຼຸດລອດເຂົ້າໄປໃນໂຮງພິມ ດັ່ງນັ້ນ, ເຄື່ອງປັບອາກາດ (ແອເຢັນ) ໜ່ວຍທຳອິດຂອງໂລກ ຈຶ່ງເກີດຂຶ້ນ ໂດຍບໍ່ມີຈຸດປະສົງເພື່ອໃຫ້ຄວາມເຢັນ ແຕ່ເພື່ອເຮັດໃຫ້ອາກາດແຫ້ງ.
ໂຮງໜັງໃນລອສແອງເຈີລິສ ເປັນໂຮງໜັງແຫ່ງທຳອິດຂອງໂລກ ທີ່ຕິດແອເອົາໃຈຄົນມັກເຢັນ ໂດຍເລິ່ມເປີດບໍລິການເມື່ອປີ 1921 ສ່ວນອາຄານສຳນັກງານແຫ່ງທຳອິດ ທີ່ຕິດແອໂອຍວາງແຜນຕິດຕັ້ງ ຕັ້ງແຕ່ເລິ່ມກໍ່ສ້າງກໍຄື ອາຄານສຳນັກງານໃນເມືອງ ຊານອັນໂຕນິໂຍ ລັດເທັກຊັດ ເຊິ່ງເປີດໃຊ້ເມື່ອປີ 1928 ຊື່ຂອງ ວິລລິສ ແຄເຣຍ ຖືກບັນທຶກໄວ້ຢ່າງເປັນທາງການວ່າ ເປັນຜູ້ປະດິດຄິດຄົ້ນເຄື່ອງປັບອາກາດເຄື່ອງທຳອິດຂອງໂລກ.
ແຕ່ຖ້າຫາກຢ້ອນອະດີດຖອຍຫຼັງໄປອີກ ກໍຈະພົບວ່າມະນຸດຄິດຄົ້ນວິທີ ປັບປ່ຽນອາກາດໄດ້ກ່ອນໜ້ານັ້ນແລ້ວ ໂດຍຊາວອີຢິບບູຮານຈະແຂວນພົມປຽກໆ ໄວ້ທາງເຂົ້າ ເພື່ອຫຼຸດອຸນຫະພູມຂອງອາກາດ ທີ່ຈະຜ່ານເຂົ້າໄປຂ້າງໃນ ເພາະສະນັ້ນ ໃນບັນທຶກທີ່ບໍ່ເປັນທາງການ ເຮົາອາດຈະກ່າວໄດ້ວ່າພົມປຽກໆ ຂອງຊາວອີຢິບບູຮານ ຄື ເຄື່ອງປັບອາກາດເຄື່ອງທຳອິດຂອງໂລກກໍໄດ້.