Homeສຸຂະພາບ ແລະ ສີ່ງແວດລ້ອມກະຫລ່ຳດອກ ວິຕາມິນສູງ ສັບພະຄຸນທາງຢາຫລາຍ

ກະຫລ່ຳດອກ ວິຕາມິນສູງ ສັບພະຄຸນທາງຢາຫລາຍ

Published on

_font_b_CAULIFLOWER_b_font_FROM

ກະ​ຫລ່ຳ​ດອກ ຫລື ດອກ​ກະ​ຫລ່ຳ ເປັນ​ຜັກ​ອີກ​ຊະນິດ​ໜຶ່ງທີ່​ຫລາຍໆ​ຄົນ​ມັກ​ກິນ ເພາະ​ສາມາດ​ນຳ​ໄປ​ປະກອບ​ອາຫານ​ໄດ້​ຫລາກ​ຫລາຍ ​ແລະ ​ລົດ​ຊາດ​ກອບ​ ແຕ່​ຫລາຍໆ​ຄົນ​​ບໍ່​ຮູ້​ປະໂຫຍດ ​ແລະ ​ສັນ​ພະຄຸນ​ທາງ​ຢາ​ຂອງ ກະ​ຫລ່ຳ​ດອກ

ຄຸນຄ່າ​ທາງ​ອາຫານ​ຂອງ ກະ​ຫລ່ຳ​ດອກ

ມີ​ວິ​ຕາ​ມິນ​ຊີ​ສູງ​ຫລາຍ ດອກ​ກະ​ຫລ່ຳ 100 ກຣາມ ມີ​ວິ​ຕາ​ມິນ​ຊີ​ສູງ​ເຖິງ 96 ມິນລີ​ກຣາມ ສູງ​ກວ່າ​ທີ່​ຮ່າງກາຍ​ເຮົາ​ຕ້ອງ​ການ​ໃນ 1 ມື້ ຄື 60 ມິ​ລີກຣາມ  ນອກ​ຈາກ​ຈະ​ຊ່ວຍ​ປ້ອງ​ກັນ​ພະຍາດ​ເລືອດ​ອອກ​ຕາມ​ເຟັນ​ແຂ້ວ​ແລ້ວ ຍັງ​ຊ່ວຍ​ເພີ່ມ​ປະລິມານ​ສະເປີມ ​​ແລະ ​ເຮັດໃຫ້​ສະເ​ປິມ​ແຂງ​ແຮງ​ນໍາອີກ ໃນ​ດອກ​ກະ​ຫລ່ຳ​ມີ​ສານ​ຊັນ​ໂຟ​ລາ​ເຟນ​ທີ່​ເພີ່ມ​ປະລິມານ​ແອນ​ໄຊ​ທີ່​ເປັນ​ຫລັກ​ໃນ​ການ​ຕໍ່ສູ້​ກັບຈຸລັງ​ມະ​ເຮັງ ຊ່ວຍ​ປ້ອງ​ກັນ​ມະ​ເຮັງ​ທີ່​  ເຕົ້າ​ນົມ ​ແລະ ​ລຳ​ໄສ້​ໃຫຍ່​ໄດ້ດີ

ປະກອບ​ດ້ວຍ​ສານ​ເອນ​ໄຊ​ຕ້ານ​ມະ​ເຮັງ​ຊື່ (sulforaphane) (phenolics)  (isothiocyanates) (indoles) (indole-3-carbinal) (dithiolthiones)  (glucosinolates) (folic acid & coumarines) ໂດຍ​ສະເພາະ​ຢ່າງ​ຍິ່ງ​ໃນ​ກະ​ຫລ່ຳ​ດິບ​ຈະ​ມີ​ວິ​ຕາ​ມິນ​ຊີ​ສູງ ມີ​ທາດ​ໂພ​ແທດ​ຊຽມ ກຳ​ມະ​ຖັນ ແລະ ​ເສັ້ນ​ໃຍ​ຫລາຍ

ປະໂຫຍດ​ຂອງ ກະ​ຫລ່ຳ​ດອກ

ໃຊ້​ກິນ​ເປັນ​ຜັກ ມີ​ສານ​ທີ່​ສາມາດ​ດຶງ​ສານ​ກໍ່​ມະ​ເຮັງ  (carcinogen) ອອກຈາກ​ຈຸລັງ ກົນ​ໄກ​ທີ່ເກີດຂຶ້ນ ຄື ສານ​ຊັນ​ໂຟ​ລາ​ເຟນ ເຮັດໃຫ້​ມີ​ການ​ຜະລິດ​ ເອມ​ໄຊ  phase II ຫລາຍ​ຂຶ້ນ ເຊິ່ງ​ສາມາດ​ໄປ​ຫລຸດ​ການ​ຜະລິດ​ເອັມ​ໄຊ- phase I ທີ່​ເປັນ​ອັນຕະລາຍ ເພາະ​ເອັມ​ໄຊຊະນິດ​ທໍາອິດ​ນີ້​ສາມາດ​ໄປ ເຮັດ​ອັນຕະລາຍ​ຕໍ່​ສານ​ພັນ​ທຸ​ກຳ​ພາຍ​ໃນ​ຈຸລັງ ພືດ​ໃນ​ວົງ​ນີ້​ລວມ​ໄປ​ເຖິງ ບລັອກ​ໂຄ​ລີ ຜັກກາດ ແລະ​ ກະ​ຫລ່ຳ​ຕ່າງໆ ສານ​ປະກອບ​ທີ່​ພົບ​ແລ້ວ​ໃນ​ພືດ​ວົງ​ນີ້​ສາມາດ​ຕ້າ​ນອາ​ນຸ​ມູນ​ອິດ​ສະ​ໄດ້​ດີ ມີ​ສານ​ໂພ​ແທດ​ຊ່ຽມ​ສູງ ເຊິ່ງ​ຊ່ວຍ​ຄວບ​ຄຸມ​ການເຮັດວຽກງານ​ຂອງ​ຫົວ​ໃຈ ແລະ​ ຄວາມ​ດັນ​ເລືອດ ມີ​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ສູງ ຊ່ວຍ​ຕ້ານ​ການ​ເກີດ​ມະ​ເຮັງ ສານ​ຊັນ​ໂຟ​ລາ​ເຟນ ຊ່ວຍ​ເພີ່ມ​ປະລິມານ​ເອັມ​ໄຊ ​ທີ່​ເປັນ​ຫລັກ​ໃນ​ການ​ຕໍ່ສູ້​ກັບ​ຈຸລັງ​ມະ​ເຮັງ​ໄດ້​ດີ​ຫລາຍ ຄວນ​ກິນ​ເປັນ​ປະຈຳ ຈະ​ສາມາດ​ຊ່ວຍ​ປ້ອງ​ກັນ​ມະ​ເຮັງ​ເຕົ້າ​ນົມ ​ແລະ ​ລຳ​ໄສ້​ໃຫຍ່​ໄດ້​ດີ ກົດ​ ໂຟ​ລິກ ຊ່ວຍ​ປ້ອງ​ກັນ​ມະ​ເຮັງ ລຳ​ໄສ້ ​ແລະ ​ມະ​ເຮັງ​ເຕົ້າ​ນົມ ສານ​ອິນ​ໂດນ ຄາດ​ວ່າ​ຊ່ວຍ​ເສີມ​ພູ​ມຄຸ້ມ​ກັນ​ ແລະ​ ຕ້ານ​ມະ​ເລັງ​ບາງ​ຊະນິດ​ໄດ້​ດີ ສານ​ອິນ​ໂດນ 3 ຊ່ວຍ​ປ້ອງ​ກັນ​ມະ​ເຮັງ​ເຕົ້າ​ນົມ ຄັ້ນ​ເອົາ​ແຕ່​ນ້ຳ​ອົມ​ຊ່ວຍ​ປິ່ນປົວ​ແຜ​ໃນ​ປາກ ແກ້​ອັກ​ເສບ ນ້ຳ​ຜັກ​ສົດ​ຊ່ວຍ​ປິ່ນປົວ​ແຜ​ຊຳເຮື້ອ ພະຍາດຂີ້ທູດ​ກວາງ ຫອບ​ຫືດ ບໍ່​ຄວນ​ປຸງ​ໃຫ້​ສຸກ​ເກີນ​ໄປ ເພາະ ຄວາມ​ຮ້ອນ​ຈະ​ໄປ​ທຳລາຍ​ຄຸນສົມບັດ​ທາງ​ຢາໄດ້

ສັບ​ພະຄຸນ​ຂອງ ກະ​ຫລ່ຳ​ດອກ

ໃນກະ​ຫລ່ຳ​ດອກ ຈະ​ມີ​ສານ​ທີ່​ສາມາດ​ດຶງ​ສານ​ກໍ່​ມະ​ເຮັງ​ທີ່​ເອີ້ນວ່າ ຄາລຊິ​ໂນ​ເຈນ  (carcinogens) ອອກຈາກ​ ຈຸລັງ ກົນ​ໄກ​ທີ່ເກີດຂຶ້ນ​ຄື ສານ​ຊັນ​ໂຟ​ລາ​ເຟນ  (sulforaphane) ເຮັດໃຫ້​ມີ​ການ​ຜະລິດ​ ເອນ​ໄຊ​ເຟດ​ທູ​ຫລາຍ​ຂຶ້ນ  (phase II) ເຊິ່ງ​ສາມາດ​ໄປ​ຫລຸດ​ການ​ຜະລິດ ​ເອນ​ໄຊເຟດ​ມື  (phase I) ທີ່​ເປັນ​ອັນຕະລາຍ​ໄດ້ ເພາະ​ເອນ​ໄຊ​ເຟດ​ທູ ສາມາດ​ໄປ​ເຮັດ​ອັນຕະລາຍ​ສານ​ພັນ​ທຸ​ກຳ​ໃນ​ຈຸລັງ  (cellular DNA) ແລະ ​ຈາກ​ລາຍ​ງານ​ຜົນ​ການ​ວິ​ໄຈ​ທີ່​ເປັນ​ຂ່າວ​ຮື​ຮາ​ເມື່ອ​ຕົ້ນ​ປີ​ທີ່​ແລ້ວ​ພົບ​ວ່າ ພືດ​ໃນ​ວົງ    (Cruciferae) ເຊິ່ງ​ລວມ​ເຖິງ ບລັອກ​ໂຄ​ລີ ຜັກກາດນາ ຜັກ​ກາດ​ຂາວ ແລະ ​ກະ​ຫລ່ຳ​ຕ່າງໆ ມີ​ສານ​ປະກອບ​ທີ່​ສາມາດ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ໄດ້​ດີ ດັ່ງ​ນັ້ນ​ຈຶ່ງ​ຊ່ວຍ​ຕ້ານ​ມະ​ເຮັງ​ໄດ້ ໂດຍ​ສະເພາະ​ຢ່າງ​ຍິ່ງ​ມີ​ລາຍ​ງານ​ວ່າ ຜັກ​ດັງ​ກ່າວ​ຊ່ວຍ​ປ້ອງ​ກັນ​ມະ​ເຮັງ​ເຕົ້າ​ນົມ​ແລະ ​ມະ​ເຮັງ​ລຳ​ໄສ້​ໃຫຍ່​ໄດ້​ດີ ແລະ​ ຈາກ​ການ​ທີ່​ມີ​ ໂພ​ແທດ​ຊຽມ ​ສູງ​ນີ້​ເອງ ຈຶ່ງ​ຊ່ວຍ​ຄວບ​ຄຸມ​ການເຮັດວຽກງານ​ຂອງ​ຫົວ​ໃຈ​ ແລະ ​ຄວາມ​ດັນ​ເລືອດ​ໄດ້​ນໍາອີກ​

ມີ​ລາຍ​ງານ​ວິທີ​ການ​ໃຊ້ ກະ​ຫລ່ຳ​ດອກ ໂດຍ​ໃຫ້ ​ນຳ ກະ​ຫລ່ຳ​ດອກ ໄປ​ບີບເອົາ​ນ້ຳ ແລ້ວ​ນຳ​ນ້ຳ ກະ​ຫລ່ຳ​ດອກ ທີ່​ບີບ​ໄດ້​ໄປ​ໃຊ້ ບ້ວນ​ປາກ ພົບ​ວ່າ ​ສາມາດ​ປິ່ນປົວ​ແຜ​ໃນ​ປາກ ແກ້​ເຈັບ​ຄໍ ນອກ​ຈາກ​ນີ້​ຍັງ​ພົບ​ວ່າ​ໃນນ້ຳ ກະ​ຫລ່ຳ​ດອກສົດ ​ຊ່ວຍ​ປິ່ນປົວ ແຜ​ຊຳເຮື້ອ ພະຍາດຂີ້ທູດ​ກວາງ ເຈັບຫົວຊະນິດ​ຊໍ້າເຮື້ອ ຫອບ​ຫືດ ຫລອດລົມ​ອັກ​ເສບ ໂດຍ​ແນະ​ນຳ​ໃຫ້​ດື່ມ​ປະ​ມານ 1- 2 ອອນ​ທຸກ​ມື້ ແລະ​ ຖ້າຫາກ​ກິນ ກະ​ຫລ່ຳ​ດອກ ສົດ​ມີ​  ຄຳ​ແນະ​ນຳ​ວ່າ ໃນ​ການ​ກິນ ກະ​ຫລ່ຳ​ດອກ ຢ່າ​ປຸງ​ສຸກ​ເກີນ​ໄປ​ ເພາະ​ການ​ປຸງ​ສຸກ​ເກີນ​ໄປ​ຈະ​ທຳລາຍ​ຄຸນສົມບັດ​ທາງ​ຢາ​ຂອງ ກະ​ຫລ່ຳ​ດອກ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...