Homeຂ່າວພາຍ​ໃນເຈົ້າໜ້າທີ່ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ ຢູ່ 2 ຈຸດ ກັກຕົວໄດ້ 139 ຄົນ.

ເຈົ້າໜ້າທີ່ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ ຢູ່ 2 ຈຸດ ກັກຕົວໄດ້ 139 ຄົນ.

Published on

ໃນທ້າຍອາທິດຜ່ານມາ ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ, ເວບພະນັນທາງອອນລາຍ ຢູ່ 2 ຈຸດຄື: ໂຮງແຮມ ແມັງ ໂກຣຟ ແລະ ອາພາດເມັ້ນ ກໍລໍລີ່ ຕັ້ງຢູ່ບ້ານຝາຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ 139 ຄົນ ຍິງ 54 ຄົນ ລວມມີ 4 ສັນຊາດ.

ສະເພາະ ໂຮງແຮມ ແມ້ງໂກຮຟ: ສາມາດກັກຕົວຜູ້ກະທຳຜິດໄດ້ ຈໍານວນ 114 ຄົນ ຍິງ 50 ຄົນ, ມີ 4 ສັນຊາດ ຄື: ສັນຊາດ ໄທ ມີ 105 ຄົນ ຍິງ 48 ຄົນ, ສັນຊາດ ຈີນ 7 ຄົນ ຍິງ 1 ຄົນ, ສັນຊາດ ຈີນ-ໄຕ້ຫວັນ 1 ຄົນ, ສັນຊາດ ກຳປູເຈຍ 1 ຄົນ; ຢຶດເຄື່ອງຂອງກາງ ທີ່ນໍາໃຊ້ເຂົ້າໃນການທະທໍາຜິດ ມີຄອມພິວເຕີໂນດບຸກ ຈໍານວນ 17 ໜ່ວຍ, ໂທລະສັບມືຖື ຈໍານວນ 321 ໜ່ວຍ, ໄອແພັດ ຈໍານວນ 11 ໜ່ວຍ, ແທັບເລັດ ຈໍານວນ 10 ໜ່ວຍ, ຈໍແຊ ຄອມພິວເຕີ້ ຈໍານວນ 2 ໜ່ວຍ, ຫົວນໍ້າຢາ ຢາສູບໄຟຟ້າ ຈໍານວນ 24 ອັນ, ຢາສູບໄຟຟ້າ ຈໍານວນ 5 ອັນ, ນໍ້າຢາປະສົມ ນໍ້າກະທ້ອມ ຈໍານວນ 4 ແກ້ວ ແລະ ໃບກະທ້ອມ ບັນຈຸໃນຖົງອີກ 1 ຖົງ.

ແລະ ຈຸດທີ 2 ແມ່ນອາພາດເມັ້ນ ກໍລໍລີ່: ສາມາດກັກຕົວຜູ້ກະທໍາຜິດໄດ້ ຈໍານວນ 25 ຄົນ, ຍິງ 4 ຄົນ ລວມມີ 3 ສັນຊາດ ຄື: ສັນຊາດ ໄທ ມີ 12 ຄົນ ຍິງ 4 ຄົນ, ສັນຊາດຈີນ ມີ 7 ຄົນ ແລະ ສັນຊາດ ຈີນ-ໄຕ້ຫວັນ 6 ຄົນ; ຢຶດເຄື່ອງຂອງກາງ ໄດ້ມີຄອມພິວເຕີຕັ້ງໂຕະ ຈໍານວນ 8 ໜ່ວຍ, ຄອມພິວເຕີໂນດບຸກ ຈໍານວນ 9 ໜ່ວຍ, ໂທລະສັບມືຖື ຈໍານວນ 119 ໜ່ວຍ, ໄອແພັດ ຈໍານວນ 3 ໜ່ວຍ, ເມັດຂາວຄ້າຍຄື ສານເສບຕິດຈໍານວນ 2 ຖົງນ້ອຍ (ຍັງບໍ່ທັນພິສູດ ແລະ ສັ່ງນໍ້າໜັກ), ກັບໄຟ ຈໍານວນ 39 ແກັດ.

ປັດຈຸບັນເຈົ້າໜ້າທີ່ກໍາລັງດໍາເນີນການສືບສວນ-ສອບສວນຜູ້ຖືກຫາ ເພື່ອຂະຫຍາຍຜົນຊອກຫາປົວໂປ່ໂຕການ ແລະ ກຸ່ມແກ້ງມາດໍາເນີນຄະດີຕາມລະບຽບກົດໝາຍ.

ໂອກາດນີ້, ຂໍສະແດງຄວາມຂອບໃຈຕໍ່ພໍ່ແມ່ປະຊາຊົນ ພົນລະເມືອງດີ ທີ່ໄດ້ແຈ້ງຂໍ້ມູນທີ່ເປັນປະໂຫຍດໃຫ້ເຈົ້າໜ້າທີ່ ຈົນນຳໄປສູ່ການບຸກມ້າງຂະບວນການດັ່ງກ່າວ ແລະ ຫວັງຢ່າງຍິ່ງວ່າພໍ່ແມ່ປະຊາຊົນທຸກທົ່ວໜ້າຈະຊ່ວຍເປັນຫູເປັນຕາຊ່ວຍເຈົ້າໜ້າທີ່, ຫາກທ່ານພົບເຫັນບຸກຄົນ, ກຸ່ມຄົນ ແລະ ສະຖານທີ່ ທີ່ສົງໄສເຄື່ອນໄຫວກະຜິດຕໍ່ກົດໝາຍ ໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ໂດຍດ່ວນ, ແຈ້ງເຂົ້າມາທາງເພຈຂອງພວກເຮົາ ຫຼື ເພຈກົມຕຳຫຼວດເສດຖະກິດ ຫຼື ແຈ້ງເຂົ້າສາຍດ່ວນ 1533 ໄດ້ຕະຫຼອດເວລາ

ອ້າງອີງຈາກ: ຄວາມສະຫງົບ Lao Security News

 

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...