Homeຂ່າວພາຍ​ໃນເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ.

ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ.

Published on

ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນຊາການປ້ອງກັນທີຕັ້ງ ໄດ້ເຂົ້າ ມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ, ການພະນັນ ຢູ່ຈຸດໂຮງແຮມໂກນຟຸກ, ເຂດເສດຖະກິດພິເສດລອງແທງ ບ້ານດົງໂພສີ ແລະ ໂຮງແຮມປານີ ບ້ານ ດົງຄໍາຊ້າງ ທັງສອງຈຸດຂຶ້ນກັບເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ຜ່ານການປະຕິບັດໜ້າທີ່ຕົວຈິງ ຈຸດທີ 1 ໂຮງແຮມໂກນຟຸກ ເຂດເສດຖະກິດພິເສດລອງແທງ: ສາມາດກັກຕົວຜູ້ກະທໍາຜິດໄດ້ ຈໍານວນ 62 ຄົນ ຍິງ 10 ຄົນ ລວມມີ 3 ສັນຊາດ ຄື: ສັນຊາດຈີນ ມີ 44 ຄົນ, ສັນຊາດຫວຽດນາມ ມີ 12 ຄົນ ຍິງ 7 ຄົນ; ສັນຊາດໄທ ມີ 6 ຄົນ ຍິງ 3 ຄົນ; ສາມາດຢຶດເຄື່ອງຂອງກາງ ມີຄອມພິວເຕີຕັ້ງໂຕະ ຈໍານວນ 98 ເຄື່ອງ, ຄອມພິວເຕີໂນດບຸກ ຈໍານວນ 24 ເຄື່ອງ, ໂທລະສັບມືຖື ຈໍານວນ 322 ເຄື່ອງ, ໄອແພັດ ຈໍານວນ 45 ເຄື່ອງ, ຊິມໂທລະສັບ ຈໍານວນ 60 ຊິມ.

ຈຸດທີ 2 ໂຮງແຮມປານີ: ສາມາດກັກຕົວຜູ້ກະທຳຜິດໄດ້ ຈໍານວນ 6 ຄົນ, ມີ 2 ສັນຊາດ ຄື: ສັນຊາດຈີນ ມີ 5 ຄົນ, ສັນຊາດໄທ ມີ 1 ຄົນ; ສາມາດຍຶດເຄື່ອງຂອງກາງ ມີຄອມພິວເຕີໂນດບຸກ ຈໍານວນ 1 ເຄື່ອງ, ໂທລະສັບມືຖື ຈໍານວນ 18 ເຄື່ອງ.

ປັດຈຸບັນ ເຈົ້າໜ້າທີ່ກໍາລັງດໍາເນີນການສືບສວນ-ສອບສວນຜູ້ຖືກຫາ ເພື່ອຂະຫຍາຍຜົນຊອກຫາປົວໂປ່ໂຕກາສ ແລະ ພັກພວກກຸ່ມແກ້ງມາດໍາເນີນຄະດີຕາມລະບຽບກົດໝາຍ.

ໂອກາດນີ້, ຂໍສະແດງຄວາມຂອບໃຈຕໍ່ພໍ່ແມ່ປະຊາຊົນ ພົນລະເມືອງດີ ທີ່ໄດ້ແຈ້ງຂໍ້ມູນທີ່ເປັນປະໂຫຍດໃຫ້ເຈົ້າໜ້າທີ່ ຈົນນຳໄປສູ່ການບຸກມ້າງຂະບວນການດັ່ງກ່າວ ແລະ ຫວັງຢ່າງຍິ່ງວ່າພໍ່-ແມ່ປະຊາຊົນທຸກທົ່ວໜ້າຈະຊ່ວຍເປັນຫູເປັນຕາຊ່ວຍເຈົ້າໜ້າທີ່, ຫາກທ່ານພົບເຫັນບຸກຄົນ, ກຸ່ມຄົນ ແລະ ສະຖານທີ່ ທີ່ສົງໄສເຄື່ອນໄຫວກະຜິດຕໍ່ກົດໝາຍ ໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ໂດຍດ່ວນ, ແຈ້ງເຂົ້າມາທາງເພຈຂອງພວກເຮົາ ຫຼື ເພຈກົມຕຳຫຼວດເສດຖະກິດ ຫຼື ແຈ້ງເຂົ້າສາຍດ່ວນ 1533 ໄດ້ຕະຫຼອດເວລາ.

ອ້າງອີງຈາກ: ຄວາມສະຫງົບ

 

ບົດຄວາມຫຼ້າສຸດ

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...