Homeຂ່າວພາຍ​ໃນເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

Published on

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ.

ຈາກນັ້ນ, ໃນວັນທີ 20 ສິງຫາ 2026,  ພັທ ພອນໄຊ ສຸຂະພອນ ຮອງຫົວໜ້າ ປກສ ກຸ່ມ 4 ສາລະຄໍາ ເມືອງຫາດ ຊາຍຟອງ ຈຶ່ງໄດ້ໃຫ້ສໍາພາດຕໍ່ທີມງານຂ່າວ ກົມສື່ມວນຊົນ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ເພື່ອຊີ້ແຈງຕໍ່ກັບເຫດການທີ່ກຸ່ມຄົນບໍ່ດີຈໍານວນໜຶ່ງ ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງ ແລະ ອົງການປົກຄອງບ້ານດົງຄໍາຊ້າງ ໃນວັນທີ 17 ສິງຫາ 2026 ກ່ຽວກັບການປະຕິບັດໜ້າທີ່ ຂອງກໍາລັງ ປກຊ-ປກສ ບ້ານດົງຄໍາຊ້າງ.

ຕໍ່ກັບເຫດການຄັ້ງນີ້, ຜ່ານການລົງເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ ປກສ ກຸ່ມ ສົມທົບກັບອົງການປົກຄອງບ້ານດົງຄໍາຊ້າງ ເຫັນວ່າ: ຮູບພາບດັ່ງກ່າວ ແມ່ນການລົງປະຕິບັດໜ້າທີ່ຂອງກໍາລັງ ປກຊ-ປກສ ບ້ານດົງຄໍາຊ້າງ ໃນຄັ້ງວັນທີ 28 ພຶດສາະພາ 2026 ຄື: ໃນເວລາປະມານ 01:00 ໂມງ ຂອງຄືນດັ່ງກ່າວ ໄດ້ມີພົນລະເມືອງດີ ໂທແຈ້ງຕໍ່ອົງການປົກຄອງບ້ານດົງຄໍາຊ້າງ ວ່າ: ມີຄົນພັກເຊົາ ຢູ່ຫ້ອງແຖວຂອງ ນາງ ຫອມແພງ ອາຍຸ 58 ປີ ຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໂດຍມີ ນາງ ສຸພັນນາລີ ອາຍຸ 32 ປີ ຢູ່ໜ່ວຍ 22 ບ້ານດົງຄໍາຊ້າງ ເປັນຜູ້ຮັບຜິດຊອບຫ້ອງແຖວດັ່ງກ່າວ. ໃນນັ້ນ, ໄດ້ມີກຸ່ມຄົນຈໍານວນໜຶ່ງ ທີ່ມາເຊົ່າຫ້ອງແຖວ ໄດ້ພາກັນດື່ມສິ່ງມຶນເມົາ ພ້ອມທັງເປີດເພງສຽງດັງເນືອງນັນ ລົບກວນເວລາພັກຜ່ອນຂອງເພື່ອນບ້ານອ້ອມຂ້າງ ແລະ ຄົນທີ່ມາເຊົ່າຫ້ອງແຖວ ບໍ່ສາມາດຫຼັບນອນ ຫຼື ພັກຜ່ອນໄດ້.

ພາຍຫຼັງທີ່ໄດ້ຮັບແຈ້ງຄືແນວນັ້ນ, ຈຶ່ງໄດ້ແຕ່ງກໍາລັງ ປກຊ-ປກສ ທີ່ປະຈໍາການ ຈໍານວນ 6 ສະຫາຍ ລົງກວດກາຕົວຈິງ ແລະ ຜ່ານການລົງກວດກາ ແມ່ນພົບເຫັນຊາວໜຸ່ມຈໍານວນໜຶ່ງກໍາລັງດື່ມສິ່ງມຶນເມົາ ພ້ອມທັງເປີດເພງສຽງດັງ ຢູ່ຫ້ອງ D12 ເຊິ່ງເປັນຫ້ອງຂອງ ນາງ ນ້ອຍ ອາຍຸ 26 ປີ. ເມື່ອເປັນແນວນັ້ນ, ກໍາລັງ ປກຊ-ປກສ ບ້ານ ຈຶ່ງໄດ້ສະແດງຕົວຕາມສິດ ແລະ ພາລະບົດບາດ ຂອງກໍາລັງ ປກຊ-ປກສ ບ້ານ ໂດຍການເຄາະປະຕູ ເພື່ອໃຫ້ພວກກ່ຽວເປີດ ພ້ອມທັງໄດ້ຕັກເຕືອນໃຫ້ພວກກ່ຽວຢຸດເຊົາທັນທີ່. ຈາກນັ້ນ, ກໍໄດ້ກັບຄືນມາຫ້ອງການບ້ານຕາມປົກະຕິ.

ຕໍ່ກັບເຫດການດັ່ງກ່າວ, ໄດ້ເຮັດໃຫ້ຜູ້ຖືກກ່າວເຕື່ອນເກີດຄວາມບໍ່ພໍໃຈ ແລ້ວຈຶ່ງນໍາເອົາຮູບພາບທີ່ໄດ້ລັກຖ່າຍໄວ້ນັ້ນ ມາຕົບແຕ່ງ ແລະ ສ້າງເຫດການ ແລ້ວໂພສລົງເຟສບຸກ ເຮັດໃຫ້ການຈັດຕັ້ງບ້ານ ແລະ ພາກລັດ ກໍຄື ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເຊື່ອມເສຍ.

ທ່ານ ທອງຈັນ ລິດສະຫວ່າງ ຮອງນາຍບ້ານດົງຄໍາຊ້າງ ຍັງກ່າວຕື່ມວ່າ: ໄລຍະຜ່ານມາ, ອົງການປົກຄອງບ້ານດົງຄໍາຊ້າງ ກໍຄື ກໍາລັງ ປກຊ-ປກສ ແມ່ນໄດ້ເຮັດວຽກຕາມສິດ ແລະ ພາລະບົດບາດ ຢ່າງເຂັ້ມງວດ ແລະ ການກວດກາບັນ ດາຄົນພັກເຊົາ ຢູ່ຕາມຫ້ອງແຖວ ກໍຢູ່ໃນໂມງ ແລະ ເວລາທີ່ກໍານົດຕາມກົດລະບຽບຫຼັກການ ຍົກເວັ້ນກໍລະນີທີ່ມີເຫດ ການທີ່ສ້າງຄວາມບໍ່ສະຫງົບ-ບໍ່ເປັນລະບຽບຮຽບຮ້ອຍ ແມ່ນຈະໄດ້ນໍາກໍາລັງ ປກຊ-ປກສ ທີ່ປະຈໍາການ ລົງກວດກາຕາມຄວາມຮັບຜິດຊອບ ຕະຫຼອດ 24 ຊົ່ວໂມງ ເພື່ອຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຄວາມເດືອດຮ້ອນ ແລະ ເປັນການປ້ອງກັນ-ສະກັດກັ້ນ ບັນດາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ ໃຫ້ທັນກັບສະພາບການ.

ຕໍ່ກັບເຫດການດັ່ງກ່າວ, ຂໍຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນ, ຕະຫຼອດຮອດຜູ້ນໍາໃຊ້ສື່ສັງຄົມອອນລາຍທຸກປະເພດ ຈົ່ງມີສະຕິໃນການຮັບຊົມ ຫຼື ເສບຂ່າວ ເພື່ອສະກັດກັ້ນກຸ່ມຄົນບໍ່ດີ ທີ່ເຄື່ອນໄຫວສ້າງຂ່າວ,ປອມແປງ, ໃສ່ຮ້າຍ ປ້າຍສີ ແລະ ບິດເບືອນຄວາມຈິງ ຕໍ່ການຈັດຕັ້ງພາກລັດ, ເອກະຊົນ, ນິຕິບຸກຄົນ ແລະອື່ນໆ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ.

ອ້າງອີງຈາກ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...