Homeຂ່າວພາຍ​ໃນປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

Published on

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V, ພ້ອມດ້ວຍຄະນະການນຳຂັ້ນແຂວງ,ຂັ້ນເມືອງ ພູຄູນ ໄດ້ເຄື່ອນໄຫວຊຸກຍູ້ ຢ້ຽມຢາມ ການປູກ ຜັກກະລໍາປີ ຕາມສັນພູ ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ແຂວງຫຼວງພະບາງ.

ໃນການເຄື່ອນໄຫວຄັ້ງນີ້,ທ່ານ ບຸນເລື່ອມ ມະນີວົງ ພ້ອມດ້ວຍ ຄະນະທີ່ຮ່ວມຕິດຕາມໄດ້ຮັບຟັງການລາຍງານ ວ່າ:ໃນໄລຍະຜ່ານມາປະຊາຊົນເມືອງພູຄູນ ໄດ້ຢຶດຖືກເອົາການປູກຝັງ ແບບປະສົມປະສານເຮັດໃຫ້ການເປັນຢູ່ພໍແຕ່ກຸ່ມຢູ່ກຸ່ມກິນ, ດ້ວຍຄວາມເອົາໃຈໃສ່ຂອງພັກແລະລັດທີ່ມີນະໂຍບາຍຕໍ່ກັບປະຊາຊົນເປັນຕົ້ນ ຂະແໜງການທີ່ກ້ຽວຂ້ອງໄດ້ລົງຊຸກຍູ້ສົ່ງເສີມຢ່າງຕິດແທດ ຈຶ່ງນຳເອົາແນວພັນຜັກກະລໍາປີມາສົ່ງເສີມໃຫ້ປະຊາຊົນປູກ,ປະຈຸບັນໃນ ທົ່ວເມືອງ ພູຄູນ ມີເນື້ອທີການປູກຜັກກະລໍາປີ 82.6 ເຮັກຕາ, ມີ 225 ຄອບຄົວ,ຜົນຜະລິດສະເລ່ຍ 2.925 ໂຕນ,ສາມາດສ້າງລາຍຮັບໄດ້ທັງໝົດ 17ຕື້ ກີບ,ໃນນັ້ນເດັ່ນກວ່າໝູ່ແມ່ນ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ, ສ່ວນໃຫຍ່ແມ່ນສົ່ງອອກໄປປະເທດຫວຽດນາມ ແລະມີພໍ່ຄ້າ-ແມ່ຄ້າ ບັນດາແຂວງອ້ອມຂ້າງມາຮັບຊື້ກັບສວນ ໄປຈຳໜ່າຍຕໍ່.

ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມດຸໝັ່ນຂະຫຍັ່ນພຽນ ຂອງປະຊາຊົນ ທີ່ຮູ້ຈັກຜັນຂະຫຍາຍທ່າແຮງຂອງພື້ນທີ່ ໃຫ້ກາຍເປັນສວນຜັກ ເສດຖະກິດ ທີ່ສ້າງລາຍຮັບຄົງທີ່ ແລະ ສາມາດຍົກລະດັບ ຄຸນນະພາບຊີວິດໃຫ້ດີຂຶ້ນ. ພ້ອມນັ້ນ, ທ່ານໄດ້ເນັ້ນໜັກໃຫ້ຊາວກະສິກອນ ກໍຄືປະຊາຊົນທົ່ວເມືອງພູຄູນ ສືບຕໍ່ພັດທະນາເຕັກນິກ ການປູກທີ່ທັນສະໄໝ ແລະຮັກສາຄຸນນະພາບຂອງຜົນຜະລິດ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ບໍລິໂພກ ແລະຮັບປະກັນລາຍໄດ້ທີ່ຍືນຍົງ.

ແຫຼ່ງທີ່ມາ: ໂທລະພາບ ແຂວງຫຼວງພະບາງ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...