Homeຂ່າວພາຍ​ໃນຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

Published on

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ ລາວ ໃນນາມປະທານສະພາບໍລິຫານງານສະຖາບັນແມ່ນໍ້າຂອງ ໃຫ້ກຽດ ກ່າວເປີດກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ພາຍໃຕ້ຫົວຂໍ້ “People, Partnership, Progress: Powering GMS Development through Nexus Solutions” ເຊິ່ງມີຜູ້ຕາງໜ້າຈາກພາກລັດ, ພາກເອກະຊົນ, ສະຖາບັນຄົ້ນຄວ້າ ແລະ ອົງການຈັດຕັ້ງທາງສັງຄົມຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ລວມທັງປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ ຫຼາຍກວ່າ 300 ທ່ານ.

ເວທີປຶກສາຫາລືດັ່ງກ່າວ ໄດ້ສຸມໃສ່ແລກປ່ຽນແນວຄວາມຄິດ, ປະສົບການ ແລະ ວິທີການໃໝ່ໆ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ທີ່ເກີດຂຶ້ນໃນອະນຸພາກພື້ນແມ່ນໍ້າຂອງ, ໂດຍສະເພາະ ການປ່ຽນແປງດິນຟ້າອາກາດ, ການຫັນໄປສູ່ດີຈີຕອນ, ບັນຫາດ້ານສິ່ງແວດລ້ອມ ແລະ ສາທາລະນະສຸກ ລວມທັງຄວາມບໍ່ແນ່ນອນທາງດ້ານເສດຖະກິດ, ແນໃສ່ສົ່ງເສີມການເປັນຄູ່ຮ່ວມມືທີ່ດີ ລະຫວ່າງທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອການພັດທະນາພາກພື້ນທີ່ເຂັ້ມແຂງຍິ່ງຂຶ້ນ ແລະ ນໍາເອົາໝາກຜົນຕົວຈິງມາສູ່ປະຊາຊົນ. ເວທີປຶກສາຫາລືແມ່ນໍ້າຂອງ ແມ່ນຖືກຈັດຂຶ້ນທຸກໆປີ, ເຊິ່ງເປັນຄັ້ງທີ 12 ແລ້ວ, ພິເສດ ປີນີ້ ແມ່ນໜຶ່ງໃນກິດຈະກໍາ ເພື່ອສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງ ແລະ ພາຍໃຕ້ການເປັນປະທານສະພາບໍລິຫານງານສະຖາບັນແມ່ນໍ້າຂອງ ສປປ ລາວ ອີກດ້ວຍ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ສົມບູນ ສີຫານາດ ໄດ້ເປັນປະທານ ກອງປະຊຸມປຶກສາຫາລື ລະຫວ່າງ ສະພາບໍລິຫານງານສະຖາບັນແມ່ນໍ້າຂອງ ແລະ ຄູ່ຮ່ວມພັດທະນາ (Mekong Institute Council Consultation with Development Partners) ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ກາລະໂອກາດ ແລະ ຂົງເຂດການພັດທະນາພາກພື້ນແມ່ນໍ້າຂອງທີ່ເປັນບຸລິມະສິດ ແລະ ມີຄວາມສົມໃຈຮ່ວມກັນ ແນໃສ່ເພີ່ມທະວີການຮ່ວມມື ລະຫວ່າງ ສະຖາບັນແມ່ນໍ້າຂອງ ແລະ ຄູ່ຮ່ວມພັດທະນາ ໃນປະຈຸບັນ ກໍຄື ໃນຕໍ່ໜ້າ, ໂດຍສະເພາະ ການຊຸກຍູ້ການຈັດຕັ້ງປະຕິບັດແຜນຍຸດທະສາດຂອງສະຖາບັນແມ່ນໍ້າຂອງ 2026-2030 ໃຫ້ເປັນຮູບປະທຳ ແລະ ປະກອບສ່ວນເຂົ້າໃນການເຊື່ອມໂຍງພາກພື້ນ ໃຫ້ມີໝາກຜົນຍິ່ງໆຂຶ້ນ.

ພ້ອມດຽວກັນນີ້, ທ່ານ ສົມບູນ ສີຫານາດ ໄດ້ສືບຕໍ່ເປັນປະທານກອງປະຊຸມສະພາບໍລິຫານງານສະຖາບັນແມ່ນໍ້າຂອງ (Mekong Institute Council Meeting) ຄັ້ງທີ 1 ປະຈຳປີ 2026, ເຊິ່ງໄດ້ທົບທວນຄືນການຈັດຕັ້ງປະຕິບັດວຽກງານຂອງສະຖາບັນແມ່ນໍ້າຂອງ ໃນໄລຍະ 6 ເດືອນຕົ້ນປີ 2026 ແລະ ວາງແຜນທິດທາງການຮ່ວມມື ໃນຕໍ່ຫນ້າ ໂດຍສະເພາະ ໄດ້ຮັບຮອງເອົາບັນດາເອກະສານສຳຄັນຫລາຍສະບັບ ສຳລັບການບໍລິຫານງານພາຍໃນສະຖາບັນດັ່ງກ່າວ.

ອັນພົ້ນເດັ່ນ, ແມ່ນໄດ້ຮັບຮອງເອົາການແຕ່ງຕັ້ງ ທ່ານ ປອ. ອານຸລັກ ກິດຕິຄຸນ, ເປັນຜູ້ອຳນວຍການສະຖາບັນແມ່ນໍ້າຂອງຜູ້ໃຫມ່ ຢ່າງເປັນທາງການ, ເຊິ່ງຖືເປັນພົນລະເມືອງລາວຄົນທຳອິດ ແລະ ຈະເລີ່ມປະຕິບັດໜ້າທີ່ດັ່ງກ່າວ ນັບແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນໄປ, ລວມທັງໄດ້ຮັບຮອງເອົາການແຕ່ງຕັ້ງ ສ. ເກົາຫລີ ເປັນທີ່ປຶກສາຂອງສະພາບໍລິຫານງານສະຖາບັນແມ່ນໍ້າຂອງ. ກອງປະຊຸມສະພາບໍລິຫານງານສະຖາບັນແມ່ນໍ້າຂອງ ຄັ້ງຕໍ່ໄປ ແມ່ນຈະຖືກຈັດຂຶ້ນ ພາຍໃຕ້ການເປັນເຈົ້າພາບ ແລະ ເປັນປະທານຂອງ ສປປ ລາວ ໃນທ້າຍປີ 2026 ນີ້.

ແຫຼ່ງທີ່ມາ: Lao National Radio

 

ບົດຄວາມຫຼ້າສຸດ

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ ຕ້ານການສໍ້ລາດບັງຫຼວງ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງອົງການກວດກາລັດແຂວງເຊກອງ ສປປ ລາວ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາ 2026 ທີ່ຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ...

ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື...

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການໃນວັນທີ 4 ສິງຫາ 2026. ກອງປະຊຸມແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ...

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ...